• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມປະທັບໃຈ ຫາດຊາຍທະເລ ຣ້າງ

ຄວາມຮ້ອນເອົາ ແລະ ບັນຍາກາດທີ່ຟົດຟື້ນຢູ່ນະຄອນ ດ່າໜັງບໍ່ໄດ້ສ້າງຜົນສະທ້ອນເຖິງຄວາມສະຫງົບສຸກຢູ່ເຂດທ່ອງທ່ຽວຫາດຊາຍທະເລ ຣ້າງ. ນອນຢູ່ຕິນແຫຼມ ເຊີນຈ່າ, ຫ່າງຈາກນະຄອນ ດ່າໜັງ ບໍ່ໄກປານໃດ, ຫາດຊາຍທະເລ ຣ້າງ ຄືດອນໜ່ວຍໜຶ່ງທີ່ເຕັມໄປດ້ວຍຄວາມສະຫງົບສຸກ, ປອດໂປ່ງ ແລະ ມີຄວາມ ດູດດຶງໃຈ.
ນອນຢູ່ທິດໃຕ້ຂອງແຫຼມ ເຊີນຈ່າ, ຫາດຊາຍທະເລ ຣ້າງ ມີທັດສະນີຍະພາບທີ່ ຄວາມສວຍສົດງົດງາມ ດ້ວຍຫາດຊາຍ ທະເລທີ່ເຕັມໄປດ້ວຍຂີ້ຊາຍສີເຫຼືອງ ແລະ ແກ້ງຫີນຫຼາຍແຫ່ງທີ່
ປະຖົມປະຖານ.

ແຕ່ໃຈກາງນະຄອນ ດ່າໜັງ, ນັກທ່ອງທ່ຽວສາມາດຂີ່ລົດຈັກ ຫຼື ລົດເມ ໄປຕາມຖະໜົນ ຫວໍຫງວຽນຢາບ ປະມານກວ່າສິບ ກິໂລແມັດ ແມ່ນຈະມາຮອດແຫຼມ ເຊີນຈ່າ. ແຕ່ຕິນພູ ໄປເຕີມອີກ ປະມານ 3 ກິໂລແມັດແມ່ນຮອດຫາດຊາຍທະເລ ຣ້າງ.

ເຖິງວ່າ ຫາດທະເລ ຣ້າງ ບໍ່ມີຄວາມສວຍງາມ ແລະ ກວ້າງຂວາງ ຄືຢູ່ ຫາດຊາຍທະເລ ໝີເຄ, ແຕ່ມັນເປັນບ່ອນອາບນຳ້ທະເລທີ່ ດູດດຶງໃຈ. ມີເບື້ອງໜຶ່ງແມ່ນພູ ແລະ ເບື້ອງໜຶ່ງແມ່ນທະເລ, ສິ່ງດັ່ງກ່າວໄດ້ເຮັດໃຫ້ຫາດຊາຍທະເລ ຣ້າງ ເຕັມໄປດ້ວຍສີຂຽວຂອງພູຜາ ແລະ ທະເລທີ່ກວ້າງໃຫຍ່ໄພສານ.



ແຕ່ຈອມພູ ເຊີນຈ່າ ເບິ່ງລົງມາ, ຫາດຊາຍທະເລ ຣ້າງ ນອນຢູ່ ແຄມຝັ່ງທະເລທີ່ໃສສະອາດ, ທາງຂ້າງແມ່ນ ເຊີນຈ່າ Resort & Spa. ພາບ: ແທງຮວ່າ


ແຕ່ຫາຍຊາຍທະເລ ຣ້າງ, ນັກທ່ອງທ່ຽວສາມາດຂີ່ເຮືອໄປທ່ຽວຊົມ
ທັດສະນີຍະພາບ ແລະ ດຳນຳ້ ຊົມຫີນປະກາລັງ ເທິງອ່າວ ເຊີນຈ່າ. ພາບ: ແທງຮວ່າ



ແກ້ງຫີນຫຼາຍແຫ່ງທີ່ມີຮູບຊົງຕ່າງປະຫຼາດຢູ່ຫາດຊາຍທະເລ ຣ້າງ
ເປັນບ່ອນທ່ອງທ່ຽວທີ່ໜ້າຈັບໃຈ ສຳລັບໄວໜຸ່ມ. ພາບ: ແທງຮວ່າ



ຕູບຫຼາຍຫຼັງນອນຢູ່ເທິງແກ້ງຫີນ ໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມ
ຮູ້ສຶກ ຄືຢູ່ເກາະໜ່ວຍໜຶ່ງທີ່ຫ່າງໄກສອກຫຼີກ.  ພາບ: ແທງຮວ່າ



ແຫຼມ ເຊີນຈ່າ ມີພູຫຼາຍໜ່ວຍທີ່ຂະຫຍາຍອອກກວ້າງໄປ ສູ່ ທາງທະເລ, ສ້າງເປັນບ່ອນອ້າບນຳ້ຫຼາຍແຫ່ງທີ່ສວຍສົດງົດງາມ. ພາບ: ແທງຮວ່າ


ຢູ່ໃນເຮືອນຫຼາຍຫຼັງ, ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີ ຍະພາບທີ່ສວຍສົດງົດງາມຂອງຫາດຊາຍທະເລ ຣ້າງ. ພາບ: ແທງຮວ່າ


ທຳມະຊາດໄດ້ມອບໃຫ້ຫາດຊາຍທະເລ ຣ້າງ​ ຄວາມສວຍງາມ ແບບທຳມະຊາດ ດ້ວຍແກ້ງຫີນຫຼາຍແຫ່ງ. ພາບ: ແທງຮວ່າ


ຕູບຫຼາຍຫຼັງນອນຢູ່ເທິງແຫ້ງຫີນຫຼາຍແຫ່ງ. ພາບ: ແທງຮວ່າ


ສະຖານທີ່ອາບນຳ້ທະເລແຫ່ງໜຶ່ງ. ພາບ: ແທງຮວ່າ


ນ້ອງນ້ອຍຫຼາຍຄົນພາກັນຫຼິ້ນຢູ່ເທິງຫາດຊາຍທະເລທີ່ເຕັມໄປ
ດ້ວຍຂີ້ຊາຍສີເຫືອງ. ພາບ: ແທງຮວ່າ



ເຮືອຈັກຫຼາຍລຳ ໄດ້ກຽມພ້ອມ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ພາບ: ແທງຮວ່າ


ຫາດຊາຍທະເລ ຣ້າງ ເປັນສະຖານທີ່ທ່ອງທ່ຽວທີ່ແປກໃໝ່ ແລະ ຈັບໃຈ ສຳລັບນັກທ່ອງທ່ຽວຕ່າງປະເທດ ທີ່ມາຢ້ຽມຢາມ ດ່າໜັງ. ພາບ: ແທງຮວ່າ


ຮ້ານອາຫານຫຼາຍແຫ່ງຢູ່ ຫາດຊາຍທະເລ ຣ້າງ ໄດ້ອອກແບບ
ຢ່າງສົດສວຍ, ປະສົມປະສານກັບທັດສະນີຍະພາບຢູ່ທີ່ນີ້. ພາບ: ແທງຮວ່າ



ຄວາມປະທັບໃຈຂອງການຮັບປະທານອາຫານໃນຮ້ານອາຫານ ຫຼັງໜຶ່ງທີ່ນອນຢູ່ເທິງໜ້ານຳ້ ຢູ່ຫາດຊາຍທະເລ ຣ້າງ. ພາບ: ແທງຮວ່າ


ເຖິງວ່າ ຫາດທະເລ ຣ້າງ ບໍ່ມີຄວາມສວຍງາມ ແລະ ກວ້າງຂວາງ ຄືຢູ່ ຫາດຊາຍທະເລ ໝີເຄ, ແຕ່ມັນເປັນບ່ອນອາບນຳ້ທະເລທີ່ ດູດດຶງໃຈ.

ມາຍັງຫາດຊາຍທະເລ ຣ້າງ, ນັກທ່ອງທ່ຽວຄືໄດ້ເຈືອຈານເຂົ້າກັບທຳມະຊາດ, ໄດ້ອາບນຳ້ທະເລທີ່ໃສສະອາດ, ໄດ້ຍ່າງດ້ວຍຕີນ ເທິງຂີ້ຊາຍກ້ຽງ ຫຼື ຫຼິ້ນເທິງໂງ່ນຫີນຫຼາຍໂງ່ນທີ່ມີຮູບຊົງ ແປກປະຫຼາດ.

ແຕ່ຫາດຊາຍທະເລເບິ່ງອອກໄປຈະເຫັນ ດອນ ຈ່າມ ຄື ປາວານ ຍິ່ງໃຫຍ່ໂຕໜຶ່ງພວມລອຍຢູ່ກາງທະເລ, ຈະເຫັນນະຄອນ ດ່າໜັງ ທີ່ສະຫງ່າຜ່າເຜີຍ ແລະ ທັນສະໄໝ, ຈະເຫັນຮູບປັ້ນ ເຈົ້າແມ່ ກວານອິນ ຂອງວັດ ລິງອຶງ ແລະ ເຮືອຫາປາຫຼາຍລຳຂອງ ຊາວປະມົງ ພວມຫາປາຢູ່ກາງທະເລ.

ຖ້າຜູ້ໃດຢາກຫາຄວາມສະຫງົບ, ຢາກໄດ້ຢູ່ຄົນດຽວ ກໍ່ສາມາດມານອນຢູ່ໃນຕູບຫຼາຍຫຼັງ ຕັ້ງເທິງແກ້ງຫີນຫຼາຍແຫ່ງ ເພື່ອໄດ້ຮັບຟັງສຽງເວົ້າຄ່ອຍໆ ຂອງທະເລ ແລະ ສຽງອື້ອີງຄ່ອຍໆ ຂອງລົມ ຄືບົດດົນຕີປະສານສຽງບົດໜຶ່ງຂອງຟ້າດິນ. ຫາດຊາຍທະເລ ຣ້າງ ບໍ່ພຽງແຕ່ມີຄວາມສວຍສົດງົດງາມຂອງ ພູຜາແມ່ນຳ້ລຳເຊເທົ່ານັ້ນ, ຫາກຍັງມີອາຫານແຊບຫຼາຍເຍື່ອງອີກດ້ວຍ. ຖ້າມີເວລາ, ນັກທ່ອງທ່ຽວກໍ່ສາມາດນຳໃຊ້ບໍລິການ ຂີ້ເຮືອຈັກ ຫຼື ດຳນຳ້ ຊົມເບິ່ງຄວາມສວຍງາມຂອງຫີນປະກາລັງ ແລະ ຊອກຫາໂລກແຫ່ງໜຶ່ງທີ່ເຕັມໄປດ້ວຍຄວາມລຶກລັບ ແລະ ມະຫັດສະຈັນ ຢູ່ພາຍໃຕ້ນຳ້ທະເລຂອງແຫຼມ ເຊີນຈ່າ.

ຍາກທີ່ເວົ້າໄດ້ໝົດຄວາມສວຍສົດງົດງາມ ເຊິ່ງທຳມະຊາດໄດ້ ມອບໃຫ້ຫາດຊາຍທະເລ ຣ້າງ. ນັ້ນແມ່ນບົດດົນຕີປະສານສຽງລະຫວ່າງຟ້າ ແລະ ທະເລ, ຂອງຫີນ ແລະ ນຳ້, ຂອງຄວາມຮັກ ແລະ ໂຣມານຕິກ, ແມ່ນຂອງຂວັນທີ່ໜ້າຮັກ ຂອງນະຄອນທະເລ ດ່າໜັງ.



ຫາດຊາຍທະເລ ຣ້າງ ນອນຢູ່ທິດໃຕ້ ຂອງແຫຼມ ເຊີນຈ່າ, ຫ່າງຈາກໃຈກາງນະຄອນ ດ່າໜັງ ປະມານ 10 ກິໂລແມັດ, ສະນັ້ນ ນັກທ່ອງທ່ຽວສາມາດຂີ່ລົດຈັກ ຫຼື ລົດເມ ໄປຫາຢ່າງ ສະດວກ. ຄ່ານຳໃຊ້ບໍລິການທ່ອງທ່ຽວຢູ່ທີ່ນີ້ ກໍ່ມີລາຄາເໝາະສົມ. ດ້ວຍ 100.000 ດົ່ງ, ນັດທ່ອງທ່ຽວສາມາດເຊົ່າບ່ອນນັ່ງ, ບ່ອນເກັບມ້ຽນເຄື່ອງ, ອາບນ້ຳທະເລ, ອາບນຳ້ຈືດ ແລະ ໄປ ທ່ຽວຊົມທັດສະນີຍະພາບຢູ່ຫາດຊາຍທະເລ. ຄ່ານຳໃຊ້ບໍລິການຂີ່ເຮືອຈັກ ແລະ ດຳນຳ້ ຊົມເບິ່ງຫີນປະກາລັງ ຈະມີລາຄາແຕ່ 800.000 – 1.500.000 ດົ່ງ/ຄົນ  ສຳລັບເວລາ 2 ຊົ່ວໂມງ, ຂຶ້ນກັບແຂກໄປຄົນດຽວ ຫຼື ໄປຕາມຂະບວນ. 
 
ບົດ ແລະ ພາບ: ແທງຮວ່າ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top