• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມປະທັບໃຈ ວັງ ແກຣມລີນ

ວັງ ແກຣມລີນ ຖືວ່າເປັນຫົວໃຈ ຂອງ ນະຄອນຫຼວງມົສກູ ແຫ່ງສະຫະພັນລັດເຊຍ, ເປັນສັນຍາລັກກຳລັງອຳນາດ ຂອງ ປະເທດລັດເຊຍ, ທັງເປັນມໍລະດົກ ຂອງ ມວນມະນຸດອີກ ດ້ວຍ. ຄວາມໃຫຍ່ໂຕໂອ້ຖົງຂອງວັງ ແກຣມລີນ ເຮັດໃຫ້ ນັກ ທ່ອງທ່ຽວຕ້ອງນິຍົມຊົມຍ້ອງ ເມື່ອມີໂອກາດມາ ຢ້ຽມຢາມ. 
ຕັ້ງຢູ່ໃຈກາງຂອງນະຄອນຫຼວງ ມົສກູ, ວັງ ແກຣມລີນ ຖືກ ແບ່ງເປັນສອງເຂດຄື ສະຖານທີ່ສຳລັບການບໍລິຫານ ແລະ ສະຖານທີ່ສຳລັບການທ່ອງທ່ຽວ. ນັກທ່ອງທ່ຽວບໍ່ໄດ້ຮັບ ອະນຸ ຍາດໃຫ້ເຂົ້າສະຖານທີ່ ສຳລັບ ການບໍລິຫານ ຍ້ອຍວ່າ ນີ້ ແມ່ນ ບ່ອນເຮັດວຽກ ຂອງປະທານາທິບໍດີ, ສະພາສູງ ແລະ ບັນດາສຳນັກງານສຳຄັນ ຂອງ ປະເທດລັດເຊຍ. ເຂດພື້ນທີ່ ທັງໝົດ ທີ່ໄດ້ໃຫ້ອະນຸຍາດ ເຂົ້າຢ້ຽມຊົມ ມີຫໍພິພິທະພັນ ປະ ຫວັດສາດ ວັດທະນະທຳແຫ່ງຊາດ ແກຣມລີ. ນີ້ແມ່ນບໍລິ ເວນກວ້າງໃຫຍ່ ຊຶ່ງລວມມີ ໂບດ, ສວນ, ພະລາຊະວັງ, ຫ້ອງ ວາງສະແດງ ແລະ ບັນດາວັດຖຸພັນ ວາງສະແດງຢູ່ກາງແຈ້ງ. 

ວັງ ແກຣມລີນ ເປັນກຸ່ມປ້ອມໝັ້ນ ຊຶ່ງຈາກທີ່ນີ້ ສາມາດແນມ  ເຫັນເຂດຈະຕຸລັດແດງ ຢູ່ນະຄອນຫຼວງ ມົສກູ. 


ໃນເບື້ອງຕົ້ນ, ແກຣມລີນ ເປັນໂຄງການດ້ານການທະຫານ ມີລະບົບກຳແພງທີ່ໝັ້ນຄົງ ກັບຫໍຍາມຫຼາຍແຫ່ງ. ຜ່ານການ ເວລາ,
ມັນໄດ້ເປີດກວ້າງກັບ ບັນດາໂຄງການໃໝ່ເຊ່ັນ ໂບດ, ວັງ ໃຊ້ເປັນບ່ອນ ດຳລົງຊີວິດຂອງບັນດາສະມາຊິກ ໃນວົງ ສານຸວົງ. 


ຢູ່ບໍລິເວນຫໍພິພິທະພັນ ແກຣມລີນ ມີໂບດຫຼາຍແຫ່ງ ທີ່ມີ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຊຶ່ງໄດ້ກໍ່ສ້າງເມື່ອ ຫຼາຍ ສະຕະວັດກ່ອນ.
ໃນພາບ: ໂບດ 12 ສາວົກ ຂອງ ພະເຍຊູ.



ຕຶກອາຄານຂອງສະພາສູງ ສ.ລັດເຊຍ ຕັ້ງຢູ່ໃນຂອບເຂດ ບໍລິ ເວນຂອງວັງ ແກຣມລີນ. 


ລະຄັງ ເຈົ້າຊີວິດ ໄດ້ຫຼໍ່ໃນໄລຍະປີ 1735-1737, ມີຄວາມ ສູງ 6 ແມັດ, ມີນຳ້ໜັກ 200 ໂຕນ. ແຕ່ວ່າ ລະຄັງຍັກໜ່ວຍ ນີ້
ຍັງບໍ່ທັນໄດ້ດັງກັງວານເທື່ອ ຍ້ອນມັນ ຖືກແຕກພາຍຫຼັງ ຫຼໍ່ສຳເລັດໄດ້ບໍ່ດົນ. ປ່ຽງແຕກຂອງລະຄັງໜ່ວຍນີ້ ມີນຳ້ໜັກ 11 ໂຕນ.



ຄຽງຂ້າງລະຄັງເຈົ້າຊີວິດ ແມ່ນປືນໃຫຍ່່ ເຈົ້າຊີວິດ ໄດ້ຫຼໍ່ຕາມ ຄຳສັ່ງ ຂອງພະເຈົ້າຊາ ລັດເຊຍ ແຟວໂດ ອີວານໂນວິກ ເມື່ອ ປີ 1586.
ປືນໃຫຍ່ເຈົ້າຊີວິດກະບອກນີ້ ມີລວງຍາວ ກວ່າ 5 ແມັດ, ມີນຳ້ໜັກ 39 ໂຕນ, ເສັ້ນຜ່າກາງ ຂອງ ເລົາ ປືນໃຫຍ່ 1,2 ແມັດ. 



ຍ່ານບັນຍາດກາດທີ່ສັກສິດຢູ່ພາຍໃນໂບດ ອູແປນສກີ.ກ່ອນ ໜ້ານີ້ ແມ່ນໂບດສຳຄັນທີສຸດຢູ່ ມົສກູ, ເປັນບ່ອນ
ອອກຖະ ແຫຼງການຂຶ້ນຄອງລາດ ຂອງທຸກໆພະເຈົ້າຊາ ລັດເຊຍ. 



ລະບົບໂບດທີ່ເກົ່າແກ່ ເປັນຈຸດເດ່ັນ ດຶງດູດຈັບໃຈ ນັກທ່ອງ ທ່ຽວທີ່ມາຢ້ຽມຢາມ. 


ສວນ ອາເລັກຊັງ ໂດຣບສກີ ໄດ້ຮັບຂະໜານນາມວ່າ ເປັນ ໜຶ່ງໃນບັນດາສວນສາທາລະນະ ທີ່ສວຍງາມທີສຸດຢູ່ ມົສກູ. ແສງແດດສີເຫຼືອງ
ໃນທ້າຍລະດູໃບໄມ້ຫຼົ່ນ ຍວງເຂົ້າ ສຸ່ມໃບ ໄມ້ ເບີຈ (ຕົ້ນໄມ້ຊະນິດໜຶ່ງມີເນື້ອໄມ້ຂາວ ແລະ ທົນທານ)
ເຮັດໃຫ້ທຳມະຊາດຢູ່ທີ່ນີມີຄວາມງາມ ຄືດັ່ງໃນພາບແຕ້ມ. 



ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກຢູ່ຕໍ່ໜ້າຫໍຄອຍ ໂຕຣຍ ສກາຍ ອາ ຂອງວັງ ແກຣມລີນ. 


ໂບດ ວາແຊລີ ຕັ້ງຢູ່ຄຽງຂ້າງ ຈະຕຸລັດແດງ, ຕໍ່ໜ້າກັບວັງ ແກຣມລີນ. ນີ້ແມ່ນໜຶ່ງໃນບັນດາໂບດທີ່ງາມທີສຸດຢູ່ມົສກູ. 


ວັງ ແກຣມລີນ ຢູ່ຄຽງຂ້າງຝັ່ງແມ່ນຳ້ ມົສກູ. 


ບັນດາໂບດທີ່ເກົ່າແກ່ ສ້າງຂຶ້ນພ້ອມກັບ ຄວາມງາມທີ່ເປັນ ເອກະລັກ ຂອງ ວັງ ແກຣມລີນ.


ເນື່ອງຈາກມີປະຫວັດສາດຄວາມເປັນມາທີ່ມາແຕ່ເຫິງນານ ແລະ ມີການສະຖາປັດຕະຍະກຳ ທີ່ເປັນເອກະລັກ, ວັງ ແກຣມລີນ
ຖືວ່າເປັນໜ່ຶງໃນບັນດາກິດຈະການ ທີ່ໃຫຍ່ ຍິ່ງ ທີສຸດ, ເປັນຄວາມເອກອ້າງທະນົງໃຈ ຂອງປະເທດ ລັດເຊຍ. 

ຫໍພິພິທະພັນ ແກຣມລີນ ມົສກູ ເປີດປະຕູ ຕ້ອນຮັບນັກ ທ່ອງ ທ່ຽວ ແຕ່ 10 ໂມງເຊົ້າ ຮອດ 17 ໂມງແລງ ໃນທຸກມື້. ກ່ອນ ເຂົ້າຢ້ຽມຊົມ, ນັກທ່ອງທ່ຽວຕ້ອງຊື້ປີ້ ຢູ່ຮ້ານຂາຍປີ້ ຕັ້ງ ຢູ່ເຂດ ສວນ ອາເລັກຊັງ ໂດຣບສກີ, ມໍ່ໆ ກັບຂົວ ໂຕຣຍສກີ (ໂມງ ເຮັດວຽກແຕ່ 9:30 ໂມງ -16:30 ໂມງ). ທາງເຂົ້າຫໍພິພິ ທະ ພັນ ແກຣມລີນ ສາມາດເຂົ້າທາງປະຕູໂຂງ ໂບໂຣວິສກີ ແລະ ໂຕຣຍສກີ. ທາງໄປຍັງວັງ ແກຣມລີນ ສະດວກທີ ສຸດ ແມ່ນ ໄປດ້ວຍລົດໄຟໃຕ້ດິນ ເຖິງສະຖານີລົດໄຟແຫ່ງຕ່າງໆ ເຊັ່ນ: ອາເລັກຊັງ ໂດຣບສກີ, ໂບໂຣວີ ສກາຍອາ, ຫໍສະໝຸດ ເລນິນ, ອາຣບາສກາຍອາ ແລະ ໂອໂຄນີ ຣີອາດ.

ດ້ວຍຄວາມສວຍງາມຢ່າງແສນໂດດເດັ່ນ ດ້ານສະຖາປັດຕະ ຍະກຳ, ວັງ ແກຣມລີນ ມົສກູ ຖືກຢູແນັສໂກ ຮັບຮອງວ່າ ເປັນ ມໍລະດົກໂລກ ເມື່ອປີ 1990. 
ບົດ ແລະ ພາບ: ເຈິ່ນຮ໋ຽວ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top