• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຄວາມປະທັບໃຈໃນລາຍການສະແດງ “Limitless -ບໍ່ມີຂີດຈຳກັດ”

ດ້ວຍຫົວຂໍ້ວ່າ “Limitless -ບໍ່ມີຂີດຈຳກັດ”, ນັກອອກແບບໜຸ່ມ15 ຄົນຂອງສະຖາປັນການອອກແບບ ແລະ ແຟຊັ່ນ ລອນດອນໄດ້ສ້າງຄວາມປະທັບໃຈຂຶ້ນໃຫ້ແກ່ຜູ້ຄັດເລືອກ ແລະ ໝູ່ສາມັນຊົນ ດ້ວຍຊຸດສະສົມຈົບຊັ້ນປີ 2016 ຂອງຕົນ. ລາຍການໄດ້ນຳມາສະເໜີບັນດາຊຸດອອກແບບທີ່ມີນິໄສເອກະຊົນ, ທັນສະໄໝ, ປະສານສົມທົບລະຫວ່າງ ແຟຊັ່ນຕາມທ້ອງຖະໜົນ ແລະ ແຟຊັນຮັບໃຊ້ງານລາຕີ ສຳລັບໃຫ້ແກ່ ລູກຄ້າຢູ່ໄວອາຍຸ 18-35 ປີ.
ຊຸດສະສົມນັກແຕ້ມ Frida ຂອງນັກອອກແບບ ຮວ່າງຢຸງຕູ໋ ມີລັກສະນະ punk ທີ່ທັນສະໄໝ, ພັນລະນາເຖິງນັກແຕ້ມ ເມກຊິກ ຄົນໜ່ຶງທີ່ມີຊ່ືສຽງ Frida Kahlo.

ດ້ວຍວິທີພິມ ດີຈິຕອນ, ປະສານສົມທົບກັບການແສ່ວດ້ວຍມື, ຊຸດສະສົມ “ຕຸກກະຕາ ລັດເຊຍ” ຂອງນັກອອກແບບ ເຈີ່ນຖຸຍຕຽນ ຫັນໄປເຖິງປະເພດລູກຄ້າມັກຄວາມປະດິດສ້າງ, ມີຄຸນລັກສະນະຂອງແມ່ຍິງ.
 
ຄຽງຂ້າງນັ້ນ, ນັກອອກແບບ ມາຍຢ້ຽວວີ ໄດ້ຫັນໄປເຖິງປະເພດລູກຄ້າທີ່ມີຄວາມມັກກັບແຟຊັ່ນຕາມທ້ອງຖະໜົນ ດ້ວຍຊຸດສະສົມ “ເທວະດາ 3 ອົງຂອງ ອິນເດຍ” ຖືຄວາມຮູ້ສຶກ ສະອອນໃຈຈາກບັນດາເທວະດາ, ຈັງຫວະເຕັ້ນ ແລະ ວັດທະນະທຳຂອງປະເທດ ອິນເດຍ. 

ຊຸດສະສົມ ເດ້ຍອີ (ຊາດໄມ້ພິເສດ) ຂອງນາງ ຫງວຽນທຸຈາງ ຫັນໄປເຖິງປະເພດລູກຄ້າເປັນແມ່ຍິງມັກຄວາມປະດິດສ້າງ,
ມີນິໄສເອກະຊົນ, ມີຄວາມຮັກມັກທຳມະຊາດ.



ຈຸດເດັ່ນໃນຊຸດສະສົມ ນັກແຕ້ມ Frida ແມ່ນໂສມໜ້າຂອງ Frida Kahlo ປະສານສົມທົບກັບດອກໄມ້ຢູ່ເຂດຮ້ອນ,
ສ້າງເປັນພາບແຕ້ມແຜ່ນໜຶ່ງທີ່ມີຊີວິດຊີວາ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ. 



ຊຸດສະສົມ ຈິດຕະກຳ  ລວມມີເຄື່ອງ tailoring ຫັນໄປເຖິງ ປະເພດລູກຄ້າທີ່ມີໄວອາຍຸແຕ່ 15-35 ປີ,
ເປັນຜູ້ມີຄວາມຮັກ
ມັກກັບສິລະປະຈິດຕະກຳ, ນັກດົນຕີ, ນັກຮ້ອງ, ນັກເດີນແບບ.



ນັກອອກແບບ ລືວຮວ່ຽນຈາງ ໄດ້ນຳໃຊ້ສີສັນທີ່ເກົ່າແກ່ ແລະ ວິທີພິມດີຈິຕອນ, ສົມທົບກັບການແສ່ວດ້ວຍມື,
ການກະທົບ 3D ເທິງຊຸດລາຕີ ເພື່ອປະດິດສ້າງຂຶ້ນບັນດາວາດແຕ້ມ ຢູ່ເທິງຊຸດເຄື່ອງນຸ່ງ. 



ຊຸດສະສົມຕຸກກະຕາ ລັດເຊຍ ຂອງນັກອອກແບບ ເຈີ່ນຖຸຍຕຽນ
ຫັນໄປເຖິງປະເພດລູກຄ້າ ທີ່ມັກຄວາມປະດິດສ້າງ, ມີຄຸນລັກສະນະຂອງແມ່ຍິງ.



ນັກອອກແບບ ຟ້າມກີ່ຢວຽນ ກັບຊຸດສະສົມ Spanish Fiesta ທີ່ຖືຄວາມຮູ້ສຶກສະອອນໃຈ
ຈາກລັກສະນະສະເພາະຂອງ
ວັດທະນະທຳ ແອສະປາຍ. 



ຊຸດສະສົມຂອງນັກອອກແບບ ມາຍຢ້ຽວວີ ຫັນໄປເຖິງປະເພດ
ລູກຄ້າມີຄວາມມັກກັບແຟຊ່ັນຕາມທ້ອງຖະໜົນ,​ ມີສີສັນສົດໃສ, ໄວອາຍຸແຕ່ 19-24 ປີ ແລະ ມັກຟັງເພງ hiphop.



ຊຸດສະສົມ ຟອງນຳ້ທະເລ ຂອງນັກອອກແບບ ດັ້ງແຄງລິງ ໄດ້ພັນລະນາເຖິງຊີວິດການເປັນຢູ່ຂອງທະເລ,
ສະແດງອອກ ຜ່ານຮູບພາບນາງເທວະດາປາ ແລະ ບັນດາເສັ້ນໂກ່ງ ຄືຟອງນຳ້ທະເລ. 



ຊຸດສະສົມ 15 ຊຸດໄດ້ຫັນໄປເຖິງປະເພດລູກຄ້າໄວອາຍຸນ້ອຍ,
ມີຄວາມໝັ້ນໃຈ ແລະ ມີນິໄສເອກະຊົນ.

 

ນອກຈາກນັ້ນ, ບັນດາຊຸດສະສົມຈິດຕະກຳຂອງນັກອອກແບບ ເຈີ່ນທິກ່ຽວຈິງ, ຮູບຮ່າງມີຫຼາຍຈຸລັງ ຂອງນັກອອກແບບ ຫງວຽນຢ້ຽວໝີ໋ລິງ, ຄວາມແຕກຕ່າງກັນຂອງນັກອອກແບບ ໂດ໋ຮ່ົງແຮ້ງ, ຄວາມຮູ້ສຶກສະອອນໃຈ ແອສະປາຍ ຂອງນັກອອກແບບ ຟ້າມກີ່ຢວຽນ ກໍ່ມີຄວາມຂະຫຍັນຂັນແຂງ, ໜຸ່ມໜ້ອຍ, ໄປທັນກັບທ່າອຽງແຟຊັ່ນທີ່ໃໝ່ສຸດ.
 
ຄຽງຂ້າງກັບການອອກແບບຕາມຄວາມຮູ້ສຶກສະອອນໃຈ ຈາກວັດທະນະທຳຂອງບັນດາປະເທດ ຕາເວັນອອກ-ຕາເວັນຕົກ, ບັນດາຊຸດສະສົມທີ່ເອົາມາສະແດງໃນການ ປ້ອງກັນບົດຈົບຊັ້ນປີນີ້ ຍັງຫັນໄປເຖິງແບບແຜນເລິກລັບ ຂອງຜູ້ຍິງ ແລະ ຄວາມເຂັ້ມແຂງຂອງຜູ້ຊາຍ. ໃນນັ້ນ ມີຊຸດສະສົມ ເດ້ຍອີ (ຊາດໄມ້ພິເສດ) ຂອງນັກອອກແບບ ຫງວຽນທຸຈາງ ໄດ້ອອກແບບຕາມຄວາມຮູ້ສຶກສະອອນໃຈ ຈາກເຫັດ ຫຼາຍຊະນິດ, ມີຮູບຊົງ, ຂະໜາດ ແລະ ຮ່າງປະກອບ 3D.

ຊຸດສະສົມ ນັກຮົບອະນາຄົດ ຂອງນັກອອກແບບ ຫງວຽນຫງອກຮວ່ຽນ ໄດ້ຖືແບບແຜນທີ່ທັນສະໄໝ ແລະ ຈິດໃຈທີ່ແຂງກ້າ, ວັດຖຸທາດໄດ້ນຳໃຊ້ໃນການອອກແບບແມ່ນ ໜັງ, ກຳມະຫຍີ່ ແລະ ຂົນ. ຫຼື ຊຸດສະສົມ ພາບຊີວິດຂອງແມ່ຍິງ ຂອງນັກ ອອກແບບ ລືວຮວ່ຽນຈາງ ໄດ້ອອກແບບຕາມຄວາມ ຮູ້ສຶກສະອອນໃຈຈາກພາບແຕ້ມແມ່ຍິງຄົນໜຶ່ງ ທີ່ມີອາຍຸແຕ່ 20-35 ປີ, ນັກອອກແບບ ລືວຮວ່ຽນຈາງ ໄດ້ປະດິດສ້າງຂຶ້ນຊຸດເຄື່ອງນຸ່ງ ທີ່ຫັນໄປເຖິງແມ່ຍິງເຮັດວຽກໃນຂົງເຂດປະດິດສ້າງດ້ວຍທັດສະນະທີ່ທັນສະໄໝ, ມີນິໄສເອກະຊົນ.
 
ອາດສາມາດເວົ້າໄດ້ວ່າ 15 ຊຸດສະສົມຂອງນັກອອກແບບ 15 ຄົນ ໄດ້ຈັດ “ງານລ້ຽງ” ແຟຊັ່ນ ທີ່ມີສີສັນພິເສດຂຶ້ນໃຫ້ແກ່ ບັນດາທ່ານຜູ້ຊົມທີ່ມາເຂົ້າຮ່ວມ.  


ຊຸດສະສົມ ເດ້ຍອີ ໄດ້ສ້າງຮູບຊົງທີ່ຕັບຕາດ້ວຍເຕັກນິກສານ
ແບບຫັດຖະກຳ, ພິມ ດີຈິຕອນ, ຕິດໝາກຕຸ້ມ.

 

ເສື້ອຜ້າອາພອນໃນຊຸດສະສົມຂອງນາງ ຫງວຽນທຸຈາງ
ໄດ້ເອົາ
ຄວາມຮູ້ສຶກສະອອນໃຈຈາກ
ຊາດໄມ້ພິເສດ  ໃນທຳມະຊາດ. 


ຊຸດສະສົມຂອງນາງ ຮວ່າງຢຸງຕູ ແມ່ນການປະສານສົມທົບ
ລະຫວ່າງແບບແຜນແຟຊັ່ນຕາມທ້ອງຖະໜົນ
ແລະ ແຟຊັ່ນ
ຮັບໃຊ້ງານລາຕີ.
.


ວັດຖຸຕົ້ນຕໍ່ທີ່ນັກອອກແບບ ຮວ່າງຢຸງຕູ ນຳໃຊ້ແມ່ນແພໄໝ, taffta ປະສານກັບສີສັນທ່ີຮຸ່ງເຮືອງເຫຼືອງເຫຼື້ອມຄື: ສີແດງ, ສີສົ້ມ, ສີເຫຼືອງ, ສີຂຽວ, ສີດຳ ແລະ ສີຂາວ.


ຊຸດສະສົມຂອງນາງ ເຈີ່ນທິກ່ຽວຈິງ
ໄດ້ເອົາຄວາມຮູ້ສຶກສະອອນໃຈຈາກສິລະປະຈິດຕະກຳ.

 


ສ້າງຄວາມຮູ້ສຶກສະອອນໃຈໃຫ້ນາງ ເຈີ່ນທິກ່ຽວຈິງ
ແມ່ນທ່ານ
Rowen Martinich,
ນັກແຕ້ມພາບ ກິດຕະກຳ ຍຸກປະຈຸບັນ. 


ຊຸດສະສົມຂອງນາງ ຫງອກຮວ່ຽນ
ໄດ້ເອົາຄວາມຮູ້ສຶກສະອອນໃຈຈາກນັກຮົບອະນາຄົນ,
ຖືແບບແຜນທີ່ທັນສະໄໝ ແລະ ຈິດໃຈເຂັ້ມແຂງແຮງກ້າ.


ນັກຮົບອະນາຄົດໃນຊຸດເສື້ອຜ້າອາພອນໃນງານລາຕີ
ດ້ວຍສີ
ຕົ້ນຕໍ່ແມ່ນສີດຳ, ປະສານສົມທົບ
ກັບໜັງທີ່ມີສີເຫຼື້ອມແລະ ຂົນສັດ. 


ນັກອອກແບບ ລືວຮວ່ຽນຈາງ ຢາກພັນລະນາເຖິງ ຄວາມສວຍງາມຂອງແມ່ຍິງໃນແຕ່ລະວິນາທີ ທີ່ເຂົາເຈົ້າຢູ່.
 


ຄວາມຮູ້ສຶກສະອອນໃຈໃນຊຸດສະສົມ
ແມ່ນທັດສະນະທີ່ ທັນສະໄໝ,
ປະສານສົມທົບກັບເສົ້ອຜ້າອາພອນແບບບູຮານ. 


ຊຸດສະສົມຂອງນັກອອກແບບ ເຈີ່ນຖຸຍຕຽນ ໄດ້ເອົາຄວາມຮູ້ສຶກສະອອນໃຈ ຈາກຕຸກກະຕາໄມ້ມູນເຊື້ອ
Matryoshka -ຈິດວິນຍານຂອງປະເທດ ລັດເຊຍ.


ນັກອອກແບບ ເຈີ່ນຖຸຍຕຽນ ໄດ້ປະສານສົມທົບບັນດາ ລາຍແຕ້ມມູນເຊື້ອຂອງ ລັດເຊຍ ດ້ວຍວິທີພິມ ດີຈີຕອນ,
ຕິດໝາກຕຸ້ມ ແລະ ແສ່ວດ້ວຍມື.


ຊຸດສະສົມຂອງ ຫງວຽນຫາຍບິ່ງ ໄດ້ເອົາຄວາມຮູ້ສຶກ
ສະອອນໃຈຈາກບັນດານັກສິລະປິນສະແດງລະຄອນກືກ.

 


ດ້ວຍການປະສານສົມທົບລະຫວ່າງ ລາຍ, Organza ແລະ ຮູບຊົງທີ່ລະອຽດ, ຊຸດສະສົມຖືຄວາມງາມແບບລຶກລັບ,
ແຕ່ງປະຫຼາດ.


ຊຸດສະສົມຂອງ ຫງວຽນຫາຍບິ່ງ ຫັນໄປເຖິງປະເພດລູກຄ້າ
ທີ່ມັກສິລະປະ, ຈິດຕະກຳ.

 


ຊຸດສະສົມ “ເທວະດາ 3 ອົງຂອງ ອິນເດຍ’’ ຂອງນັກອອກແບບມາຍຢ້ຽວວີ ໄດ້ເອົາຄວາມຮູ້ສຶກສະອອນໃຈຈາກສີສັນ, ຄວາມຮູ້ສຶກ ແລະ ຈິດວິນຍານຂອງ ອິນເດຍ.


ຊຸດສະສົມ “ເທວະດາ 3 ອົງຂອງ ອິນເດຍ” ຂອງນັກອອກແບບ ມາຍຢ້ຽວວີ ຖືຄວາມຮູ້ສຶກສະອອນໃຈຈາກບັນດາເທວະດາ, ຈັງຫວະເຕັ້ນ, ເສື້ອຜ້າອາພອນ
ແລະ ວັດທະນະທຳ ຂອງປະເທດ ອິນເດຍ. 


ນາງ ມາຍຢ້ຽວວີ ໄດ້ນຳໃຊ້ບັນດາລາຍແຕ້ມພິມ ດີຈີຕອນ ພ້ອມກັບເມັດ Sequins ແລະ ຕິດໝາກຕຸ້ມ, ຜ້າ taffeta, organza, metallic ແລະ ໃຍ spandex.
 


ຊຸດສະສົມຟ້ອງນຳ້ທະເລຂອງນາງ ດັ້ງແຄງລິງ ໄດ້ຖື ຄວາມຮູ້ສຶກຈາກມະຫາສະໝຸດ, ອີງຕາມຮູບຊົງຂອງບັນດາ ລາຍເສັ້ນເທິງແຜນທີ່, ສີສັ້ນຕົ້ນຕໍ່ແມ່ນສີຊຽວ, ລາຍແຕ້ມ 3D.


ແບບແຜນພິມ ດີຈີຕອນ ໄດ້ນຳໃຊ້ໃນການອອກແບບ ເພື່ອສ່ອງແສງເຖິງຄວາມເລິກ ແລະ ສີສັ້ນຂອງໜ້າກວ້າງ ມະຫາສະໝຸດ.

ບົດ: ເງິນຮ່າ - ພາບ: ເຈີ່ນແທງຢາງ


ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top