• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຄວາມຍອດຍິ່ງຂອງອ໋າວຢ່າຍ ແຈກສາ

ດ້ວຍການຮັກສາໄວ້ໝູ່ບ້ານອາຊີບມູນເຊື້ອ ກໍ່ຄືຂະຫຍາຍ ລະບົບຮ້ານຂາຍເຄື່ອງໃນບັນດາຖະໜົນໃຈກາງຂອງ ຮ່າໂນ້ຍ, ຜະລິດຕະພັນ ອ໋າຍຢ່າຍ ແຈກສາ (ຕາແສງ ຮວ່າເລີມ, ເມືອງ ອືງຮວ່າ, ຮ່າໂນ້ຍ) ພວມໄດ້ຮັບຄວາມນິຍົມຊົມຊື້ຂອງລູກຄ້າພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.
ເມື່ອມາຢາມເຮືອນທ່ານ ຫງຽມວັນດາດ, ປະທານສະຫະກອນ ຕັດຫຍິບຂອງໝູ່ບ້ານອາຊີບ ແຈກສາ, ຂ້າພະເຈົ້າຈຶ່ງໄດ້ເພິ່ນ ເລົ່າສູ່ໃຫ້ຟັງກ່ຽວກັບຕົ້ນກຳເນີດຂອງອາຊີບຕັດຫຍິບ ອ໋າວຢ່າຍມູນເຊື້ອຂອງ ແຈກສາ. ຜູ້ລິເລີ່ມອາຊີບຕັດຫຍິບຂອງໝູ່ບ້ານ ແຈກສາ ແມ່ນທ່ານນາງ ຫງວຽນທິແຊນ, ເມຍນ້ອຍຂອງ ເຈົ້າຊີວິດ ດິງຕຽນຮວ່າງ, ເພິ່ນໄດ້ຮຽນອາຊີບຕັດຫຍິບໃນ ພະລາຊະວັງ. ພາຍໜ້າ, ເພິ່ນໄດ້ພາພວກລູກລາອອກຈາກ ພະລາຊະວັງ, ກັບມາບ້ານ ແຈກສາ ແລະ ຖ່າຍທອດອາຊີບ ຕັດຫຍິບຄືນໃຫ້ຊາວບ້ານ. ຕາມການເວລາ, ຊາວບ້ານຫຼາຍຄົນມີຄວາມສະໜິດຕິດພັນກັບອາຊີຕັດຫຍິບ ອ໋າວຢ່າຍ ແຕ່ເຊັ່ນນີ້ໄປສູ່ເຊັ່ນໃໝ່ ແລະ ກາຍເປັນອາຊີບມູນເຊື້ອຂອງຊາວບ້ານ ຢູ່ທີ່ນີ້.
  
ທ່ານ ຫງວຽມວັນດາດ ໃຫ້ຮູ້ວ່າ ເພື່ອຕັດໄດ້ອ໋າວຢ່າຍຊຸດໜຶ່ງທີ່ສວຍງາມ, ຕ້ອງມີຄວາມລະອຽດລະອໍ ແຕ່ຂັ້ນຕອນການເລືອກແບບແຜນ, ສີສັນ ເຖິງບັນດາລາຍແຕ້ມປະດັບປະດາ. ແຕ່ປັດໄຈທີ່ສ້າງຂຶ້ນເຄື່ອງໝາຍການຄ້າ ອ໋າວຢ່າຍ ຂອງບ້ານແຈກສາ ແມ່ນປີກເສື້ອຍາມໃດກໍ່ອ່ອນນຸ້ມ ແລະ ອ່ອນໂຍນ. ຂັ້ນຕອນນີ້ ຮຽກຮ້ອງໃຫ້ຊ່າງຕັດຫຍິບຕ້ອງມີຄວາມ ລະມັດລະວັງໃນການວັດແຖກ ແລະ ຕັດ. ຫຼັງຈາກນັ້ນ, ມືຈັບເຂັມຫຍິບປີກເສື້ອແນວໃດໃຫ້ມັນສະເໝີລ້ວນ ແລະ ເສັ້ນໄໝຫຍິບນ້ອຍໆ. ຖ້າຫາກວ່າໃນເມື່ອກ່ອນ, ບັນດາ ຂັ້ນຕອນດັ່ງກ່າວ ພຽງແຕ່ເຮັດດ້ວຍມື, ສະນັ້ນ ຈຳນວນຜະລິດ ຕະພັນທີ່ເຮັດມາໃນມື້ໜຶ່ງບໍ່ໄດ້ຫຼາຍປານໃດ, ແຕ່ໃນປະຈຸບັນ, ດ້ວຍການຊ່ວຍເຫຼືອຂອງເຄື່ອງຈັກ, ຈຳນວນຜະລິດຕະພັນທີ່ເຮັດມາໃນມື້ໜຶ່ງ ບັນລຸໄດ້ 30-40 ຊຸດ, ຕອບສະໜອງໄດ້ຕໍ່ຄວາມຕ້ອງການສັ່ງຊື້ສິນຄ້າຂອງລູກຄ້າ. 

ທ່ານ  ຫງວຽມວັນດາດ, ປະທານສະຫະກອນຂອງໝູ່ບ້ານ
ອາຊີບ ຕັດຫຍິບ ອ໋າວຢ່າຍ ມູນເຊື້ອ ແຈກສາ.



ເພື່ອຕັດຫຍິບໄດ້ບັນດາຊຸດອ໋າວຢ່າຍທີ່ສວຍງາມ, ຊ່າງຕັດຫຍິບ
ແຈກສາ ຕ້ອງມີຄວາມລະອຽດລະອໍໃນທຸກໆ ຂັ້ນຕອນ, ເຮັດແນວໃດໃຫ້ມັນເໝາະສົມກັບຮູບຊົງຂອງຜູ້ຖື. 



ຫວ່າງແລ້ວນີ້, ຊ່າງຕັດຫຍິບ ແຈກສາ ຫັນໄປສູ່ການປະດິດສ້າງ ອ໋າວຢ່າຍ ແບບໃໝ່ ເພື່ອຮັບໃຊ້ໃຫ້ແກ່ຄວາມນິຍົມຂອງຜູ້ຖື.


ດ້ວຍປະສົບການຂອງຕົນ, ຊ່າງຕັດຫຍິບ ແຈກສາ ພຽງແຕ່ຫຍິບ
ເສື້ອເທື່ອໜຶ່ງແລ້ວລອງໃສ່ຜ້າກໍ່ສາມາດຕັດເສື້ອຜືນທີ່ສອງໄດ້.



ເພື່ອໃຫ້ປີກເສື້ອຍາມໃດກໍ່ອ່ອນນຸ້ມ ແລະ ອ່ອນໂຍນ, ຊ່າງຕັດຫຍິບເສື້ອ ແຈກສາ
ຕ້ອງແສ່ວດ້ວຍມືເພື່ອໃຫ້ ບັນດາລາຍແຕ້ມສະເໝີລ້ວນ ແລະ ເສັ້ນໄໝຫຍິບນ້ອຍໆ…



… ຫຼັງຈາກແສ່ວຮຽບຮ້ອຍແລ້ວ, ຊ່າງຕັດຫຍິບຕ້ອງກວດຄືນ, ຖ້າເຫັນປືກເສື້ອບໍ່ຊື່ ຈະໃຊ້ມີດຕັດໄໝຫຍິບແສ່ວຄືນ.


ອ໋າວຢ່າຍ ຫຼັງຈາກຫຍິບສຳເລັດແລ້ວ ຈະໄດ້ລີດໃຫ້ລຽບ
ກ່ອນທີ່ຈະເອົາໄປຂາຍຢູ່ຮ້ານ.



ເອື້ອຍ ຫງວຽນແທງບິ່ງ, ເຈົ້າຂອງຮ້ານຕັດຫຍິບ ອ໋າວຢ່າຍຫວິງຮ່າວ (ຖະໜົນ ເກົ່າໂງ໋, ຮ່າໂນ້ຍ)
ຍັງຮັກສາໄດ້ເຕັກນິກ
ການແຖກ, ຫຍິບເສື້ອມູນເຊື້ອຂອງໝູ່ບ້ານອາຊີບ ແຈກສາ.



ລູກຄ້າມາຕັດຫຍິບເສື້ອ, ເອື້ອຍ ບິ່ງ ພຽງແຕ່ເບິ່ງຮູບຊົງ ແມ່ນສາມາດຄິດອອກແບບແຜນທີ່ເໝາະສົມກັບລູກຄ້າແລ້ວ.


ບັນດາຮ້ານຕັດຫຍິບ ອ໋າວຢ່າຍ ຂອງຊາວບ້ານ ແຈກສາ ຢູ່ຖະໜົນໃຈກາງ
ຂອງ ຮ່າໂນ້ຍ ຍາມໃດກໍ່ມີຜູ້ມາສັ່ງຊື້ ນັບເປັນຈຳນວນຫຼວງຫຼາຍ. 

ຕາມຕົວເລກສະຖິຕິຂອງຄະນະກຳມະການປົກປ້ອງປະຊາຊົນຕາແສງ ຮວ່າເລີມ, ປະຈຸບັນ ແຈກສາ ມີ 70% ຄອບຄົວທຳ ອາຊີບຕັດຫຍິບ ອ໋າວຢ່າຍ, ດ້ວຍຜູ້ອອກແຮງງານປະມານ 600 ຄົນ,​ ລາຍຮັບ 5-6 ລ້ານດົ່ງ/ຄົນ/ເດືອນ. ໂດຍຈຸດປະສົງຢາກ ເຮັດໃຫ້ເຄື່ອງໝາຍການຄ້າ ອ໋າວຢ່າຍ ແຈກສາ ນັບມື້ນັບ ພັດທະນາຂຶ້ນ, ແຈກສາ ໄດ້ສ້າງຕັ້ງສະຫະກອນໝູ່ບ້ານອາຊີບຕັດຫຍິບເມື່ອປີ 2011 ດ້ວຍສະມາຊິກ 27 ຄົນ. ນັບຕັ້ງ ແຕ່ໄດ້ສ້າງຕັ້ງຂຶ້ນມາເຖິງປະຈຸບັນ,  ສະຫະກອນໝູ່ບ້ານອາຊີບຕັດຫຍິບ ແຈກສາ ໄດ້ມີຫຼາຍການເຄ່ືອນໄຫວເພື່ອໂຄສະນາອາຊີບຕັດຫຍິບມູນເຊື້ອຂອງບ້ານ ມາຍັງຕະຫຼາດພາຍໃນ ແລະ ສາກົນຄື: ເຂົ້າຮ່ວມງານມະໂຫລານ ອ໋າວຢ່າຍ 2011 ແລະ 2012; ງານມະໂຫລານວັດທະນະທຳທ່ອງທ່ຽວໝູ່ບ້ານອາຊີບມູນເຊື້ອ ຮ່າໂນ້ຍ ປີ 2015… ສິ່ງດັ່ງກ່າວ ໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ໝູ່ບ້ານອາຊີບແຫ່ງນີ້, ພ້ອມກັນນັ້ນ ກໍ່ສ້າງທິດທາງໃໝ່ ທີ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ອາຊີບມູນເຊື້ອດ່ັງກ່າວ.
  
ດ້ວຍປະສົບການຂອງຕົນ, ຊາວບ້ານ ແຈກສາ ຫຼາຍຄົນ ກໍ່ຍ້າຍໄປເປີດຮ້ານຕັດຫຍິບ ອ໋າວຢ່າຍ ຢູ່ ຮ່າໂນ້ຍ. ປະຈຸບັນ, ຮ້ານຕັດຫຍິບ ອ໋າວຢ່າຍ ຢູ່ຖະໜົນ ເລືອງວັນການ, ເຄີມທຽນ, ເກົ່າໂງ໋, ໂພເຫວ້ ສ່ວນຫຼາຍແມ່ນຂອງຊ່າງຕັດຫຍິບ ແຈກສາ. ຕາມການແນະນຳຂອງທ່ານ ດາດ, ພວກຂ້າພະເຈົ້າມາຫາຮ້ານຕັດຫຍິບ ອ໋າວຢ່າຍ ຫວິງຮ່າວ (82 ເກົ່າໂງ໋, ຮ່າໂນ້ຍ). ເອື້ອຍ ຫງວຽນແທງບິ່ງ, ເຈົ້າຂອງຮ້ານຕັດຫຍິບ ອ໋າວຢ່າຍ ຫວິງຮ່າວໃຫ້ຮູ້ວ່າ ຄອບຄົວລາວມີເວລາທຳອາຊີບຕັດຫຍິບ ອ໋າວຢ່າຍ ມາເປັນເວລາ 70 ປີແລ້ວ. ລາວໄດ້ເຮັດຕາມເຕັກນິກການຕັດຫຍິບ ອ໋າວຢ່າຍ ແຈກສາ ຂອງພໍ່ຖ່າຍທອດຄືນໃຫ້. ມີລູກຄ້າບາງຄົນມາສັ່ງຊື້, ລາວພຽງແຕ່ເບິ່ງຮູບຊົງກໍ່ສາມາດຄິດອອກແບບແຜນທີ່ເໝາະສົມກັບເຂົາເຈົ້າແລ້ວ. ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ຮ້ານຕັດຫຍິບ ອ໋າວຢ່າຍ ຂອງລາວ ດຶງດູດໄດ້ລູກຄ້າມາສັ່ງຊື້ ນັບມື້ນັບຫຼາຍຂຶ້ນ.
  
ດ້ວຍການປົກປັກຮັກສາໝູ່ບ້ານອາຊີບຕັດຫຍິບ ອ໋າວຢ່າຍ ມູນເຊື້ອ ແລະ ພັດທະນາບັນດາຮ້ານຕັດຫຍິບຢູ່ບັນດາຖະໜົນ ໃຈກາງຂອງ ຮ່າໂນ້ຍ, ບັນດາຜະລິດຕະພັນ ອ໋າວຢ່າຍ ແຈກສາໄດ້ຮັບຄວາມນິຍົມຊົມຊື້ຂອງລູກຄ້າຢູ່ ຮ່າໂນ້ຍ, ຫາຍຟ່ອງ, ນະຄອນ ໂຮ່ຈີມິນ… ແລະ ສົ່ງອອກໄປສູ່ບັນດາຕະຫຼາດສາກົນຄື: ອາເມລິກາ, ໄທ, ຊູແອດ ແລະ ອື່ນໆ.

ປະຕິບັດໂດຍ: ເງິນຮ່າ - ແຄງລອງ 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top