• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຄວາມຍອດຍິ່ງ ຂອງມວຍ ຫວຽດ

ຖ້າຄົນ ຈີນ ມີຄວາມເອກອ້າງທະນົງໃຈ ກັບ ບັນດາວິຊາມວຍ ພື້ນເມືອງຄື: ຖຽວເລີມ, ຫງາມີ, ຫວໍດາງ; ຄົນ ຍີ່ປຸ່ນ ມີ ວິຊາ ມວຍ Karate, Kendo, Sumo; ຄົນ ເກົາຫຼີ ມີວິຊາມວຍ Taekwondo; ຄົນ ອິນໂດເນເຊຍ, ມາເລເຊຍ ມີວິຊາມວຍ Pencat Silat, ຄົນ ກຳປູເຈຍ ມີວິຊາມວຍ Botakor... ແຕ່ ຄົນ ຫວຽດນາມ ມີສິດເອກອ້າງ ທະນົງໃຈ ຕໍ່ບັນດາວິຊາມວຍ ພື້ນເມືອງ ທີ່ມີຊື່ສຽງຄື: ບິ່ງດິ້ງ, ເຍີດນາມ, ເຕິນແຄງ-ບ່າຈ່າ, ແບກໂຫ, ບິ່ງດິງ ຊາ ລອງ ເກືອງ, ວໍວີນາມ ... ແລະ ຮ້ອຍກວ່າ ວິຊາມວຍຕ່າງໆ​ ໃນສົມບັດມວຍ ພື້ນເມືອງທີ່ຍິ່ງໃຫຍ່ ຂອງ ຕົນ. 
ຄວາມຍອດຍິ່ງ ຂອງມວຍ ຫວຽດ
ມວຍພື້ນເມືອງ ຫວຽດນາມ ແມ່ນ ມໍລະດົກ ດ້ານວັດທະນະທຳມູນເຊື້ອ ຂອງຄົນ ຫວຽດນາມ, ເປັນຊື່ເອີ້ນລວມຂອງບັນດາ ວິຊາມວຍ ໂດຍຄົນ ຫວຽດນາມ ປະດິດຄິດສ້າງຂຶ້ນ ຫຼື ບັນດາວິຊາມວຍ ທີ່ນຳເຂົ້າ ຫວຽດນາມ ແຕ່ໄດ້ຄົນ ຫວຽດ ດັດແປງ ໃຫ້ແທດເໝາະກັບສະຖານະຂອງຮ່າງກາຍ, ວັດທະນະທຳ, ທິດສະດີມວຍຂອງຄົນ ຫວຽດນາມ ແລະ ໄດ້ສືບທອດກັນມາຫຼາຍລຸ້ນຄົນ ໃນປະຫວັດສາດຕະຫຼອດເວລາຫຼາຍພັນປີຂອງ ຊົນຊາດ. 

ຜ່ານເວລານັບພັນປີ, ຄົນ ຫວຽດ ໄດ້ສ້າງພື້ນຖານການ ວິຊາ ມວຍ ຢ່າງຮອບດ້ານ ສົມບູນແບບປະກອບມີ: ຫວໍຫຼີ (ທິດສະ ດີການຕີມວຍ), ຫວໍເຫຼ (ການໄຫວ້ຄູ), ຫວໍດ້າວ (ການຕໍ່ສູ້ ທີ່ ມີຈັນຍາບັນ), ຫວໍກິງ (ເຕັກນິກການຕໍ່ສູ້ເພື່ອຊະນະຄູ່ແຂ່ງ), ຫວໍກື (ການຄັດເລືອກ), ຫວໍເຈີ້ນ (ການນຳໃຊ້ໃນສະໜາມ ຮົບ), ຫວໍທວດ (ການຕີຕໍ່ສູ້), ຫວໍອີ (ເພື່ອປິ່ນປົວສຸຂະພາບ), ຫວໍຍາກ (ມວຍປະກອບເພງ) ແລະ ຫວໍຟຸກ (ມວຍຕົ້ນແບບ). 

ທາງດ້ານເຕັກນິກ, ມວຍພື້ນເມືອງ ຫວຽດນາມ ບໍ່ຖື ຄວາມ ສວຍງາມໃນທ່າການຕໍ່ສູ້ເປັນສິ່ງສຳຄັນ, ແຕ່ກໍ່ບໍ່ໜັກໄປ ທາງ ເຂັ້ມແຂງຄືຫຼາຍວິຊາມວຍຕ່າງໆ ໃນໂລກ. ມວຍພື້ນເມືອງ ຫວຽດນາມ ມີທ່າຕໍ່ສູ້ຢ່າງມີໄຫວພິກ, ແທດເໝາະກັບ ສະຖານະຂອງຮ່າງກາຍ ແລະ ເງື່ອນໄຂຕົວຈິງຂອງຄົນ ຫວຽດ. ເພາະສະນັ້ນ, ທິດສະດີທີ່ເປັນພື້ນຖານຂອງ ມວຍພື້ນເມືອງ ຫວຽດນາມ ແມ່ນເອົາຄວາມອ່ອນແອ ຊະນະຄວາມແຂງແຮງ, ເອົາໜ້ອຍຊະນະຫຼາຍ, ເອົາສັ້ນຊະນະຍາວ, ບຸກໂຈມຕີເພື່ອປ້ອງກັນຕົວ,​ ທ່າຕໍ່ສູ້ງ່າຍແຕ່ມີປະສິດທິຜົນ; ເວລາບຸກໂຈມຕີຈະໄວ, ທ່າຕໍ່ສູ້ຈະປ່ຽນເປັນຫຼາຍຮູບແບບ, ເວລາຕັ້ງທ່າຮັບ ຈະປິດບັງ ແລະ ແໜ້ນແຟ້ນ, ສະນັ້ນ ຈຶ່ງມີຄວາມຕໍ່ສູ້ຕົວຈິງສູງ. 


ເຍີດນາມ-ວິຊາມວຍພິເສດຂອງຄົນ ຫວຽດ ໄດ້ດຶງດູດນັກຮຽນມວຍ ເປັນຄົນຕ່າງປະເທດ ມາຮຽນດ້ວຍຈຳນວນຫຼາຍ. ພາບ: ເອກະສານ VNP


ຂໍ້ສອກ, ຫົວເຂົ່າ ແມ່ນບັນດາທ່າຕີໂຫດຮ້າຍສາມານຂອງມວຍ
ພື້ນເມືອງ ຫວຽດນາມ. ພາບ: ແທງຢາງ/
VNP


ລາຍມວຍ ໄມ້ຄ້ອນ, ວິຊາມວຍທີ່ຈຳຕ້ອງໃນການສອບເສັງ ຈໍຫງວຽນ ໃນສະໄໝກ່ອນ ໄດ້ນິກາຍມວຍ ກີ່ເຊີນ ຢູ່ຖະໜົນເກົ່າ ໂຮ້ຍອານ (ກວາງນາມ) ອະນຸລັກຮັກສາ ແລະ ພັດທະນາ. ພາບ: ເອກະສານ VNP


ລາຍມວຍ ໄຫ, ເປັນຫົວຄິດປະດິດສ້າງພິເສດ ແລະ ສະເພາະຂອງແຜ່ນດິນມວຍ ຖູເຢົ່າໝົດ,
ບ່ອນທີ່ມີໝູ່ບ້ານອາຊີບຜະລິດ ໄຫ ມີຊື່ສຽງຢູ່ແຂວງ ບິ່ງເຢືອງ. ພາບ: ເອກະສານ
VNP


ຊອງທຽດ (ອາວຸດຊະນິດໜຶ່ງທີ່ມີ 2 ໜ່ວຍໄດ້ເຮັດດ້ວຍເຫຼັກກ້າ), ເປັນອາວຸດປະເພດໜຶ່ງທີ່ກະທັດຫັດເບົາບາງ, ໄຫວພິບ, ມີລັກສະນະເຮັດໃຫ້ບາດເຈັບສູງ, ເໝາະກັບການສູ້ຮົບໃນໄລຍະໄກ, ໂດຍອາຈານມວຍ ເລວັນກຽນ, ຫົວໜ້າຄູຝຶກຂອງນິກາຍມວຍ ນາມຕົງ ຢູ່ນະຄອນ ໂຮ່ຈີມິນ ເປັນຜູ້ປະດິດຂຶ້ນມາ. ພາບ: ເອກະສານ VNP


ນອກຈາກຈຸດດີເດັ່ນແມ່ນມີທ່າຕີຢ່າງໂຫດຮ້າຍສາມານ, ມີລັກສະນະສູ້ຮົບສູງ, ມວຍພື້ນເມືອງ ຫວຽດນາມ ຍັງມີບັນດາ ວິທີການຝຶກຝົນ ຈີ້ກົງ
(ການຝຶກຝົນຮ່າງກາຍປະເພດໜຶ່ງ ລວມມີ ການຝຶກຫາຍໃຈ ແລະ ຮ່າງກາຍ), ຊ່ວຍເຮັດໃຫ້ຮ່າງກາຍສາມາດ
ອົດທົນຕໍ່ການທຳລາຍໄດ້ຢ່າງເຫຼືອເຊື່ອ. ພາບ: ແທງຢາງ/
VNP


ມວຍພື້ນເມືອງ ຫວຽດນາມ ມີນິກາຍມວຍທັງໝົດກວ່າ 100 ແຫ່ງ,
ແຕ່ລະແຫ່ງຈະມີຈຸດດີເດັ່ນ ແລະ ເຂດລັບຂອງຕົນເອງໂດຍ ສະເພາະ.
ພາບ: ເອກະສານ VNP
 

ປະເພດການແຂ່ງຂັນວິຊາມວຍ Vovinam ທີ່ງານ ມະຫາກຳກິລາ
ທົ່ວປະເທດ ຄັ້ງທີ
VIII 2019. ພາບ: VNA

ການນຳໃຊ້ອາວຸດ ກໍ່ຄືກັນ, ນອກຈາກທະນູ, ມີດ, ດາບ... ຄົນ ຫວຽດ ຍັງປະດິດຄິດສ້າງ ອາວຸດ (ເອກະລັກ) ຫຼາຍຊະນິດ ທີ່ ບໍ່ເຄີຍເຫັນ ໃນພື້ນຖານມວຍ ຂອງບັນດາປະເທດ. ຄົນ ຫວຽດ ຍັງມີ ຄວາມສາມາດ ໃນການນຳໃຊ້ເຄື່ອງມື ທີ່ມີໃນ ການດຳລົງຊີວິດປະຈຳວັນຄື: ຈົກ, ສຽມ, ໄມ້ພາຍ, ໄມ້ຄານ, ຕັ່ງ, ບັ້ງສູບຢາ, ໄຫ, ຜ້າພັນຄໍ... ໄດ້ກາຍເປັນອາວຸດທີ່ມີປະໂຫຍດ ເພື່ອປ້ອງກັນຕົວ ໃນເວລາ ມີເກີດເລື່ອງຂຶ້ນ. 

ກ່ຽວກັບເບື້ອງລັດ, ບັນດາລາຊະວົງໃນເມື່ອກ່ອນ ໄດ້ຖືສຳ ຄັນວິຊາອາຊີບມວຍ, ຕົວຢ່າງ ສະໄໝເຈົ້າຊີວິດ ເຈິ່ນ (ສະຕະວັດ ທີ 13)  ໄດ້ເປີດສະໜາມມວຍ ຖືເປັນບ່ອນຝຶກຝົນ, ຫຼໍ່ຫຼອມມວຍ ໃຫ້ຄົນຢູ່ໃນລາຊະວົງ; ໃນສະໄໝເຈົ້າຊີວິດ ເລ (ສະຕະວັດທີ 18) ແລະ ເຈົ້າຊີວິດ ຫງວຽນ (ສະຕະວັດທີ 19), ນອກຈາກຈັດຕັ້ງການແຂ່ງຂັນມວຍ ເພື່ອຄັດເລືອກເອົາຜູ້ທີ່ເກັ່ງກ້າໃຫ້ແກ່ປະເທດຊາດ, ແຕ່ຍັງໃຫ້ກໍ່ສ້າງຫໍວິຫານເພື່ອບັນທຶກລາຍຊື່ຜູ້ທີ່ມີຜົນງານດີເດັ່ນໃນວິຊາມວຍ. 

ຈາກບັນດາຄຸນຄ່າດັ່ງກ່າວ, ຮອງ ສຈ.ປອ ຮວ່າງວິ໊ງຢາງ, ຮອງປະທານຄະນະກຳມະການ ໂອແລມປິກ ຫວຽດນາມ, ປະທານສະຫະພັນມວຍພື້ນເມືອງ ຫວຽດນາມ, ປະທານສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າຈາກການຕົກລົງຂອງລັດຖະບານ, ສະຫະພັນພວມ ພະຍາຍາມປະຕິບັດຫຼາຍແຜນການ ທີ່ມີຍຸດທະສາດ ໃນໄລຍະຍາວ ເພື່ອຟື້ນຟູ, ອະນຸລັກຮັກສາ, ພັດທະນາ ແລະ ເພ່ີມທະວີການ ໂຄສະນາມວຍພື້ນເມືອງ ຫວຽດນາມ ອອກສູ່ໂລກພາຍນອກ ຄື: ເຂົ້າຮ່ວມການສ້າງແຜນ “ອະນຸລັກຮັກສາ ແລະ ພັດທະນາ ມວຍ ພື້ນເມືອງ ຫວຽດນາມ ເຖິງປີ 2020”; ສ້າງຕັ້ງ ສະຖາບັນ ມວຍພື້ນເມືອງ ຫວຽດນາມ; ສ້າງຕັ້ງສະພາ ອາຈານມວຍ ພື້ນເມືອງ ຫວຽດນາມ ລວມມີບັນດາອາຈານມວຍ ທີ່ມີຊື່ສຽງ ເພື່ອປະຕິບັດການພິຈາລະນາ, ຄົ້ນຄວ້າ ບັນດາລາຍມວຍ ທີ່ ເກົ່າແກ່, ບັນດາເຕັກນິກ, ທ່າການຕໍ່ສູ້ ໃນທົ່ວປະເທດ; ສ້າງ ແລະ ເຮັດໃຫ້ສົມບູນລະບົບການແຂ່ງຂັນ ແລະ ສະແດງມວຍພື້ນເມືອງ ຫວຽດນາມ; ສ້າງລະບົບການ ແຂ່ງຂັນລະດັບທະວີບ ແລະ ສາກົນ.

ດ້ວຍບັນດາຄຸນຄ່າທີ່ມີຄວາມເປັນເອກະລັກສະເພາະ, ມວຍ ພື້ນເມືອງ ຫວຽດນາມ ມີຄວາມເອກອ້າງທະນົງໃຈ ທີ່ສາມາດ ທຽບເທົ່າກັນກັບບັນດາພື້ນຖານມວຍພື້ນເມືອງ ທີ່ມີຊື່ສຽງໃນ ໂລກ. 

ປັດຈຸບັນ, ທົ່ວປະເທດມີສະໜາມມວຍກວ່າ 700 ແຫ່ງ, ສະ ໂມສອນ, ໂຮງຮຽນສອນມວຍ ກວ່າ 100 ແຫ່ງພວມເຄື່ອນ ໄຫວ, ດຶງດູດນັກຮຽນມວຍ ປະມານ 60.000 ຄົນເຂົ້າ ຮ່ວມ ການຝຶກແອບ ກັບອາຈານມວຍຂັ້ນ 18 ປະມານ 600 ຄົນ, ຄູຝຶກມວຍ ຂັ້ນ 17 ປະມານ 500 ຄົນ ແລະ ຄູຝຶກມວຍຂັ້ນ 15-16 ປະມານ 550 ຄົນ.
(ແຫ່ຼງ: ແຜນຮ່າງ “ອະນຸລັກຮັກສາ ແລະ ພັດທະນາມວຍ ພື້ນ ເມືອງ ຫວຽດນາມ ເຖິງປີ 2020”
ຂອງ ກົມໃຫຍ່ ກາຍະກຳ ແລະ ກິລາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ)

ຄວາມດູດດຶງຂອງມວຍ ຫວຽດ ໃນໂລກ
ຄາດວ່າ ປັດຈຸບັນ, ທົ່ວໂລກມີສູນບຳລຸງສ້າງ, ຝຶກແອບມວຍພື້ນເມືອງ ຫວຽດນາມ ກວ່າ 400 ແຫ່ງ ໃນເກືອບ 50 ປະເທດ ແລະ ເຂດແຄວ້ນ, ດ້ວຍການເຂົ້າຮ່ວມເປັນປະຈຳ ຂອງນັກ ຮຽນ ຫຼາຍພັນຄົນ, ໃນນັ້ນມີອາຈານມວຍ, ຜູ້ຊ່ຽວຊານ, ຄູຝຶກມີລະດັບສູງເກືອບ 1.000 ຄົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນ ວ່າ ມວຍພື້ນເມືອງ ຫວຽດນາມ ມີຄວາມດູດດຶງໃຈ ສຳລັບ ປະຊາຄົມ ຜູ້ມີຄວາມມັກຮັກມວຍ ໃນໂລກ. 

ກ່ອນປີ 1975, ມວຍພື້ນເມືອງ ຫວຽດນາມ ໄດ້ມີໜ້າຢູ່ບາງປະເທດ ໃນໂລກ, ສ່ວນຫຼາຍແມ່ນຍ້ອນອາຈານມວຍ ຫວຽດນາມ ຍ້າຍໄປຢູ່ຕ່າງປະເທດ ແລ້ວເປີດສອນມວຍໃຫ້ຊາວ ຫວຽດນາມ ແລະ ຊາວຕ່າງປະເທດ ທີ່ພວມອາໄສ ຢູ່ທີ່ນັ້ນ. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍທ້ອນໂຮມເປັນໜຶ່ງດຽວ, ພິເສດແມ່ນເມື່ອສະຫະພັນມວຍພື້ນເມືອງ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1991 ແລະ ສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ (WFVV) ໄດ້ສ້າງຕັ້ງຂຶ້ນເມື່ອປີ 2015, ການຖ່າຍທອດ ແລະ ຝຶກແອບມວຍພື້ນເມືອງ ຫວຽດນາມ ໃນໂລກ ໄດ້ພັດທະນາຂຶ້ນຢ່າງແຂງແຮງ. ບໍ່ພຽງແຕ່ອາ ຈານມວຍ ຫວຽດນາມ ຫຼາຍຄົນ ໄດ້ສົ່ງໄປສອນມວຍ ຢູ່ຕ່າງ ປະເທດເທົ່ານັ້ນ, ແຕ່ຍັງມີ ອາຈານມວຍ ຄົນຕ່າງປະເທດຫຼາຍຄົນ ໄດ້ມາ ຫວຽດນາມ ເພື່ອຊອກຮູ້ກ່ຽວ ກັບຄວາມຍອດຍິ່ງຂອງມວຍ ຫວຽດ ອີກດ້ວຍ. 


ອາຈານມວຍ ຫງວຽນມວຍຈິງ, ພັນລະຍາຂອງອາຈານມວຍ Stephane Lesoil, ເປັນນັກກິລາຂອງສະຫະພັນມວຍພື້ນເມືອງນະຄອນ ໂຮ່ຈີມິນ, ເຄີຍໄດ້ຮັບຫຼາຍຜົນງານອັນດີເດັ່ນ ດ້ວຍຫຼາຍບົດມວຍທີ່ປະທັບໃຈ. ພາບ: ເຊີນເຫງ້ຍ/VNP


ອາຈານມວຍ Stephane Lesoil ພວມ ແນະນຳທ່າຂັດມືຄູ່ຕໍ່ສູ້ .ພາບ: ເຊີນເຫງ້ຍ/VNP


 
ວິຊາມວຍ ເຍີດນາມ ໄດ້ນັກກິລາຢູ່ຫຼາຍປະເທດ ຂຶ້ນກັບສະຫະພາບ ໂຊວຽດ ນິຍົມຮຽນແບບພິເສດ. ພາບ: ເອກະສານຂອງ VNP


ນັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ຝຶກແອບຕາມຫຼັກສູດ
ລວມຂອງມວຍພື້ນເມືອງ ຫວຽດນາມ, ນອກຈາກນັ້ນ ຍັງມີບັນດາ ບົດມວຍສະເພາະຂອງນິກາຍມວຍອີກດ້ວຍ. 
ພາບ: ເຊີນເຫງ້ຍ/VNP


ປີ 2015, ສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ ໄດ້ຮັບການ
ສ້າງຕັ້ງ, ກາຍເປັນອົງການຈັດຕັ້ງຫຼວງ, ຖືກຕ້ອງຕາມກົດໝາຍ, ເປັນຫຼັງເຮືອນລວມ ໃຫ້ແກ່ປະຊາຄົມສາກົນ, ຜູ້ທີ່ມີຄວາມຮັກມັກ
ກັບມວຍພື້ນເມືອງ ຫວຽດນາມ. ພາບ: ແທງຢາງ/
VNP

ຜູ້ທີ່ນຳໜ້າໃນການເຜີຍແຜ່, ແນະນຳມວຍພື້ນເມືອງ ຫວຽດນາມ ອອກສູ່ຕ່າງປະເທດເຊັ່ນ: ອາຈານມວຍ ເລກິມຮວ່າ (ຫົວໜ້າຄູຝຶກຂອງນິກາຍມວຍ ແທງລອງ ຫວໍດ້າວ), ອາຈານມວຍ ໂງຊວນບິງ (ຫົວໜ້າຄູຝຶກຂອງ ນິກາຍມວຍ ແທງລອງ ເຍີດນາມ), ອາຈານມວຍ ເລີມແທ່ງແຄ໋ງ (ຫົວໜ້າ ຄູ ຝຶກຂອງນິກາຍມວຍ ໂຮ່ງຢາກວ່ຽນ), ອາຈານມວຍ ເລດິ່ງລອງ (ຫົວໜ້າຄູຝຶກຂອງ ນິກາຍມວຍ ກິມເກ ໄຕເລິນຍ້ານ). 

ປີ 2016, ທ່ານ Thomas Bach, ປະທານຄະນະກຳມະການ ໂອແລມປິກ ສາກົນ (IOC) ໄດ້ມາ ຫວຽດນາມ ເພື່ອເຂົ້າຮ່ວມ Asian Beach Games ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ດ່າໜັງ, ເນື່ອງໃນໂອກາດນີ້, ເພິ່ນມາຢ້ຽມຢາມສະໜາມມວຍແບກ ໂຫເລີມ ຂອງອາຈານມວຍ ໂຮ່ມັນຢາວ ຢູ່ ດ່າໜັງ. ເພິ່ນ ຮູ້ສຶກແປກໃຈຕໍ່ບັນຍາກາດທີ່ຟົດຟື້ນໃນການຝຶກແອບມວຍຂອງ ປະຊາຊົນ ທຸກລຸ້ນຄົນຢູ່ທີ່ນີ້. ເພິ່ນໃຫ້ຄຳສັງເກດວ່າ ນີ້ແມ່ນແບບຢ່າງເພື່ອໃຫ້ບັນດາປະເທດທີ່ມີມວຍ ພື້ນເມືອງ ມາຄົ້ນຄວ້າ, ຮຽນແບບ ເພື່ອອະນຸລັກຮັກສາ ແລະ ພັດທະນາວິຊາມວຍຂອງຕົນ. 

ເຖິງປັດຈຸບັນ, ຫວຽດນາມ ເຄີຍຈັດງານມະຫາກຳ, ການແຂ່ງຂັນລະດັບສາກົນ ກ່ຽວກັບ ມວຍພື້ນເມືອງ ຫວຽດນາມ ຫຼາຍຄັ້ງ, ໃນນັ້ນ ມີການແຂ່ງຂັນມວຍພື້ນເມືອງ ຫວຽດນາມ ລະດັບໂລກ 2 ຄັ້ງ ເມື່ອປີ 2016 ແລະ 2018. ເດືອນ ພຶດສະພາ 2019, ຫວຽດນາມ ຈັດການແຂ່ງຂັນ ຊີງຂັນ ມວຍພື້ນເມືອງ ໂລກ ຄັ້ງທີ 1 ຢູ່ນະຄອນ Marseille, ປະເທດ ຝຣັ່ງ. ເຫດການດັ່ງກ່າວ ໄດ້ດຶງດູດນັກມວຍ, ອາຈານມວຍ, ນັກຄົ້ນຄວ້າມວຍ ຈຳນວນຫຼາຍພັນຄົນທີ່ມາຈາກ 5 ທະວີບເຂົ້າຮ່ວມ. 

ປັດຈຸບັນ, ນອກຈາກວິຊາມວຍ Vovinam ເຄີຍໄດ້ເຂົ້າຮ່ວມ ໃນການແຂ່ງຂັນໃນ SEAGames (2011, 2013) ຢ່າງເປັນທາງການ, Asian Beach Games 2015 ແລະ ຄາດວ່າ ຈະ ສືບຕໍ່ເຂົ້າຮ່ວມ ການແຂ່ງຂັນ SEAGames ຄັ້ງທີ 30 ເຊິ່ງຈະຈັດຂຶ້ນ ໃນທ້າຍປີ 2019 ຢູ່ປະເທດ ຟີລິບປິນ. ຫວຽດນາມ ພວມຊອກຫາວິທີ ເພື່ອເຮັດໃຫ້ Vovinam ແລະ ວິຊາມວຍພື້ນເມືອງຈຳນວນໜຶ່ງ ກາຍເປັນປະເພດກິລາໜຶ່ງ ທີ່ບໍ່ພຽງແຕ່ ໄດ້ເຂົ້າຮ່ວມໃນ ການແຂ່ງຂັນໃນ SEAGames ເທົ່ານັ້ນ, ແຕ່ຍັງໄດ້ເຂົ້າຮ່ວມ ໃນການແຂ່ງຂັນ ຢູ່ບັນດາງານມະຫາກຳກິລາ ລະດັບທະວີບ ແລະ ໂລກເຊັ່ນ: Wushu, Karate, Taekwondo ອີກດ້ວຍ. 

ປັດຈຸບັນ, ນອກຈາກສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ ຍັງມີຫຼາຍອົງການ, ສະຫະພັນລະດັບພາກພື້ນ, ທະວີບ ແລະ ປະເທດຕ່າງໆ ເຊັ່ນ: ສະຫະພັນທະວີບອາຊີ ມວຍພື້ນເມືອງ ຫວຽດນາມ, ສະຫະພັນ ອາຊີໃຕ້ ມວຍພື້ນເມືອງ ຫວຽດນາມ,​ ສະຫະພັນທະວີບ ອາຟຣິກກາ ມວຍພື້ນເມືອງ ຫວຽດນາມ, ສະຫະພັນ ອາຊີຕາເວັນອອກສ່ຽງໃຕ້ ມວຍພື້ນເມືອງ ຫວຽດນາມ, ສະຫະພັນມວຍພື້ນເມືອງ ຫວຽດນາມ ຢູ່ ຝຣັ່ງ, ອີຕາລີ, ລັດເຊຍ... ຫຼາຍປະເທດທີ່ມີຂະບວນການຝຶກ ແອບມວຍພື້ນເມືອງ ຫວຽດນາມ ໄດ້ພັດທະນາຢ່າງແຂງແຮງເຊັ່ນ: ຝຣັ່ງ, ອີຕາລີ, ລັດເຊຍ,  ອີຣານ, ອິນເດຍ, ອານເຊຣີ, ອິດສະຣາແອນ... ສະຫະພັນ ໄດ້ສູ້ຊົນ ເຖິງປີ 2020 ຈະພັດທະນາມວຍ ພື້ນເມືອງ ຫວຽດນາມ ໄປຍັງ 60 ປະເທດ ແລະ ເຂດແຄ້ວນຕ່າງໆ ໃນໂລກ ແລະ ເຖິງປີ 2030 ຈະມີ 100 ປະເທດ ແລະ ເຂດແຄ້ວນ ມີມວຍພື້ນເມືອງ ຫວຽດນາມ. .

ບົດ: ແທງຮວ່າ, ເຊີນເຫງ້ຍ
ພາບ: ແທງຢາງ, ເຊີນເຫງ້ຍ ແລະ ເອກະສານຂ່າວພາບ ຫວຽດນາມ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top