• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຄວາມຍອດຍິ່ງຂອງ ອ໋າວຢາຍ ຫວຽດ

ດ້ວຍຫົວຂໍ້ “ຄວາມຍອດຍິ່ງຂອງ ອ໋າວຢາຍ ຫວຽດ”, ນັກອອກ ແບບ 32 ຄົນມາແຕ່ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ ໄດ້ສ້າງກຳລັງຊີວິດໃໝ່ໃຫ້ແກ່ຊຸດອາພອນປະຈຳຊາດທີ່ “ງານມະໂຫລານ ອ໋າວຢາຍ ຮ່າໂນ້ຍ 2016”. ໃນຫວ່າງເວຫາຂອງມູນມັງມໍລະດົກກຳແພງພະລາຊະວັງ ທັງລອງ, ຊາວນະຄອນຫຼວງ ແລະ ເພື່ອນມິດສາກົນ ໄດ້ເຫັນກັບຕາບັນດາຊຸດສະສົມອາພອນປະຈຳຊາດ ທີ່ເຕັມໄປດ້ວຍສີສັນວັດທະນະທຳ ແລະ ປະຫວັດສາດຂອງນະຄອນຫຼວງ.
ເມື່ອເວົ້າເຖິງລາຍການສະແດງ ອ໋າວຢາຍ ທີ່ກຳແພງພະລາຊະວັງທັງລອງ ໃນຂອບເຂດຂອງງານມະໂຫລານ ອ໋າວຢາຍ ຮ່າໂນ້ຍ 2016, ນັກອອກແບບ ມິງແຫ້ງ ໃຫ້ຮູ້ວ່າ ອ໋າວຢາຍ ເປັນຊຸດ ອາພອນປະຈຳຊາດໜຶ່ງ ທີ່ສ່ອງແສງເຖິງວັດທະນະທຳ ຫວຽດນາມ ຢ່າງເຫັນໄດ້ຊັດ. ລາຍການສະແດງ ອ໋າວຢາຍ ໄດ້ເປີດສາກໃຫ້ແກ່ຫຼາຍການເຄື່ອນໄຫວຕ່າງໆ ທີ່ເຊື່ອມຕໍ່ແຟຊັ່ນກັບການທ່ອງທ່ຽວ, ວັດທະນະທຳ ຮ່າໂນ້ຍ, ວັດທະນະທຳ ຫວຽດນາມ ກັບຊຸດອາພອນປະຈຳຊາດ.
  
ໃນຫວ່າງເວຫາຂອງມູນມັງມໍລະດົກກຳແພງພະລາຊະວັງ ທັງລອງ, ບັນດາຊຸດສະສົມ ອ໋າວຢາຍ ຂອງນັກອອກແບບຫຼາຍຄົນທີ່ ພັນລະນາເຖິງຄວາມສວຍສົດງົດງາມຂອງແມ່ຍິງ ຫວຽດນາມ ທີ່ເວົ້າລວມ ແລະ ໂດຍສະເພາະແມ່ນຂອງແມ່ຍິງ ຮ່າໂນ້ຍ ໄດ້ນຳສະເໜີຕໍ່ສາທາລະນະຊົນ ພາຍໃຕ້ແສງໄຟສີທີ່ຮຸ່ງເຮືອງເຫຼືອງ ເຫຼື້ອມ ແລະ ທຳນອງເພງຂອງບັນດາບົດເພງ ກ່ຽວກັບ ຮ່າໂນ້ຍ. 


ມາເຂົ້າຮ່ວມມີທ່ານນາງ ຫງວຽນທິກີມເງີນ, ປະທານສະພາ ແຫ່ງຊາດ ແລະ ການນຳນະຄອນ ຮ່າໂນ້ຍ ຫຼາຍທ່ານ.


ຫວ່າງເວຫາຂອງມູນມັງມໍລະດົກກຳແພງພະລາຊະວັງ ທັງລອງ ໄດ້
ຈັດແຕ່ງແບບຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍແສງໄຟສີ.



ເປີດສາກໃຫ້ລາຍການສະແດງແມ່ນນາງແບບ 200 ຄົນໃນຊຸດອາພອນປະຈຳຊາດ.


ເຂົ້າຮ່ວມສະແດງໃນລາຍການສະແດງຊຸດອາພອນປະຈຳຊາດ
ຄັ້ງນີ້ ຍັງມີນັກດົນຕີຫຼາຍຄົນອີກດ້ວຍ. 



ບັນດານາງແບບໃນຊຸດອາພອນປະຈຳຊາດ ກຳລັງສະແດງ
ຕາມສຽງດົນຕີທີ່ໜ້າຈັບໃຈ.



 ລາຍການສະແດງໄດ້ດຶງດູດການເຂົ້າຮ່ວມຂອງຊາວນະຄອນ
ຫຼວງ ແລະ ນັກທ່ອງທ່ຽວສາກົນນັບເປັນຈຳນວນຫຼວງຫຼາຍ.

ລາຍການສະແດງ “ຄວາມຍອດຍິ່ງຂອງ ອ໋າວຢາຍ ຫວຽດ” ມີການເຂົ້າຮ່ວມຂອງທ່ານນາງ ຫງວຽນທິກີມເງີນ, ກຳມະການ ກົມການເມືອງ, ປະທານສະພາແຫ່ງຊາດ, ບັນດາທ່ານເອກອັກ ຄະລັດຖະທູດ ແລະ ຜູ້ຕາງໜ້າຂອງສະຖານທູດບັນດາປະເທດ,ບັນດາອົງການສາກົນ ຢູ່ ຫວຽດນາມ,​ ບັນດານັກຄົ້ນຄວ້າ,  ນັກສິລະປິນ, ນັກສິລະປະກຳ, ນັກອອກແບບຂອງນະຄອນຫຼວງຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນຕ່າງໆ ໃນທົ່ວປະເທດ. 
ດ້ວຍຄວາມນຶກຄິດຂອງຕົນ, ນັກອອກແບບ 32 ຄົນໄດ້ສ້າງກຳລັງຊີວິດໃໝ່ມາໃຫ້ແກ່ຊຸດອາພອນປະຈຳຊາດ, ນັ້ນແມ່ນຮູບພາບນາງໂຕ໋ນື, ເສັ້ນທາງເຄ່ືອງເຄືອບດິນເຜົາ, ທາດເຕົ່າ, ຖະໜົນເກົ່າ ຮ່າໂນ້ຍ…
 
ຄຽງຂ້າງນັ້ນ, ນັກອອກແບບຈຳນວນໜຶ່ງ ໄດ້ຖືຈິດຕະກຳຂອງ ບັນດານັກແຕ້ມຄື: ບຸ່ຍຊວນຟາຍ, ເຈີ່ນງວຽນດານ, ຟ້າມບິ່ງເຈືອງເພື່ອພັນລະນາເຖິງສັດທັດ ແລະ ຜີມືດີຂອງຊາວນະຄອນຫຼວງທັງລອງ-ຮ່າໂນ້ຍ.
  
ການສະແດງຂອງບັນດາຍິງສາວເທິງເວທີ ໃນສະຖານະການເຄື່ອນໄຫວໃນຊີວິດປະຈຳວັນຄື: ຫາບດອກໄມ້, ລົດຖີບ, ລົດສາມລໍ້ເທິງຖະໜົນ… ໄດ້ພັນລະນາໃຫ້ເຫັນ ຮ່າໂນ້ຍ ທີ່ເກົ່າແກ່, ຮັກແພງໃນຫົວໃຈຂອງບັນດາທ່ານຜູ້ຊົມ. ພິເສດ, ຈຸດເດັ່ນຂອງລາຍການສະແດງຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງ ທ່ານນາງ ຫງວຽນທິສີງ, ອາຍຸ 92 ປີ, ພັນລະຍາຂອງນັກແຕ້ມບຸ່ຍຊວນຟາຍ.
  
ທ່ານ ຫງວຽນດຶກຈຸງ, ກຳມະການສູງກາງພັກ, ປະທານຄະນະ ກຳມະການປົກຄອງປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ງານມະໂຫລານ ອ໋າວຢາຍ ຮ່າໂນ້ຍ 2016 ແມ່ນໂອກາດເພື່ອໃຫ້ບັນດານັກວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດແຟຊັ່ນ, ການທ່ອງທ່ຽວຂອງ ຮ່າໂນ້ຍ ພົບປະ, ແນະນຳ, ຮ່ວມມື, ເຊັນສັນຍາ ພັດທະນາຜະລິດຕະພັນການທ່ອງທ່ຽວ. 


ຮູບພາບຍິງສາວ ຮ່າໂນ້ຍ ໃນສະໄໝເກົ່າ ຖີບລົດສາມລໍ້ ໃນຊຸດອາພອນ ປະຈຳຊາດ. 


ນັກສິລະປິນດີເດັ່ນ ທູຮ່າ ສະແດງໃນຊຸດສະສົມຂອງນັກອອກແບບເລຮັ່ງ.


ລາຍການຍັງມີການເຂົ້າຮ່ວມສະແດງຂອງນາງແບບນ້ອຍຫຼາຍຄົນ.


ພັນລະຍາຂອງທ່ານເອກອັກຄະລັດຖະທູດ ໄຮຕີ ສະແດງໃນ
ຊຸດ ອ໋າວຢາຍ ຂອງນັກອອກແບບ ຢວຽນເຮືອງ. 



ແຂກຜູ້ພິເສດແມ່ນທ່ານນາງ ຫງວຽນທິສີງ, ພັນລະຍາຂອງ ນັກແຕ້ມ ບຸ່ຍຊວນຟາຍ.


ຫວ່າງເວຫາບົນເວທີສະແດງ ໄດ້ພັນລະນາເຖິງການເຄື່ອນໄຫວ
ໃນຊີວິດປະຈຳວັນຂອງຍິງສາວ ຮ່າໂນ້ຍ ໃນສະໄໝເກົ່າ.



ບັນດາຍິງສາວ ຫວຽດນາມ ສວຍສົດງົດງາມໃນຊຸດອາພອນປະຈຳຊາດ.


ບັນດາຊຸດ ອ໋າວຢາຍ ໄດ້ອອກແບບຕາມຄວາມນຶກຄິດຈາກ ບັນດາສະຖານທີ່ທ່ອງທ່ຽວຂອງ ຮ່າໂນ້ຍ. 


ບັນດາລວດລາຍໃນສະຖາປັດຕະຍະກຳທີ່ເກົ່າແກ່ຂອງ ຮ່າໂນ້ຍ
ໄດ້ນັກອອກແບບ ຈູລາ ນຳເຂົ້າໃນຊຸດ ອ໋າວຢາຍ.



ບັນດາຊຸດ ອ໋າວຢາຍ ໄດ້ອອກແບບຕາມຄວາມນຶກຄິດຈາກ
ພາບທຳມະຊາດຂອງບັນດາໝູ່ບ້ານ ຫວຽດນາມ.



ທຸງຊາດຂອງບັນດາປະເທດໄດ້ນຳເຂົ້າໃນຊຸດ ອ໋າວຢາຍ ຫວຽດນາມ.


ຮູບພາບດອກບົວຂອງຊາວ ຫວຽດນາມ ໄດ້ນຳເຂົ້າໃນຊຸດອາພອນປະຈຳຊາດ.



ງານມະໂຫລານ ອ໋າວຢາຍ ຮ່າໂນ້ຍ 2016 ໂດຍຄະນະ ກຳມະການປົກຄອງປະຊາຊົນນະຄອນ ຮ່າໂນ້ຍ ແລະ ສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງທີ່ສູນກາງປົກປັກຮັກສາ ມູນມອງມໍລະດົກ ທັງລອງ ແຕ່ວັນທີ 14-16 ຕຸລາ 2016. ງານມະໂຫລານ ອ໋າວຢາຍ ຮ່າໂນ້ຍ 2016 ເປັນບ່ອນໄຂຂຶ້ນຫຼາຍການເຄື່ອນໄຫວຄື: ງານວາງສະແດງ ແລະ ແນະນຳຜະລິດຕະພັນອ໋າວຢາຍ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ; ງານສຳມະນາກ່ຽວກັບອ໋າວຢາຍ; ງານປະກວດແຕ້ມເທິງ ອ໋າວຢາຍ ສຳລັບເດັກນ້ອຍ; ການສະແດງ ອ໋າວຢາຍ ແລະ ດົນຕີພື້ນເມືອງ; ການສວນສະໜາມເທິງບັນດາຖະໜົນດ້ວຍລົດສາມລໍ້ ແລະ ລົດຖີບ ແລະ ອື່ນໆ.
 
ບົດ: ເງິນຮ່າ - ພາບ: ແຄງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top