9 ໂມງເຊົ້າວັນອາທິດ, ຂ້າພະເຈົ້າຄ່ອຍໆ ຍ່າງເທິງຖະໜົນ ດິງຕຽນຮວ່າງ ດ້ວຍຄວາມຮູ້ສຶກແປກປະຫຼາດ. ຂ້າພະເຈົ້າແວ່ມາຫຼິ້ນຢູ່ຕໍ່ໜ້າຫໍ ຫງອກເຊີນ, ບ່ອນຈັດຕັ້ງບັນດາ ການ ຫຼິ້ນພື້ນເມືອງ. ບໍ່ມີສະພາບລົດຕິດຕາມທ້ອງຖະໜົນ ອີກ ແລ້ວ, ເຮັດໃຫ້ບັນຍາກາດທີ່ນີ້ງຽບສະຫງົບ ຄືໄດ້ເປີດ ກວ້າງ ຂຶ້ນຕື່ມ.
ການຫຼິ້ນຢູ່ທີ່ນີ້ ດຶງດູດຜູ້ເຂົ້າຮ່ວມທຸກໄວ. ສະຖານທີ່ກວ້າງ ກວ່າໝູ່ໄດ້ໄວ້ເປັນບ່ອນຈັດການຫຼິ້ນ ພື້ນເມືອງ ກຳຢາຍ. ຕາກາໂລ ກຳຢາຍ ກວ່າ 20 ຊຸດໄດ້ຈັດຢູ່ທ້ອງຖະໜົນ. ຜູ້ ຫຼິ້ນເບື້ອງໜຶ່ງອາດຈະແມ່ນພໍ່ ຫຼື ແມ່, ເບື້ອງໜຶ່ງແມ່ນ ພວກ ເດັກນ້ອຍ. ຫຼັກການຫຼິ້ິນກໍຄືສະໄໝກ່ອນ, ປະຈຸບັນຕ່າງຢູ່ ບ່ອນວ່າ ນີ້ບໍ່ແມ່ນການແຂ່ງຂັນເພື່ອເອົາຊະນະ, ເວລາຫຼິ້ນ ສ່ວນຫຼາຍຜູ້ເປັນພໍ່, ເປັນແມ່ ສອນໃຫ້ລູກຂອງຕົນ ວິທີການ ຫຼິ້ນ ກຳຢາຍ ຄືແນວໃດ ແລະ ໃຫ້ເຂົາເຈົ້າຮູ້ສຶກໄດ້ ເຖິງ ຕອນ ເຍົາໄວຂອງພໍ່-ແມ່ ທີ່ເຄີຍຜ່ານຜ່າຄືແນວໃດ.
ໃນບັນດາການຫຼິ້ນພື້ນເມືອງ ທີ່ຄຶກຄັກ ທີ່ຈັດຂຶ້ນຢູ່ທີ່ນີ້ມີ ການ ເຂົ້າ ຮ່ວມ ຂອງ ບັນດາໄວໜຸ່ມ ທີ່ມີບັດຕິດ ໃສ່ເສື້ອ ວ່າ “MyHanoi”. ເຂົາເຈົ້າເປັນຜູ້ຈັດຕັ້ງທິມດຶງເຊືອກ, ເປັນ ກອງເຊຍ, ທັງເປັນຜູ້ແນະນຳເດັກນ້ອຍ, ນັກທ່ອງທ່ຽວ ຮູ້ ເຖິງວິທີການປັ້ນຕໍ່ແຮ (ຮູບສັດທີ່ປັ້ນດ້ວຍແປ້ງສຸກນາໆ ສີ).