• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຂໍ້ລິເລີ່ມ ຂອງ ຫວຽດນາມ ຖືກຕີລາຄາສູງ ທີ່ກອງປະຊຸມ ລັດຖະມົນຕີການເງິນ APEC 2017

ສີ່ຫົວເລືື່ອງ ທີ່ຫວຽດນາມ ນຳສະເໜີ, ພິເສດແມ່ນສອງ ຫົວເລື່ອງ ເຊັ່ນ: “ລົງທຶນໄລຍະຍາວ ໃຫ້ແກ່ ພື້ນຖານໂຄງລ່າງ” ແລະ “ການ ເງິນ ກວມລວມ” ຊຶ່ງບັນດາລັດຖະມົນຕີການເງິນ APEC  ໄດ້ອອກ ຖະແຫຼງການຮ່ວມດ້ວຍຄວາມເປັນເອກະພາບຢ່າງສູງ ທີ່ກອງປະຊຸມລັດຖະມົນຕີການເງິນ APEC 2017 ຊຶ່ງໄດ້ ຈັດຂຶ້ນ ຢູ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ໃນລະຫວ່າງວັນທີ 19-21 ຕຸລາ 2017. ຜົນສຳເລັດ ຂອງ ການຮ່ວມມື ກ່ຽວກັບການເງິນ ກວມລວມ ຈະເປັນເນື້ອໃນອັນສຳຄັນ, ໄດ້ສັງລວມ ລາຍງານກ່ຽວກັບ ການ ຈະເລີນເຕີບໂຕກວມລວມເສດຖະກິດ, ການເງິນ ແລະ ສັງຄົມ ເພື່ອຍື່ນ ເຖິງບັນດາຜູ້ນຳ ທີ່ກອງປະຊຸມສຸດຍອດ APEC ຊຶ່ງໄດ້ຮັບ ການຈັດ ຂຶ້ນ ໃນເດືອນ ພະຈິກ ທີ່ຈະມາເຖິງ ຢູ່ນະຄອນ ດ່າໜັງ. 
ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ສຸມໃສ່ພິຈາລະນາ ກ່ຽວ ກັບ ການຮ່ວມມືເສດຖະກິດ, ຊອກຫາບັນດາວິທີແກ້ໄຂ ແນໃສ່ຮັບມື ກັບ ສິ່ງທ້າທາຍ ໃນທ່ົວໂລກ ແລະ ພາກພື້ນ. ບັນດາລັດຖະມົນຕີໄດ້ເປັນ ເອກະພາບກັນ ກ່ຽວກັບຂໍ້ສັງເກດເຫັນວ່າ ເສດຖະກິດ ໂລກ ແລະ ພາກພື້ນອາຊີ-ປາຊີຟິກ ໃນໄລຍະ ຜ່ານມາໄດ້ມີການຟື້ນຕົວ ຢ່າງ ຕັ້ງໜ້າ. ບັນດາລັດຖະມົນຕີ ຢືນຢັນ ວິວັດການກອງປະຊຸມ ລັດຖະ ມົນຕີການເງິນ APEC ຈະສືບຕໍ່ຖື ບົດບາດອັນ ສຳຄັນໃນການຮ່ວມ ມື, ປະສານສົມທົບ ນະໂຍບາຍໃນຂົງເຂດພາກພື້ນ ອາຊີ-ປາຊີຟິກ.

ບັນດາລັດຖະມົນຕີ ໄດ້ສືບຕໍ່ພິຈາລະນາ ສະຖານະການ ຜັນຂະ ຫຍາຍແຜນການກະທຳ Cebu, ໃຫ້  ຄຳໝັ້ນໝາຍ ໃນການ ສຸມໃສ່ ບັນດາການເຄື່ອນໄຫວບຸລິມະສິດ ແລະ ຮ່ວມມືສາກົນ ກ່ຽວກັບເສດຖະກິດ ແລະ ການເງິນ, ຊອກຫາ ບັບດາມາດຕະການແນໃສ່ ຮັບມື ກັບ ບັນດາສິ່ງທ້າທາຍ ທົ່ວໂລກ ແລະ ພາກພື້ນ, ມູ່ງສູ່ ຄວາມໝັ້ນຄົງ ແລະ ຮ່ວມສຳພັນ ດ້ານການເງິນ ທີ່ຍືນຍົງ ໃນພາກພື້ນອາຊີ-ປາ ຊີຟິກ.

ສິ່ງທີ່ໜ້າສົນໃຈແມ່ນ ສີ່ຫົວເລື່ອງບຸລິມະສິດ ຊຶ່ງຫວຽດນາມ ນຳສະເໜີ ໄດ້ ຮັບຄວາມເອກະພາບ ຢ່າງສູງ ຈາກບັນດາລັດຖະມົນຕີການເງິນ ຂອງ ບັນດາສະມາຊິກ APEC. ບັນດາ ບັນຫາທີ່ນຳມາພິຈາລະນາ ໃນກອງປະຊຸມ ຕ່າງກໍເປັນສິ່ງທ້າທາຍ ອັນສຳຄັນໃນພາກພື້ນ, ຮຽກຮ້ອງຄວາມມານະພະຍາຍາມຮ່ວມມື ຂອງ ພື້ນຖານເສດ ຖະກິດ ສະມາຊິກ APEC ທັງໝົດ. ບັນດາລັດຖະມົນຕີ ໃຫ້ຄວາມເຫັນວ່າ ສີ່ຫົວເລື່ອງ ຊຶ່ງຫວຽດນາມ ນຳສະເໜີ ໃນກອງປະຊຸມຄັ້ງນີ້ ສຸດທີ່ສຳຄັນ ແລະ ມີຄວາມໝາຍ ຕໍ່ບັນດາພື້ນຖານເສດຖະກິດ APEC.
 

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຖ່າຍຮູບຮ່ວມກັບບັນດາຫົວໜ້າຄະນະ
ທີ່ເຂົ້າຮ່ວມກອງປະຊຸມ ລັດ ຖະມົນຕີການເງິນ APEC 2017. ພາບ: ແທງຮ່ວາ/VNP



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ເຂົ້າຮ່ວມ ວາລະໄຂ ກອງ ປະຊຸມລັດຖະມົນຕີການເງິນ APEC 2017. ພາບ: ແທງຮ່ວາ/VNP


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ກ່າວປາໄສ ທີ່ວາລະ ໄຂກອງປະຊຸມ ລັດຖະມົນຕີການເງິນ APEC 2017. ພາບ: ແທງຮ່ວາ/VNP


ບັນດາຜູ້ແທນສະແດງຄວາມຍິນດີຕໍ່ ທ່ານ ຫງວຽນຊວນຟຸກ, ນາຍົກ ລັດຖະມົນຕີ ທີ່ເຂົ້າຮ່ວມວາລະໄຂ
ກອງປະຊຸມ ລັດຖະມົນຕີການເງິນ APEC 2017. ພາບ: ແທງຮ່ວາ/VNP



ກ່ອນນັ້ນ, ໃນຂອບເຂດກອງປະຊຸມ ລັດຖະມົນຕີການເງິນ APEC 2017  ກໍໄດ້ ດຳເນີນໄຂກອງປະຊຸມ
ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ APEC.  ພາບ: ແທງຮ່ວາ/VNP



ບັນດາຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການ ທະນາຄານກາງ APEC ຖ່າຍຮູບຮ່ວມກັນ. ພາບ: ແທງຮ່ວາ/VNP

ກ່າວປາໄສ ຕໍ່ບັນດາລັດຖະມົນຕີການເງິນ ຂອງ 21 ພື້ນຖານເສດ ຖະກິດ APEC, ທ່ານ ຫງວຽນຊວນຟຸກ,  ນາຍົກລັດຖະມົນຕີ  ແຫ່ງ ສສ ຫວຽດນາມ ກ່າວວ່າ ກອງປະຊຸມໄດ້ດຳເນີນໄປ ໃນ ສະພາບແວດລ້ອມເສດຖະກິດ ທົ່ວໂລກ ສືບຕໍ່ ມີຖ່ວງທ່າຟື້ນຕົວ, ການຄ້າ, ການລົງທຶນ, ການເງິນ ທົ່ວໂລກ ສືບຕໍ່ໄດ້ຮັບການ ປົວແປງ ດີຂຶ້ນ. ພາກພື້ນ APEC ກັບບັນດາ ພື້ນຖານ ເສດຖະກິດແຖວໜ້າໂລກ ແລະ ຫຼາຍພື້ນຖານເສດຖະກິດ ທີ່ມີການພັດທະນາຢ່າງ ຂະຫຍັນຂັນແຂງ ສືບຕໍ່ເປັນກຳລັງໜູນ ອັນສຳຄັນ ຂອງການຈະເລີນເຕີບ ໂຕທົ່ວໂລກ. ເຖິງຢ່າງໃດກໍຕາມ, APEC ຍັງຄົງຕ້ອງປະເຊີນໜ້າ ກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ. ລະດັບ ການຈະ ເລີນເຕີບໂຕ ແລະ ສະມັດຕະພາບຢູ່ພື້ນຖານ ເສດຖະກິດ ຈຳນວນ ໜຶ່ງຍັງຕຳ່. ຕາມການຄາດຄະເນ ຂອງທະນາຄານພັດ ທະນາອາຊີ (ADB), ການຈະເລີນເຕີບໂຕດ້ານການຄ້າ ມີສັນຍານຢຸດງັກ, ທ່າອຽງປົກປ້ອງ, ບັນດາມາດຕະການ ຍົກເວັ້ນພາສີ ມີທ່ວງເພີ່ມຂຶ້ນ... ນັ້ນແມ່ນບໍ່ທັນໄລ່ເຖິງບັນດາ ສິ່ງທ້າທາຍ ຈາກການປະຕິວັດ ອຸດສາຫະກຳ ຄັ້ງທີ 4, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາສະມາຊິກ ໃນສັງຄົມ ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ຈາກຂະບວນ ໂລກາ ວິວັດ, ການຄ້າ ແລະ ການລົງທຶນ ເສລີ. 

ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ: “ສິ່ງທີ່ໜ້າເປັນຫ່ວງ ທີ່ສຸດ ແມ່ນ ໃນພາກພື້ນຂອງພວກເຮົາ ພວມຄົງຕົວ ບາງຈຸດຮ້ອນ ນາບຂູ່ ສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະຫງົບປອດໄພ ແລະ ຄວາມໝັ້ນຄົງ ໃຫ້ແກ່ການພັດທະນາ. ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າ ທາຍແມ່ນໃຫຍ່ຫຼວງທີສຸດ, ໃນຂະນະດຽວກັນບັນດາແຫຼ່ງ ກຳລັງ ແຮງ, ໂດຍສະເພາະຢ່າງຍິ່ງແມ່ນແຫຼ່ງກຳລັງແຮງ ດ້ານການເງິນ ຂອງ ພວກເຮົາຍັງຈຳກັດ. ສິ່ງດັ່ງກ່າວ ຮຽກຮ້ອງ ການຮ່ວມມື ຂອງ ພວກເຮົາໃນຄວາມພະຍາຍາມ ຮັກສາສັນຕິພາບ, ສະຖຽນລະພາບ ທັງແບ່ງປັນບົດຮຽນ, ຮ່ວມມືປະດິດສ້າງ, ປະສິດທິຜົນ ເພື່ອພ້ອມກັນພັດທະນາ ຢ່າງໝັ້ນຄົງ ແລະ ຍືນຍົງ”. 


ການນຳ ແລະ ຜູ້ຕາງໜ້າການເງິນຂອງ 21 ພື້ນຖານ ເສດຖະກິດສະ ມາຊິກ APEC ເຂົ້າຮ່ວມ
ກອງປະຊຸມລັດຖະມົນຕີ ການເງິນ APEC 2017. ພາບ: ແທງຮ່ວາ/VNP

 

ຜູ້ແທນຫວຽດນາມ ແລະ ສ. ອາເມລິກາ ແລກປ່ຽນຄວາມຄິດເຫັນ ຢູ່ນອກກອງປະຊຸມ. ພາບ: ແທງຮ່ວາ/VNP


ຄະນະຜູ້ແທນ ສ.ອາເມລິກາ ຄົ້ນຄວ້າເອກະສານ ກະກຽມໃຫ້ແກ່ ວາລະໄຂ ກອງປະຊຸມ.ພາບ: ແທງຮ່ວາ/VNP


ຜູ້ແທນຂອງ ອົສຕຣາລີ ແລະ ສິງກະໂປ ແລກປ່ຽນ ຄວາມ ຄິດເຫັນ ຢູ່ນອກກອງປະຊຸມ. ພາບ: ແທງຮ່ວາ/VNP


ບັນດາຜູ້ແທນຍາດເວລາແລກປ່ຽນຄວາມຄິດເຫັນ ກ່ອນເຂົ້າຮ່ວມ ກອງປະຊຸມ. ພາບ: ແທງຮ່ວາ/VNP


ທ່ານ Sebastian Eckhardt, ຜູ້ຊ່ຽວຊານ ດ້ານເສດຖະກິດ ຂອງ ທະນາຄານໂລກ (World Bank)
ປະຈຳ ຫວຽດນາມ ຕອບສຳພາດ ຕໍ່ນັກຂ່າວທີ່ກອງປະຊຸມ. ພາບ: ແທງຮ່ວາ/VNP

ດ້ວຍເຫດນັ້ນ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄດ້ສະ ແດງຄວາມຊົມເຊີຍ ກອງປະຊຸມລັດຖະມົນຕີການເງິນ APEC 2017 ທີ່ ນຳເອົາ 4 ຂໍ້ສຳຄັນ ມາພິຈາລະນາເຊັ່ນ: 1/ “ການເງິນໃຫ້ ແກ່ພື້ນຖານໂຄງລ່າງ” ແນໃສ່ເພີ່ມທະວີການ ເຂົ້າຮ່ວມຂອງ  ພາກ ເອກະຊົນ ເຂົ້າໃນບັນດາໂຄງການ ລົງທຶນພື້ນຖານໂຄງລ່າງ, ໂດຍສະເພາະຢ່າງຍິ່ງແມ່ນຮູບການ PPP; 2/ ຕ້ານການຫຼີກລ້ຽງອາກອນ ແລະ ເຄື່ອນຍ້າຍກຳໄລ” (BEPS) ແນໃສ່ຍົກສູງລັກສະນະກະຈ່າງແຈ້ງ ຂອງ ສະພາບແວດລ້ອມ ໃນການດຳເນີນທຸລະກິດ; 3/ “ການເງິນ ແລະ ປະກັນໄພ ທີ່ເກີດຈາກທຳມະຊາດ” ແນໃສ່ປ້ອງກັນ ແລະ ລົດຜົນກະທົບຈາກໄພທຳມະຊາດ ລົງລະດັບຕ່ຳສຸດ; 4/ “ການເງິນກວມລວມ” ມຸ່ງສູ່ການແບ່ງປັນບົດຮຽນ, ສະເໜີແນະນະໂຍບາຍ ແກ້ໄຂຂໍ້ຫຍຸ້ງຍາກ ໃນການເຂົ້າຫາສິນເຊື່ອ ແລະ ສະໜອງບັນດາ ບໍລິການດ້ານການເງິນໃຫ້ແກ່ປະຊາຊົນ, ບັນດາອົງການຈັດຕັ້ງ ວິ ສາຫະກິດ, ຊາວກະສິກອນ, ສະຫະກອນ, ປະກອບສ່ວນຫຼຸດ ຜ່ອນ ຄວາມທຸກຍາກ ແລະ ພັດທະນາແບບກວມລວມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາລັດຖະມົນຕີ ສືບຕໍ່ ບັນດາ ຄວາມພະຍາຍາມຮ່ວມມື, ປະສານສົມທົບ ນະໂຍບາຍ ແລະ ສະເໜີບັນດາມາດຕາການແກ້ໄຂ ຕົວຈິງ ແນໃສ່ປະຕິບັດ ເປັນຢ່າງດີ ບັນດາບຸລິມະສິດ ກ່ຽວກັບນະໂຍບາຍ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ; ມຸ່ງສູ່ຈຸດໝາຍ ເຮັດໃຫ້ລະບົບການ ເງິນເຄື່ອນໄຫວ ເປັນປົກກະຕິ, ພັດທະນາແບບຍືນຍົງ ແລະ ລາຍງານຕໍ່ກອງ ປະ ຊຸມສຸດຍອດ APEC 2017.

ເມື່ອເອີ່ຍເຖິງຄຳໝັ້ນໝາຍຂອງລັັດຖະບານຫວຽນາມ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ດ້ວຍຕົວເລກ ພັດທະນາ ເສດຖະກິດ ທີ່ດີຂອງປີນີ້, ພ້ອມກັບການສູ້ຊົນນຳ GDP ເພີ່ມຂຶ້ນ ສະເລ່ຍ ແຕ່ 6,5-7%/ປີ ໃນຮອບ 3 ປີຕໍ່ໜ້າ, ລັດຖະບານຫວຽດນາມ ບົນຈິດໃຈກໍ່ສ້າງພັດທະນາ, ປະຕິບັດຢ່າງເດັດຂາດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ສືບຕໍ່ປ່ຽນແປງໃໝ່, ປັບປຸງຄືນ ສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດ, ພິເສດແມ່ນຂົງເຂດການເງິນ, ຕາມທິດຍົກສູງປະສິດທິຜົນ, ຄຸນນະພາບ ແລະ ກຳລັງ ແກ່ງແຍ້ງ, ຈະເລີີນເຕີບໂຕແບບຍືນຍົງ, ກວມລວມ.
 


ກອງປະຊຸມລັດຖະມົນຕີການເງິນ APEC 2017 ເປັນເຫດການ ອັນ ສຳຄັນທີສຸດຂອງ ວິວັດທະນາການ ລັດຖະມົນຕີການເງິນ APEC 2017 ຊຶ່ງຫວຽດນາມ ເປັນເຈົ້າພາບຈັດ. ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງນີ້ ມີຜູ້ແທນພາຍໃນ ແລະ ສາກົນ ປະມານ 300 ທ່ານ, ໃນນັ້ນ ມີບັນດາ ລັດຖະມົນຕີການເງິນ, ຜູ້ນຳອົງການການເງິນ ແລະ ທະນາຄານກາງ ຂອງ 21 ພື້ນຖານເສດຖະກິດ ສະມາຊິກ ໃນພາກພື້ນ, ຜູ້ ນຳຂັ້ນສູງ ຂອງບັນດາອົງການຈັດຕັ້ງສາກົນເຊັ່ນ: ທະນາຄານພັດທະນາ ອາຊີ (ADB), ກອງທຶນເງິນຕາສາກົນ (IMF), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ທະນາຄານໂລກ (WBG).
 

ບົດ ແລະ ພາບ: ແທງຮ່ວາ/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top