• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາປີ 2018 - ພສ 2562

      ໃນຈົດໝາຍ, ທ່ານ ເຈີ່ນແທງເໝີນ ອວຍພອນໃຫ້ ຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ພໍ່ແມ່ພີ່ນ້ອງພຸດທະສາສະໜາຢູ່ພາຍໃນ ແລະ ຕ່າງປະເທດຕ້ອນຮັບວັນບຸນວິສາຂະບູຊາດ້ວຍຄວາມເບີກບານມ່ວນຊື່ນ ແລະ ສະຫງົບສຸກ
ທ່ານ ເຈີ່ນແທງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫາກໍ່ສົ່ງຈົດໝາຍເຖິງຜູ້ມີຍົດສັກຕຳແໜ່ງພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດທຸກຖ້ວນໜ້າເນື່ອງໃນໂອກາດວັນບຸນວິສາຂະບູຊາ 2018 -  ພສ 2562. ໃນຈົດໝາຍ, ທ່ານ ເຈີ່ນແທງເໝີນ ອວຍພອນໃຫ້ ຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ພໍ່ແມ່ພີ່ນ້ອງພຸດທະສາສະໜາຢູ່ພາຍໃນ ແລະ ຕ່າງປະເທດຕ້ອນຮັບວັນບຸນວິສາຂະບູຊາດ້ວຍຄວາມເບີກບານມ່ວນຊື່ນ ແລະ ສະຫງົບສຸກ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຊື່ອໝັ້ນວ່າ: ຜູ້ມີຍົດສັກຕຳແໜ່ງ ພ້ອມກັບພະສົງສຳມະເນນພຸດທະສາສະນິກກະຊົນ ຂອງສະມາຄົມສາສະໜາ ຫວຽດນາມ ຈະສືບຕໍ່ປະຕິບັດທິດນຳ “ທຳມະ - ຊົນຊາດ - ລັດທິສັງຄົມນິຍົມ” ເປັນຢ່າງດີ…
        ເນື່ອງໃນໂອກາດນີ້, ຄະນະການນຳນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ  ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ, ອວຍພອນວັນບຸນວິສາຂະບູຊາບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ - ສູນກາງພຸດທະສາສະໜາ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top