• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ່າວເດັ່ນ ສະຫະພັນສະຫະກອນມີພາລະກຳສຳຄັນໃນວິວັດການເຊື່ອມໂຍງ

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບສະຫະພັນສະຫະກອນຫວຽດນາມ ກ່ຽວກັບສະພາບການພັດທະນາເສດຖະກິດຮ່ວມມື, ສະຫະກອນ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບສະຫະພັນສະຫະກອນຫວຽດນາມ

(ພາບ: nhandan.com.vn)

ເຂົ້າຮ່ວມການເຮັດວຽກຍັງມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ສະຫະພັນສະຫະກອນບັນດາແຂວງ, ນະຄອນໃນທົ່ວປະເທດ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ສະຫະກອນມີພາລະກຳສຳຄັນທີ່ສຸດໃນວິວັດການເຊື່ອມໂຍງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ພິເສດແມ່ນນັບມື້ນັບປະກົດມີສະຫະກອນຫຼາຍແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນ, ແກ້ໄຂບັນຫາສ້າງວຽກເຮັດງານທຳເປັນຢ່າງດີ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

      ເພື່ອໃຫ້ລະບົບເສດຖະກິດຮ່ວມມື, ສະຫະກອນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຖັນແຖວພະນັກງານທີ່ເຂົ້າຮ່ວມການເຄື່ອນໄຫວສະຫະກອນ ຕ້ອງກຳນົດການພັດທະນາສະຫະກອນ ນັ້ນແມ່ນຄວາມຕ້ອງການພາວະວິໄສ; ພ້ອມທັງຕ້ອງປ່ຽນໃໝ່ແນວຄິດ, ວິທີປະຕິບັດ, ສົມທົບກັບບັນດາກະຊວງ, ຂະແໜງການເພື່ອຮັກສາ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top