• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂົວກ່າຍເຊື່ອມສານວັດທະນະທຳ ອາຊຽນ

ງານມະຫາກຳພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບປະຊາຄົມ ອາຊຽນ 2015 ຈັດຂຶ້ນໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ກາຍເປັນຂົວກ່າຍເຊື່ອມຕໍ່ ບັນດາປະເທດໃນພາກພື້ນແຫ່ງນີ້ ເພື່ອມຸ່ງສູ່ພື້ນຖານ ວັດທະນະທຳໜຶ່ງຂອງອາຊຽນທີ່ເຕັມໄປດ້ວຍສີສັນ, ຫຼາກຫຼາຍຮູບແບບໃນເອກະພາບ.
ງານມະຫາກຳປິ 2015 ພາຍໃຕ້ຫົວຂໍ້ ບັນດາປະຊາຊາດໃນ ປະຊາຄົມ ອາຊຽນ ເປັນຂີດໝາຍທີ່ສຳຄັນ, ຮັບຮູ້ ແລະ ສ່ອງແສງ ຢ່າງມີຊີວິດຊີວາ ບັນດາຮູບພາບກ່ຽວກັບບັນດາ ປະຊາຊາດກ່ອນໜ້າປະຊາຄົມ ອາຊຽນ ທີ່ອີງໃສ່ 3 ເສົາຄຳຄື: ປະຊາຄົມ ການເມືອງ-ຄວາມສະຫງົບ, ປະຊາຄົມເສດຖະກິດ ແລະ ປະຊາຄົມ ວັດທະນະທຳ - ສັງຄົມ ຈະມີຜົນສັກສິດຢ່າງເປັນທາງການໃນວັນທີ 31 ທັນວາ 2015. 

ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ
ມອບລາງວັນທີໜຶ່ງ, ປະເພດຮູບເງົາ ສາລະຄະດີ-ເອກະສານ ໃຫ້ແກ່ນັກ
ປະພັນ Shune Lei Thar
ມາຈາກ ມຽນມາ. ພາບ: ແທງຢາງ/VNP



ທ່ານ ເຈືອງມິງຕວ໋ນ, ລັດຖະມົນຕີຊ່ວຍວ່າການກະຊວງຖະ ແຫຼງຂ່າວ ແລະ ການສື່ສານ ຫວຽດນາມ
ມອບລາງວັນທີໜຶ່ງ, ປະເພດພາບຖ່າຍ ໃຫ້ແກ່ນັກຖ່າຍຮູບ ຈິ້ງທົງທ້ຽນ. ພາບ: ແທງຢາງ/
VNP



ຄະນະຈັດຕັ້ງມອບລາງວັນທີສອງ, ປະເພດຮູບພາບໃຫ້ແກ່ ນັກຖ່າຍຮູບ Min Min Tun (ມຽນມາ)
ແລະ ຫງວຽນຫວຽດເກື່ອງ (ຫວຽດນາມ). ພາບ: ແທງຢາງ/
VNP



ທ່ານ ຫງວຽນຖັ໋ງ, ຫົວໜ້າບັນນາທິການໃຫຍ່ ຂ່າວພາບ ຫວຽດນາມ - ຂ່າວສານຫວຽດນາມ (ຜູ້ສຸດທ້າຍຈາກຊ້າຍ)
ມອບລາງວັນຊົມເຊີຍ ໃຫ້ແກ່ບັນດານັກຖ່າຍຮູບທີ່ມາເຂົ້າຮ່ວມ
ງານ. ພາບ: ເຕິດເຊີນ/ VNP



ຄະນະຈັດຕັ້ງມອບຂອງຂວັນທີ່ລະນຶກໃຫ້ແກ່ບັນດານັກຖ່າຍຮູບທີ່ມີຊຸດພາບຖ່າຍໄດ້ເລືອກ
ເຟັ້ນເຂົ້າໃນຮອບຊະນະເລີດ ມາ
ຈາກ 8 ປະເທດໃນພາກພື້ນ ອາຊຽນ. ພາບ: ເຕິດເຊີນ/ VNP



ທ່ານ ຫງວຽນຖັ໋ງ, ຫົວໜ້າບັນນາທິການໃຫຍ່ ຂ່າວພາບ ຫວຽດນາມ - ຂ່າວສານຫວຽດນາມ
ໄດ້ລົງລາຍເຊັນໃສ່ພາບຖ່າຍທຸງມູນເຊື້ອຂອງ ອາຊຽນ. ພາບ:
ແທງຢາງ



ລາຍການສະແດງສິລະປະວັນນະຄະດີຊົມເຊີຍທີປະກາດ ແລະ ມອບລາງວັນ ງານມະຫາກຳພາບຖ່າຍ
ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາ
ປະຊາຊາດໃນປະຊາຄົມ ອາຊຽນ 2015. ພາບ: ແທງຢາງ



ຄະນະນັກຖ່າຍຮູບທີ່ເຂົ້າຮ່ວມງານມະຫາກຳ ໄປຢ້ຽມຢາມເຂດວາງສະແດງວັດທະນະທຳ
ອາຊຽນ ທີ່ຫໍພິພິດທະພັນ ຊົນເຜົ່າ ຫວຽດນາມ ຢູ່ແຂວງ
ທ້າຍງວຽນ. ພາບ: ກົງດາດ/VNP



ຄະນະນັກຖ່າຍຮູບທີ່ເຂົ້າຮ່ວມງານມະຫາກຳ ໄດ້ຊົມເບິ່ງການສະແດງ
ຕຸກກະຕານຳ້ ຫວຽດນາມ ທີ່ຫໍພິພິດທະພັນ ຊົນເຜົ່າ ຫວຽດນາມ ຢູ່ແຂວງ ທ້າຍງວຽນ. ພາບ: ກົງດາດ/VNP



ຄະນະນັກຖ່າຍຮູບທີ່ເຂົ້າຮ່ວມງານມະຫາກຳ ຖ່າຍຮູບຮ່ວມກັນທີ່ ໝູ່ບ້ານອາຊີບຜະລິດ
ແຜໄໝ ວ້ານຝຸກ (ຮ່າໂນ້ຍ). ພາບ: ຫວຽດເກື່ອງ/
VNP

ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ
ງານມະຫາກຳພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາປະຊາຊາດໃນປະຊາຄົມ ອາຊຽນປີ 2015 ເປັນການ ປະກອບສ່ວນອັນໜ່ຶງຂອງ ຫວຽດນາມ ເຂົ້າໃນວິວັດການກໍ່ສ້າງ ກ້ອນ ມະຫາສາມັກຄີບັນດາປະຊາຊາດໃນປະຊາຄົມ ອາຊຽນ, ເພື່ອ ພື້ນຖານ ວັດທະນະທຳໜຶ່ງທີ່ເຕັມໄປດ້ວຍສີສັນ, ຫຼາກຫຼາຍຮູບແບບໃນເອກະພາບ.
ານມະຫາກຳດັ່ງກ່າວ ກໍ່ເປັນໂອກາດເພື່ອເຊີດຊູການປະກອບສ່ວນຂອງບັນດາອົງການ, ການຈັດຕັ້ງ ​ແລະ ບຸກຄົນຂອງແຕ່ລະປະເທດ ໃນປະຊາຄົມ ອາຊຽນ ​ໄດ້ສະແດງໃຫ້ເຫັນຮູບພາບປະຊາຄົມໜຶ່ງທີ່ ຂະຫຍັນຂັນແຂງ, ສາມັກຄີ, ຮ່ວມມື ແລະ ອຸດົມສົມບູນດ້ານ ທ່າແຮງບົ່ມຊ້ອນ​ເພື່ອການພັດທະນາ.
 
ກ່ອນວັນຈັດຕັ້ງພິທີປະກາດ ແລະ ມອບລາງວັນຢ່າງເປັນທາງການ, ບັນດານັກຖ່າຍຮູບທີ່ມາຈາກ 8 ປະເທດໃນກຸ່ມ ອາຊຽນ ໄດ້ໄປທ່ຽວຊົມແຂວງ ທ້າຍງວຽນ. ໃນໂອກາດນີ້ ຄະນະ  ໄດ້ ​ເຂົ້າຢ້ຽມຊົມບ່ອນວາງສະແດງວັດທະນະທຳ “ມູມ ອາຊຽນ”, ຊອກຮູ້ວັດທະນະທຳຂອງ46 ຊົນເຜົ່າໃນທົ່ວແຂວງ ທ້າຍ ງວຽນ, ໂດຍສະເພາະແມ່ນບັນດາຊົນເຜົ່າທີ່ຍັງອະນຸລັກຮັກສາໄດ້ ສີສັນຂອງເຜົ່າເຊັ່ນ: ໄຕ, ມົ້ງ, ຢາວ ແລະ ອື່ນໆ ທີ່ຫໍພິພິດທະພັນ ວັດທະນະທຳ ບັນດາເຜົ່າ ຫວຽດນາມ.
 
ງານມະຫາກຳພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ 2015 ໂດຍ ຫວຽດນາມ ເປັນເຈົ້າພາບ ໄດ້ສຳເລັດຢ່າງຈົບງາມ, ສະແດງໃຫ້ເຫັນໄດ້ເຖິງນຳ້ໃຈ ສາມັກຄີ, ການຮ່ວມມືເພື່ອພ້ອມກັນພັດທະນາ ຊຶ່ງບໍ່ພຽງແຕ່ໃນຂົງ ເຂດ ການພົວພັນຕ່າງປະເທດ ແລະ ເສດຖະກິດເທົ່ານັ້ນ, ຫາກ ຍັງໄດ້ສະແດງອອກຢ່າງຈະແຈ້ງໃນຂົງເຂດວັດທະນະ ທຳ ແລະ ການສື່ສານອີກດ້ວຍ. 

ຂ່າວພາບຫວຽດນາມ ຂໍຖືເປັນກຽດສະເໜີຕໍ່ບັນດາທ່ານຜູ້ອ່ານ ຜະລິດຕະພັນພາບຖ່າຍດີເດັ່ນຈຳນວນໜຶ່ງ ທີ່ນຳມາວາງສະແດງ ໃນງານມະຫາກຳຄັ້ງນີ້ ດັ່ງນີ້: 
 
ລາງວັນທີໜຶ່ງ:


ພິທີເກັບສັກຂອງເຜົ່າ ຢາວຕ໋ຽນ. ນັກຖ່າຍຮູບ: ຈິ້ງທົງທ້ຽນ (ຫວຽດນາມ)

ລາງວັນທີສອງ:


ຊາວເຜົ່າ ມົ້ງ ຫຼໍ່ໝາກສົບໄຖ. ນັກຖ່າຍຮູບ: ຫງວຽນຫວຽດເກື່ອງ (ຫວຽດນາມ)

ລາງວັນທີສອງ: 


ພິທີໄຫວ້ບູຊາ ເຢຶ່ອງ (ພິທີບູຊາໜຶ່ງໃນສາສະໜາພຸດ). ນັກຖ່າບຮູບ: Min Min Tun (ມຽນມາ)

ລາງວັນທີສາມ:


ບັນດາບົດເລື່ອງຊວນຫົວ. ນັກຖ່າຍຮູບ: ເຈີ່ນວັນຕຸຍ (ຫວຽດນາມ)


ຈັງຫວະຂອງເຍົາໄວ. ນັກຖ່າຍຮູບ: ໂງກວາງຝຸກ (ຫວຽດນາມ)

ລາງວັນທີສາມ:


ປົກປ້ອງຫໍບູຊາ. ນັກຖ່າຍຮູບ: Zay Yar Lin (ມຽນມາ)




ຄະນະຈັດຕັ້ງງານມະຫາກຳພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາປະຊາຊາດໃນປະຊາຄົມ ອາຊຽນ 2015 ໄດ້ຮັບພາບຖ່າຍທັງໝົດ 1.489 ພາບ ແລະ ປະມວນພາບ, ຮູບເງົາສາລະຄະດີ - ເອກະສານ 113 ບົດທີ່ສົ່ງມາຈາກ 8 ປະເທດໃນກຸ່ມ ອາຊຽນ.

ຄະນະຈັດຕັ້ງເລືອກໄດ້ 2 ລາງວັນທີໜຶ່ງ, 4 ລາງວັນທີສອງ, 6 ລາງວັນ ທີສາມ ແລະ 9 ລາງວັນຊົມເຊີຍ ໃນສອງປະເພດພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ. ນັກຖ່າຍຮູບ ຈິ້ງທົງທ້ຽນ ແລະ ຫງວຽນຫວຽດເກື່ອງ (ຂ່າວພາບຫວຽດນາມ-ຂ່າວສານຫວຽດນາມ) ຖືເປັນກຽດໄດ້ຄອງລາງວັນທີໜຶ່ງ ແລະ ທີສອງໃນປະເພດພາບຖ່າຍ ຊຸດພາບຖ່າຍ ພິທີເກັບສັກຂອງເຜົ່າ ຢາວຕ໋ຽນ (ຮັບຮອງຜູ້ຊາຍ ໄດ້ເຕິບໃຫຍ່) ແລະ ຊາວເຜົ່າ ມົ້ງ ຫຼໍ່ໝາກສົບໄຖ.

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top