• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຂຶ້ນ ຈອມພູ ມົ໋ວ

ໃນໄລຍະມໍ່ໆນີ້, ນັກທ່ອງທ່ຽວ ທີ່ມາຈາກ ບັນດາປະເທດ ຕາເວັນຕົກ ມັກກ່າວເຖິງຄຳສັບ Mua Caves' (ຖຳ້ຟ້ອນ) ຢູ່ເທິງຫຼາຍໜ້າແວບສັງຄົມ ກໍຄື ໜ້າແວບສ່ວນຕົວ ອັນເນື່ອງຈາກ ພາບພົດພູຜາປ່າໄມ້ ອັນພິຈິດພິດສະດານ ເໝືອນດັ່ງພາບແຕ້ມຂອງມັນ. ໃນເດືອນ ສິງຫາ 2018, ຂ້າມຜ່ານ ກຸ່ມປູສະນີຍະສະຖານ ຈ່າງອານ, ຕາມກົກ ຫຼື ວັດ ບ໋າຍດິ໋ງ, ຖ້ຳມົ໋ວ ສັງກັດພື້ນທີ່ບໍລິເວນຂອງ ບ້ານ ເຄເດົ່າຮ້າ, ຕາແສງ ນິງຖ້ວນ, ເມືອງ ຮວາລື (ແຂວງ ນິງບິ່ງ) ໄດ້ກາຍເປັນສະຖານທີ່ ຢືນຢູ່ອັນດັບແຖວໜ້າ ໃນຈຸດທີ່ມາ 5 ແຫ່ງ ທີ່ ແຂວງ ນິງບິ່ງ ເທິງ ໜ້າແວບ ທ່ອງທ່ຽວ ອັນໜຶ່ງ ຂອງໂລກ ຄື TripAdvisor.
ຕາມນາວະນິຍາຍ ທີ່ສືບທອດມາແຕ່ບູຮານນະການ, ສະໄໝ ລາຊະວົງ ເຈິ່ນ, ອົງກະສັດໄດ້ເລືອກພື້ນທີ່ແຫ່ງນີ້ ເພື່ອການກໍ່ສ້າງ ວິຫານ ຖ໋າຍວີ  ເພື່ອຊົມບັນດານາງສະໜົມກົມມະວັງ ຟ້ອນລຳທຳເພງ ແລະ ຊື່ດັ່ງກ່າວກໍໄດ້ກຳເນີດຂຶ້ນຈາກນັ້ນ.

ຖຳ້ມົ໋ວ ໄດ້ຮັບຄຳຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ ອັນເນື່ອງຈາກຄວາມສວຍງາມທີ່ເປັນເອກະລັກ, ຄວາມປະສານກົມກຽວກັນລະຫວ່າງ ປະຫວັດສາດ-ວັດທະນະທຳ ແລະ ທຳມະຊາດຂອງເຂດເມືອງຫຼວງເກົ່າໃນອະດີດ. ນະແຫ່ງນີ້ ໄດ້ຮັບຖືວ່າເປັນ ວ່ານຫຼີ ຈ໋າງແຈ໋ງ (Great Wall) ຂອງ ຫວຽດນາມ ກັບ ຂັ້ນໄດຫີນທີ່ເກົ່າແກ່ 486 ຂັ້ນ ຊຶ່ງຖືກປົກຄຸມເຕັມແຕ່ໄຄຫີນ ພານັກທ່ອງທ່ຽວ ຂຶ້ນເຖິງ ຈອມ ຖຳ້ມົ໋ວ. 

 

ເຂດທ່ອງທ່ຽວຊີວະພາບ ຖຳ້ມົ໋ວ ທີ່ສັງກັດພື້ນທີ່ບໍລິເວນ ຂອງ ບ້ານ ເຄເດົ່າຮ້າ, ຕາແສງ ນິງຊວນ, ເມືອງ ຮວາລື, ແຂວງ ນິງບິ່ງ. 


ທາງຂຶ້ນຈອມພູ ມົ໋ວ ກັບຂັ້ນໄດຫີນນັບຫຼ້າຍຮ້ອຍຂັ້ນ ຊຶ່ງເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກວ່າ ກຳລັງຍ່າງ ຢູ່ເທິງ ວ່ານຫຼີ ຈ໋າງແຈ໋ງ (Great Wall). 


ຄ່າປີ້ ເຂົ້າເຂດທ່ອງທ່ຽວ ຖຳ້ມົ໋ວ ມີລາຄາ ປະມານ 4 ໂດລາສະຫະລັດ. 


ຖຳ້ມົ໋ວ ນອນຢູ່ໃນ ກຸ່ມປູສະນີຍະສະຖານ ຈ່າງອານ ຊຶ່ງ ໄດ້ ອົງການ ຢູແນັສໂກ ຮັບຮອງວ່າ ເປັນ ມໍລະດົກໂລກ ໃນເມື່ອປີ 2014. 


ພູມົ໋ວ ເປັນ ຈຸດນັດໝາຍທີ່ໜ້າອ່າວຄະນິງຫາ ເພື່ອຊົມພາບພົດ ພູຜາປ່າໄມ້ ທັງໝົດ ຂອງ ເຂດ ຕາມກົກ, ຈ່າງອານ.


ຍ່າງຕາມຂັ້ນໄດ ຂຶ້ນຈອມພູ ມົ໋ວ ແຕ່ລະຂັ້ນ ໄດ້ນຳມາໃຫ້ ນັກທ່ອງທ່ຽວມູມມອງທີ່ແຕກຕ່າງກັນ ວ່າດ້ວຍທັດສະນີຍະພາບ ທີ່ໃຫຍ່ໂຕໂອ້ຖົງ
ແລະ ແສນສວຍງາມ ຂອງ ເຂດມໍລະດົກໂລກ ຈ່າງອານ. 



ຍ່າງຂຶ້ນເຖິງຈອມພູມົ໋ວ, ນັກທ່ອງທ່ຽວຈະຖືກສ້າງ ຄວາມປະທັບໃຈຢ່າງຍິ່ງ ຕໍ່ ທິວທັດທຳມະຊາດ ຂອງເຂດມໍລະດົກໂລກ ຈ່າງອານ, ຕາມກົກ. 


ນັກທ່ອງທ່ຽວ ອິນເດຍ ມັກຖ່າຍຮູບ ເທິງຈອມພູມົ໋ວ. 


ກຸ່ມຊາວໜຸ່ມທີ່ມາຈາກນະຄອນ ໂຮ່ຈີມິນ ຖ່າຍຮູບ ຢູ່ເທິງຈອມພູມົ໋ວ. 


ນັກທ່ອງທ່ຽວຊາວ Israel Harmin ໃຫ້ຮູ້ວ່າ “ຂ້າພະເຈົ້າຢາກບັນທຶກໄວ້ຊ່ວງເວລາອັນໜ້າຈົດຈຳນ້ີ ເພື່ອນຳມາອ້າງ
ກັບ ໝູ່ເພື່ອນ ຢູ່ບ້ານເກີດເມືອງນອນຂອງຕົນ”. 



ນັກທ່ອງທ່ຽວຕ່າງປະເທດ ລໍຖ້າຕ້ອນຮັບຍາມອັດສະດົງ ເທິງຈອມພູ ມົ໋ວ. 


ມາຍັງພູ ມົ໋ວ ເພື່ອຊົມໃຊ້ ຊ່ວງເວລາ “ໃຊ້ຊີວິດບໍ່ເປັນຈິງ” ກຳລັງເປັນຄ່ານິຍົມອັງໜຶ່ງ ຂອງ ບັນດາຊາວໜຸ່ມ ຫວຽດນາມ.


ຖ້ຳມົ໋ວ ເປັນຈຸດນັດໝາຍທີ່ໜ້າປະທັບໃຈ ສຳລັບນັກທ່ອງທ່ຽວ. 

ຈາກຈອມພູ ມົ໋ວ, ນັກທ່ອງທ່ຽວສາມາດມອງເຫັນພາບພົດທັງໝົດຂອງເຂດ ຕາມກົກ ກັບຄວາມງາມ ທີ່ຖືກຜັນປ່ຽນຕາມລະດູ ຊຶ່ງເຄີຍໄດ້ຮັບຄວາມສັນລະເສີນ ຈາກນັກທ່ອງທ່ຽວ ວ່າ ບໍ່ຫຼຸດດ້ອຍນ້ອຍໜ້າ ກັບ ຈຸດຊົມຈາກມູມສູງອື່ນໆຢູ່ ຫວຽດນາມ ເຊັ່ນ: ຮ່ອມພູ ໝາປີ໋ແຫຼ່ງ (ແຂວງ ຮ່າຢາງ), ລີ່ມມົງ (ແຂວງ ອຽນບ໋າຍ) ຫຼື ມາຍເຈົາ (ແຂວງ ຮ່ວາບິ່ງ).

ຫຼາຍຄົນໄດ້ມີຄຳສັງເກດວ່າ ຈອມພູມົ໋ວ ເປັນສະຖານທີ່ ໃຊ້“ຊີວິດບໍ່ເປັນຈິງ” ງາມທີສຸດ ແຂວງ ນິງບິ່ງ. ອາດເປັນຍ້ອນເຫດຜົນດັ່ງກ່າວ ນະແຫ່ງນີ້ ໄດ້ກາຍເປັນຈຸດທີ່ມາ ດຶງດູດໃຈນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ຜ່ານບັນດາຮູບຖ່າຍ ທີ່ໄດ້ສ່ົງຂຶ້ນ ໜ້າແວບສັງຄົມ ແລະ ເວທີປາໄສທ່ອງທ່ຽວສາກົນອີກດ້ວຍ.

ສຳລັບນັກທ່ອງທ່ຽວ ຜູ້ທີ່ຮັກມັກການທ່ອງທ່ຽວພະຈົນໄພ ກໍສາມາດ ລຽບຕາມເປີ້ນພູ ປີ່ນຂຶ້ນ ບັນດາໂພນຫີນ ຢູ່ບ່ອນໄກ ເພື່ອ ຊົມສາຍແມ່ນຳ້ ໂງໂດ່ງທີ່ມີຄວາມສວຍງາມດັ່ງໃນຝັນ. ເມື່ອຕາເວັນລົງພູ, ທົ່ວທັງເຂດພູ ຮວາລື ຖືກປົກຄຸມເຕັມແຕ່ສີສັນເຫຼືອງເຫຼື້ອມ ອັນໄດ້ເຮັດໃຫ້ ພາບພົດທຳມະຊາດ ຢູ່ນະແຫ່ງນີ້ ມີຄວາມເພີດເພິນໃຈເປັນຢ່າງຍິ່ງ

ບໍ່ພຽງແຕ່ມີຄວາມດຶງດູດຈັບໃຈ ຍ້ອນ ມີພາບພົດທຳມະຊາດທີ່ໃຫຍ່ໂຕໂອ້ຖົງ ແລະ ສວຍງາມແບບພິຈິດພິດສະດານ ເທົ່ານັ້ນ ຫາກ ຖຳ້ມົ໋ວ ຍັງມີຄຸນຄ່າວັດທະນະທຳຄວາມເຊື່ອຖືທາງໃຈ ກັບຮູບປັ້ນ ເຈົ້າແມ່ນກວນອິນ ມີທັງຮູບມັງກ່ອນເຝົ້າ ທາງທິດຕາເວັນອອກ ຢູ່ເທິງຈອມພູ ອີກດ້ວຍ.

ທ່ານ Roman Ivanov ນັກທ່ອງທ່ຽວຊາວ ລັດເຊຍ ໄດ້ເປີດເຜີຍວ່າ, ໃນໂອກາດທ້າຍສັບປະດາ ຖ້າວ່າມີເວລາວ່າງ ທ່ານມັກຂຶ້ນມາທີ່ນີ້ ເພື່ອການປິ່ນພູແອບກຳລັງກາຍ ທັງສາມາດ ໄດ້ຊົມທິວທັດທຳມະຊາດທີ່ແສນງາມ ຊຶ່ງບໍ່ຄ່ອຍເຫັນຢູ່ບ່ອນອື່ນ. ທ່ານ Roman ຍັງໃຫ້ຄວາມປຶກສາວ່າ ຄວນມາກັບ ຖ້ຳມົ໋ວ ໃນ ຊ່ວງເວລາ ກາງເດືອນ ມິຖຸນາ ຂອງປີຕໍ່ມາ ເພື່ອສາມາດໄດ້ຊົມ ພາບພົດທີ່ແສນສວຍງາມຂອງ ທົ່ງນາທີ່ກວ້າງໃຫຍ່ໄພສານ ໃນລະດູເຂົ້າສຸກ. 

ບົດ ແລະ ພາບ: ເຈິ່ນຮ໋ຽວ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top