• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຂີ່ເຮືອຫົງ ລ່ອງຄອງເໝືອງຍຽວລົກ-ທິແງ່

ຖ້າວ່າ 10 ປີກ່ອນຫນ້ານີ້, ຄອງເໝືອງຍຽວລົກ-ທິແງ່ ເປັນລຳຄອງ ທີ່ເປີະເປື້ອນສົກກະປົກທີ່ສຸດຂອງໄຊງ່ອນ (ນະຄອນໂຮ່ຈີມິນ), ແມ່ນມາຮອດປັດຈຸບັນ ພາຍຫຼັງທີ່ໂຄງການດັດແປງລຳຄອງໄດ້ຖືກຈັດຕັ້ງປະຕິບັດ ລຳຄອງດ່ັງກ່າວໄດ້ຮັບການຟື້ນຟູຄືນໃໝ່ ແລະ ກາຍເປັນຄອງທີ່ມີສາຍນຳ້ໃສສະອາດ, ບັນຍາກາດອັນເຍືອກເຢັນ ແລະ ສົດຊື່ນຕາມສອງຝັ່ງຄອງເໝືອງ. ໂດຍສະເພາະແມ່ນນັບຕັ້ງແຕ່ມື້ ບໍລິສັດເຮືອ ໄຊງ່ອນຈຳກັດໄດ້ນຳເຂົ້າສູ່ລາຍການທ່ອງທ່ຽວພາຍໃນເມືອງເທິງຄອງເຫມືອງຍຽວລົກ-ທິແງ່ ນັບແຕ່ເດືອນ ກັນຍາ 2015 ເປັນຕົ້ນມາ, ສາຍການທ່ອງທ່ຽວແບບຂີ່ເຮືອຫົງ ລ່ອງ ຄອງເໝືອງ ຍຽວລົກ-ທິແງ່ ເພື່ອຄົ້ນພົບວັດທະນະທຳຂອງນະ ຄອນໂຮ່ຈີມິນ ກຳລັງເປັນຈຸດນັດໝາຍທີ່ດຶງດູດໃຈນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. 
ຢູ່ໃນໂລກ, ຮູບການທ່ອງທ່ຽວເທິງຄອງເໝືອງ, ລຳຄອງໃນເມືອງ ດຶງດູດນັກທ່ອງທ່ຽວທີ່ຢູ່ນະຄອນຈາກເຂດເອີຣົບທີ່ສຸດເຊັ່ນ: ຈາກເຂດ Venice (ອີຕາລີ),  Pais (ຝຣັ່ງ), ລອນດອນ (ອັງກິດ) ຫຼື Vienna (ໂຕຣິດ)… ເຖິງແມ່ນວ່າຮູບການທ່ອງທ່ຽວນີ້ ຫາກໍໄດ້ ຮັບການກຳເນີດເກີດຂຶ້ນກໍຕາມ ແຕ່ກໍສາມາດ ດຶງດູດຄວາມສົນ ໃຈນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ແນວຄວາມຄິດຫັນລຳຄອງຍຽວລົກ - ທິແງ່ເປັນສະຖານທີ່ທ່ອງທ່ຽວ ທີ່ແປກໃໝ່, ປະທັບໃຈຕໍ່ນັກທ່ອງທ່ຽວ ໂດຍທ່ານ ຟານຊວນແອງ, ປະທານສະພາບໍລິສັດເຮືອໄຊງ່ອນຈຳກັດເປັນຜູ້ນຳສະເໜີ. ທ່ານ ຊວນແອງໃຫ້ຮູ້ວ່າ, ຫຼາຍປີຜ່ານມາ, ລາຍການທ່ອງທ່ຽວ ຢ້ຽມຢາມ ໃນເມືອງ (city tour)  ຍັງບໍ່ມີຫຍັງແປກໃໝ່ ດັ່ງນັ້ນ ຮູບການທ່ອງທ່ຽວ ຍຽວລົກ - ທິແງ່ຈະເປັນບາດກ້າວບຸກທະລຸເພື່ອສ້າງ ຄວາມດຶງດູດໃຈ ໃຫ້ນັກທ່ອງທ່ຽວ.

ເດືອນເມສາ 2014, ທ່ານຟານຊວນແອງ ໄດ້ຂຶ້ນແຜນ ແລະ ສະເຫນີຕໍ່ອຳນາດການປົກຄອງນະຄອນໂຮ່ຈີມິນ ຂໍໃບອະນຸຍາດ ດຳເນີນການທ່ອງທ່ຽວພາຍໃນເມືອງເທິງ ຄອງເໝືອງຍຽວລົກ - ທິແງ່. ບໍລິສັດເຮືອໄຊງ່ອນຈຳກັດ ໄດ້ລົງທຶນໄລຍະເບື້ອງຕົ້ນ ເພື່ອດຳເນີນ ການນຳທ່ຽວທາງນ້ຳໃນເມືອງດ້ວຍກ້ອນເງິນ 10 ຕື້ດົ່ງ. 

ຈາກການເປັນລຳຄອງທີ່ມີມົນພາວະເປັນພິດໃນອະດີດ, ມາບັດນີ້, ຍຽວລົກ-ທິແງ່ ໄດ້ກາຍເປັນເຄືອຂ່າຍການທ່ອງທ່ຽວທາງນ້ຳ ໃນເມືອງ
ທີ່ ຈັບອົກຈັບໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເມື່ອມາຢ້ຽມຢາມນະຄອນໂຮ່ຈີມິນ. ພາບ: ທົງຫາຍ/VNP



ນັກທ່ອງທ່ຽວຕ່າງປະເທດໃນຂະບວນການຢ້ຽມຊົມຄອງເໝືອງຍຽວ ລົກ-ທິແງ່ດ້ວຍເຮືອ. ພາບ: ທົງຫາຍ/VNP


ໃນລາຍການທ່ອງທ່ຽວທີ່ນີ້, ບັນດາທ່ານຈະໄດ້ຢ້ຽມຊົມທິວທັດ ທຳມະຊາດ ຢູ່ສອງຝັ່ງແມ່ນ້ຳ
ແລະ ໄດ້ຮັບຟັງສຽງດົນຕີ ພື້ນເມືອງ. ພາບ: ທົງຫາຍ/VNP



ເຮືອຫົງໄດ້ພານັກທ່ອງທ່ຽວຜ່ານເຂດວັດຫາຍດຶກ ຕັ້ງຢູ່ແຄມຝັ່ງ ຄອງເໝືອງຍຽວລົກ - ທິແງ່. ພາບ: ທົງຫາຍ/VNP


ຍາມແສງຕາເວັນລົງແລງໃນເຂດຄອງເໝືອງຍຽວລົກທິແງ່. ພາບ: ອານຮ໋ຽວ


ຄອງເໝືອງຍຽວລົກ - ທິແງ່ໄດ້ຟື້ນຊີບຄືນໃໝ່ ແລະ ກາຍເປັນ ເຄືອຂ່າຍການທ່ອງທ່ຽວແບບໃໝ່ທີ່ດຶງດູດໃຈ
ແຂກມາທ່ຽວທັງພາຍໃນ ແລະ ຕ່າງປະເທດເມື່ອມາແວ່ຢາມນະຄອນໂຮ່ຈີມິນ. ພາບ: ທົງຫາຍ/VNP



ນັກທ່ອງທ່ຽວບັນທຶກພາບໄວ້ໃນກອງຖ່າຍຮູບຂອງຕົນ ກ່ຽວກັບວິຖີການດຳລົງຊີວິດ
ຂອງຊາວເມືອງໄຊງ່ອນຢູ່ສອງຝັ່ງຄອງເໝືອງ. ພາບ: ທົງຫາຍ/VNP



ພາຫະນະຮັບໃຊ້ເພື່ອນຳພາແຂກໄປທ່ຽວຄອງເໝືອງຍຽວລົກ - ທິແງ່ ແມ່ນເຮືອຫົງ
ສາມາດຮັບແຂກໄດ້ 2 ຫາ 6 ຄົນພ້ອມກັບສີພາຍ. ພາບ: ທົງຫາຍ/VNP



ໄລຍະທາງທ່ອງທ່ຽວຍຽວລົກ - ທິແງ່ມີຄວາມຍາວ 4,5 ກິໂລແມັດ ໄປຜ່ານເຂດພື້ນທີ່
ເມືອງ 1, 3, ເມືອງບິ່ງແທ້ງ ແລະ ເມືອງ ຟູ໋ຍ້ວນ. ພາບ: ທົງຫາຍ/VNP

 
ເພື່ອຈະຄົ້ນຫາຄວາມສວຍງາມໃນຄອງເໝືອງ ຍຽວລົກ-ທິແງ່ດັ່ງກ່າວ, ທ່ານສາມາດຊື້ປີ້ຢູ່ 2 ຈຸດຄື: ຈຸດທີ 1 ຢູ່ເມືອງ 1 ຕັ້ງຢູ່ຖະໜົນ ຮວ່າງຊາ ແລະ ຈຸດທີ 2 ຢູ່ ເມືອງ 3 ຖະໜົນ ຮວ່າງຊາ ເຊັ່ນດຽວກັນ. ດ້ວຍລາຄາປີ້ລະ 220.000 ດົ່ງ/ຄົນ, ເຮືອຫົງຈະພາ ນັກທ່ອງທ່ຽວ ລ່ອງໄປຕາມກະແສນ້ຳລ່ອງຄອງເໝືອງ ຍຽວລົກ-ທິແງ່ ທີ່ມີຄວາມຍາວ 4,5 ກິໂລແມັດ, ຜ່ານເຂດເມືອງ 1, 3, ເມືອງ ບິ່ງແທ້ງ ແລະ ເມືອງ ຝູ໋ຍ້ວນ. ເມື່ອໄປເຖິງແຕ່ລະເມືອງ ຫຼື ເຂດສະຖານທີ່ ປະຫວັດສາດ, ຜູ້ນຳທ່ຽວໃນຊຸດເສື້ອສີຂຽວບ່າບາ (ຊຸດອາພອນທີ່ໄດ້ຮັບ ການນຳໃຊ້ທົ່ວໄປທີ່ເຂດບ້ານນາ, ໂດຍສະເພາະແມ່ນທາງພາກໃຕ້ ຫວຽດນາມ) ຈະໃຫ້ການບັນລະຍາຍຕໍ່ ນັກທ່ອງທ່ຽວດ້ວຍສອງ ພາສາ ຫວຽດນາມ-ອັງກິດ ກ່ຽວກັບປະຫວັດສາດ ແລະ ການປ່ຽນ ແປງຂອງລຳຄອງດັ່ງກ່າວ.

ເຮືອລຳຕ່າງໆຂຶ້ນລ່ອງຕາມຄອງເໝືອງພານັກທ່ອງທ່ຽວ ຊົມສະຖານທີ່ພາບທີ່ມີຊື່ສຽງເລົ່າລືເຊັ່ນ ວັດ Chantaransay, ວັດ ຟາບ ຮວາ… ຫຼື ວິຖີການດຳລົງຊີວິດຂອງຜູ້ຄົນນະຄອນໄຊງ່ອນຕົວຈິງ ຢູ່ສອງຝັ່ງຄອງເໝືອງ. ຢູ່ໃຕ້ນ້ຳມີຝູງປາເປັນຈຳນວນ ຫຼວງຫຼາຍ ອ້ອມຮອບລຳເຮືອເຮັດໃຫ້ນັກທ່ອງທ່ຽວພໍອົກພໍໃຈເປັນທີ່ສຸດ. ພ້ອມ ນັ້ນຍັງໄດ້ຟັງສຽງຂັບລຳເພັງພື້ນເມືອງ, ສຽງແຄນ Harmonica ແວ້ວມາຕາມສາຍລົມ. ພິເສດທ່ານຈະໄດ້ ລື້ນເລີງກັບສຽງດົນຕີ ພື້ນເມືອງຕ່າງໆຄື: ເດີນກາຕາຍຕື້, ດົນຕີພື້ນເມືອງ, ສຽງຂຸ່ຍ, ສຽງພິນ ແລະ ອື່ນໆໃນລະຫວ່າງການທ່ຽວຊົມ.

ທ່ານ Kevin ຫງວຽນ, ເປັນຊາວຫວຽດນາມອາໄສຢູ່ອາເມລິກາ ເມື່ອໄດ້ມາຢ້ຽມຊົມ ແລະ ຮັບຟັງຜູ້ນຳທ່ຽວບັນລະຍາຍກ່ຽວກັບ ການປ່ຽນແປງຂອງລຳຄອງເໝືອງຍຽວລົກ - ທິແງ່ ໄດ້ສະແດງ ຄວາມຮູ້ສຶກອອກມາວ່າ: “ເປັນສິ່ງຍອດຍິ່ງ ແລະ ສະໜຸກສະໜານໃຈທີ່ສຸດ! ປຽບເໝືອນຕົນເອງກຳລັງທ່ຽວຊົມ ທັດສະນີຍະພາບຢູ່ນະຄອນ ເວນີສ ທີ່ລືຊື່ຂອງອີຕາລີພູ້ນແຫຼະ”.
ບົດ: ຫງວຽນແອງ - ພາບ: ທົງຫາຍ/VNP - ອານຮ໋ຽວ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top