• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂີດໝາຍໃໝ່ໃນການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ

ກອງປະຊຸມຂັ້ນສູງການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ຄັ້ງທີ 10 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ ພາຍໃຕ້ການເປັນປະທານ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສຳເລັດ ຢ່າງຈົບງາມ. ດ້ວຍຄວາມຕັດສິນຍົກການຮ່ວມມືລະຫວ່າງ ບັນດາປະເທດ ແມ່ນຳ້ຂອງ ແລະ ຍີ່ປຸ່ນ ຂຶ້ນເປັນການພົວພັນ ຄູ່ຮ່ວມມືຍຸດທະສາດ ແລະ ອະນຸມັດຜ່ານຍຸດທະສາດການ ຮ່ວມມື ໂຕກຽວ 2018 ກຳນົດທິດໃຫ້ການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ ໄລຍະ 2019-2021, ກອງປະຊຸມດັ່ງກ່າວ ໄດ້ສ້າງ ຂີດໝາຍໃໝ່ໃນການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ. 

ຍົກຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດ

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi,  ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ກວດຄືນສະພາບການ ຮ່ວມມືໃນໄລຍະຜ່ານມາ; ພິຈາລະນາບັນດາທິດທາງຍິ່ງໃຫຍ່ຂອງການຮ່ວມມືໃນໄລຍະໃໝ່ ກໍ່ຄືແລກປ່ຽນບາງບັນຫາ ໃນໂລກ ແລະ ພາກພື້ນອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ການນຳບັນດາປະເທດແມ່ນຳ້ຂອງ ໄດ້ຮັບຮອງວ່າ ພາຍຫຼັງການສ້າງຕັ້ງມາເປັນເວລາ 10 ປີ, ການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ບັນລຸໄດ້ຫຼາຍຜົນງານອັນຍ່ິງໃຫຍ່ ຕາມທິດທາງທີ່ວາງອອກແມ່ນ: ກໍ່ສ້າງອະນຸພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາ ເສດຖະກິດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຊື່ອມໂຍງອາຊຽນ.

ກ່ຽວກັບຍຸດທະສາດ ໂຕກຽວ 2015 ໃຫ້ແກ່ໄລຍະ 2016-2018, ບັນດາທ່ານຜູ້ນຳ ສະແດງຄວາມຊົມເຊີຍຕໍ່ການຜັນຂະຫຍາຍກໍ່ສ້າງໂຄງການຫຼາຍຮ້ອຍແຫ່ງ ໃນຫຼາຍຂົງເຂດ, ຊ່ວຍເຮັດໃຫ້ ການເຊື່ອມຕໍ່ພື້ນຖານໂຄງລ່າງໄດ້ດີຂຶ້ນ, ຊຸດຍູ້ຄວາມສະໜິດ ຕິດພັນດ້ານເສດຖະກິດ-ອຸດສາຫະກຳ ແລະ ການພົບປະ ສ້າງສັນຂອງປະຊາຊົນລະຫວ່າງ ຍີ່ປຸ່ນ ແລະ ພາກພື້ນ ແມ່ນຳ້ຂອງ. ການນຳບັນດາປະເທດ ແມ່ນຳ້ຂອງ ຕີລາຄາສູງ ເລື່ອງ ຍີ່ປຸ່ນ ຊ່ວຍເຫຼືອກວ່າ 750 ຕື້ເຢັນ ໃນໄລຍະ 2016-2018. 


ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກອງກຽດຕິຍົດໃນພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi,  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ຖ່າຍຮູບຮ່ວມກັນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ
ຫວຽດນາມ ທີ່ກອງປະຊຸມຂັ້ນສູງການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ ຄັ້ງທີ 10. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi,  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ແລະ ບັນດາທ່ານຜູ້ແທນຖ່າຍຮູບນຳທີມບານເຕະ U17 ແມ່ນຳ້ຂອງ ແລະ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທຳການພົບປະ
ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບຄຳສຳພາດ ຂອງຝ່າຍໜັງສືພິມ ພາຍຫຼັງການພົບປະເຈລະຈາ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາ ຫົວໜ້າຄະນະທີ່ເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ ຄັ້ງທີ 10 ໄດ້ເຂົ້າຢ້ຽມຂຳ່ນັບເຈົ້າຈັກກະພັດ ຍີ່ປຸ່ນ Akihito. ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບປະທານສະພາສູງ ຍີ່ປຸ່ນ Chuichi Date. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບປະທານສະພາຕຳ່ ຍີ່ປຸ່ນ Tadamori Oshima. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ເວທີປາໄສ ສົ່ງເສີມການລົງທຶນ ເຂົ້າ ຫວຽດນາມ ໂດຍອົງການ
ສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ເປັນເຈົ້າພາບ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Nikai Toshihiro, ປະທານ​ສະຫະພັນ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ພາບ: ຖົ໋ງເຍີດ/VNA
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານຜູ້ນຳບັນດາປະເທດ ແມ່ນຳ້ຂອງ ຕັດສິນໃຈຍົກການຮ່ວມມືລະຫວ່າງບັນດາປະເທດ ແມ່ນຳ້ຂອງ ແລະ ຍີ່ປຸ່ນ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ຕາມນັ້ນ, ທິດທາງການຮ່ວມມືໃນໄລຍະຕໍ່ມາຈະສຸມໃສ່ເຂົ້າໃນສາມເສົາຄຳ້ຄື: ເຊື່ອມຕໍ່ຢ່າງໄຫວພິບ ແລະ ມີປະສິດທິຜົນ; ຖືປະຊາຊົນເປັນໃຈກາງ ແລະ ປະຕິບັດເປົ້າໝາຍເຫັນເປັນແມ່ນຳ້ຂອງສີຂຽວ. ກອງປະຊຸມເຫັນເປັນເອກະພາບວ່າ ຈະຈັດຕັ້ງ “ປີພົບປະສ້າງສັນແມ່ນຳ້ຂອງ-ຍີ່ປຸ່ນ 2019” ແນໃສ່ຊຸກຍູ້ຄວາມຮູ້ຄວາມເຂົ້າໃຈ ແລະ ການພົບປະ ສ້າງສັນລະຫວ່າງປະຊາຊົນບັນດາປະເທດແມ່ນຳ້ຂອງ ແລະ ຍີ່ປຸ່ນ. ສິ້ນສຸດກອງປະຊຸມ, ບັນດາທ່ານຜູ້ນຳ ໄດ້ອະນຸມັດຜ່ານຍຸດທະສາດ ໂຕກຽວ 2018 ໃຫ້ແກ່ການຮ່ວມມືໃນໄລຍະ 2019-2021 ພ້ອມກັບລາຍຊື່ບັນດາໂຄງການປະສານສົມທົບລະຫວ່າງການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ກັບບັນດາແຜນການ,ຂອບເຂດການຮ່ວມມືພັດທະນາທົ່ວໂລກ ແລະ ພາກພື້ນ.

ບົດບາດຂອງ ຫວຽດນາມ ໃນການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ

ຕາມນັກຂ່າວຂອງ ສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ ແລ້ວ, Japan Times-ໜັງສືພິມ ພາສາ ອັງກິດ ທີ່ມີຊື່ສຽງທີສຸດ ຂອງ ຍີ່ປຸ່ນ ອອກວັນທີ 6 ຕຸລາ ໄດ້ລົງບົດຂຽນຂອງ ທ່ານສາດສະດາຈານ Ryo Ikebe ກ່ຽວກັບການຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ ແລະ ບົດບາດຂອງ ຫວຽດນາມ.

ບົດຂຽນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນອະນຸພາກພື້ນແມ່ນຳຂອງ-ລວມມີບັນດາປະເທດ ຫວຽດນາມ, ລາວ, ກຳປູເຈຍ, ໄທ ແລະ ມຽນມາ. ພາກພື້ນດັ່ງກ່າວ ມີທີ່ຕັ້ງພິເສດ, ເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ ແລະ ພື້ນຖານເສດຖະກິດ ທີ່ຂະຫຍັນຂອງ ອາຊີ ຄື ຈີນ, ອິນເດັຍ ກໍ່ຄືບັນດາປະເທດຂຶ້ນ ກັບສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ຈາກທ່າແຮງດັ່ງກ່າວ, ອະນຸພາກພື້ນແມ່ນຳ້ຂອງ ໄດ້ມີທ່າແຮງ ບົ່ມຊ້ອນ ກາຍເປັນໃຈກາງຜະລິດ-ໃຊ້ຈ່າຍຂອງ ອາຊຽນ ແລະ ເປັນພາກສ່ວນໜຶ່ງທີ່ສຳຄັນໃນເສດຖະກິດໂລກ.

ດ້ວຍເປົ້າໝາຍສ້າງຕັ້ງ “ໂກ່ງສອນເສລີພາບ ແລະ ວັດທະນາຖາວອນ”, ໃນນັ້ນ ພາກພື້ນແມ່ນຳ້ຂອງເປັນປັດໄຈສຳຄັນ, ກົນໄກຮ່ວມມືກັບອະນຸພາກພື້ນແມ່ນຳ້ຂອງ ໄດ້ ຍີ່ປຸ່ນ ຊຸກຍູ້ແຕ່ປີ 2007. ຍຸດທະສາດ ໂຕກຽວ 2012,​ ຫຼັງຈາກນັ້ນ ແມ່ນຍຸດທະສາດ ໂຕກຽວ 2015 ໄດ້ສະເໜີອອກຢູ່ກອງປະຊຸມ ສຸດຍອດ ແມ່ນຳ້ຂອງ-ຍີ່ປຸ່ນ ດ້ວຍຄຳໝັ້ນສັນຍາ ຊ່ວຍເຫຼືອ 750 ຕື້ເຢັນ (ກວ່າ 6,6 ຕື້ໂດລາສະຫະລັດ) ຈາກແຫຼ່ງທຶນ ODA ຂອງລັດຖະບານ ຍີ່ປຸ່ນ ໃນ 3 ປີເພື່ອປະຕິບັດເປົ້າໝາຍປົກຫຸ້ມ, ສະໜິດຕິດພັນ, ໝັ້ນຄົງຕະຫຼອດການ ໃຫ້ແກ່ ຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ.

ກ່ຽວກັບບົດບາດຂອງ ຫວຽດນາມ ໃນຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ, ທ່ານສາດສະດາຈານ Ryo Ikebe ເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນກົນໄກຮ່ວມມືຂອງອະນຸພາກພື້ນແມ່ນຳ້ຂອງ, ໃນນັ້ນ ພິເສດແມ່ນຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ.  ຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຫັນເປັນ ສະດວກການຄ້າ ແລະ ການລົງທຶນໃນຂອບເຂດຮ່ວມມື ອະນຸພາກພື້ນ ແມ່ນຳ້ຂອງ ເປີດກວ້າງ; ຕັ້ງໜ້າພ້ອມກັບ ບັນດາປະເທດ ອະນຸພາກພື້ນແມ່ນຳ້ຂອງ ມີການພິຈາລະນາ ແລະ ສຳເລັດບັນດາຂໍ້ກຳນົດ, ເອກະສານການບໍລິຫານ ກ່ຽວກັບການແບ່ງປັນຈຳນວນຕົວເລກ, ຄວບຄຸມການນຳໃຊ້ນຳ້, ຮັກສາໄວ້ກະແສນຳ້, ປົກປ້ອງແຫຼ່ງນຳ້ ແມ່ນຳ້ຂອງ; ເຂົ້າຮ່ວມ ຢ່າງຕັ້ງໜ້າເຂົ້າໃນຫົວຄິດປະດິດສ້າງ “ໜຶ່ງທົດສະວັດ ແມ່ນຳ້ຂອງ ສີຂຽວ” ໃນຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ແລະ ອື່ນໆ.

ບັນດາກົນໄກຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ມີຄວາມໝາຍສຳຄັນ ແລະ ເໝາະສົມກັບບັນດາບຸລິມະສິດພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ.​ ປີ 2018, ຫວຽດນາມ ໄດ້ຮັບບົດບາດ ທີ່ເປັນຜູ້ປະສານງານພົວພັນການຕ່າງປະເທດ ອາຊຽນ-ຍີ່ປຸ່ນ ຢ່າງເປັນທາງການ, ຈາກນັ້ນ ຈະສາມາດປະກອບສ່ວນໄດ້ຫຼາຍ ກວ່າໃຫ້ຮ່ວມມື ແມ່ນຳ້ຂອງ-ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ດ້ານສາທາລະນະສຸກ ລະຫວ່າງ ໂຮງໝໍ ຫວຽດດຶກ ແລະ ໂຮງໝໍ Kitahara, ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA


ສອງທ່ານນາຍົກໄດ້ເປັນສັກຂີພິຍານ ພິທີມອບບົດບັນທຶກວ່າ
ດ້ວຍການຮ່ວມມືໃນຂົງເຂດນະໂຍບາຍຢູ່ທະເລ ແລະ ມະຫາສະໝຸດ ລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ຫ້ອງການຄະນະລັດຖະມົນຕີ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ  ບໍລິສັດ ໄຟຟ້າ ເວີນຟອງ ຈຳກັດ ກ່ຽວກັບໂຄງການກໍ່ສ້າງໂຮງງານຜະລິດໄຟຟ້າ BOT ເວີນຟອງ. ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບຂໍ້ຕົກລົງຮ່ວມມື ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບອົງການຕຳຫຼວດແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ຍີ່ປຸ່ນ ກ່ຽວກັບນັກຮຽນ ຫວຽດນາມ ທີ່ພວມຮຳ່ຮຽນຢູ່ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Osamu Masuko, ຜູ້ອຳນວຍການໃຫຍ່ ບໍລິສັດ Mitsubishi Motors. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການພົບປະ, ໂອ້ລົມສົນທະນາກັບບັນດາວິສາຫະກິດລາຍໃຫຍ່ຂອງ ຍີ່ປຸ່ນ. ເຫດການດັ່ງກ່າວໄດ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບທະນາຄານ VietinBank (ຫວຽດນາມ) ແລະ ທະນາຄານ Tokyo Mitsubishi (ຍີ່ປຸ່ນ) ຮ່ວມກັນຈັດ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Kanetsugu Mike, ຜູ້ອຳນວຍການໃຫຍ່ ທະນາຄານ MUFG-ທະນາຄານໃຫຍ່ທີ່ສຸດຢູ່ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ
ບໍລິສັດຈຳນວນໜຶ່ງຂອງ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ງານພົບປະ, ໂອ້ລົມສົນທະນາກັບບັນດາວິສາຫະກິດທີ່ ເຄື່ອນໄຫວ ໃນຂົງເຂດອະສັງຫາລີມະຊັບ ຍີ່ປຸ່ນ ໂດຍກະຊວງ ແຜນການ ແລະ ການລົງທຶນ, ສະຫະບໍລິສັດ ເບັນແທ່ງ ແລະ ສະມາຄົມ ອະສັງຫາລີມະຊັບ ນະຄອນ ໂຮ່ຈີມິນ ຮ່ວມກັນຈັດ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Tatsuo Yasunaga, ປະທານທັງເປັນຜູ້ອຳນວຍການໃຫຍ່
ການບໍລິຫານ ຂອງກຸ່ມບໍລິສັດ
Mitsui (ຍີ່ປຸ່ນ). ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Motoya Okada, ປະທານສະພາບໍລິຫານ ກຸ່ມບໍລິສັດ AEON  ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ພິທີເປີດບັນດາສາຍການບິນໄປ ຍີ່ປຸ່ນ ຂອງບໍລິສັດ ການເດີນອາກາດ VietjetAir: ພາບ: ຖົ໋ງເຍີດ/VNA


 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Takehiko Kakiuchi, ປະທານ ທັງເປັນຜູ້ອຳນວຍການໃຫຍ່ ການບໍລິຫານຂອງບໍລິສັດ Mitsubishi. ພາບ: ຖົ໋ງເຍີດ/VNA
ທ່ານສາດສະດາຈານ Ryo Ikebe ຕີລາຄາວ່າ ການຮ່ວມມື ຍີ່ປຸ່ນ-ຫວຽດນາມ ໃນຂອບເຂດຂອງແມ່ນຳ້ຂອງ-ຍີ່ປຸ່ນ ໄດ້ປະກອບສ່ວນຢ່າງມີປະສິດທິຜົນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງສອງປະເທດ, ການພັດທະນາຖາວອນຂອງພາກພື້ນ, ກໍ່ຄືປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອສັນຕິພາບ, ການພັດທະນາຖາວອນຢູ່ ອາຊີ ລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.

ໃນຂອບເຂດການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ, ຫຼາຍປີຜ່ານມາ, ຍີ່ປຸ່ນ ເປັນປະເທດສະໜອງແຫຼ່ງທຶນ ODA ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ. ໂຄງການຫຼາຍແຫ່ງ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ ຄື: ໂຄງການກໍ່ສ້າງຂົວ ເຍີດເຕີນ, ສະໜາມບິນສາກົນ ໂນ້ຍບ່າຍ, ສະໜາມບິນ ເຕີນເຊີນເຍີດ, ຂົວ ເກີ່ນເທີ ແລະ ອື່ນໆ.​ ບັນດາໂຄງການດັ່ງກ່າວ ປະກອບສ່ວນເຊື່ອມຕໍ່ບັນດາປະເທດອະນຸພາກພື້ນ ແມ່ນຳ້ຂອງ ແລະ ປະຕິບັດຍຸດທະສາດສົ່ງອອກພື້ນຖານໂຄງລ່າງຄຸນນະພາບ ສູງຂອງ ຍີ່ປຸ່ນ.

ການຮ່ວມມືແມ່ນຳ້ຂອງ-ຍີ່ປຸ່ນ ໄດ້ເຮັດໃຫ້ສາຍພົວພັນຮ່ວມມືຮອບດ້ານ ຍີ່ປຸ່ນ-ຫວຽດນາມ ດີກວ່າເກົ່າ. ປີ 2017, ຍີ່ປຸ່ນ ກາຍເປັນນັກລົງທຶນຕ່າງປະເທດອັນດັບໜຶ່ງຂອງ ຫວຽດນາມ ດ້ວຍຍອດເງິນລົງທຶນ FDI ແມ່ນ 9,1 ຕື້ໂດລາສະຫະລັດ ແລະ ສືບຕໍ່ຮັກສາໄວ້ໃນ 6 ເດືອນຕົ້ນປີ 2018 ດ້ວຍຈຳນວນ ເງິນລົງທຶນ FDI ບັນລຸໄດ້ 6,5 ຕື້ໂດລາສະຫະລັດ. ຈຳນວນວິສາຫະກິດ ຍີ່ປຸ່ນ ພວມເຄື່ອນໄຫວເຮັດທຸລະກິດຢູ່ ຫວຽດນາມ ປະມານ 3.100 ຄົນ, ເພີ່ມ 40% ໃນ 4 ປີຜ່ານມາ. ຈຳນວນວິສາຫະກິດ ຍີ່ປຸ່ນ ທີ່ເປັນສະມາຊິກຂອງສະມາຄົມ ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ນັບເຖິງເດືອນມິຖຸນາ 2018 ແມ່ນ 1.788 ຄົນ, ເປັນອັນດັບໜຶ່ງໃນບັນດາສະມາຄົມ ວິສາຫະກິດ ຍີ່ປຸ່ນ ຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ມູນຄ່າການຄ້າສອງສົ້ນປີ 2017 ບັນລຸໄດ້ 33,84 ຕື້ໂດລາ ສະຫະລັດ, ໄຕມາດ I/2018  ບັນລຸໄດ້ 8,7 ຕື້ໂດລາສະຫະລັດ. ຍີ່ປຸ່ນ ເປັນຄູ່ຮ່ວມມືດ້ານການຄ້າອັນດັບ 4, ແຕ່ເປັນຄູ່ຮ່ວມມືລາຍໃຫຍ່ທີສຸດຂອງ ຫວຽດນາມ ໃນບັນດາປະເທດທີ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP)./.
ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top