• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂີດໝາຍສຳຄັນໃນການພົວພັນຫວຽດນາມ-ອີຢິບ

ປະທານາທິບໍດີອີຢິບ Abdel Fattah el-Sisi  ຢ້ຽມຢາມ ທາງລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງ ວັນທີ 6-7 ກັນຍາ 2017. ນີ້ແມ່ນ ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງຜູ້ນຳອີຢີບ ນັບຕັ້ງແຕ່ ສອງ ປະເທດ ສ້າງຕັ້ງ ສາຍພົວ ພັນ ດ້ານການທູດ ໃນປີ 1963. ການຢ້ຽມຢາມ ດັ່ງ ກ່າວ ແມ່ນຂີດໝາຍສຳຄັນ, ຊຸກຍູ້ການ ພົວພັນ ຮ່ວມມື ໃນ ຂົງ ເຂດຕ່າງໆ ລະຫວ່າງສອງປະເທດ ຢ່າງແຂງແຮງ. 
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເປັນເອກະພາບໃນການ ເພີ່ມທະວີ ການແລກປ່ຽນຄະນະໃນຂັ້ນຕ່າງໆ ໂດຍຜ່ານ ການຕິດຕໍ່ ທາງລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ ກໍ ຄືການພົບປະ ແລກປ່ຽນລະຫວ່າງປະຊາຊົນ; ເປັນເອກະພາບ ກັນສືບຕໍ່ເສີມຂະຫຍາຍປະສິດທິຜົນ ບັນດາກົນໄກການຮ່ວມ ມື ທີ່ພວມມີຢູ່ ເຊັ່ນ ຄະນະກຳມະການ ລະຫວ່າງລັດຖະບານ, ປຶກສາຫາ ລື ແລະ ຮັບຟັງ ຄວາມຄິດເຫັນດ້ານການເມືອງ ແລະ ບັນດາ ກົນໄກອື່ນໆ ແນໃສ່ເພີ່ມທະວີຄວາມເຂົ້າໃຈ ລະ ຫວ່າງ ສອງ ປະເທດ. ສອງຝ່າຍ ເປັນເອກະພາບກັນ ຮ່ວມຈັດ ຕັ້ງ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ວັນສ້າງ ຕັ້ງສາຍພົວພັນດ້ານການທູດ ໃນປີ 2018 ໃຫ້ແທດເໝາະ ກັບຕົວຈິງ. 
 

ພິທີຕ້ອນຮັບປະທານາທິບໍດີອີຢິບ Abdel Fattah el-Sisi ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານປະທານປະເທດ.    ພາບ: ຍານຊ໋າງ/VNA
 

ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບປະທານາທິບໍດີ Abdel Fattah el-Sisi. ພາບ: ຍານຊ໋າງ/VNA


ປະທານປະເທດ ເຈິ່ນດ້າຍກວາງ ພົບປະເຈລະຈາ ກັບ ປະທາ ນາທິບໍດີ Abdel Fattah el-Sisi. ພາບ: ຍານຊ໋າງ/VNA
 

ປະທານປະເທດ ເຈິ່ນດ້າຍກວາງ ແລະ ປະທານາທິບໍດີ Abdel Fattah el-Sisi ເປັນສັກຂີພິຍານໃນພິທີລົງນາມ
ບັນດາເອກະສານວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ. ພາບ: ຍານຊ໋າງ/VNA



ປະທານາທິບໍດີ Abdel Fattah el-Sisi ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ-ອີຢິບ. ພາບ: ມິງກວ໋ຽດ/VNA

ສອງຝ່າຍໄດ້ເປັນເອກະພາບ ຊຸກຍູ້ການຮ່ວມມືສອງຝ່າຍ ໃນ ບັນດາຂົງເຂດ ການຄ້າ, ການລົງທຶນ ແລະ ຈະອຳນວຍ ຄວາມສະດວກ ເພື່ອໃຫ້ວິສາຫະກິດ ສອງ ປະເທດ ເພີ່ມທະ ວີ ການເຂົ້າເຖິງຕະຫຼາດຂອງກັນ ແນໃສ່ບັນລຸ ໂດຍໄວເປົ້າ  ໝາຍ ວົງເງິນການຄ້າສອງຝ່າຍໃຫ້ບັນລຸ 1 ຕື້ ໂດລາ ສະຫະ ລັດໃນຕໍ່ໜ້າ.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍເຫັນພ້ອມ ໃນການເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ; ມີຄວາມ ປາດຖະໜາ ແລະ ຕັດສິນໃຈຮັກສາໄວ້ ຄວາມເປັນລະບຽບ ບົນທະເລ ໃຫ້ສອດຄ່ອງກັບບັນດາຫຼັກການ ຂອງ ກົດໝາຍ ສາກົນ ຊຶ່ງໄດ້ສະແດງອອກ ໃນສົນທິສັນຍາ ຂອງ ສະຫະປະ ຊາຊາດ ວ່າດ້ວຍກົດໝາຍທະເລ (UNCLOS).


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໃຫ້ການຕ້ອນຮັບ ປະທານາທິບໍດີ Abdel Fattah el-Sisi. ພາບ: ຈີ້ຢຸງ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ປະທານາ ທິບໍດີ Abdel Fattah el-Sisi. ພາບ: ຖົ໋ງເຍິດ/VNA


ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ພົບປະ ແລກ ປ່ຽນ ຄຳຄິດຄຳເຫັນກັບປະທານາທິບໍດີ Abdel Fattah el-Sisi. ພາບ: ຈ້ອງດຶກ/VNA

ໃນການຢ້ຽມຢາມດັ່ງກ່າວ, ປະທານາທິບໍດີ Abdel Fattah el-Sisi ແລະ ປະທານປະເທດ ເຈິ່ນດ້າຍກວາງ ໄດ້ເປັນສັກ ຂີພິຍານໃນທີພິລົງນາມ ເອກະສານວ່າດ້ວຍການຮ່ວມມື 9 ສະບັບ ໃນຂົງເຂດຕ່າງໆ ເຊັ່ນ: ການຄ້າ, ການລົງທຶນ, ກະສິ ກຳ, ການປະມົງ, ການຂົນສົ່ງທາງທະເລ, ວັດທະນະທຳ ແລະ ທ່ອງທ່ຽວ. 

ອີຢິບ ເປັນຄູ່ຮ່ວມມື ດ້ານການຄ້າ ໃຫຍ່ອັນດັບສອງ ຂອງ ຫວຽດນາມ ຢູ່ທະວີບອາຟຣິກກາ. ວົງເງິນການຄ້າສອງຝ່າຍ ໃນປີ 2016  ບັນລຸ 316 ລ້ານ ໂດລາສະຫະລັດ, ໃນນັ້ນມີ ສິນຄ້າ ສົ່ງອອກ ຕົ້ນຕໍຂອງຫວຽດນາມເຊ່ັນ: ສິນທະເລ, ສິ້ນ ສ່ວນ ອາໄຫຼ່ລົດຍົນ, ແຜ່ນແພ, ພິກໄທດຳ, ກາເຟ, ຢາງພາ ລາ ແລະ ເຄື່ອງບໍລິໂພກ.

ສ່ວນສິນຄ້າຕົ້ນຕໍທີ່ຫວຽດນາມ ນຳເຂົ້າ ຈາກອີ ຢິບ ປະກອບ ມີ: ເຄມີທາດ, ຜະລິດຕະພັນຈາກນຳ້ມັນເຊື້ອໄຟ, ນ້ຳນົມ ແລະ ບັນດາຜະລິດຕະພັນຈາກນົມ, ເສັ້ນໃຍຊະນິດ ຕ່າງໆ ແລະ ເຄື່ອງບໍລິໂພກ. ປະຈຸບັນ, ອີຢິບ ມີສອງໂຄງການ ລົງ ທຶນ ຢູ່ ໄຕນິງ ແລະ ແຄ໋ງຮ່ວາ ດ້ວຍມູນຄ່າ 750.000 ໂດລາ ສະຫະລັດ. ແຕ່ລະປີ, ລັດຖະບານອີຢິບ ສະໜອງທຶນ ການ ສຶກສາ ໃຫ້ຫວຽດນາມ ຮຽນພາສາ ອີຢິບ ຈຳນວນ 12 ທຶນ.

 

ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top