• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດໝາຍວັດທະນະທຳ ສະໄໝລາດຊະວົງ ຮຸ່ງ ບົນດິນແດນ ທັງລອງ - ຮ່າໂນ້ຍ

      ໃນປະຫວັດສາດຂອງຊາດ ຫວຽດນາມ, ລາດຊະວົງ ຮຸ່ງ ແມ່ນໄລຍະກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ໄລຍະທຳອິດຂອງຊາດ ຫວຽດນາມ. ສະໄໝລາດຊະວົງ ຮຸ່ງ ໄດ້ເລີ່ມແຕ່ໄລຍະວັດທະນະທຳ ດົງເຊີນ ຄືໃນສະຕະວັດທີ VII ກ່ອນ ຄ.ສ. ຢູ່ເຂດອ່າງແມ່ນ້ຳແດງ  ທັງລອງ - ຮ່າໂນ້ຍ ແມ່ນດິນແດນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ສະໄໝລາດຊະວົງ ຮຸ່ງ

ພະລາດຊະວັງທັງລອງ-ຮ່າໂນ້ຍ
      ສະໄໝລາດຊະວົງ ຮຸ່ງ ເຊິ່ງແມ່ນລັດໜຶ່ງ, ແບບວິທີການຜະລິດໜຶ່ງ, ອົງການຈັດຕັ້ງສັງຄົມໜຶ່ງ, ພື້ນຖານວັດທະນະທຳໜຶ່ງ ດ້ວຍຮີດຄອງປະເພນີ, ພາສາເວົ້າທີ່ເປັນເອກະລັກຂອງຊາດ ຫວຽດນາມ, ເຊິ່ງໄດ້ຄົງຕົວ ແລະ ຂະຫຍາຍຕົວນັບ 1.000 ປີມານີ້. ສິ່ງພິເສດແມ່ນຢູ່ດິນແດນ ທັງລອງ - ຮ່າໂນ້ຍ ກໍ່ມີປະຫວັດສາດນັບ 1.000 ປີ ເຊິ່ງໄດ້ຕິດພັນກັບສະໄໝລາດຊະວົງ ຮຸ່ງ. ພົນຈັດຕະວາ ຟ້າມວັນເຢິ່ນ ຜູ້ອຳນວຍການສູນຄົ້ນຄວ້າ ແລະ ພັດທະນາວັດທະນະທຳ ຮຸ່ງເວືອງ ໃຫ້ຮູ້ວ່າ:
      “ຮ່າໂນ້ຍມີປູຊະນີຍະສະຖານກວ່າ 500 ແຫ່ງ ກ່ຽວກັບສະໄໝລາດຊະວົງ ຮຸ່ງ ອາດຈະເວົ້າໄດ້ວ່າແມ່ນໃຫຍ່ກວ່າໝູ່ໃນທົ່ວປະເທດ. ນີ້ແມ່ນສາງວັດທະນະທຳ, ປູຊະນີຍະສະຖານ, ວັດຖຸເອກະສານທີ່ອຸດົມສົມບູນ ເພື່ອຮັບໃຊ້ວຽກງານຄົ້ນຄວ້າ ກ່ຽວກັບສະໄໝລາດຊະວົງ ຮຸ່ງ. ອົງການ Unesco ໄດ້ຮັບຮອງການເຫຼື້ອມໃສ ໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ຂັບຊວານ ແມ່ນສອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ.  ໃນໂລກນີ້ ກໍ່ມີບໍ່ເທົ່າໃດປະເທດ ທີ່ມີວັນໄຫວ້ບູຊາບັນພະບູລຸດ ຄືຢູ່ປະເທດ ຫວຽດນາມ”.
     ໃນສະໄໝລາດຊະວົງ ຮຸ່ງ, ພື້ນຖານວັດທະນະທຳ ດົງເຊີນ ໄດ້ພັດທະນາຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ກໍ່ແມ່ນພື້ນຖານວັດທະນະທຳ ທີ່ຂະຫຍາຍຕົວດີທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້ ໃນສະໄໝປະຖົມບູຮານ. ຮ່ອງຮອຍຂອງພື້ນຖານວັດທະນະທຳ ດົງເຊີນ ແມ່ນໄດ້ມີຢູ່ທຸກບໍລິເວນໃນນະຄອນ ຮ່າໂນ້ຍ. ທ່ານຮອງສາດສະດາຈານ ປອ. ຕົ໊ງຈຸງຕິ໊ນ ປະທານສະມາຄົມບູຮານຄະດີ, ສະຖາບັນບັນດິດ ວິທະຍາສາດ ແລະ ສັງຄົມ ຫວຽດນາມ ຢືນຢັນວ່າ:
     “ປັດຈຸບັນຢູ່ ຮ່າໂນ້ຍ ມີສະຖານທີ່ 24 ແຫ່ງທີ່ມີຮ່ອງຮອຍຂອງພື້ນຖານວັດທະນະທຳ ດົງເຊີນ ໃນນັ້ນມີຫຼາຍທີ່ສຸດແມ່ນຢູ່ເມືອງ ດົງແອັງ, ກຳແພງ ໂກ໋
ລວາ ໃນສະໄໝເຈົ້າຊີວິດ ອານເຢືອງເວືອງ ເຊິ່ງໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສຽງໃຕ້ໃນປັດຈຸບັນ. ສ່ວນຢູ່ ເດິ່ມເມິຍ ທີ່ເມືອງ ດົງແອັງ ແມ່ນມີຮ່ອງຮອຍການຫຼອມເຫຼັກ ເຊິ່ງເປັນຫຼັກຖານຢັ້ງຢືນວ່າ ເຫຼັກໄດ້ປາກົດມີຢູ່ ຫວຽດນາມ ແຕ່ດົນນານແລ້ວ. ຊາວ ຫວຽດເດີມ ໄດ້ຜະລິດອອກ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ຄື ຄ້ອງບັ້ງ ໂກ໋ລວາ, ລູກທະນູເຮັດດ້ວຍທອງ ທີ່ຊອກເຫັນຢູ່ກຳແພງ ໂກ໋ລວາ…”.
      ໃນບໍລິເວນ ຮ່າໂນ້ຍ ໃນວັນນີ້ກໍ່ມີບັນດາໜູ່ບ້ານຕາແສງ ທຳການໄຫວ້ບູຊາບັນດາບຸກຄົນປະຫວັດສາດ ໃນສະໄໝລາດຊະວົງ ຮຸ່ງ. ສິ່ງນີ້ໄດ້ເປັນການຢັ້ງຢືນພະລັງຊີວິດ ແບບຍືນຍົງຂອງບັນດາຄຸນຄ່າ ທີ່ສັກກະລະບູຊາ ໃນແນວຄິດຈິດໃຈຂອງຊາວ ທັງລອງ - ຮ່າໂນ້ຍ. ນອກຈາກບົດບາດແມ່ນໃຈກາງເສດຖະກິດ ການເມືອງ ຂອງປະເທດຊາດແລ້ວ, ທັງລອງ - ຮ່າໂນ້ຍ ຍັງແມ່ນສູນກາງການເຫຼື້ອມໃສຂອງຊາວ ຫວຽດເດີມ. ພົ້ນເດັ່ນກວ່າໝູ່ ແມ່ນການເຄື່ອນໄຫວເຫຼື້ອມໃສພື້ນເມືອງ ນັ້ນແມ່ນງານບຸນ ຝູ໋ດົ໋ງ ບູຊາພະອໍລະຫັນ ແທັ໊ງຢ໊ອງ ແລະ ງານບຸນ ຕ໋ານວຽນເຊີນ. ທ່ານຮອງສາດສະດາຈານ ຫງວຽນດຶກເຍວະ ຮອງຫົວໜ້າສະຖາບັນຄົ້ນຄວ້າປະຫວດສາດ ຫວຽດນາມ ໃຫ້ຮູ້ວ່າ:
     “ພູບາວີ່ ແມ່ນນອນຢູ່ກົງກັນຂ້າມກັບຈອມພູ ແບັກຫາກ ຂອງ ຫວຽດຈີ່, ຢູ່ແຫ່ງນີ້ ແມ່ນບູຊາພະອໍລະຫັນ ຕ໋ານວຽນເຊີນ ເຊິ່ງໄດ້ຮັບຖືວ່າແມ່ນ ໜຶ່ງໃນຈຳນວນພະອໍລະຫັນ 4 ອົງທີ່ອະມະຕະ ໃນການເຫຼື້ອມໃສພື້ນເມືອງ ຫວຽດນາມ. ຈາກເທບນິຍາຍພະອໍລະຫັນ ແທັ໊ງຢ໊ອງ, ເລື່ອງລາວນີ້ກໍ່ໄດ້ຄ່ອຍໆຖືກວາດພາບດ້ວຍງານບຸນພະອໍລະຫັນ ແທັ໊ງຢ໊ອງ ເຊິ່ງແມ່ນງານບຸນທີ່ເປັນເອກະລັກຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳແດງ. ເມືອງ ຢາເລິມ ແມ່ນບ້ານເກີດຂອງ ແທັ໊ງຢ້ອງ. ສ່ວນເມືອງ ຊັອກເຊີນ ຕາມການເລົ່າຂານກັນມາວ່າ ແມ່ນແຫ່ງທີ່ ແທັ໊ງຢ໊ອງ ບິນຂຶ້ນສູ່ສະຫວັນ”.
      ໃນທຸກວັນນີ້ ຄຸນຄ່າດ້ານວັດທະນະທຳ ຈາກສະໄໝລາດຊະວົງ ຮຸ່ງ ໄດ້ຊຶມເລິກເຂົ້າແນວຄິດຈິດໃຈຂອງຊາວ ຫວຽດນາມ ແຕ່ລະຄົນ. ພິເສດການເຫຼື້ອມໃສ ໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຝັງເລິກໃນຈິດໃຈ ຂອງຊາວ ຫວຽດນາມ, ທັງເປັນແກ່ນສານແຫ່ງການເຊື່ອມຕໍ່, ທັງເປັນບ່ອນອີງທາງດ້ານຈິດໃຈໃຫ້ແກ່ວົງຄະນາຍາດຊາວ ຫວຽດນາມ ໃນທົ່ວໂລກ. ໃນນັ້ນ ທັງລອງ - ຮ່າໂນ້ຍ ແມ່ນທ້ອງຖິ່ນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ໃນສະໄໝລາດຊະວົງ ຮຸ່ງ ເຊິ່ງແມ່ນໜຶ່ງໃນບັນດາອູ່ຂອງສະໄໝລາດຊະວົງ ຮຸ່ງ ຢູ່ເຂດທົ່ງພຽງແມ່ນ້ຳແດງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top