• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂີດໝາຍປະຫວັດສາດໃນສາຍພົວພັນ ຫວຽດນາມ-ກຳປູເຈຍ

ການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ແຕ່ ວັນທີ 20-22 ກໍລະກົດ 2017 ຂອງສະຫາຍ ຫງວຽນຝູ໋ຈ້ອງ, ເລ ຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເປັນຂີດໝາຍແຫ່ງ ປະຫວັດສາດໃນສາຍພົວພັນການທູດລະຫວ່າງສອງປະເທດ, ທັງເປັນໂອກາດທີ່ດີເພື່ອໃຫ້ສອງຝ່າຍຫວນຄືນປະຫວັດສາດ ຂອງ ສາຍພົວພັນລະຫວ່າງສອງປະເທດໃນ 50 ປີຜ່ານມາ.
ໃນການຢ້ຽມຢາມ ກຳປູເຈຍ ເປັນເວລາ 3 ວັນ, ສະຫາຍເລຂາ ທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ທຳການພົບປະ ແລະ ເຮັດວຽກ 22 ຄັ້ງຢ່າງມີປະສິດທິຜົນ. ສະຫາຍເລຂາທິການໃຫຍ່ ໄດ້ທຳ ການພົບປະເຈລະຈາກັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມູນີ ພະມະຫາກະສັດແຫ່ງ ລາຊະອານາຈັກ ກໍາປູເຈຍ, ພົບປະແລກປ່ຽນຄຳຄິດຄຳເຫັນກັບ ພະລາຊະມານດາ ໂນໂຣດົມ ໂມນີນຽດ ສີຫານຸກ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມູນີ ແລະ ບັນດາຜູ້ນຳຂອງ ສະພາສູງ, ສະພາແຫ່ງຊາດ, ລັດຖະບານ ກຳປູເຈຍ.  ການພົບປະ ເຈລະຈາ, ແລກປ່ຽນຄຳຄິດຄຳເຫັນ ມີຂຶ້ນຍ່າງກົງໄປກົງມາ, ເລິກເຊິ່ງ ແລະ ແທດເໝາະຕົວຈິງ. 

ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ທຳການພົບປະເຈລະຈາກັບ ພະບາດສົມເດັດ ພະບໍ ຣົມ ມະນຽດ ໂນໂຣດົມ ສີຫາມູນີ
ພະມະຫາກະສັດແຫ່ງ ລາຊະ ອານາຈັກ ກໍາປູເຈຍ. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ  ແລະ
ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມູນີ ພະມະຫາກະສັດແຫ່ງ ລາຊະອານາຈັກ ກໍາປູເຈຍ
ແນະນຳ ແລະ ມອບຂອງຂວັນເຊິ່ງກັນ ແລະ ກັນ. ພາບ: ຈີ້ຢຸງ/VNA



ສົມເດັດ ໂນໂຣດົມ ສີຫາມູນີ ພະມະຫາກະສັດແຫ່ງ ລາຊະອາ ນາຈັກ ກໍາປູເຈຍ ຈັດງານລ້ຽງຮອງຮັບ
ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ. ພາບ: ຈີ້ຢຸງ/VNA



ສະຫາຍ  ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ພົບປະແລກປ່ຽນຄຳຄິດເຫັນກັບ ພະລາຊະມານດາ ໂນໂຣດົມ ໂມນີນຽດ ສີຫານຸກ
ຂອງ ພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມູນີ. ພາບ: ຈີ້ຢຸງ/VNA

ໃນສະພາບການປະຈຸບັນ, ບົນພື້ນຖານຂອງການຮ່ວມມືຢ່າງ ແໜ້ນແຟ້ນ ແລະ ເລິກເຊິ່ງ ຕະຫຼອດໄລຍະເວລາ 50 ປີ ຜ່ານມາ, ສອງຝ່າຍໄດ້ຕົກລົງ ໃນການຊຸກຍູ້ຢ່າງແຂງແຮງ ສາຍພົວພັນ ຫວຽດນາມ-ກຳປູເຈຍ, ຍົກການພົວພັນຂຶ້ນສູ້ລະດັບສູງໃໝ່, ເພີ່ມທະວີຄວາມເຊື່ອຖື, ເອົາບັນດາຂົງເຂດການຮ່ວມມືເຂົ້າສູ່ ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ. ເຖິງຈະຢູ່ ໃນສະຖານະການໃດກໍ່ຕາມ, ຫວຽດນາມ ແລະ ກຳປູເຈຍ ຕ້ອງ ເປັນເພື່ອນບ້ານທີ່ດີ, ມີຄວາມຊື່ສັດ, ບໍລິສຸດຜຸດຜ່ອງ, ສະໜິດ ຕິດພັນຢ່າງແໜ້ນແຟ້ນ, ຮ່ວມມືຮອບດ້ານ, ມີປະສິດທິພາບ ແລະ ຕົວຈິງ.


ຕອນບ່າຍວັນທີ 20 ກໍລະກົດ 2017, ທີ່ນະຄອນຫຼວງ ພະນົມເປັນ ແຫ່ງລາຊະອານາຈັກ ກຳປູເຈຍ,
ສະຫາຍ ຫງວຽນຝູ໋ຈ້ອງ
, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ມີການພົບປະເຈລະຈາ
ກັບ ສົມເດັດ ຮຸນເຊັນ,​ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ແລະ ສົມເດັດ ຮຸນເຊັນ,​ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ
ໄດ້ເປັນ ສັກຂີພິຍານພິທີເຊັນຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີ

ການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ພາບ: ຈີ້ຢຸງ/VNA



ທີ່ສຳນັກງານສະພາສູງ ຢູ່ນະຄອນຫຼວງ ພະນົມເປັນ ແຫ່ງລາຊະອານາຈັກ ກຳປູເຈຍ,
ສະຫາຍ ຫງວຽນຝູ໋ຈ້ອງ
, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ມີການພົບປະ
ແລກປ່ຽນຄຳຄິດຄຳເຫັນກັບ ສົມເດັດ ຊາຍຊຸມ, ປະທານສະພາສູງ ກຳປູເຈຍ. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ແລະ ສົມເດັດ ຊາຍຊຸມ, ປະທານສະພາສູງ ກຳປູເຈຍ ຕັດແຖບຜ້າສະຫຼອງຜົນສຳເລັດການກໍ່ສ້າງ

ເຂດອະນຸສອນສະຖານມິດຕະພາບ ຫວຽດນາມ-ກຳປູເຈຍ ທີ່ແຂວງ Preah Sihanouk . ພາບ: ຈີ້ຢຸງ/VNA


ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ພົບປະກັບ ສົມ​ເດັດ ອັກຄະມະຫາ​ ໂປ​ເຢຍ ຈັກກຣີ ​ເຮັງ ຊໍາຣິນ
ປະທານ​ສະພາ​ແຫ່ງຊາດ ​ແຫ່ງລາຊະ​ອານາຈັກ​ ກໍາປູ​ເຈຍ. ພາບ: ຈີ້ຢຸງ/VNA



ສະຫາຍ  ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ແລະ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊຳຣິນ, ປະທານສະພາ ແຫ່ງຊາດ ກຳປູເຈຍ
ໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດ ບັນທຶກຊ່ວຍຈຳວ່າດ້ວຍ ພັກ, ລັດ ແລະ ປະ ຊາຊົນ ຫວຽດນາມ
ມອບຫ້ອງການເຮັດວຽກ ຂອງຄະນະເລຂາ ແລະ ຄະນະກຳມະການຮັບຜິດຊອບໂດຍສະເພາະຂອງ ແຫ່ງຊາດ ກຳປູເຈຍ
ໃຫ້ແກ່ລັດ ແລະ ປະຊາຊົນ ກຳປູເຈຍ. ພາບ: ຟານມິງຮຶງ, ນັກຂ່າວຂອງ VNA ປະຈຳ ກຳປູເຈຍ



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ເຂົ້າຢ້ຽມຂ່ຳນັບພະມະຫາອາຈານ ແຕບວົງ. ພາບ: ຈີ້ຢຸງ/VNA



ສະຫາຍ  ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ
ເຂົ້າຢ້ຽມຂ່ຳນັບພະມະຫາອາຈານ ບຸກຣີ. ພາບ: ຈີ້ຢຸງ/VNA

 
ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສອງປະເທດ ໄດ້ເຊັນຖະແຫຼງການຮ່ວມວ່າດ້ວຍເພີ່ມທະວີສາຍ  ພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ການເປັນສັກຂີພິຍານ ຂອງ ສະຫາຍ ເລ ຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ​ ຮຸນ​ແຊນ, ນາຍົກລັດຖະມົນຕີ ແຫ່ງລາຊະ​ອານາ​ຈັກ ກຳປູ​ເຈຍ ແລະ ການນຳສອງປະເທດ. ອາດເວົ້າໄດ້ວ່າ ນີ້ແມ່ນ ຖະແຫຼງການຮ່ວມກ່ຽວກັບການພົວພັນຂອງ ສອງປະເທດ ໃນໄລຍະໃໝ່. ຖະແຫຼງການດັ່ງກ່າວ ໄດ້ຕີລາຄາຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນຂອງສອງປະເທດໃນ 50 ປີຜ່ານມາ; ແນໃສ່ຢ່າງຮອບດ້ານ ບັນດາຂໍ້ກຳນົດທິດທາງ ໃຫ້ແກ່ການ ພົວພັນຂອງສອງປະເທດ ໃນອະນາຄົດ ໃນທຸກໆ ຂົງເຂດ ວຽກງານ; ກຳນົດທິດການ ແກ້ໄຂບັນຫາ ຈຳນວນໜຶ່ງ ທີ່ຍັງຄົງຕົວ ໃນການພົວພັນລະຫວ່າງສອງປະເທດ; ເປັນເອກະພາບກ່ຽວກັບບັນຫາສາກົນ ແລະ ພາກພື້ນ.
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top