• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂີດໝາຍປະຫວັດສາດໃນການພົວພັນ ລະຫວ່າງ ສສ ຫວຽດ ນາມ-ສປປ ເກົາຫຼີ

ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ ໄດ້ກາຍເປັນຂີດໝາຍປະຫວັດສາດ ໃນການພົວພັນ ລະຫວ່າງສອງພັກ, ສອງປະເທດ ໃນບັນດາຂົງເຂດ ທີ່ສອດຄ່ອງ ກັບ ຜົນປະໂຫຍດ, ການກຳນົດດ້ານກົດໝາຍ ແລະ ຄຳໝັ້ນໝາຍສາກົນ ຂອງ ແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ. 
ພິທີຕ້ອນຮັບ ປະທານພັກ ແຮງງານ ສປປ ເກົາຫຼີ Kim Jong-un ໄດ້ຮັບການຈັດຂຶ້ນຢ່າງສົມກຽດ ດ້ວຍບັນດາພິທີສູງສຸດ ທີ່ ສະຫງວນໃຫ້ແກ່ປະມຸກລັດ ໂດຍສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນເຈົ້າພາບ. ໃນການພົບປະເຈລະຈາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຂອງປະທານ Kim Jong-un; ຢືນຢັນ ການຢ້ຽມຢາມ  ສສ ຫວຽດນາມຂອງ ປະທານ Kim Jong-un ໃນຄັ້ງນີ້ ເປັນຂີດໝາຍໃໝ່ອັນສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ປະຊາຊົນ ສປປ ເກົາຫຼີ ໄດ້ບັນລຸໄດ້ໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງພັກແຮງງານ ສປປ ເກົາຫຼີ ຊຶ່ງນຳໂດຍສະຫາຍ Kim Jong-un, ປະຊາຊົນ ສປປ ເກົາຫຼີ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດກໍ່ສ້າງສັງຄົມນິຍົມ.
 

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ສະຫາຍ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ
ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ພາບ: ວັນດຽບ/VNA



ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແນະນຳ ປະທານ Kim Jong-un ບັນດາສະມາຊິກທາງການ
ຂອງ ຄະນະຫວຽດນາມ ທີ່ເຂົ້າຮ່ວມພິທີຕ້ອນຮັບ. ພາບ: ຈີ້ຢຸງ/VNA



ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ສຳຜັດມືສະແດງຄວາມຍິນດີຕໍ່ບັນດາສະມາຊິກທາງການຂອງ ຄະນະ ສປປ ເກົາຫຼີ. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ປະທານ Kim Jong-un ໂບກມືກັບບັນດາ ນ້ອງເຍົາວະຊົນ
ທີ່ເຂົ້າຮ່ວມພິທີຕ້ອນຮັບຄະນະ. ພາບ: ຈີ້ຢຸງ/VNA



ຊາວນະຄອນຫຼວງຮ່າໂນ້ຍ ຍິນດີຕ້ອນຮັບ ປະທານ Kim Jong-un ທີ່ມາຢ້ຽມຢາມມິດຕະພາບ ສສ ຫວຽດນາມ ຢ່າງເປັນທາງການ. ພາບ: ເຟືອງຮວາ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ສຳພັດມືສະແດງຄວາມຍິນດີ ແລະ ຖ່າຍຮູບຮ່ວມກັບ ປະທານ Kim Jong-un. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບ ປະທານ Kim Jong-un. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ປະທານ Kim Jong-un ແນະນຳ ແລະ ແລກປ່ຽນຂອງ ຂວັນໃຫ້ກັນ. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຈັດງານລ້ຽງຮັບຮອງ ປະທານ Kim Jong-un
ເນື່ອງໃນໂອກາດມາຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ. ພາບ: ຈີ້ຢຸງ/VNA



ປະທານ Kim Jong-un ລອງໃຊ້ເຄື່ອງດົນຕີ ພິນສາຍດຽວ ຂອງ ຫວຽດນາມ ໃນງານລ້ຽງຮັບຮອງ. ພາບ: ເລີມແຄ໋ງ/VNA

ໃນການພົບປະເຈລະຈາກັບປະທານ Kim Jong-un, ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດອັນສຳຄັນທີ່ ປະຊາຊົນ ສປປ ເກົາຫຼີ ບັນລຸໄດ້ໃນຂະບວນວິວັດແຫ່ງການສ້າງສາປະເທດຊາດ, ກ່ຽວກັບບັນຫາແຫຼມ ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະໃຫ້ການສະໜັບສະໜູນ ຢ່າງສະເໝີຕົ້ນສະ ເໝີປາຍ ໃຫ້ແຫຼມເກົາຫຼີ ທີ່ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ແລະ ຊົມເຊີຍບັນດາຄວາມມານະພະ ຍາຍາມ ຂອງ ສປປ ເກົາຫຼີ ແລະ ສ ອາເມລິກາ ທີ່ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ ຄັ້ງທີ 2. ຫວຽດນາມ ໄດ້ ແລະ ຈະສືບຕໍ່ຊ່ວຍໜູນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດ ທະນາການດັ່ງກ່າວ.

ໃນການພົບປະເຈລະຈາກັບ ປະທານສະພາແຫ່ງຊາດ ສະຫາຍນາງ ຫງວຽນທິກີມເງິນ, ປະທານ Kim Jong-un ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ສປປ ເກົາຫຼີ ແລະ ສືບຕໍ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ ໂດຍປະທານ Kim Il-sung ແລະ ປະທານໂຮ່ຈີມິນ ໃຫ້ການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ, ເນັ້ນໜັກການຢ້ຽມຢາມແນໃສ່ນຳການພົວພັນຂຶ້ນສູ່ລະດັບສູງໃໝ່, ຮູ້ສຶກໄດ້ການຕ້ອນຮັບຢ່າງ ຈິງໃຈ, ອົບອຸ່ນ ຂອງ ປະຊາຊົນ ຫວຽດນາມ ທີ່ມີຕໍ່ຄະນະຢູ່ສະຖານທີ່ຕ່າງໆ, ນັບຕັ້ງແຕ່ມື້ມາຮອດຫວຽດນາມ.


ຂະບວນລົດນຳປະທານ Kim Jong-un ເຂົ້າພົບປະແລກປ່ຽນຄຳຄິດຄຳເຫັນກັບນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ສຳນັກ ງານລັດຖະບານ. ພາບ: ເລີມແຄ໋ງ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ປະທານ Kim Jong-un ໂບກມືກັບບັນດາ ນ້ອງເຍົາວະຊົນ ທີ່ເຂົ້າຮ່ວມການຕ້ອນຮັບຄະນະ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນຄຳຄິດຄຳເຫັນກັບ ປະທານ Kim Jong-un. ພາບ: VNA


ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃນການພົບປະແລກ ປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: ຈ້ອງດຶກ/VNA


ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະແລກປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: ຈ້ອງດຶກ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແນະນຳ ກັບປະທານ Kim Jong-un ບັນດາແຜ່ນຮູບຖ່າຍກ່ຽວກັບສາຍພົວພັນລະຫວ່າງ ສອງປະເທດ ໃນ 69 ປີ ຜ່ານມາ,
ນັບຕັ້ງແຕ່ມື້ສ້າງຕັ້ງສາຍພົວ ພັນ ດ້ານການທູດນຳກັນ ເມື່ອວັນທີ 31 ມັງກອນ 1950, ໂດຍບັນດານັກຂ່າວ
ຂອງ ສຳນັກຂ່າວສານຫວຽດນາມ ເປັນຜູ້ຖ່າຍ. ພາບ: ຖົ໋ງເຍິດ/VNA



ປະທານ Kim Jong-un ພ້ອມກັບຄະນະຜູ້ແທນຂັ້ນສູງ ສປປ ເກົາຫຼີ ມາວາງພວງມາລາ ທີ່ອະນຸສາວະລີບັນດານັກຮົບ
ຜູ້ເສຍ ສະຫຼະຊີວິດເພື່ອຊາດ ຢູ່ຖະໜົກ ບັກເຊີນ, ເມືອງ ບາດິ່ງ, ຮ່າໂນ້ຍ. ພາບ: ແທ່ງດາດ/VNA



ກ່ອນຈະອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຍັງ ແຂວງ ລ້າງເຊີນ, ປະທານ Kim Jong-un ໄດ້ມາວາງພວງມາລາ
ແລະ ເຂົ້າຢ້ຽມສຸສານ ປະທານ ໂຮ່ຈີມິນ. ພາບ: ວັນດຽບ/VNA



ຂະບວນລົດໄຟພິເສດ ນຳປະທານ Kim Jong-un ແລະ ຄະນະ ສປປ ເກົາຫຼີ ເລີ່ມເຄື່ອນຍ້າຍອອກຈາກ ສະຖານີລົດໄຟ ດົ່ງດັງ ເມື່ອເວລາ 12 ໂມງ 50 ນາທີ ສິ້ນສຸດການຢ້ຽມຢາມ ສສ ຫວຽດ ນາມ ຢ່າງເປັນທາງການ. ພາບ: ຍານຊ໋າງ /VNA
 
ເນື່ອງໃນໂອກາດນີ້, ປະທານ Kim Jong-un ໄດ້ໄປຢ້ຽມຢາມ ການວາງສະແດງຮູບຖ່າຍ: ສາຍພົວພັນສສ ຫວຽດນາມ-ສປປ ເກົາຫຼີ ໂດຍສຳນັກຂ່າວສານຫວຽດນາມ ເປັນຜູ້ປະຕິບັດ. ຮອງອຳນວຍການສຳນັກຂ່າວສານຫວຽດນາມ ຫວູຫວຽດຈາງ ໄດ້ແນະນຳກັບປະທານ Kim Jong-un ກ່ຽວກັບຮູບຖ່າຍແຕ່ລະແຜ່ນທີ່ໄດ້ວາງສະແດງຢູ່ທີ່ນີ້. ປະທານ Kim Jong-un ໄດ້ຢຸດຢູ່ດົນເຕີບ ກັບຮູບຖ່າຍ: ປະທານໂຮ່ຈີມິນ ແລະ ນາຍົກລັດຖະ ມົນ ຕີ Kim Il-sung ຢູ່ນະຄອນຫຼວງ ພຽງຢາງ, ໃນການຢ້ຽມຢາມມິດຕະພາບຢ່າງເປັນທາງການຄັ້ງທຳອິດ ຂອງປະທານໂຮ່ຈີມິນເຖິງ ສປປ ເກົາຫຼີ ແຕ່ວັນທີ 8-12 ກໍລະກົດ 1957. ປະທານKim Jong-un ໄດ້ກ່າວດ້ວຍຄວາມປາບປື້ມສະເທືອນໃຈວ່າ: “ຮູບຖ່າຍແຜ່ນນີ້ແມ່ນມີຄ່າຫຼາຍ!”. 
ວົງເງິນການຄ້າສອງສົ້ນ ສສ ຫວຽດນາມ-ສປປ ເກົາຫຼີ ປີ 2014 ບັນລຸ 8 ລ້ານ ໂດລາສະຫະລັດ; ປີ 2015 ບັນລຸ 11,6 ໂດລາສະ ຫະລັດ. ປີ 2016 ຫວຽດນາມ ສົ່ງອອກໄປຍັງ ສປປ ເກົາຫຼີ 2,99 ລ້ານ ໂດລາສະຫະລັດ; ປີ 2017 ສົງອອກໄປຍັງ ສປປ ເກົາຫຼີ 7,322 ລ້ານໂດລາສະຫະລັດ (ຕົ້ນຕໍແມ່ນສະບຽງອາຫານ, ເຂົ້າ ໜົມ); 9 ເດືອນຕົ້ນປີ 2018 ສົ່ງອອກໄປຍັງ ສປປ ເກົາຫຼີ 497.000 ໂດລາສະຫະລັດ.  

ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top