• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຂີດໝາຍ ຮຸ່ງເຮືອງ ສະໄໝ ອ໋ອກແອວ

ບັນດາວັດຖຸ ທີ່ເຮັດດ້ວຍເງິນຄຳ  ແລະ ເຄື່ອງປະດັບເອ້ ສະໄໝ ອ໋ອກແອວ ເປັນການພິສູດ ໃຫ້ເຫັນຢ່າງມີຊີວິດຊີວາ ໃນສະໄໝຮຸ່ງ ເຮືອງ ຂອງ ອານາຈັກ ຟູ່ນາມ ຊຶ່ງຫ່າງຈາກນີ້  2000 ປີ ໃນອະດີດ ໄດ້ຮັບການ ວາງສະແດງ ຢູ່ ຫໍພິພິທະພັນ ປະຫວັດສາດ ນະຄອນ ໂຮ່ຈີມິນ ຫວ່າງມໍ່ໆ ນີ້ ພາຍໃຕ້ຫົວຂໍ້: “ຂອງມີຄ່າ ອານາຈັກ ບູ ຮານ- ສິລະປະເຄື່ອງເງິນ ຄຳ ແລະ ປະດັບເອ້ ສະໄໝອ໋ອກແອວ”.
ອານາຈັກ ຟູ່ນາມ ໄດ້ຄົງຕົວ ໃນຊ່ວງສະຕະວັດທີ I-VII ຈາກ ບັນ ດາວັດຖຸ ບູຮານ ທີ່ຖືກຄົ້ນພົບ ຢູ່ທ່າເຮືອ ອ໋ອກແອວ (ແຂວງ ອານ ຢາງ). ສະຖານ ທີ່ແຫ່ງນີ້ ມີຄວາມ ສະໜິດຕິດພັນ ກັບພື້ນຖານ ວັດທະນະທຳ ອ໋ອກແອວ ຊຶ່ງເປັນໜຶ່ງ ໃນບັນດາພື້ນຖານ ວັດທະ ນະທຳ ທີ່ຍິ່ງໃຫຍ່ ໃນປະຫວັດສາດ ຫວຽດນາມ. 


ງານວາງສະແດງ ພາຍໃຕ້ຫົວຂໍ້ “ຂອງມີຄ່າ ອານາຈັກບູຮານ- ສິ ລະປະເຄື່ອງເງິນ ຄຳ ແລະ ປະດັບເອ້ ສະໄໝ ອ໋ອກແອວ”
ໄດ້ດຶງ ດູດມວນຊົນ ແລະ ນັກທ່ອງທ່ຽວ ເຂົ້າຢ້ຽມຊົມ ເປັນຈຳນວນຫຼວງ ຫຼາຍ. 



ບັນດາວັດຖຸເຮັດດ້ວຍເງິນຄຳ  ແລະ ເຄື່ອງປະດັບເອ້ ສະໄໝ ອ໋ອກແອວ ເປັນສິ່ງພິສູດ ຢ່າງມີຊີວິດຊີວາ ສະໄໝຮຸ່ງເຮືອງ
ຂອງ ອານາຈັກ ຟູ່ນາມ ກ່ອນໜ້ານີ້ 2000 ປີ. 



ມູມໜຶ່ງຂອງງານວາງສະແດງ “ຂອງມີຄ່າ ອານາຈັກບູຮານ- ສິລະ ປະເຄື່ອງເງິນ ຄໍາ ແລະ ປະດັບເອ້ ສະໄໝອ໋ອກແອວ”. 


ມູມໜຶ່ງ ຂອງ ງານວາງສະແດງ ບັນດາໝໍ້ປຸງແຕ່ງໂລຫະ ດ້ວຍດິນ ເຜົາ. 


ງານວາງສະແດງ “ຂອງມີຄ່າ ອານາຈັກບູຮານ- ສິລະປະເຄື່ອງ ເງິນ ຄຳ ແລະ ປະດັບເອ້ ສະໄໝ ອ໋ອກແອວ” ໄດ້ດຶງດູດມວນຊົນ ແລະ ນັກທ່ອງທ່ຽວ ມີໂອກາດ ໄດ້ຄົ້ນພົບບັນດາຄຸນຄ່າ ທີ່ເປັນ ເອກະລັກ ໂດຍຜ່ານວັດຖຸພັນທີ່ມີຄ່າ ນັບຫຼາຍຮ້ອຍສິ້ນ ຂອງ ວັດທະນະທຳ ສະໄໝ ອ໋ອກແອວ.  

ປະຈຸບັນ ມີ ບູຮານສະຖານ ຫຼື ກຸ່ມບູຮານສະຖານ ກວ່າ 90 ແຫ່ງ ໄດ້ ຂຸດຄົ້ນ ແລະ ພົບວັດຖຸ ນັບພັນ ທີ່ມີຄວາມກ່ຽວຂ້ອງ ກັບ ວັດ ທະນະທຳ ອອ໋ກແອວ ເຊັ່ນ: ຫີນ, ທອງ, ເຄື່ອງປັ້ນດິນເຜົາ, ໂລຫະ ຊະນິດທີ່ມີຄ່າ ແລະ ອື່ນໆ... ໃນຈຳນວນນັ້ນ, ບັນດາວັດຖຸ ເຄື່ອງ ເງິນຄຳ ແລະ ປະດັບເອ້ ອ໋ອກແອວ ທີ່ງານວາງສະແດງ ພາຍໃຕ້ ຫົວຂໍ້: “ຂອງມີຄ່າອານາຈັກບູຮານ- ສິລະປະເຄື່ອງເງິນ ຄໍາ ແລະ ປະດັບເອ້ ສະໄໝ ອ໋ອກແອວ” ແມ່ນມີຄວາມອຸດົມ ຫຼາກຫຼາຍ ທາງດ້ານ ປະເພດ ແລະ ຮູບຊົງ ຊຶ່ງ ໄດ້ສະແດງ ໃຫ້ເຫັນ ຄວາມ ປານີດແນບນຽນ ທີ່ເຂັ້ມຄົ້ນໄປດ້ວຍ ຄຸນຄ່າ ດ້ານສິລະປະ.

ແຕ່ສະໄໝ ອ໋ອກແອວ, ບັນດານັກສິລະປິນ ໄດ້ບັນລຸເຖິງ ລະດັບ ຄວາມຮູ້ ດ້ານຄວາມງາມສູງ, ທັງມີສີມື ແລະ ຄວາມພິຖີພິຖັນ ໃນ ການປະດິດສ້າງ. ບັນດາສ່ວນລະອຽດ, ລວດລາຍຕ່າງໆ ຢູ່ເທິງ ວັດຖຸ ທີ່ເປັນເງິນ ຄຳ ຫຼື ເຄື່ອງປະດັບເອ້ ຍັງສະແດງໃຫ້ເຫັນຈຸດ ເປັນເອກະລັກ ຂອງ ວັດທະນະທຳທ້ອງຖິ່ນ, ໂດຍສະເພາະຢ່າງ ຍິ່ງແມ່ນ ການປະສົມປະສານ ລະຫວ່າງ ບັນດາພື້ນຖານວັດທະ ນະທຳ ທີ່ແຕກຕ່າງກັນ ໃນພາກພື້ນອາຊີອາຄະເນ. ນອກຈາກນັ້ນ ບັນດາວັດຖຸ ທີ່ວາງສະແດງຢູ່ທີ່ນີ້ ຍັງມີສ່ວນຂອງສາສະໜາ ຮິນດູ, ສາສະໜາພຸດ... ຊ່ຶງຊ່ວຍໃຫ້ມວນຊົນ ແລະ ນັກທ່່ອງທ່ຽວ  ມີໂອ ກາດໄດ້ຄົ້ນພົບ ບັນດາ ພື້ນຖານ ວັດທະນະທຳ ທີ່ເປັນເອກະລັກ.

ທ່ານ Peter Ankersen, ນັກທ່ອງທ່ຽວ ຊາວແດນມາກ ກ່າວວ່າ: “ຂ້າພະເຈົ້າ ມັກຊອກຮູ້ກ່ຽວກັບ ວັດທະນະທຳ, ພິເສດແມ່ນ ວັດ ທະນະທຳ ຂອງ ບັນດາປະເທດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງ ໃຕ້. ບັນດາສິ່ງຂອງມີຄ່າ ທີ່ວາງສະແດງ ຢູ່ທີ່ນີ້ ຂອງ ຫວຽດນາມ ແມ່ນມີຄຸນຄ່າ ແລະ ສ້າງຄວາມປະທັບໃຈ ສຳລັບຂ້າພະເຈົ້າ ໃນ ດ້ານຄວາມງາມ ຢ່າງແທ້ຈິງ, ຍິ່ງກວ່ານັ້ນ ກໍເຮັດໃຫ້ ຂ້າພະເຈົ້າ ມີຄວາມຮູ້ຕື່ມກ່ຽວກັບ ພື້ນຖານວັດທະນະທຳ ອ໋ອກແອວ ທີ່ມີ ຄວາມສະໜິດຕິດພັນ ກັບ ຊີວິດ ຂອງ ມະນຸດ ກ່ອນນີ້ ນັບສິບ ສະຕະວັດ”.
/.


ປອກຄໍ ເຮັດດ້ວຍຫີນ ສາຍນີ້ ມີຄຸນຄ່າສູງດ້ານຄວາມງາມ. 


ບັນດາປະເພດເບົ້າ ເພື່ອຜະລິດ ຜະລິດຕະພັນ ເຄື່ອງປະດັບເອ້. 


ບັນດາປະເພດປອກແຂນ, ປອກຄໍ ເຮັດດ້ວຍຫີນ. 


ແຜ່ນຄຳ ທີ່ມີລາຍດອກ. 


ແຜ່ນຄຳ ຮູບດອກບົວ. 


ບັນດາສາຍຄໍ ເຮັດດ້ວຍຫີນ ນີ້ ມີຄຸນຄ່າສູງດ້ານຄວາມງາມ. 


ບັນດາເຄື່ອງປະດັບ ໄດ້ຮັບການ ເຈຍລະໄນ ຢ່າງພິຖີພິຖັນ. 


ວັດຖຸພັນ ເຮັດດ້ວຍຄຳ ຂອງ ປະຊາຊົນ ສະໄໝ ອ໋ອກແອວ. 


ແຫວນຄຳ ທີ່ໄດ້ຮັບການເຈຍລະໄນ ຢ່າງພິຖີພິຖັນ. 


ຍັນປະເພດຕ່າງໆ ເຮັດດ້ວຍໂລຫະ. 
 
ອາດແບ່ງວັດຖຸ ໃນງານວາງສະແດງ ເປັນສອງກຸ່ມຄື: ກຸ່ມບັນ ດາ ຜະລິດຕະພັນ ເຄື່ອງເງິນຄຳ ທີ່ໃຊ້ດ້ານການເຊື່ອຖື ສາສະໜາ (ຖານ linga-yoni, ບັນດາສັນຍະລັກ ຮູບ ຫອຍ, ເຕົ່າ, ຄຳເປັນ ແຜ່ນບາງໆ...)  ແລະ ກຸ່ມບັນດາຜະລິດຕະພັນ ເຄື່ອງເງິນ ຄຳ, ປະດັບເອ້ (ແຫວນ, ຕຸ້ມຫູ, ປອກແຂນ, ປອກຄໍ...). 
 
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top