• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງກະສິກຳ ແລະ ປ່າໄມ້ ມະຫາວິທະຍາໄລ ເກິ່ນເທີ ສ້າງຊື່ສຽງຮຽງນາມ ໃຫ້ແກ່ຫວຽດນາມ

      ຕົ້ນເດືອນ ມີນາ ຜ່ານມາອົງການສຶກສາໂລກ Quacquarelli Symonds (QS) ໄດ້ປະກາດຕາຕະລາງຈັດອັນດັບມະຫາວິທະຍາໄລຕາມຂົງເຂດປີ 2020. ໃນນັ້ນຫວຽດນາມ ມີມະຫາວິທະຍາໄລ 4 ແຫ່ງໄດ້ມີຊື່ຢູ່ໃນຕາຕະລາງຈັດອັນດັບດັ່ງກ່າວ
            ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນຂະແໜງກະສິກຳ ແລະ ປ່າໄມ້, ມະຫາວິທະຍາໄລ ເກິ່ນເທີ ຖືກຈັດຢູ່ອັນດັບສູງສຸດ, ຂຶ້ນກັບຂົງເຂດຊີວິດວິທະຍາສາດ ແລະ ແພດສາດຂອງ QS 2020. ນີ້ແມ່ນວິວັດການແຫ່ງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄູອາຈານ ແລະ ນັກຮຽນຢູ່ມະຫາວິທະຍາໄລ ເກິ່ນເທີ ໃນຫລາຍປີຜ່ານມາ.

ມະຫາວິທະຍາໄລ ເກິ່ນເທີ  (ພາບ: SGGP.VN)
      ປີ 2020, ຕາຕະລາງຈັດອັນດັບຮາກຖານການສຶກສາມະຫາວິທະຍາໄລຕາມຂົງເຂດວິຊາສະເພາະ ໂດຍ QS ປະກາດຈັດອັນດັບນັ້ນແມ່ນມີສະຖາບັນ, ມະຫາວິທະຍາໄລ 1.368 ແຫ່ງ ທີ່ມາຈາກ 158 ປະເທດ ແລະ ເຂດແຄ້ວນ. ຕາມນັ້ນແລ້ວ, ກຸ່ມຂະແໜງກະສິກຳ ແລະ ປ່າໄມ້, ລວມມີບັນດາຂະແໜງການຄື: ການປູກຝັງ, ລ້ຽງສັດ, ສິນໃນນ້ຳ, ຂອງມະຫາວິທະຍາໄລ ເກິ່ນເທີ ໄດ້ຈັດຢູ່ອັນດັບທີ 1 ໃນ ຫວຽດນາມ ແລະ ໄດ້ຈັດຢູ່ກຸ່ມອັນດັບທີ 251 – 300 ໃນໂລກ. ນີ້ກໍ່ແມ່ນມະຫາວິທະຍາໄລໜຶ່ງດຽວຂອງ ຫວຽດນາມ ທີ່ມີຊື່ໃນຕາຕະລາງຈັດອັນດັບໂລກໃນກຸ່ມຂະແໜງດັ່ງກ່າວ.
        ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ, ຫົວໜ້າພະແນກກະສິກຳ, ມະຫາວິທະຍາໄລ ເກິ່ນເທີ ໃຫ້ຮູ້ວ່າ: ບັນດາມະຫາວິທະຍາໄລຖືກຈັດອັນດັບ ຕ້ອງອີງໃສ່ 4 ມາດຖານຄື: ມີຊື່ສຽງດ້ານວິຊາການສຶກສາ (Academic Reputation), ມີຊື່ສຽງດ້ານການຮັບສະໝັກ (Employer Reputation), ໄດ້ຄັດສະເໜີໃນບົດໜັງສືພິມ ແລະ ດັດຊະນີ H (H-index). ໃນໄລຍະມໍ່ໆມານີ້, ດັດຊະນີ H ໄດ້ຮັບການສະເໜີຄືດັ່ງໄມ້ວັດແທກກ່ຽວກັບສະມັດຕະພາບການເຮັດວຽກ, ຜົນສະທ້ອນຂອງໂຄງການຄົ້ນຄວ້າເຖິງປະຊາຄົມວິທະຍາສາດສາກົນ ແລະ ຄວາມຮັບຮູ້ຂອງເພື່ອນຮ່ວມອາຊີບໃນຂະແໜງຂອງນັກວິທະຍາສາດ. ສະເພາະແຕ່ດັດຊະນີດັ່ງກ່າວ, ຂະແໜງກະສິກຳ ແລະ ປ່າໄມ້ຂອງມະຫາວິທະຍາໄລ ເກິ່ນເທີ ບັນລຸຄະແນນໄດ້ 62.4 ຄະແນນ, ສູງສຸດໃນ 4 ມາດຖານ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ ໃຫ້ຮູ້ວ່າ:
        “ໃນຊຸມປີມໍ່ໆມານີ້ການຈັດອັນດັບເລີ່ມ ມີຄວາມສົນໃຈພື້ນຖານປະຫວັດສາດນັບແຕ່ກ່ອນມາຮອດປັດຈຸບັນ ແມ່ນພົ້ນເດັ່ນຂຶ້ນ ແລະ ໄດ້ຮັບພື້ນຖານມີຄວາມໝັ້ນແກ່ນທີ່ສຸດປັດຈຸບັນ, QS ໄດ້ນຳຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າໃນຕາຕະລາງຈັດອັນດັບ ນັ້ນ ໄດ້ສະແດງໃຫ້ເຫັນ ວ່າ ໂລກຕີລາຄາສູງຕໍ່ຂະແໜງກະສິກຳຂອງມະຫາວິທະຍາໄລ ເກິ່ນເທີພວກຂ້າພະເຈົ້າມານະພະຍາຍາມ ບໍ່ພຽງແຕ່ເພື່ອໃຫ້ໄດ້ຈັດອັນດັບເທົ່ານັ້ນ   ແຕ່ພວກຂ້າພະເຈົ້າ ມານະພະຍາຍາມ ແມ່ນເພື່ອໃຫ້ຂະແໜງກະສິກຳຂອງມະຫາວິທະຍາໄລ ເກິ່ນເທີ ນັບມື້ນັບດີຂຶ້ນ.
        ພະແນກກະສິກຳ ມະຫາວິທະຍາໄລ ເກິ່ນເທີ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1968. ມີໜ້າທີ່ຕົ້ນຕໍ ແມ່ນບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຊີເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ທົ່ວປະເທດ ໃນຂົງເຂດຕ່າງໆຄື: ການປູກຝັງ, ລ້ຽງສັດ ແລະ ການປຸງແຕ່ງສະບຽງອາຫານ.

ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນວ່າງ
      ຫລາຍປີມານີ້, ພະແນກກະສິກຳຂອງມະຫາວິທະຍາໄລ ຍາມໃດກໍ່ຮຽງບ່າຮຽງໄຫຼ່ໄປພ້ອມກັບທົ່ວມະຫາວິທະຍາໄລ ສ້າງແຜນນະໂຍບາຍຍູ້ແຮງການເຂົ້າຮ່ວມໃນການຈັດອັນດັບລວມ ແລະ ກຳນົດທິດບັນດາຂົງເຂດທີ່ມີທ່າແຮງ. ມະຫາວິທະຍາໄລ ເກິ່ນເທີ ໄດ້ຕັ້ງໜ້າປັບປຸງດ້ານວິຊາການດ້ານສຶກສາໃຫ້ມີຊື່ສຽງ ໂດຍຜ່ານຫຼັກສູດການບຳລຸງສ້າງ, ການສິດສອນ ແລະ ພິເສດແມ່ນຍູ້ແຮງການເຄື່ອນໄຫວດ້ານວິຊາການສຶກສາ ແລະ ປະກາດວິທະຍາສາດ. ທ້າວ ຫງວຽນດ່ວານກວ໊ກຢຸຍ, ນັກຄົ້ນຄວ້າປະລິນຍາໂທ ຂະແໜງວິທະຍາສາດປູກຕົ້ນໄມ້ ແລະ ນາງ ຫວໍທິເຟືອງຕຽນ, ນັກສຶກສາປະລິນຍາຕີ ປີທີ 3 ຂະແໜງລ້ຽງສັດ, ຂຶ້ນກັບພະແນກກະສິກຳແບ່ງປັນວ່າ:
        “ໃນວິວັດການຮ່ຳຮຽນ ນັບແຕ່ຕອນຍັງຮຽນປະລິນຍາຕີຈົນເຖິງເວລາທີ່ນ້ອງມາຄົ້ນຄວ້າ ປະລິນຍາໂທຢູ່ໂຮງຮຽນ ນ້ອງເຫັນວ່າ ບັນດາວິທີການສິດສອນ ເລີ່ມມີການ ປ່ຽນແປງໃໝ່ ແລະ ອັນທີ່ປ່ຽນແປງຫຼາຍກວ່າໝູ່ແມ່ນ ວິທີການແລກປ່ຽນຂອງຄູອາຈານກັບນັກສຶກສາ ກໍ່ຄື ກັບນັກຄົ້ນຄວ້າປະລິນຍາໂທ.
        “ກ່ຽວກັບຂົງເຂດກະສິກຳນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດໄປຄຽງຄູ່ກັບການຮ່ຳຮຽນຢູ່ໃນຫ້ອງຮຽນແລ້ວນ້ອງຍັງມານະພະຍາຍາມເຂົ້າຮ່ວມການຄົ້ນຄວ້າວິທະຍາສາດໃນໝູ່ ນັກສຶກສານຳກັນອີກດ້ວຍ.
        ໄດ້ມີຊື່ຢູ່ໃນຕາຕະລາງຈັດອັນດັບຂອງໂລກ QS ຈະແມ່ນທ່າແຮງຢ່າງໃຫຍ່ຫລວງໃຫ້ແກ່ມະຫາວິທະຍາໄລ ເກິ່ນເທີ ໃນການສືບຕໍ່ຍູ້ແຮງການພັດທະນາບັນດາຂະແໜງຮຽນ, ດຶງດູດນັກສຶກສາ; ພິເສດແມ່ນ ຈະປະກອບສ່ວນໃຫ້ແກ່ການພັດທະນາຂອງຂົງເຂດດັ່ງກ່າວສຳລັບປະເທດຊາດ, ເປັນຕົ້ນແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລຫວຽດຢຸງ, ຮອງອະທິການບໍດີ ມະຫາວິທະຍາໄລເກິ່ນເທີ ໃຫ້ຮູ້ວ່າ:
        “ສຳລັບຂ່າວດີຂອງຂະແໜງກະສິກຳນີ້ນອກຈາກການລົງທຶນຕື່ມອີກແລ້ວ  ທາງໂຮງຮຽນຍັງ ມີບັນດາແຜນນນະໂຍບາຍນະໂຍບາຍທີ່ເໝາະສົມກ່ວາ ເພື່ອເຮັດໃຫ້ການພັດທະນານີ້ດີກ່ວາແຕ່ກໍ່ຈະເບິ່ງຂະແໜງອື່ນ ແລະ ພິຈາລະນາວ່າ ເປັນຫຍັງ ຂະແໜງອື່ນຈຶ່ງເຮັດບໍ່ໄດ້ຍັງຖືກຈຳກັດຫຍັງພັດທະນາຂະແໜງນີ້ແລ້ວ ຂະແໜງອື່ນກໍ່ຕ້ອງພັດທະນາໄປພ້ອມໆກັນໃຫ້ມັນຄົບຊຸດ.”
        ຢືນຢູ່ອັນດັບທີ 251 – 300 ໃນຕາຕະລາງຈັດອັນດັບຂອງໂລກ QS ໄດ້ສ້າງ ຂີດໝາຍແຫ່ງຄວາມມານະພະຍາຍາມໃນການພັດທະນາ ໃນຕະຫລອດ 54 ປີທີ່ຜ່ານມາຂອງຄູອາຈານ ແລະ ນັກຮຽນມະຫາວິທະຍາໄລ ເກິ່ນເທີ ເວົ້າລວມ ແລະ ຂອງກຸ່ມຂະແໜງກະສິກຳ - ປ່າໄມ້ເວົ້າສະເພາະ. ຫວັງວ່າ, ໃນໄລຍະຈະມາເຖິງ, ມະຫາວິທະຍາໄລ ເກິ່ນເທີ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຕື່ມອີກ ເພື່ອພັດທະນາເສດຖະກິດສັງຄົມ, ພິເສດແມ່ນຂົງເຂດກະສິກຳ, ສິນໃນນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ດຶງດູດເອົາການສະໜັບສະໜູນ, ການຮ່ວມມືຂອງບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຕື່ມອີກ./
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top