ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນ ທີ່ວາລະປະຊຸມຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ IPU-140
ໂດຍຫົວຂໍ້ແມ່ນ “ບັນດາລັດຖະສະພາແມ່ນພື້ນຖານເພື່ອເພີ່ມທະວີການສຶກສາເພື່ອສັນຕິພາບ, ຄວາມສະຫງົບ ແລະ ນິຕິບັນຍັດ ”, ຕອນເຊົ້າວັນທີ 7 ເມສາ 2019, ທີ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ໄດ້ ດຳເນີນວາລະປະຊຸມຄົບຄະນະ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີບົດກ່າວປາໄສທີ່ວາລະປະຊຸມດັ່ງກ່າວ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ ໃນວິວັດທະນາການພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຕົນ, ຍາມໃດ ຫວຽດນາມ ກໍ່ໃຫ້ບູລິມະສິດແກ່ການພັດທະນາ ໄປພ້ອມກັບຄວາມໝັ້ນຄົງ, ຍົກສູງການສຶກສາແມ່ນລັດຖະນະໂຍ ບາຍແຖວໜ້າ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສ້າງແຫຼ່ງຊັບພະຍາກອນທີ່ມີລະດັບສູງເພື່ອຕອບສະໜອງຄວາມຮຽກຮ້ອງໃນຍຸກສະໄໝເຕັກໂນໂລຊີ 4.0.
ໂດຍຫົວຂໍ້ແມ່ນ “ບັນດາລັດຖະສະພາແມ່ນພື້ນຖານເພື່ອເພີ່ມທະວີການສຶກສາເພື່ອສັນຕິພາບ, ຄວາມສະຫງົບ ແລະ ນິຕິບັນຍັດ ”, ຕອນເຊົ້າວັນທີ 7 ເມສາ 2019, ທີ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ໄດ້ ດຳເນີນວາລະປະຊຸມຄົບຄະນະ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີບົດກ່າວປາໄສທີ່ວາລະປະຊຸມດັ່ງກ່າວ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ ໃນວິວັດທະນາການພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຕົນ, ຍາມໃດ ຫວຽດນາມ ກໍ່ໃຫ້ບູລິມະສິດແກ່ການພັດທະນາ ໄປພ້ອມກັບຄວາມໝັ້ນຄົງ, ຍົກສູງການສຶກສາແມ່ນລັດຖະນະໂຍ ບາຍແຖວໜ້າ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສ້າງແຫຼ່ງຊັບພະຍາກອນທີ່ມີລະດັບສູງເພື່ອຕອບສະໜອງຄວາມຮຽກຮ້ອງໃນຍຸກສະໄໝເຕັກໂນໂລຊີ 4.0.
ຕອນເຊົ້າວັນທີ 7 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມວາລະປະຊຸມສະພາບໍລິຫານ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ (ກາຕາ). ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140). ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Martin Chungong, ເລຂາທິການໃຫຍ່ IPU. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານນາງ Gabriela Cuevas Barron, ປະທານ IPU. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບ ທ່ານAhmad bin Abdulla Al Mahmoud, ປະທານລັດຖະສະພາ Shura, ປະເທດ ກາຕາ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນເຊົ້າວັນທີ 7 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Abdullah bin Nasser bin Khalifa Al Thani, ນາຍົກລັດຖະມົນຕີ ກາຕາ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນເຊົ້າວັນທີ 7 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Vyacheslav Volodin, ປະທານ Duma ແຫ່ງຊາດ ລັດເຊຍ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນບ່າຍວັນທີ 7 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນເຊົ້າວັນທີ 8 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Nurlan Nigmatulin, ປະທານສະພາຕຳ່ ສ ກາຣັກສະຖານ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນເຊົ້າວັນທີ 8 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Ali Ardeshir Larijani, ປະທານສະພາແຫ່ງຊາດ ອີຣານ. ພາບ: ຈ້ອງດຶກ/VNA ຢູ່ນອກກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU-140) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ຕອນເຊົ້າວັນທີ 8 ເມສາ 2019, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Karu Jayasuriya, ປະທານສະພາແຫ່ງຊາດ ສີລັງກາ. ພາບ: ຈ້ອງດຶກ/VNA |
ຕາມການລາຍງານຂອງທະນາຄານໂລກ, ປີ 2018 ມີ 7/10 ລະບົບການສຶກສາແຖວໜ້າຂອງໂລກນອນຢູ່ໃນຂົງເຂດອາຊີຕາເວັນອອກ-ປາຊີຟິກ. ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາລະບົບການສຶກສາພັດທະນາ. ຄຽງຄູ່ກັນນັ້ນ, ການກໍ່ສ້າງອາຊີບ ກໍ່ໄດ້ ຫວຽດນາມ ຖືເປັນສິ່ງສຳຄັນ, ປະສານສົມທົບກັບສາມັນສຶກສາ ແລະ ມະຫາວິທະຍາໄລ ເພື່ອປະກອບເພີ່ມເຕີມກຳລັງນັກວິສາວະກອນ ດ້ານວິທະຍາສາດພື້ນຖານ ແລະ ເຕັກນິກເຕັກໂນໂລຊີ. ສະພາແຫ່ງຊາດ ຫວຽດນາມ ໄດ້ອະນຸມັດຜ່ານ ແລະ ດັດແປງຂໍ້ມູນເອກະສານກົດໝາຍທີ່ສຳຄັນຫຼາຍສະບັບຄື: ລັດຖະທຳມະນູນ, ກົດໝາຍວ່າດ້ວຍການສຶກສາຊັ້ນມະຫາວິທະຍາໄລ, ກົດໝາຍວ່າດ້ວຍການສຶກສາ ອາຊີບ ແລະ ເພີ່ມທະວີການຄວບຄຸມກວດກາ ເພື່ອຍົກສູງຄຸນນະພາບ ການປ່ຽນແປງໃໝ່ ຂອງການສຶກສາຢູ່ ຫວຽດນາມ, ປັດຈຸບັນ ພວມປະຕິບັດການດັດແປງກົດໝາຍວ່າດ້ວຍການສຶກສາ ດ້ວຍເປົ້າໝາຍກໍ່ສ້າງພື້ນຖານການສຶກສາ ພັດທະນາຢ່າງຮອບດ້ານ ທັງຄຸນນະພາບ ແລະ ຄວາມສາມາດ, ເສີມຂະຫຍາຍຄວາມສາມາດຂອງນັກຮຽນ ຫວຽດນາມ ແຕ່ລະຄົນໃຫ້ດີທີ່ສຸດ.
ເພື່ອເພີ່ມທະວີບົດບາດຂອງສະພາແຫ່ງຊາດໃນການຊຸກຍູ້ການສຶກສາເພື່ອສັນຕິພາບ, ຄວາມສະຫງົບ ແລະ ນິຕິບັນຍັດ, ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີອອກເນື້ອໃນຈຳນວນໜຶ່ງ. ກ່ອນອື່ນໝົດ, ປະຊາຄົມສາກົນຕ້ອງສືບຕໍ່ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາແບບຍືນຍົງຄົງຕົວ, ຖືສຳຄັນການສຶກສາຢ່າງຮອບດ້ານໃຫ້ແກ່ປະຊາຊົນ; ຍູ້ແຍງການສຶກສາ ອາຊີບ ເພື່ອຍົກສູງຄຸນນະພາບແຮງງານ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ. ພ້ອມກັນນັ້ນ, ຕ້ອງເສີມຂະຫຍາຍບົດບາດຂອງບັນດາລັດຖະສະພາ, ຜູ້ແທນລາຊະດອນ, ສຳເລັດການກໍ່ສ້າງກອບນິຕິກຳຢູ່ພາຍໃນ, ກໍ່ສ້າງລັດນິຕິບັນຍັດ, ຄວບຄຸມກວດກາການປະຕິບັດ ແລະ ໃຫ້ສັດຕະຍະບັນ ງົບປະມານ ທີ່ເໝາະສົມກັບບັນດາແຜນການປະຕິຮູບ, ປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງແບບຍືນຍົງຄົງຕົວ; ພ້ອມນັ້ນ ຮັບປະກັນການປະຕິບັດຄວາມຍຸຕິທຳ, ສະເໝີພາບລະຫວ່າງທຸກພາກສ່ວນໃນສັງຄົມ, ບໍ່ຈຳແນກແຕກຕ່າງໃນການປະພຶດ ຫຼື ປະພຶດແບບບໍ່ສະເໝີພາບ ເພື່ອໃຫ້ປະຊາຊົນໝົດທຸກຄົນ ໄດ້ເຂົ້າໃກ້ກັບການສຶກສາ.
ຊຸກຍູ້ການພົວພັນກັບລັດຖະສະພາ ເອີຣົບ
ການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຄັ້ງນີ້ ແນໃສ່ການ ແລກປ່ຽນກ່ຽວກັບການພົວພັນຮ່ວມມື ລັດຖະສະພາ ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາ ບັນດາປະເທດ ສະມາຊິກຂອງສະຫະພາບ ເອີຣົບ, ລັດຖະສະພາ ເອີຣົບ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບສະຫະພາບ ເອີຣົບ... ແລະ ແລກປ່ຽນກ່ຽວກັບບັນດາບັນຫາ ທີ່ສອງຝ່າຍ, ພາກພື້ນ ແລະ ສາກົນ ພວມມີຄວາມສົນໃຈ.
ວັນທີ 28 ພະຈິກ 1990, ຫວຽດນາມ ແລະ ສະຫະພາບ ເອີຣົບ ສ້າງຕັ້ງການພົວພັນທາງດ້ານການທູດຢ່າງເປັນທາງການ. ປີ 1996, ສະຫະພາບ ເອີຣົບ ໄດ້ເປີດຫ້ອງການຜູ້ຕາງໜ້າຂອງຄະນະກຳມະການ ເອີຣົບ (EC) ຢູ່ ຮ່າໂນ້ຍ. ສອງຝ່າຍໄດ້ຮັກສາບັນດາກົນໄກວ່າດ້ວຍການຮ່ວມມື: ປຶກສາ ແລະ ຟັງຄວາມຄິດຄວາມເຫັນດ້ານການເມືອງ ຊັ້ນຮອງນາຍົກລັດຖະມົນຕີການຕ່າງປະເທດ ເປັນປະຈຳ; ຄະນະກຳມະການປະສົມ ຫວຽດນາມ-ສະຫະພາບ ເອີຣົບ: ກົນໄກສົນທະນາກ່ຽນກັວສິດທິມະນຸດ ຫວຽດນາມ-ສະຫະພາບ ເອີຣົບ ແລະ ອື່ນໆ.
ໃນແຜນການຢ້ຽມຢາມ ແລະ ເຮັດວຽກຢູ່ລັດຖະສະພາ ເອີຣົບ, ຕອນບ່າຍວັນທີ 4 ເມສາ 2019, ທີ່ນະຄອນຫຼວງ ບຣຸກແຊນ, ລາຊະອານາຈັກ ແບນຊິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານ Jean-Claude Juncker, ປະທານຄະນະກຳມະການ ເອີຣົບ. ພາບ: ຈ້ອງດຶກ/VNA ທີ່ສຳນັກງານຄະນະກຳມະການ ເອີຣົບ (EC) ຢູ່ ບຣຸກແຊນ, ລາຊະອານາຈັກ ແບນຊິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານ Antonio Tajani, ປະທານລັດຖະສະພາ ເອີຣົບ. ພາບ: ຈ້ອງດຶກ/VNA ພາບທັງໝົດໃນການພົບປະເຈລະຈາລະຫວ່າງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກັບທ່ານ Antonio Tajani, ປະທານລັດຖະສະພາ ເອີຣົບ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Jacques Brotchi, ປະທານສະພາສູງ ລາຊະອານາຈັກ ແບນຊິກ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Siegfried Bracke, ປະທານສະພາຕຳ່ ລາຊະອານາຈັກ ແບນຊິກ. ພາບ: ຈ້ອງດຶກ/VNA ໃນແຜນການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານ Bernd Lange, ປະທານຄະນະກຳມະການການຄ້າສາກົນຂອງລັດຖະສະພາ ເອີຣົບ (EP). ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມເຂດ Wallonie, ລາຊະອານາຈັກ ແບນຊິກ, ພົບປະກັບທ່ານ Willy Borsus, ລັດຖະມົນຕີ ທັງເປັນປະທານເຂດ Wallonie. ພາບ: ຈ້ອງດຶກ/VNA |
ຫວຽດນາມ ແລະ ສະຫະພາບ ເອີຣົບ ໄດ້ມີການສົມທົບກັນທີ່ບັນດາເວທີຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ພິເສດແມ່ນໃນກອບຂອງການຮ່ວມມືລະຫວ່າງ ອາຊຽນ-ສະຫະພາບ ເອີຣົບ, ອາແຊມ ແລະ ສະຫະປະຊາຊາດ, ໃນການແກ້ໄຂບັນດາບັນຫາ ໂລກ ຄື: ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຢ່າງຍືນຍົງຄົງຕົວ, ຄວາມສະຫງົບພະລັງງານ, ຕ້ານການກໍ່ການຮ້າຍ, ຕ້ານການເຜີຍແຜ່ອາວຸດທຳລາຍລ້າງ, ການຍົກຍ້າຍຜິດກົດໝາຍ ແລະ ອື່ນໆ.
ປີ 2017, ສະຫະພາບ ເອີຣົບ ເປັນຄູ່ຮ່ວມມືການຄ້າອັນດັບ 3 (ຫຼັງຈາກ ຈີນ ແລະ ສ ອາເມລິກາ) ແລະ ເປັນຕະຫຼາດສົ່ງອອກອັນດັບ 2 ( ຫຼັງຈາກ ສ ອາເມລິກາ) ຂອງ ຫວຽດນາມ. ບັນດາປະເທດຄື: ເຢຍລະມັນ, ອັງກິດ, ໂຮນລັງ, ອິຕາລີ, ຝຣັ່ງ, ແອັສະປາຍ, ໂອຕຣິດ ແລະ ແບບຊິກ ເປັນຕະຫຼາດ 8 ແຫ່ງໃຫຍ່ທີ່ສຸດ ຂຶ້ນກັບສະຫະພາບ ເອີຣົບ ໄດ້ນຳເຂົ້າສິນຄ້າຂອງ ຫວຽດນາມ, ແຕ່ລະປີ ບັນລຸໄດ້ມູນຄ່າກວ່າ 1 ຕື້ໂດລາສະຫະລັດ. ສິນຄ້າສົ່ງອອກຂອງ ຫວຽດນາມ ສ່ວນຫຼາຍແມ່ນຜະລິດຕະພັນຕຳ່ແຜ່ນຕັດຫຍິບ, ເກີບ,ກາເຟ, ເຄື່ອງທະເລ, ຄອມຜິວເຕີ ແລະ ອື່ນໆ. ສອງຝ່າຍໄດ້ສຳເລັດການເຈລະຈາສັນຍາການຄ້າເສລີ ຫວຽດນາມ-ສະຫະພາບ ເອີຣົບ (EVFTA).
ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີຣົບ ໄດ້ຮັບການຊຸກຍູ້ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນເສົາຄຳ້ທີ່ສຳຄັນໃນການພົວພັນຮ່ວມມືຢ່າງຮອບດ້ານ ລະຫວ່າງ ຫວຽດນາມ-ສະຫະພາບ ເອີຣົບ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໄຂຂຶ້ນຢ່າງເລື້ອຍໆ ແລະ ການພົບປະສົນທະນາເປັນປະຈຳ ລະຫວ່າງ ບັນດາຜູ້ແທນລາດຊະດອນ ທີ່ເວທີລັດຖະສະພາຫຼາຍຝ່າຍ ໄດ້ປະກອບສ່ວນຢ່າງຂັນແຂງໃຫ້ແກ່ການພົວພັນມິດຕະພາບ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ເວົ້າລວມ ແລະ ໂດຍສະເພາະແມ່ນການພົວພັນຂອງລັດຖະສະພາ. ສອງຝ່າຍໄດ້ສ້າງຕັ້ງກຸ່ມຜູ້ແທນລາດຊະດອນ ມິດຕະພາບ ສອງຝ່າຍ.
ພາເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ ເຂົ້າໄປສູ່ລວງເລິກ ແລະ ມີເນື້ອແທ້
ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝຣັ່ງ, ຜັນຂະຫຍາຍໝາກຜົນການຢ້ຽມຢາມ ຝຣັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຫັນຖະແຫຼງການຮ່ວມລະຫວ່າງການນຳຂັ້ນສູງສອງປະເທດກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາໃຫ້ປະກົດຜົນເປັນຈິງ.
ສາຍພົວພັນທາງດ້ານການເມືອງອັນດີງາມ ລະຫວ່າງ ສອງປະເທດໄດ້ສ້າງຂີດໝາຍຜ່ານບັນດາການຢ້ຽມຢາມຂັ້ນສູງ, ມໍ່ໆ ນີ້ ແມ່ນການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຝຣັ່ງ François Hollande ເມື່ອປີ 2016 ແລະ ການຢ້ຽມຢາມ ຝຣັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເມື່ອເດີອນ ມີນາ 2018. ສອງປະເທດໄດ້ຮັກສາກົນໄກວ່າດ້ວຍການຮ່ວມມືສະບັບ, ພົ້ນເດັ່ນມີສົນທະນາຍຸດທະສາດກ່ຽວກັບຄວາມສະຫງົບດ້ານປ້ອງກັນຊາດ ແລະ ສົນທະນາຂັ້ນສູງກ່ຽວກັບເສດຖະກິດ ຊຶ່ງໄດ້ຈັດຂຶ້ນເປັນປະຈຳ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Edouard Philippe, ນາຍົກລັດຖະມົນຕີ ຝຣັ່ງ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Gérard Larcher, ປະທານສະພາສູງ ຝຣັ່ງ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະ ກັບທ່ານ Jean - Luc Moudenc, ເຈົ້າຄອງນະຄອນ ຕູລູເຊີ. ພາບ: ຈ້ອງດຶກ/VNA ທີ່ນະຄອນ ຕູລູເຊີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານໃນພິທີປິດກອງປະຊຸມ ຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ-ຝຣັ່ງ ຄັ້ງທີ 11. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Fabien Roussel, ເລຂາທົ່ວປະເທດ ພັກກອມມູນິດ ຝຣັ່ງ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບຄະນະຜູ້ແທນລາດສະດອນ ຝຣັ່ງ-ຫວຽດນາມ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມເວທີເປີດງານວາງສະແດງ ກ່ຽວກັບລຸງ ໂຮ່; ພົບປະກັບປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ ແລະ ປະດັບຫຼຽນໄຊ ເອກະລາດ ຊັ້ນ I (ຄັ້ງທີ 2) ຂອງປະທານປະເທດ ມອບໃຫ້ແກ່ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ປູກຕົ້ມໄມ້ເປັນທີ່ລະນຶກ ແລະ ຢ້ຽມຊົມບໍລິເວນປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil. ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບຄະນະຈັດຕັ້ງ ແລະ ຜູ້ຕາງໜ້າຊາວ ຫວຽດນາມ ດີເດັ່ນຂອງ “ເວທີປາໄສ ຊາວ ຫວຽດນາມ ມີຜົນສະທ້ອນ” (Vietnam Global Leaders Forum - VLGF). ພາບ: ຈ້ອງດຶກ/VNA ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນສັກຂີພິຍານ ບໍລິສັດການບິນແຫ່ງຊາດ Viet Nam Airlines ຮັບເອົາເຮືອບິນ A350, ບໍລິສັດການບິນ Vietjet ຮັບເອົາເຮືອບິນ A321 Neo ແລະ ໄປຢ້ຽມຢາມຕ່ອງໂສ້ຜະລິດເຮືອບິນ A350 ຂອງ Airbus. ພາບ: ຈ້ອງດຶກ/VNA |
ການພົວພັນຮ່ວມມືລັດຖະສະພາລະຫວ່າງສອງປະເທດ ກໍ່ໄດ້ຮັກສາ ແລະ ພັດທະນາຢ່າງຂັນແຂງ. ສອງຝ່າຍມີການແລກປ່ຽນຄະນະຜູ້ແທນ ແລະ ຮ່ວມມືຢູ່ບັນດາເວທີລັດຖະສະພາຫຼາຍຝ່າຍ, ພິເສດແມ່ນສະຫະພັນ ລັດຖະສະພາສາກົນ... ສະພາແຫ່ງຊາດ ຫວຽດນາມ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືກັບສະພາສູງ ແລະ ສະພາຕຳ່ຂອງ ຝຣັ່ງ, ນັ້ນແມ່ນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືກັບລັດຖະສະພາ. ສະພາແຫ່ງຊາດສອງປະເທດ ໄດ້ສ້າງຕັ້ງກຸ່ມຜູ້ແທນລາດຊະດອນ ມິດຕະພາບ ສອງຝ່າຍ.
ການພົວພັນລະຫວ່າງ ຫວຽດນາມ ແລະ ຝຣັ່ງ ພວມພັດທະນາຢ່າງດີງາມ ໃນຫຼາຍຂົງເຂດ. ຝຣັ່ງ ເປັນຄູ່ຮ່ວມມືການຄ້າອັນດັບ 4 ຂອງ ຫວຽດນາມ ຢູ່ ເອີຣົບ, ຫຼັງຈາກ ເຢຍລະມັນ, ອັງກິດ ແລະ ໂຮນລັງ. ມູນຄ່າການຄ້າສອງສົ້ນ ປີ 2018 ບັນລຸໄດ້ 5,1 ຕື້ໂດລາສະຫະລັດ, ເປັນອັນດັບ 3 ໃນຈຳນວນປະເທດ ເອີຣົບ ແລະ ເປັນອັນດັບທີ 16/126 ປະເທດ ແລະ ເຂດແຄວ້ນ ມີການລົງທຶນໂດຍກົງ ເຂົ້າ ຫວຽດນາມ ດ້ວຍຍອດທຶນຂຶ້ນທະບຽນ ບັນລຸໄດ້ເກືອບ 2,8 ຕື້ໂດລາ
ສະຫະລັດ, ເປັນຜູ້ອຸປະຖຳທຶນ ODA ສອງຝ່າຍແຖວໜ້າໃຫ້ແກ່ ຫວຽດນາມ ຢູ່ ເອີຣົບ ດ້ວຍຈຳນວນເງິນ 3 ຕື້ ເອີໂຣ.
ເພີ່ມທະວີການຮ່ວມມືຫຼາຍດ້ານກັບ ມາຣົກ
ການຢ້ຽມຢາມລາຊະອານາຈັກ ມາຣົກ ຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານກັບ ມາຣົກ; ໃນນັ້ນຈຸດໜັກແມ່ນຮ່ວມມືດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ທະນາຄານ, ພະລັງງານ, ຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮ່ວມມື 3 ຝ່າຍລະຫວ່າງ ຫວຽດນາມ, ມາຣົກ ແລະ ປະເທດໜຶ່ງຢູ່ທະວີບ ອາຟຣິກກາ; ແລກປ່ຽນບັນດາວິທີຊຸກຍູ້ການພົວພັນຮ່ວມມືດ້ານ ລັດຖະສະພາສອງຝ່າຍ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ Saadeddine Othmani, ນາຍົກລັດຖະມົນຕີ ມາຣົກ. ພາບ: ຈ້ອງດຶກ/VNA ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ມາຣົກ ຢ່າງເປັນທາງການ, ທີ່ສຳນັກງານສະພາຕຳ່ ມາຣົກ ຢູ່ນະຄອນຫຼວງ ຣາບັດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະເຈລະຈາ ກັບທ່ານ Habib El Malki, ປະທານສະພາຕ່ຳ ມາຣົກ. ພາບ: ຈ້ອງດຶກ/VNA ໂດຍສືບຕໍ່ການຢ້ຽມຢາມ ລາຊະອານາຈັກ ມາຣົກ ຢ່າງເປັນທາງການ, ທີ່ນະຄອນຫຼວງ ຣາບັດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມກັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລ ກະສັດ Mohammed V. ພາບ: ຈ້ອງດຶກ/VNA ໂດຍສືບຕໍ່ການຢ້ຽມຢາມ ລາຊະອານາຈັກ ມາຣົກ ຢ່າງເປັນທາງການ, ທີ່ນະຄອນ ມາຣາເກດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານ Karim Kassi Lahlou, ຜູ້ວ່າການເຂດ ມາຣາເກດ. ພາບ: ຈ້ອງດຶກ/VNA |
ຫວຽດນາມ ແລະ ມາຣົກ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 27 ມີນາ 1961. ເຖິງວ່າ ສອງປະເທດ ຫວຽດນາມ ແລະ ມາຣົກ ຢູ່ສອງທະວີບທີ່ໄກຈາກກັນ, ແຕ່ການນຳ ແລະ ປະຊາຊົນສອງປະເທດ ຫຼາຍລຸ້ນຄົນ ໄດ້ມີການສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ. ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ສອງປະເທດ ໄດ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນ, ສອງປະເທດມີການແລກປ່ຽນຄະນະຜູ້ແທນ ຂັ້ນລັດຖະມົນຕີ ຢ່າງເລື້ອຍໆ. ການພົວພັນທາງການທູດສອງຝ່າຍຢູ່ລະດັບສູງທີ່ສຸດ. ປັດຈຸບັນ, ການພົວພັນລະຫວ່າງສອງປະເທດ ພວມພັດທະນາເປັນຢ່າງດີ. ສອງຝ່າຍມີການສົມທົບ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ບົນເວທີສາກົນ. ເດືອນ ທັນວາ 2014, ມາຣົກ ຮັບຮອງ ຫວຽດນາມ ເປັນປະເທດມີພື້ນຖານເສດຖະກິດການຕະຫຼາດຄົບຖ້ວນ.
ມາຣົກ ເປັນຕະຫຼາດມີພື້ນຖານຄວາມສະຫງົບທາງການເມືອງ ແລະ ສັງຄົມ ທີ່ໝັ້ນຄົງອັນດັບໜຶ່ງໃນຂົງເຂດທະວີບ ອາຟຣິກກາ. ດ້ວຍພູມີປະເທດທີ່ສະດວກ, ມາຣົກ ສາມາດກາຍເປັນ “ປະຕູຮົ້ວ” ເພື່ອໃຫ້ສິນຄ້າ ຫວຽດນາມ ເຂົ້າໃກ້ກັບຕະຫຼາດບັນດາປະເທດຢູ່ ທະວີບ ອາຟຣິກກາ ແລະ ພາກຕາເວັນອອກກາງ. ມູນຄ່າການຄ້າສອງຝ່າຍ ປີ 2018 ບັນລຸໄດ້ 212.7 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າສົ່ງອອກຂອງ ຫວຽດນາມ ບັນລຸໄດ້ 200 ລ້ານໂດລາສະຫະລັດ.
ບົດ: VNP ສັງລວມ - ພາບ: VNA