• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຂອງຕ້ອນທີ່ມີຄ່າ ຈາກ ຊາວ ອານຢາງ

ຖືວ່າເປັນຂອງຕ້ອນທີ່ມີຄ່າ ຈາກ ຊາວເຜົ່າ ຂະແມ ຢູ່ ແຂວງ ອານຢາງ, ນຳ້ຕານຈາກຕົ້ນຕານ ແຕ່ໃດໆ ມາ ໄດ້ມີຊື່ສຽງ ໂດ່ງ ດັງ ໄປທົ່ວ ເຂດໄຕນາມໂບ້ (ເຂດຕາເວັນຕົກສ່ຽງໃຕ້ ຂອງ ຫວຽດນາມ). ປັດຈຸບັນ, ຄອບຄົວ ທີ່ຜະລິດນໍ້າຕານ ຈາກ ຕົ້ນຕານ ແບບຫັດຖະກຳ ມູນເຊື້້ອ ຢູ່ແຂວງ ອານຢາງ ແຕ່ລະປີ ສົ່ງອອກສູ່ຕະຫຼາດ ໄດ້ປະມານ 6000 ໂຕນ. 
ຕົ້ນຕານ ມີຊື່ວິທະຍາສາດວ່າ Borassus Flabellifer, ມັກ ເກີດຂຶ້ນ ຢູ່ບັນດາປະເທດຢູ່ ເຂດອາຊີໃຕ້, ອາຊີຕາເວັນອອກ ສ່ຽງໃຕ້ເຊັ່ນ: ອິນເດຍ, ສີລັງກາ, ໄທ, ກຳປູເຈຍ, ຫວຽດນາມ, ມາເລເຊຍ, ນີວກີເນ...
ປະຊາຊົນ ເຂດ ອານຢາງ ໄດ້ມີຄຳນານກ່າວຂານ ກ່ຽວກັບ ນຳ້ຕານຈາກຕົ້ນຕານ ວ່າ ມີຜູ້ລ້ຽງງົວຄົນໜຶ່ງ ນອນທ່ຽງ ຢູ່ ໃຕ້ ກົກຕານ ບັງເອີນ ສະດຸ້ງຕື່ນ ຍ້ອນມີຢອດນ້ຳຫວານ ແຕ່ ເທິງ ຕົກລົງໃສ່ປາກຂອງເຂົາ. ລາວປີນຂຶ້ນກົກໄມ້ ເພື່ອເບິ່ງ ດ້ວຍຄວາມຢາກຮູ້ ຈຶ່ງເຫັນວ່າ ບັນດາຢອດນຳ້ນີ້ ໄດ້ໄຫຼ ອອກຈາກ ກ້ານ ຂອງ ຕົ້ນຕານຕົ້ນໜຶ່ງ ທີ່ຖືກຫັກ ຕາມລວງ ຂວາງ. ລາວ ເອົາໄມ້ໄຜ່ບັນຈຸນຳ້ດື່ມຂອງຕົນ ຂຶ້ນມາໂຕ່ງ ບັນດາຢອດນຳ້ຫວານນັ້ນ ແລະ ນຳເມືອບ້ານ ອ້າງເມຍ ແລະ ລູກ... ຍ້ອນນຳ້ຕົ້ນຕານ ປະໄວ້ຫຼາຍມື້ຈະຖືກ ຂຶ້ນເຊື້ອ ມີລົດສົ້ມ ໃຊ້ບໍ່ໄດ້, ເພາະສະນັ້ນ ຊາວເຜົ່າ ຂະແມ ຈຶ່ງຄິດ ອອກ ວິທີປຸງແຕ່ງ ເປັນເຫຼົ້າ ແລະ ຂ້ຽວເປັນນຳ້ຕານ ຈາກ ຕົ້ນຕານ ຄືທຸກວັນນີ້.

ອາດຍ້ອນເປັນແນວນັ້ນ, ມາຮອດປັດຈຸບັນ ເມື່ອມາຍັງເຂດ ຊາຍແດນ ຂອງ ສອງເມືອງພູດອຍ ຄື ຈີໂຕນ ແລະ ຕີ້ງບຽນ ຂອງ ແຂວງ ອານຢາງ ຈະພົບເຫັນຕົ້ນຕານປູກເປັນແຖວໆ ສູງລິບລີ່ ທອດເງົາລົງສູ່ທົ່ງນາ ທີ່ເຂົ້າສຸກເຫຼືອງ ເໝືອນດັ່ງສົ່ງ ສັນຍານ ແຫ່ງຄວາມອຸດົມມັ່ງຄັ່ງ ຢູ່ເຂດຊາຍແດນທີ່ແສນ ໄກ.

ລະດູເກັບກ່ຽວ ແລະ ປຸງແຕ່ງນຳ້ຕານຈາກຕົ້ນຕານ ຈະເລີ່ມ ແຕ່ຕົ້ນເດືອນ ພະຈິກ ຫາ ເດືອນ ພຶດສະພາ ຂອງ ປີຕໍ່ມາ. ແຕ່ລະເຊົ້າ, ຜູ້ເກັບກ່ຽວ ຈະປີນ ຂຶ້ນຕົ້ນຕານ ໃຊ້ມີດຕັດ ສ່ວນປາຍຂອງ ງວງ ຕານ ແລະ ໃຊ້ ກະຕຸກໂຕ່ງເອົາ ນຳ້ ທີ່ໄຫຼ ອອກຈາກງວງ ຕານ ແລ້ວນຳເມືອບ້ານ ເພື່ອການປຸງ ແຕ່ງ ເປັນນໍາ້ຕານ. ຕົ້ນໃດ ທີ່ໃຫຍ່ສູງ ຈະໃຫ້ນຳ້ຕານ ມີຄຸນ ນະພາບທີ່ດີ.

 

ປະຊາຊົນ ປີນຂຶ້ນຕົ້ນຕານ ເພື່ອເກັບນໍ້າຕານ. ຕົ້ນຕານໄດ້ ປູກ ເປັນແຖວໆ ຢູ່ເຂດ ໄບ໋ນຸ໋ຍ, ແຂວງ ອານຢາງ.
ນີ້ແມ່ນ ຕົ້ນທີ່ໃຫ້ໝາກ ແລະ ນຳ້ ເພື່ອຕົ້ມເປັນ ນຳ້ຕານ ທີ່ມີຊື່ສຽງ ຢູ່ພາກຕາເວັນຕົກສ່ຽງໃຕ້ ຫວຽດນາມ. 



ການເອົານໍ້າຕົ້ນຕານ ກໍເປັນວຽກໜຶ່ງຕ້ອງພິຖີພິຖັນ ແລະ ແລ້ວແຕ່ສີມືອາຊີບ ຂອງຜູ້ເກັບກ່ຽວ
ຈະເຮັດຄຸນນະພາບ ຂອງ ນຳ້ຕານ ອາດຈະມີຄວາມແຕກຕ່າງກັນ.



ກ້ານຂອງຕົ້ນຕານ ເປັນບ່ອນອອກເອົານຳ້ຕານ. 


ປະມານຕົ້ນເດືອນ ພະຈິກ ຫາ ເດືອນ ພຶດສະພາ ຂອງ ປີ, ປະຊາຊົນ ເຂດໄບ໋ນຸ໋ຍ ຈະເຂົ້າສູ່ລະດູເກັບກ່ຽວ ນຳ້ຕົ້ນຕານ. ນຳ້ ຈະໄຫຼອອກຈາກກ້ານເພື່ອໃຊ້ປຸງແຕ່ງເປັນນໍ້າຕານ, ສ່ວນ ໝາກ ໃຊ້ເພື່ອປຸງແຕ່ງເປັນນໍ້າຫວານ, ລຳຕົ້ນແກ່ ເພື່ອ ຜະລິດສິນຄ້າ ສິລະປະ ຫັດຖະກຳ.

ນ້ຳຕົ້ນຕານ ສາມາດເຮັດນຳ້ຕານ, ເຮັດເຂົ້າໜົມ ແລະ ປຸງ ແຕ່ງອາຫານຫຼາຍເຍື່ອງ. ນຳ້ຕານຈາກຕົ້ນຕານ ປະສົມປະ ສານ ກັບຢາພື້ນເມືອງຊະນິດຕ່າງໆ ສາມາດແກ້ ພະຍາດ ເຊັ່ນ: ໄອ, ຫືດ, ແກ້ຮ້ອນໃນ, ຂັບຖ່າຍທາດພິດ ໃນຮ່າງກາຍ, ຟື້ນຟູລະບົບຖ່າຍເທ...
ຄອບຄົວທ່ານ ຫງວຽນວັນຕ໋ວນຢູ່ ບ້ານ ຝູ໋ຮຽບ, ຕາແສງ ອານຝູ໋, ເມືອງຕິ້ງບຽນ ໄດ້ຢຶດໝັ້ນກັບອາຊີບປຸງແຕ່ງນຳ້ຕານ ຈາກ ຕົ້ນຕານ ຕະຫຼອດ 27 ປີ ຜ່ານມາ. ໄດ້ເຫັນ ການປຸງແຕ່ງ ນຳ້ຕານຈາກຕົ້ນຕານ ຈຶ່ງເຂົ້າໃຈໄດ້ ຄວາມພິຖີພິຖັນ ຂອງ ປະຊາຊົນ ຢູ່ທີ່ນີ້. ທຸກຂັ້ນຕອນ ຜະລິດນຳ້ຕານຈາກຕົ້ນຕານ ຕ່າງ ກໍໄດ້ ເຮັດແບບຫັດຖະກຳ. ນໍ້າຈາກຕົ້ນຕານ ເມື່ອເອົາລົງມາ ຈະເທໃສ່ໝໍ້ ໃຫຍ່ ແລ້ວດັງໄຟຕົ້ມ. ໃນເວລາຕົ້ມ, ທ່ານຕ໋ວນ ຕ້ອງໃສ່ໄມ້ກະດ້າມ ຄົນໃຫ້ສະເໝີ. ນໍ້າຈາກຕົ້ນຕານ ຕ້ອງຕົ້ມ ໃຊ້ເວລາ 4 ຊົ່ວໂມງ. ຫຼັງຈາກນຳ້ຕານ ຂ້ຽວໄດ້ຕາມມາດຖະຖານແລ້ວ ຈຶ່ງ ຍົກໝໍ້ລົງ ແລະ ສືບຕໍ່ຄົນໃຫ້ສະເໝີ ຈົນເຢັນ ແລະ ມີສີເຫຼືອງ ທີ່ເປັນເອກະລັກ ແລ້ວຈິ່ງບັນຈຸໃສ່ກັບ.

ທ່ານຕ໋ວນ ໃຫ້ຮູ້ກ່ຽວກັບເຄັດລັບ ໃນການປຸງແຕ່ງນໍ້າຕານ ຈາກຕົ້ນຕານວ່າ: “ນຳ້ຈາກຕົ້ນຕານ 7 ລິດ ຈະປຸງແຕ່ງ ນຳ້ ຕານ ໄດ້ 1 ກິໂລກຼາມ. ຜູ້ມີປະສົບການ ພຽງແຕ່ຊີມ ກໍ່ຮູ້ໄດ້ ປະລິມານ ນຳ້ຕານ ທີ່ບັນຈຸໃນນັ້ນ. ຄຸນນະພາບຂອງ ນຳ້ ຕານ ຈາກຕົ້ນຕານ ຈະມີຄຸນນະພາບ ແມ່ນຂຶ້ນກັບຜູ້ປຸງແຕ່ງ. ນັບແຕ່ຂັ້ນຕອນ ເອົາລົງ ຈົນເຖິງຂັ້ນຕອນການປຸງແຕ່ງ ໃຊ້ເວ ລາພຽງ 24 ຊົ່ວໂມງ, ຖ້າໄວ້ດົນ ນຳ້ຈາກຕົ້ນຕານຈະ ປ່ຽນ ເປັນລົດສົ້ມ ແລະ ລົດຊາດ ກໍບໍ່ຫອມແຊບອີກ”. 


ທ່ານ ຕ໋ວນ ຂາຍ ນຳ້ຕານຈາກຕົ້ນຕານ ດ້ວຍລາຄາ 35.000 ດົ່ງ/ກິໂລ. ສະເລັ່ຍມື້ໜຶ່ງ ລາວຂາຍໄດ້ປະມານ 10 ກິໂລ. ໄລຍະຂາຍໄດ້ຫຼາຍສຸດ ແມ່ນເດືອນ 2 ຮອດເດືອນ 3, ມື້ໜ່ຶງ ຄອບຄົວຂອງລາວຂາຍ ໄດ້ 30-35 ກິໂລ. 


ການຜະລິດນຳ້ຕານ ຈະຕ້ອງຜ່ານຫຼາຍຂັ້ນຕອນ. ນຳ້ ຕົ້ນ ຕານ ເມື່ອເກັບກ່ຽວລົງມາ ຕ້ອງຕົ້ມ ແລະ ຄົນໃຫ້ສະເໝີ
ໃຊ້ ເວລາ ປະມານ 3-4 ຊົ່ວໂມງ ເພື່ອໃຫ້ນຳ້ຕົ້ນຕານ ຂຸ້ນ ເຂົ້າ ເປັນນຳ້ຕານແຫຼວ. 



ຕໍ່ຈາກນັ້ນ ແມ່ນໃຊ້ເຄື່ອງຈັກຄົນໃຫ້ເຂົ້າກັນ ເພື່ອໃຫ້ ນຳ້ ຕານ ເພີ່ມຄວາມໜຽວ ແລະ ມີສີເຫຼືອງງາມ. 


ກວດກາຄວາມແຂ້ນ ແລະ ແຫຼກດີ ໃນເວລາປຸງແຕ່ງ ນຳ້ ຕານ ຈາກຕົ້ນຕານ.


ເມື່ອຕົ້ມແລ້ວຈະຕ້ອງກັ່ນຕອງ ອີກເທື່ອໜຶ່ງ ເພື່ອຮັບປະກັນ ອະນາໄມ ແລະ ຄວາມແຫຼກດີ ຂອງ ນຳ້ຕານ ຈາກຕົ້ນຕານ.  


ກວດກາຄວາມໜຽວຂອງນຳ້ຕານ ທີ່ຜະລິດຈາກຕົ້ນຕານ. 


 
ຕາມສະຖິຕິ, ປັດຈຸບັນ ທົ່ວແຂວງ ອານຢາງ ມີຕົ້ນຕານ ປະ ມານ 30.000 ຕົ້ນ, ແຕ່ລະປີເກັບກ່ຽວ ນຳ້ຕານຈາກຕົ້ນຕານ ປະມານ 6.000 ໂຕນ. 


ນ້ຳຕານ ພາຍຫຼັງປະໄວ້ໃຫ້ເຢັນ ຈະໄດ້ຫຸ້ມຫໍ່ ຕາມຄວາມ ຕ້ອງການ ຂອງ ລູກຄ້າ. ບ່ອນຜະລິດນໍ້າຕານ ຈາກຕົ້ນຕານ ຫຼາຍແຫ່ງ ຢູ່ແຂວງ ອານຢາງ ໄດ້ສົ່ງ ຜະລິດຕະພັນໄປຍັງ ຕ່າງປະເທດເຊັ່ນ: ໄຕ້ຫວັນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສ.ອາເມ ລິກາ.

ປັດຈຸບັນ ຢູ່ແຂວງ ອານຢາງ ໄດ້ມີພື້ນຖານ ປຸງແຕ່ງ ນຳ້ຕານ ຈາກຕົ້ນຕານ ຫຼາຍແຫ່ງທີ່ມີຊື່ສຽງໂດ່ງດັງເຊັ່ນ: ພື້ນຖານ ຫງອກຈາງ, ລານຍີ... ສະເພາະຢູ່ເມືອງ ຕິ້ງບຽນ ມີບ່ອນ ປຸງ ແຕ່ງນຳ້ຕົ້ນຕານ ແບບຫັດຖະກຳ ປະມານ 1000 ແຫ່ງ ກັບ ຍອດກຳລັງການຜະລິດ ກວ່າ 2000 ໂຕນ/ປີ. ຜະລິດຕະພັນ ນຳ້ຕານຈາກ ຕົ້ນຕານ ໄດ້ຈຳໜ່າຍຢ່າງກວ້າງຂວາງ ເນື່ອງ ຈາກ ມີລົດຊາດຫອມແຊບທຳມະຊາດທີ່ເປັນເອກະລັກ. ມີ ພື້ນຖານ ຫຼາຍແຫ່ງ ໄດ້ສົ່ງຜະລິດຕະພັນ ໄປຍັງຕ່າງ ປະເທດ ເຊັ່ນ ໄຕ້ຫວັນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສ.ອາເມລິກາອີກດ້ວຍ. 
ບົດ: ຫງວຽນແອງ - ພາບ: ທົງຫາຍ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top