• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ​ອງປະຊຸມວົງ​ແຄບ ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ: ​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ເຄົາ​ລົບ​ກົດໝາຍສາກົນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

ຕອນບ່າຍວັນທີ 17 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ໂດຍແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ໃນກອງປະຊຸມວົງແຄບ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 17 ມັງກອນ, ຢູ່ຍາຈາງ, ແຂວງແຄ໊ງຮວ່າ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ (ພາບ: baoquocte.vn)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ໃນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບຸລິມະສິດໃນປີ ເປັນປະທານ ອາຊຽນ 2020 ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງໃຫ້ຮູ້ວ່າ ບັນດາຜູ້ແທນໄດ້ໃຊ້ເວລາສ່ວນຫຼາຍ ເພື່ອແລກປ່ຽນ ແລະ ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ; ໃນນັ້ນ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການບູລະນະ, ຖົມດິນເປັນເກາະຢູ່ທະເລ, ໂດຍສະເພາະແມ່ນບັນດາການຜັນແປທີ່ເກີດຂຶ້ນຫວ່າງມໍ່ໆມານີ້, ໃນນັ້ນ ລວມມີບັນດາການກະທໍາລ່ວງລໍ້າອະທິປະໄຕເຂດນ່ານທະເລຂອງບາງປະເທດສະມາຊິກ ອາຊຽນຢ່າງຮ້າຍແຮງ.

        ກ່ຽວກັບບັນດາເນື້ອໃນທີ່ໜ້າສົນໃຈອື່ນ, ທ່ານ ຟ້າມບິ່ງມິງໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆໃຫ້ມີການພັດທະນາແບບຍືນຍົງ, ພັດທະນາເຂດອະນຸພາກພື້ນແມ່ນໍ້າຂອງ, ເພີ່ມທະວີສິດ, ອໍານາດໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ...

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top