• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງ ແລະພັດທະນານະຄອນດາໜັງໃນສະໄໝຫັນປະເທດເປັນອຸຸດສາຫະກໍາ ແລະ ທັນສະໄໝ

      ກໍ່ສ້າງ ແລະພັດທະນານະຄອນດາໜັງໃນສະໄໝຫັນປະເທດເປັນອຸຸດສາຫະກໍາ ແລະ ທັນສະໄໝ ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາ ໂດຍຄະນະເສດຖະກິດສູນກາງ ໄດ້ສົມທົບກັບ ຄະນະພັກນະຄອນດາໜັງ ຈັດຂຶ້ນໃນວັນທີ 10 ສິງຫາ, ຢູ່ດາໜັງ, ຫວຽດນາມ.

ຮູບນະຄອນດາໜັງ ສັງເກດຈາກທາງໄກ
      ທ່ານ ຫງວຽນວັນບິງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ ເປັນປະທານກອງປະຊຸມສໍາມະນາ; ເຂົ້າຮ່ວມກອງປະຊຸມສໍາມະນາຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການຈາກສູນກາງ, ບັນດານັກຊ່່ຽວຊານພາຍໃນ ແລະ ສາກົນ.
        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ, ນັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ ໄດ້ຍົກອອກຫຼາຍຄໍາຄິດຄໍາເຫັນ, ປະກອບຄໍາເຫັນສໍາຄັນ ແລະ ບັນດາບົດຮຽນທີ່ລໍ້າຄ່າ ໃນໄລຍະຜ່ານມາ ກໍຄືທິດທາງການພັດທະນາໃນໄລຍະຈະມາເຖິງໃຫ້ນະຄອນດາໜັງ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນບິງ ສະເໜີໃຫ້ບັນດາຜູ້ແທນ ສຸມໃສ່່ປະກອບຄໍາຄິດເຫັນ, ປຶກສາຫາລືກ່ຽວກັບບັນດາບັນຫາ, ເນື້ອໃນທີ່ມີຜົນສະທ້ອນ ຫຼືກະທົບໂດຍກົງເຖິງການພັດທະນາເສດຖະກິດ-ສັງຄົມຂອງນະຄອນດາໜັງ ໃນອະນາຄົດ. ລະອຽດຄື: ການຫັນປ່ຽນຮູບແບບການເຕີບໂຕເສດຖະກິດ; ວຽກງານວາງແຜນຜັງ ແລະ ພັດທະນາຕົວເມືອງ; ກົນໄກຄຸ້ມຄອງ, ຈັດຕັ້ງກົງຈັກ, ແບ່ງຂັ້ນ, ແບ່ງອໍານາດ; ລົງທຶນໂຄງປະກອບໂຄງລ່າງ,ໂດຍສະເພາະແມ່ນ ພື້ນຖານໂຄງລ່າງທາງຄົມມະນາຄົມ... ຜ່ານນັ້ນ, ມຸ່ງໄປເຖິງການສ້າງມະຕິສະບັບໃໝ່, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງອໍານາດການປົກຄອງ ແລະ ປະຊາຊົນນະຄອນໃນໄລຍະຍູ້ແຮງການພັດທະນານະຄອນດາໜັງເວົ້າສະເພາະ ແລະ ປະເທດຊາດເວົ້າລວມ. 
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top