• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍາປູເຈຍ ຈະຈັດຕັ້ງກອງປະຊຸມ ASEM 13 ຖືກຕ້ອງຕາມແຜນການ

      ກໍາປູເຈຍ ຍັງຄົງຈະຈັດຕັ້ງກອງປະຊຸມ ASEM 13 ຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງໄວ້ ຄືໃນລະຫວ່າງວັນທີ 16 – 17 ພະຈິກ 2020.

(ພາບປະກອບ:TTXVN)
      ທ່ານ  Luy David ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ທັງເປັນຫົວໜ້າຄະນະເລຂາແຫ່ງຊາດ ເວທີປາໄສຮ່ວມມື ອາຊີ - ເອີຣົບ ຄັ້ງທີ 13 (ASEM 13) ໃຫ້ຮູ້ວ່າ ກໍາປູເຈຍ ຍັງຄົງຈະຈັດຕັ້ງກອງປະຊຸມ ASEM 13 ຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງໄວ້ ຄືໃນລະຫວ່າງວັນທີ 16 – 17 ພະຈິກ 2020. ທ່ານ     Luy David ຊີ້ແຈ້ງວ່າ ຄະນະກໍາມະການແຫ່ງຊາດກ່ຽວກັບການຈັດຕັ້ງ ກອງປະຊຸມ ASEM 13 ແລະ ຄະນະເລຂາຄະນະກໍາມະການນີ້ ພວມສືບຕໍ່ວຽກງານກະກຽມໃຫ້ແກ່ກອງປະຊຸມ ASEM 13 ທີ່ໄດ້ຮັບການເຫັນດີຈາກການນໍາບັນດາປະເທດສະມາຊິກ. ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນສູງນີ້, ກໍາປູເຈຍພວມກະກຽມຫຼາຍກິດຈະກໍາ, ໃນນັ້ນ ໃກ້ຈະສໍາເລັດການກໍ່ສ້າງສະຖານທີ່ຕ້ອນຮັບການນໍາ ແລະ ຄູ່ຮ່ວມມືຂອງ 53 ປະເທດທີ່ເຂົ້າຮ່ວມ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top