• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກຸ້ງຊິກເກືອ ໄຕນິງ

ເຄັມໆ ເຜັດໆ ທັງກອບ ນີ້ແມ່ນຄວາມຮູ້ສຶກຂອງ ຜູ້ຮັບປະ ທານ ແຕ່ລະຄັ້ງ ເມື່ອ ຊີມລາຍການອາຫານ ກຸ້ງ ຊິກ ເກືອ ໄຕນິງ. 
ເຖິງແມ່ນວ່າເກືອເປັນຜະລິດຕະພັນພິເສດຂອງ ແຖບດິນ ໄຕ ນິງ ມັກນຳໃຊ້ເປັນເຄື່ອງເທດຫຼັກ ໃນການປຸ້ງແຕ່ງອາຫານ ປະຈຳວັນ. ແຕ່ລາຍການອາຫານ ກຸ້ງຊິກ ເກືອພັດໄດ້ຮັບ ການປະດິດສ້າງຂຶ້ນ ຈາກບັນດາພໍ່ຄົວຄົນໄຊງ່ອນ (ນະຄອນ ໂຮ່ຈີມິນ). ຄວາມງ່າຍໆ ໃນວິທີການປຸງແຕ່ງ ແລະ ຈັດວາງ ໄດ້ ເຮັດໃຫ້ລາຍການອາຫານນີ້ ກາຍເປັນນິຍົມໃຊ້ ແຕ່ຮ້ານ ອາຫານສາມັນທົ່ວໄປ ຈົນເຖິງ ຮ້ານອາຫານທີ່ມີຊື່ສຽງທີ່ນະ ຄອນ ໂຮ່ຈີມິນ ກໍຄືທ້ອງຖິ່ນຕ່າງໆ ທີ່ໃກ້ຄຽງ.

ທ່ານ ຫງວຽນແທ່ງເລີ້ຍ, ຫົວໜ້າພໍ່ຄົວ ຮ້ານອາຫານ ຊອງງື ເມືອງ 1 ໃຫ້ຮູ້ວ່າ ນອກຈາກ ກຸ້ງ “ຊູ໋” ຊຶ່ງເປັນວັດຖຸ ຕົ້ນຕໍແລ້ວ, ລາຍການອາຫານນີ້ກໍຍັງມີສ່ວນປະກອບ ແລະ ເຄື່ອງເທດ ຈຳນວນໜຶ່ງເຊັ່ນ: ເກືອໄຕນິງ, ກຸ້ງແຫ້ງ, ໝາກເຜັດແຫ້ງ, ແປ້ງຈືນ, ແປ້ງໝີ່, ໄຂ່, ນ້ຳຕານ, ແປ້ງນົວ ແລະ ນ້ຳມັນພືດ.


ກ່ອນອື່ນໝົດຕ້ອງເລືອກ ກຸ້ງ ສົດ. 


ລ້າງກຸ້ງໃຫ້ສະອາດ, ປອກເປືອກ ປະໄວ້ແຕ່ສ່ວນຫົວ ແລະ ຫາງ. 


ເຄື່ອງປຸງຕົ້ນຕໍແມ່ນເກືອໄຕນິງ. 


ເອົາໄມ້ສຽບຕາມລວງຍາວຂອງກຸ້ງ ແລະ ກິ້ງຜ່ານ ແປ້ງຈືນ. 


ຊິກກຸ້ງກັບສ່ວນປະສົມເຄື່ອງເທດ ຂະນະທີ່ກຸ້ງຍັງຮ້ອນ ພາຍ ຫັຼງການຈືນ. 


ລາຍການອາຫານກຸ້ງຊິກ ເກືອໄຕນິງ.

ກຸ້ງລ້າງໃຫ້ສະອາດ, ປອກເປືອກ ປະໄວ້ແຕ່ສ່ວນຫົວ ແລະ ຫາງ, ໃຊ້ ໄມ້ສຽບຕາມລວງຍາວຂອງກຸ້ງ. ຫຼັງຈາກນັ້ນແມ່ນ ກິ້ງຜ່ານແປ້ງໝີ່, ຈຸ່ມໃສ່ໄຂ່ ທີ່ຕີໃຫ້ລະລາຍແລ້ວ ເພື່ອໃຫ້ ຕິດ ເຂົ້າກັນ ແລະ ສຸດທ້າຍແມ່ນກິ້ງຜ່ານແປ້ງຈືນ.

ເອົາກຸ້ງທີ່ກະກຽມໄວ້ນັ້ນ ລົງທອດໃນໝໍ້ນ້ຳມັນທີ່ຟົດ ຈືນໃຫ້ ສຸກເຫຼືອງ, ຕັກອອກ ແລ້ວ ປະໄວ້ໃຫ້ສະເດັດນ້ຳມັນ. ບົດ ສ່ວນປະສົມກຸ້ງແຫ້ງ ໃຫ້ລະອຽດ ປະສົມກັບເກືອ, ໝາກເຜັດ ແຫ້ງ, ນ້ຳຕານ ແລະ ແປ້ງນົວ ຕາມມາດຕະສ່ວນພໍກິນ. ຫຼັງ ຈາກນັ້ນຖອກໃສ່ກຸ້ງ ທີ່ທອດແລ້ວ, ຊິກ ໃຫ້ສະເໝີ ເພື່ອໃຫ້ ກຸ້ງ ຊືມເຂົ້າກັບ ເຄື່ອງເທດ.


ເຖິງແມ່ນວ່າ ການປຸງແຕ່ງຈະງ່າຍ ແຕ່ລາຍການອາຫານ ທີ່ ແຊບທີ່ສຸດນີ້ ບໍ່ພຽງແຕ່ເປັນລາຍການອາຫານພິເສດ ໃນງານ ລ້ຽງເທົ່ານັ້ນ, ຫາກຍັງເປັນລາຍການອາຫານທົ່ວໄປ ໃນຄາບ ເຂົ້າປະຈຳວັນອີກດ້ວຍ.
ປະຕິບັດ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top