• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດໃນສັງກາດໃໝ່

ການກະຕຸ້ນຊຸກຍູ້ຄວາມສາມາດໃນປະດິດສ້າງ, ນຳໃຊ້ເຕັກໂນໂລຊີ 4.0 ແລະ ການກະຕຸ້ນຊຸກຍູ້ພັດທະນາ, ຂະຫຍາຍຂົງເຂດເສດຖະກິດເອກະຊົນແມ່ນກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດ ຫວຽດນາມ ໃນສັງກາດໃໝ່, ນັ້ນແມ່ນ 2 ບາດກ້າວ ບຸກທະລຸທີ່ໄດ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີອອກ ໃນເວທີ ປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ ຄັ້ງທີ 1-ປີ 2018 ດ້ວຍຫົວຂໍ້ “ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານ ເສດຖະກິດໃນສັງກາດໃໝ່”.
ຕາມການຈັດອັນດັບຂອງເວທີປາໄສເສດຖະກິດໂລກກ່ຽວກັບ ຄຸນນະພາບກົດບັນຍັດ 2018, ຫວຽດນາມ ຢູ່ອັນດັບ 94/140. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ພວມຕົກຢູ່ສະພາບບໍ່ສະດວກໃນການແກ້ງແຍ່ງກັນໃນທົ່ວໂລກ. ເພາະສະນັ້ນ, ໃນເວລາຈະມາເຖິງ, ຫວຽດນາມ ຕ້ອງຊອກໃຫ້ເຫັນວິທີເຮັດຢ່າງມີປະສິດທິພາບ ແລະ ດີກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: “ຫວຽດນາມ ສືບຕໍ່ສຸມໃສ່ໃນການແກ້ໄຂ 3 ບັນຫາທີ່ຍັງຄ້າງຄາເພື່ອຫັນເປັນ 3 ບາດ ກ້າວບຸກທະລຸຍຸດທະສາດ, ຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການພັດທະນາ”.

ລັດຖະບານຈະເພີ່ມຄວາມໄວໃນການປະຕິຮູບລະບຽບການສຳເລັດ ເອກະສານດ້ານບໍລິຫານ, ເຮັດໃຫ້ສະພາບແວດລ້ອມເຮັດທຸລະກິດໄດ້ດີຂຶ້ນ, ສ້າງການພົວພັນແລກປ່ຽນໂດຍກົງລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງ, ກໍ່ສ້າງກົນໄກໜຶ່ງເຊິ່ງປະຊາຊົນສາມາດເຂົ້າຮ່ວມໃນການກໍ່ສ້າງນະໂຍຍາຍຢ່າງມີປະສິດທິພາບ ແລະ ໂດຍກົງ.

ລັດຖະບານກຳນົດວ່າ ຊັບພະຍາກອນມະນຸດເປັນກຸນແຈໃຫ້ແກ່ຜົນສຳເລັດໃນອະນາຄົດ ແລະ ພວມພະຍາຍາມຊອກຫາວິທີແກ້ໄຂຢ່າງມີປະສິດທິຜົນ ເພື່ອກໍ່ສ້າງໄດ້ແຫຼ່ງຊັບພະຍາກອນມະນຸດທີ່ດີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຜູ້ແທນ
ປະຕິບັດພິທີການເປີດວັນບຸນ ເລີ່ມສ້າງຕົວປ່ຽນແປງໃໝ່ຢ່າງມີ ຫົວຄິດປະດິດສ້າງ ແຫ່ງຊາດ Techfest 2018. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ ຊາວໜຸ່ມເລີ່ມສ້າງຕົວ 2018 ດ້ວຍຫົວຂໍ້: “ຊອກຫາວິທີແກ້ໄຂ ບຸກທະລຸໃຫ້ແກ່ການເລີ່ມສ້າງຕົວປະດິດສ້າງ ຫວຽດນາມ” ໂດຍສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ ສົມກັນຈັດ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ມີບົດ ກ່າວປາໄສໃນເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ ຄັ້ງທີ 1-ປີ 2018 ດ້ວຍຫົວຂໍ້ “ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ ການເຕີບໂຕດ້ານເສດຖະກິດໃນສັງກາດ ໃໝ່”. ພາບ: ແຢງລາມ/VNA


ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງ ພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ມາເຂົ້າຮ່ວມວັນບຸນ ເລ່ີມສ້າງຕົວແຫ່ງຊາດຂອງນັກຮຽນ, ນັກສຶກສາປີ 2018. ພາບ: ແທງຕຸ່ງ/VNA


ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວປາໄສໃນວັນບຸນ ເລີ່ມສ້າງຕົວ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແຫ່ງຊາດ Techfest 2018 ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ດ່າໜັງ. ພາບ: VNA

“ໃນນັ້ນ, ກຳລັງໜູນການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ແມ່ນການປະຕິຮູບກົດບັນຍັດ, ສົມທົບກັບການຍົກສູງກຳລັງການຜະລິດຂອງຜູ້ອອກແຮງງານ, ຄວາມສາມາດໃນການແກ່ງແຍ້ງກັນຂອງວິສາຫະກິດຜ່ານບັນດານະໂຍບາຍ, ວິທີແກ້ໄຂທີ່ເໝາະສົມ, ເປັນຕົ້ນແມ່ນຊຸກຍູ້ການນຳໃຊ້ເຕັກໂນໂລຊີລະດັບສູງ; ພັດທະນາເສດຖະກິດເອກະຊົນໃນສາຍພົວພັນຮ່ວມມືຢ່າງແໜ້ນ ແຟ້ນກັບຂົງເຂດທີ່ມີແຫຼ່ງເງິນລົງທຶນຈາກຕ່າງປະເທດ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ນີ້ແມ່ນປັດໄຈອັນສຳຄັນ ຕັດສິນເຖິງຜົນສຳເລັດ ແລະ ປະສິດທິພາບຂອງບັນດາກຳລັງໜູນຕ່າງໆ”.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ກ່າວປາໄສທີ່ເວທີປາໄສປະຈຳປີ ກ່ຽວກັບການປະຕິຮູບ ແລະ ພັດທະນາ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ເຖິງວ່າລະບົບໂຄງປະກອບພື້ນຖານໂຄງລ່າງໄດ້ຮັບການສ້ອງແປງໃຫ້ດີຂຶ້ນຫຼາຍແລ້ວ, ແຕ່ຄວາມເປັນ ຈັງຫວະພ້ອມ ພຽງສະໝຳ່ສະເໝີກັນ, ການເຊື່ອມຕໍ່ຫາກັນ ຍັງມີ ຄວາມຈຳກັດ, ຕ້ອງຊອກຫາທຸກວິທີແກ້ໄຂ, ກໍ່ສ້າງບັນດາກົນໄກຢ່າງມີຫົວຄິດປະດິດສ້າງໃນການຮ່ວມມືລະຫວ່າງລັດ ແລະ ເອກະຊົນ ເພື່ອຮັບໃຊ້ ໃຫ້ແກ່ຄວາມຮຽກຮ້ອງ ຕ້ອງການພັດທະນາ, ເປັນຕົ້ນແມ່ນການເຊື່ອມຕໍ່ລະຫວ່າງເຂດ, ກຸ່ມເສດຖະກິດທີ່ເປັນ ຈຸດໜັກ.

ພ້ອມກັບ 3 ບາດກ້າວບຸກທະລຸດັ່ງກ່າວ, ເພື່ອອາດສາມາດເຊື່ອມ ໂຍງເຂົ້າກັບຍຸກສະໄໝ ແລະ ທ່າອ່ຽງໃໝ່, ລັດຖະບານໄດ້ປະກອບເພີ່ມເຕີມອີກ 2 ບາດກ້າວບຸກທະລຸໃໝ່ ແລະ ຖືວ່າ ນັ້ນແມ່ນ 2 ກຳລັງໜູນໃຫ້ແກ່ການເຕີບໂຕທີ່ສຳຄັນຂອງ ຫວຽດນາມ ໃນ 10 ປີຈະມາເຖິງ.

ໃນສະໄໝເຕັກໂນໂລຊີຕິດພັນກັບຄວາມນຶກຄິດຢ່າງມີຫົວຄິດ ປະດິດສ້າງ ແລະ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຄືປັດຈຸບັນ, ທຸກໆ ປະເທດອາດສາມາດບືນຕົວຂຶ້ນ ແລະ ມີບາດກ້າວກະໂດດ ຂັ້ນ. ຄຽງຄູ່ກັນນັ້ນ ແມ່ນກໍ່ສ້າງສະພາບແວດລ້ອມເລີ່ມສ້າງຕົວ, ກະຕຸກຊຸກຍູ້, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ສອງແມ່ນກະຕຸກຊຸກຍູ້ ແລະ ຂະຫຍາຍຂົງເຂດເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຕ້ອງສ້າງຄວາມແກ້ງແຍ່ງກັນ, ສ້າງຄວາມໄຫວພິບໃຫ້ແກ່ພື້ນຖານເສດຖະກິດໃນເງື່ອນໄຂສະພາບແວດລ້ອມເສດຖະກິດໂລກ ແລະ ວິທະຍາສາດເຕັກໂນໂລຊີ ມີຫຼາຍການປ່ຽນແປງ. ບັນດາວິສາຫະກິດຈະບໍ່ຖືກຜູກມັດກ່ຽວກັບກົດບັນຍັດ ແລະ ຂະໜາດການເຄື່ອນໄຫວ. 


ຫວຽດນາມ ພວມຖືສຳຄັນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ
ຄຸນນະພາບສູງເພື່ອຮັບໃຊ້ໃຫ້ແກ່ປະຕິວັດອຸດສາຫະກຳ 4.0. ພາບ:
VNP


ງານສຳມະນາ “ປຶກສາຫາລືວິທີດຶງດູດແຫຼ່ງຊັບພະຍາກອນພາຍໃນ
ແລະ ຕ່າງປະເທດໃຫ້ແກ່ການເລີ່ມສ້າງຕົວຢ່າງມີຫົວຄິດປະດິດສ້າງ
ຫວຽດນາມ”. ພາບ: ແອງຕວັນ/
VNA


ບັນດາທ່ານຜູ້ແທນ ແລະ ແຂກທີ່ມາຈາກຕ່າງປະເທດ ພວມຊົມເບິ່ງ
ລົດໂອໂຕຖືຍີ່ຫໍ້  Sedan LUX A 2.0 ຂອງ VinFast ທີ່ງານ ວາງສະແດງສາກົນ Paris Motor Show 2018 ເຊິ່ງໄດ້ຈັດຂຶ້ນ
ຢູ່ນະຄອນຫຼວງ ປາຣີ (ຝຣັ່ງ). ພາບ: ຫງວຽນຕວ່ານຈີ/VNA



ສະຖາບັນເຕັກໂນໂລຊີ Teky ເປັນໂຮງຮຽນເຕັກໂນໂລຊີຫຼັງໃໝ່
ຂອງເດັກນ້ອຍ ຫວຽດນາມ. ພາບ: VNP



ພະລິດຕະພັນທ່ີບັນລຸໄດ້ພາຍຫຼັງຊົ່ວໂມງຮຽນໜຶ່ງ ທີ່ສະຖາບັນ ເຕັກໂນໂລຊີ Teky. ພາບ: VNP

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢຶນຢັນວ່າ ລັດຖະບານ ຫວຽດນາມ ເອົາໃຈໃສ່ ແລະ ມີການເຄື່ອນໄຫວຕົວຈິງເພື່ອພັດທະນາຂົງເຂດເສດຖະກິດເອກະຊົນ, ຫັນໄປສູ່ເປົ້າໝາຍປີ 2020 ຈະມີ ວິສາຫະກິດ 1 ລ້ານຄົນ, ສ່ວນຫຼາຍໃນຂົງເຂດເອກະຊົນ. ສືບຕໍ່ ປຸກລະດົມຈິດໃຈຫົວຄິດປະດິດສ້າງ ແລະ ເລີ່ມສ້າງຕົວ-ສຸມໃສ່ເຂົ້າໃນລຸ້ນໄວໜຸ່ມ, ມີຄວາມມຸ່ງຫວັງ, ຫົວຄິດປະດິດສ້າງ,  ກ້າຄິດກ້າທຳ. 

“ໃນຕົວເລກສະແດງທຶນມະນຸດທີ່ທະນາຄານໂລກຫາກໍ່ໄດ້ປະກາດອອກ, ຫວຽດນາມ ຢູ່ອັນດັບທີ 48 ໃນຈຳນວນ 157 ປະເທດ. ນີ້ເປັນຜົນງານຍິ່ງໃຫຍ່ ແລະ ຫວຽດນາມ ບັນລຸໄດ້ຫຼາຍຜົນງານ ດີເດັ່ນໃນການສຶກສາຂັ້ນປະຖົມ ແລະ ມັດທະຍົມ. ແຕ່ຍັງຕ້ອງການຄວາມຮູ້ ແລະ ຄວາມສາມາດດ້ານວິຊາການຂອງສະຕະວັດທີ 21 ເພື່ອໃຫ້ກຳລັງການຜະລິດຂອງຜູ້ອອກແຮງງານໄດ້ສູງກວ່າ. ສິ່ງດັ່ງກ່າວ ຮຽກຮ້ອງຕ້ອງສຸມໃສ່ດ້ານຄຸນນະພາບ ແລະ ຄວາມ ເໝາະສົມຂອງການສຶກສາຂັ້ນມະຫາວິທະຍາໄລ ແລະ ສອນ ວິຊາຊີບອີກດ້ວຍ”.
ທ່ານ Ousmane Dione, ຜູ້ອຳນວຍການທະນາຄານໂລກ  ກ່າວປາໄສທີ່ເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2018.
 
ບົດ: VNP ສັງລວມ - ພາບ: VNP ແລະ VNA

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top