ເມື່ອກ່າວປາໄສທີ່ກອງປະຊຸມສຸດຍອດເສດຖະກິດ ອາຊຽນ Bloomberg 2016 ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ຜ່ານມາ ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ “ແຕ່ລະສະມາຊິກ ອາຊຽນບໍ່ມາມາດພັດທະນາຂຶ້ນຖ້າພຽງແຕ່ອາໄສນຳການຂຸດຂົ້ນຊັບພະຍາກອນ ແລະ ອອກແຮງງານຢ່າງງ່າຍດາຍ, ຄວນມີການປ່ຽນໃໝ່ມີຫົວຄິດປະດິດສ້າງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ບືນຕົວຂຶ້ນໃຫ້ບັນລຸບັນດາມູນຄ່າເພີ່ມສູງກ່ວາ”.
ເຖິງວ່າກອງປະຊຸມສຸດຍອດເສດຖະກິດ ອາຊຽນ Bloomberg ໄດ້ຈັດຂຶ້ນເປັນປີທີສາມ, ແຕ່ເປັນປີທຳອິດ ດຶງດູດໄດ້ການເຂົ້າຮ່ວມຂອງບັນດາການນຳ ອາຊຽນ ໃນຂົງເຂດເສດຖະກິດ, ການເງິນ ມາເພື່ອສ່ອງແສງເຖິງຄວາມພັດທະນາທີ່ບັນລຸໄດ້ໃນພາກພື້ນ, ພິຈາລະນາບັນດາວິທີເພື່ອແກ້ໄຂສິ່ງທ້າທາຍ ແລະ ກຳນົດບັນດາໂອກາດທີ່ສຳຄັນ ໃຫ້ແກ່ການຂະຫຍາຍຕົວ, ການຮ່ວມມື ແລະ ພັດທະນາ.
ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດານະໂຍບາຍໃນປະຊາຄົມເສດຖະກິດ ອາຊຽນ (AEC), ນະໂຍບາຍຂອງພາກພື້ນໃນປະຈຸບັນ, ໄລຍະພັດທະນາຕໍ່ໄປຂອງ ຫວຽດນາມ ແລະ ອາຊຽນ, ການຄ້າ ແລະ ການລົງທຶນຂ້າມຊາຍແດນໃນພາກພື້ນ. ບັນດາການພິຈາລະນາຢ່າງລະອຽດໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ຂະຫຍາຍຕົວ, ສິນຄ້າບໍລິໂພກ, ພື້ນຖານໂຄງລ່າງ, ສິນຄ້າ ແລະ ພະລັງງານ, ການເງິນທະນາຄານ, ບັນດາພາຫະນະສື່ມວນຊົນ ແລະ ເຕັກໂນໂລຊີ.
ທ່ານ Parry Ravindranathan , ຜູ້ອຳນວຍການຊີ້ນຳບໍລິຫານ Bloomberg Media ສາກົນສັງເກດວ່າ: “ ຫວຽດນາມ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີທ່າແຮງບົ່ມຊ້ອນທີ່ສຸດໃນພາກພື້ນ ອາຊຽນ. ການຮ່ວມມືຂ້າຍຊາຍແດນ ລະຫວ່າງ ບັນດາບໍລິສັດ ແລະ ບັນດາປະເທດໃນກຸ່ມ ອາຊຽນ ຈະໄດ້ຮັບການບຸລິມະສິດແຖວໜ້າ, ຍ້ອນນີ້ ເປັນປັດໃຈທີ່ສຳຄັນເພື່ອ ກະຕຸ້ນຊຸກຍູ້ການຂະຫຍາຍຕົວ ແລະ ພັດທະນາ”.
ກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ເພື່ອປະຕິບັດວິໄສທັດ 2025, ຫວຽດນາມ ພ້ອມກັບບັນດາປະເທດໃນກຸ່ມ ອາຊຽນ ພະຍາຍາມສືບຕໍ່ປັບປຸງ, ເຮັດໃຫ້ສາຍສຳພັນ ອາຊຽນ ເລິກເຊິ່ງ ກວ່າເກົ່າ, ກໍ່ສ້າງປະຊາຄົນ ອາຊຽນ ໜຶ່ງເຄື່ອນໄຫວຕາມ ກົດໝາຍ, ເພື່ອປະຊາຊົນ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນໃຫ້ດີທີ່ສຸດ. ມີການພົວພັນຢ່າງເປີດກວ້າງກັບບັນດາຄູ່ຮ່ວມມືທີ່ມີບົດບາດ ແລະ ຖານະບົດບາດສຳຄັນ ຢູ່ທັງພາຍໃນພາກພື້ນ ແລະ ໂລກອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່
ກອງປະຊຸມສຸດຍອດເສດຖະກິດ ອາຊຽນ Bloomberg 2016. ພາບ: ຖົ໋ງເຍີດ/VNA
ພາບທັງໝົດໃນກອງປະຊຸມ. ພາບ: ຖົ໋ງເຍີດ/VNA
ກໍ່ຕາມທ່ານນາຍົກລັດຖະມົນຕີແລ້ວ, ອາຊຽນ ບໍ່ພຽງແຕ່ແມ່ນຕະຫຼາດທີ່ກວ້າງຂວາງດ້ວຍຈຳນວນພົນລະເມືອງກວ່າ 600 ລ້ານຄົນເທ່ົານັ້ນ, ຫາກຍັງເປັນຂົງເຂດເສດຖະກິດທີ່ມີຕົວເລກ ຈີດີປີ ບັນລຸໄດ້ເກືອບ 3.000 ຕື້ໂດລາສະຫະລັດ, ພວມພັດທະນາຢ່າງເຂັ້ມແຂງດ້ວຍປະຊາຄົມວິສາຫະກິດ ອາຊຽນ ທີ່ຂະຫຍັນຂັນເຄື່ອນອີກດ້ວຍ. ບົດບາດທີ່ເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການເຂົ້າຮ່ວມສະໜັບສະໜູນຂອງປະຊາຄົມວິສາຫະກິດສາກົນ, ລວມທັງບັນດາກຸ່ມບໍລິສັດລາຍໃຫຍ່ແຖວໜ້າໃນໂລກອີກດ້ວຍ.
ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ມາເຖິງປະຈຸບັນນີ້, ຫວຽດນາມ ໄດ້ກາຍເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງ, ມີພົນລະເມືອງກວ່າ 90 ລ້ານຄົນ, ມີພື້ນຖານເສດຖະກິດທີ່ ຂະຫຍັນຂັນເຄື່ອນ. ປີ 2016, ຕົວເລກ ຈີດີປີ ບັນລຸໄດ້ປະມານ 6,3%, ໄລ່ສະເລ່ຍໄລຍະ 2016-2020 ຈະເພີ່ມ 6,5 – 7%. ການຄ້າຈະໄດ້ເປີດກວ້າງດ້ວຍຍອດມູນຄ້າບັນລຸໄດ້ປະມານ 360 ຕື້ໂດລາສະຫະລັດ.
ຫວຽດນາມ ພວມມີໂຄງການ 22.000 ແຫ່ງໄດ້ນຳໃຊ້ແຫຼ່ງທຶນລົງທຶນໂດຍກົງຈາກຕ່າງປະເທດ FDI ດ້ວຍຍອດມູນຄ່າ 300 ຕື້ໂດລາສະຫະລັດ. ນອກຈາກນັ້ນ, ຫວຽດນາມ ໄດ້ມີ ວິສາຫະກິດກຳລັງເຄື່ອນໄຫວ 600.000 ແຫ່ງ, ນັກທຸລະກິດເອກະຊົນ 3,5 ລ້ານຄົນ, ຫວຽດນາມ ພວມຫັນໄປເຖິງເປົ້າໝາຍບັນລຸໄດ້ກວ່າ 1 ລ້ານວິສາຫະກິດໃນປີ 2020.
ນອກຈາກທີ່ເປັນສະມາຊິກປະຊາຄົມເສດຖະກິດ ອາຊຽນ (AEC) 2015, ຫວຽດນາມ ໄດ້ລົງນາມເຂົ້າຮ່ວມສັນຍາການຄ້າເສລີ (FTA) 12 ສະບັບ, ສ້າງໂອກາດພັດທະນາກັບ 55 ປະເທດ, ຄູ່ເຈລະຈາ, ໃນນັ້ນ ມີບັນດາປະເທດໃນກຸ່ມ ຈີ7, 15/20 ປະເທດໃນກຸ່ມ ຈີ20.
ອາຊຽນ ສາມັກຄີຍູ້ແຮງການເຊື່ອມຕໍ່ເສດຖະກິດພາຍໃນກຸ່ມ.
ໃນພາບ: ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 ຢູ່ ລາວ. ພາບ: ຟ້າມກຽນ/VNA
ບໍ່ພຽງແຕ່ເພີ່ມທະວີການຮ່ວມມືພາຍໃນກຸ່ມເທົ່ານັ້ນ, ອາຊຽນ ຍັງຍູ້ແຮງການຮ່ວມມື
ກັບບັນດາຄູ່ຮ່ວມມືຢູ່ນອກພາກພື້ນອີກດ້ວຍ. ໃນພາບ: ການນຳບັນດາປະເທດ ອາຊຽນ ແລະ ຣັດເຊຍ
ເຂົ້າຮ່ວມເວທີປາຖະກະຖາວິສາຫະກິດ ອາຊຽນ-ຣັດເຊຍ ທີ່ນະຄອນ ໂຊຈີ. ພາບ: ຖົ໋ງເຍີດ/VNA
ສະຖານທູດ ຫວຽດນາມ, ມາເລເຊຍ ແລະ ໄທ ປະຈຳ ເຢຍລະມັນ ສົມທົບກັນຈັດຕັ້ງງານສຳມະນາ
ສົ່ງເສີມການລົງທຶນເຂົ້າສູ່ອາຊຽນ. ພາບ: ແມ້ງຮຸ່ງ/VNA
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍອມຮັບວ່າ ໂລກແລະ ພາກພື້ນ ອາຊຽນ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍອັນຍິ່ງໃຫຍ່ໃນຫຼາຍຂົງເຂດຄື: ຄວາມສະຫງົບ, ເສດຖະກິດ, ສະບຽງອາຫານ, ເງິນຕາ, ການປ່ຽນແປງຂອງດິນຟ້າອາກາດ… ແຕ່ວ່າ ການປະຕິວັດດ້ານອຸດສາຫະກຳຄັ້ງທີ 4 ກໍ່ນຳມາຫຼາຍໂອກາດທີ່ສະດວກໃຫ້ແກ່ການພັດທະນາ.
ໃນສະພາບການດັ່ງກ່າວ, ບັນດາປະເທດ ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ຍູ້ແຮງການເຊື່ອມໂຍງດ້ານເສດຖະກິດ, ພັດທະນາພື້ນຖານໂຄງລ່າງດ້ານການຄົມມະນາຄົມ ເພື່ອສ້າງເຄື່ອນໄຫວອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ການລົງທຶນ ແລະ ການບໍລິການຜ່ານຊາຍແດນ, ກໍ່ສ້າງຕະຫຼາດອາຊຽນ ລວມເປັນເອກະພາບ ແລະ ມີປະສິດທິພາບ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ “ປະຊາຄົມວິສາຫະກິດ ອາຊຽນ ມີບົດບາດເປັນເຈົ້າກຳ, ເປັນກຳລັງແຮງເພື່ອການສຳພັນເສດຖະກິດ ແລະ ເປັນຜູ້ລິເລີ່ມ ບັນດາຫົວຄິດປະດິດສ້າງໃນການກໍ່ສ້າງອາຊີບ, ສ້າງແຫຼ່ງກຳລຳແຮງໃໝ່ໃນການພັກທະນາການຄ້າ ແລະ ການລົງທຶນ”.
ເມື່ອສະແດງຄວາມມຸ່ງຫວັງ ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ ຈະຊອກເຫັນໂອກາດຮ່ວມມືກັບບັນດາຄູ່ເຈລະຈາອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ ຫວຽດນາມ ກໍ່ພວມມານະພະຍາຍາມປັບປຸງສະພາບແວດລ້ອນຂອງການລົງທຶນເຮັດທຸລະກິດ, ຕ້ອນຮັບບັນດາວິສາຫະກິດ ອາຊຽນ ແລະ ສາກົນທີ່ໄດ້ເລືອກ ຫວຽດນາມ ເປັນຈຸດນັດພົບແຫ່ງການລົງທຶນທີ່ໜ້າເຊື່ອ ແລະ ຈັບໃຈ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ບຣູໃນ ນຳໂດຍລາດຊະກຸນນາມ
Pengiran Muda Abdul Quawi ມາຊອກຫາໂອກາດຮ່ວມມື ແລະ ລົງທຶນຢູ່ ຫວຽດນາມ. ພາບ: ຍ໋ານຊາງ/VNA
ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ກັບ ກະຊວງຄົມມະນາຄົມ ແລະ ໂຍທາທິການ ກຳປູເຈຍ
ຈັດຕັ້ງການປະຊຸມເພື່ອປືກສາຫາລືແຜນການຮ່ວມມື, ເຊື່ອມຕໍ່ພື້ນຖານໂຄງລ່າງ
ທາງການຄົມມະນາຄົມ ເພື່ອຊຸກຍູ້ການພັດທະນາດ້ານເສດຖະກິດລະຫວ່າງສອງປະເທດ. ພາບ: ແຢງແຈງດາ/VNA
Unitel ເປັນສັນຍະລັກແຫ່ງການຮ່ວມມືທີ່ໂດດເດ່ັນໃນຂົງເຂດສື່ສານທາງໄກ ຫວຽດນາມ - ລາວ. ພາບ: ຮວ່າງເຈືອງ/VNA
ກຸ່ມບໍລິສັດ ຖາຍຮວ່າ ຂອງ ຫວຽດນາມ ລົງທຶນປູກຕົ້າ ກາເຟ ແລະ ຢາງພາລາ ຢູ່ ລາວ. ພາບ: ເຈີ່ນວຽດ/VNA
ບັນດາວິສາຫະກິດ ອາຊຽນ ເຂົ້າຮ່ວມງານຕະຫຼາດນັດ ວາງສະແດງສາກົນ
ສິນໃນນຳ້ ຫວຽດນາມ 2016 (VIETFISH 2016). ພາບ: ເຖແອັງ/VNA
ບໍລິສັດ ເຊີນຕວາ ຫວຽດນາມ ຈຳກັດ, ວິສາຫະກິດມີທຶນ 100% ຂອງ ໄທ,
ລົງທຶນຜະລິດຢ່າງມີປະສິດທິຜົນຢູ່ ຫວຽດນາມ. ພາບ: ອານຫຽວ/VNA
ປະຕິບັດໂດຍ: VNA/VNP