• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງທະຫານປ້ອງກັນຊາຍແດນປະກອບສ່ວນເຂົ້າໃນຜົນສຳເລັດຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງກອງທັບຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງວຽກງານຈຳກັດບໍລິເວນບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ຜູ້ອອກແຮງງານທີ່ມີຄຸນນະພາບສູງ… ຢູ່ບັນດາທ້ອງຖິ່ນ.


ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: qdnd.vn)


ຕອນບ່າຍວັນທີ 11 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ໄດ້ມີການເຮັດວຽກກັບກອງບັນຊາການທະຫານຊາຍແດນ ກ່ຽວກັບວຽກງານປົກປັກຮັກສາເຂດຊາຍແດນ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢືນຢັນເຖິງບົດບາດຫຼັກແຫຼ່ງຂອງກຳລັງກອງທັບ, ໃນນັ້ນມີກຳລັງທະຫານປ້ອງກັນຊາຍແດນ, ໃນການປະຕິບັດການຊີ້ນຳນຳພາຂອງພັກ, ລັດຢ່າງເຂັ້ມງວດ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການຮັກສາເສັ້ນຊາຍແດນໃຫ້ສຳເລັດເວົ້າລວມ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງກອງທັບຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງວຽກງານຈຳກັດບໍລິເວນບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ຜູ້ອອກແຮງງານທີ່ມີຄຸນນະພາບສູງ… ຢູ່ບັນດາທ້ອງຖິ່ນ, ບົນຈິດໃຈຮັບປະກັນເປົ້າໝາຍ “ຄວບຄູ່” ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດຂອງປະເທດຊາດ.

        ໃນເຫດການທີ່ກ່ຽວຂ້ອງ, ທີ່ການລົງກວດກາຄວາມຄືບໜ້າການກໍ່ສ້າງໂຮງໝໍກາງສະໜາມຢູ່ ໂຮງກິລາ ຕຽນເຊີນ, ວັນທີ 11 ສິງຫາ, ທ່ານຮອງເລຂາຜູ້ປະຈຳຄະນະພັກນະຄອນດ່ານັ້ງ ຫງວຽນວັນກວາງ ສະເໜີໃຫ້ບັນດາຫົວໜ່ວຍຈົ່ງຮັບປະກັນໃຫ້ໂຮງໝໍກາງສະໜາມ ໄດ້ເຄື່ອນໄຫວຖືກຕ້ອງຕາມກຳນົດເວລາໃນວັນທີ 14 ສິງຫາ. ປະຈຸບັນ, ພະແນກສາທາລະນະສຸກນະຄອນດ່ານັ້ງ ໄດ້ລະດົມພະນັກງານການແພດ 200 ຄົນ, ນັກສຶກສາ 200 ຄົນທີ່ໄດ້ຝຶກອົບຮົມກ່ຽວກັບວຽກງານເບິ່ງແຍງດູແລ, ຕ້ອນຮັບຄົນເຈັບ, ປະຕິບັດການວິໄຈຫາເຊື້ອໂຄວິດ-19 ຢູ່ກັບທີ່.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top