• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳມາທິການການຕ່າງປະເທດສະພາສູງອາເມລິກາ ກ່າວປະນາມບັນດາການກະທຳເກາະຜິດຂອງຈີນຢູ່ທະເລຕາເວັນອອກ

      ຮຸ່ງເຊົ້າວັນທີ 19 ກັນຍາ ຕາມເວລາ ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ໄດ້ຈັດຕັ້ງວາລະອະພິປາຍກ່ຽວກັບນະໂຍບາຍຂອງ ອາເມລິກາ ຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ພາຍໃຕ້ການເປັນປະທານຂອງທ່ານ James Risch ສະມາຊິກສະພາສູງ ພັກສາທາລະນະ ແລະ ທ່ານ Bob Menedez ສະມາຊິກສະພາສູງ ພັກ ປະຊາທິປະໄຕ. 

ທ່ານ David  Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາພາກພື້ນ ອາຊີຕາເວັນອອກ - ປາຊີຟິກ (ພາບ: Stripes/TTXVN)
      ຜູ້ຂຶ້ນອະພິປາຍ ແມ່ນ ທ່ານ David  Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາພາກພື້ນ ອາຊີຕາເວັນອອກ - ປາຊີຟິກ.
ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທີ່ວາລະອະພິປາຍນີ້ ທ່ານ James Risch ສະມາຊິກສະພາສູງ ພັກສາທາລະນະ ຖືວ່າ:  ອາເມລິກາ ຕ້ອງມີການກະທຳ ພິເສດ ໃນສະພາບການ ຈີນ ມີບັນດາການກະທຳເກາະຜິດຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ໃນຂະນະນັ້ນ ທ່ານ Bob Menedez ສະມາຊິກສະພາສູງ ພັກປະຊາທິປະໄຕ ເນັ້ນຫນັກວ່າ:  ຕ້ອງຄວບຄຸມບັນດາການກະທຳຂອງຈີນ ທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ ກໍ່ຄື ເລື່ອງຈີນ ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ຈຸດປະສົງດ້ານການທະຫານ.
ເມື່ອເຕື້ອງເຖິງ ປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ທ່ານ Ted Yoho ສະມາຊິກສະພາຕ່ຳ ເນັ້ນຫນັກວ່າ: ອາຊຽນ ຄວນຄັດຄ້ານຈີນ ລະເມີດເຂດເສດຖະກິດຈຳເພາະຂອງຫວຽດນາມ, ຟີລີບປິນ, ບຣູໄນ ແລະບັນດາປະເທດແຄມທະເລ. ບັນດາປະເທດ ອາຊຽນ, ອາເມລິກາ, ການາດາ, ອັງກິດ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ສເກົາຫລີ, ອົດສະຕາລີ ຄວນສົມທົບກັນ, ພ້ອມກັນປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ບັນດາຂໍ້ກຳນົດ ແລະ ກົດໝາຍສາກົນ ແລະ ຖືນີ້ແມ່ນປັດໄຈ ສ້າງຜົນສຳເລັດໃຫ້ແກ່ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top