• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ກາວມິງຮ່ຽນ-ນັກສິລະປິນຍິງ ຮັກສາເພງກ່ອມລູກດ້ວຍ 5 ພາສາ

ດ້ວຍຄວາມສາມາດຮ້ອງເພງກ່ອມລູກດ້ວຍພາສາຂອງ 5 ຊົນເຜົ່າຄື: ໄທດຳ, ກາວລານ, ມົ້ງ, ໄຕ່ ແລະ ກິງ, ນັກສິລະປິນ ກາວມມິງຮ່ຽນ ມີຄວາມມຸ່ງຫວັງ ຈະໄດ້ປະກອບສ່ວນ ເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍອັນດີງາມ ໃນຈັງຫວະເພງກ່ອມລູກຂອງແຕ່ລະຊົນເຜົ່າ. 
ເປັນຮູບແບບສິລະປະ ປາກຕໍ່ປາກ ທີ່ມີແຕ່ປາງກ່ອນ, ຈັງຫວະເພງກ່ອມລູກແຕ່ສະໄໝປູ່ຍ່າຕາຍາຍ ໄດ້ສອນໃຫ້ລຸ້ນພໍ່, ລຸ້ນແມ່ ແລ້ວສອນໃຫ້ລຸ້ນລູກ, ລຸ້ນຫຼານ, ແຕ່ສະໄໝນີ້ ເຖິງສະໄໝອື່ນ. ພໍ່ພຽງແຕ່ແມ່ນຈັງຫວະເພງທີ່ອ່ອນນວນເພື່ອໃຫ້ເດັກນອນຫຼັບຝັນດີເທ່ົານັ້ນ, ຜ່ານເພງກ່ອນລູກ, ບັນດາຄຳສັ່ງສອນກໍ່ໄດ້ຊ້ອນເຂົ້າໃນຫັ້ນ ເພື່ອສຶກສາໃຫ້ລູກເຕົ້າ ຕັ້ງແຕ່ ຍາມນ້ອຍອີກດ້ວຍ. 

ເກີດເມື່ອປີ 1953 ທີ່ແຂວງ ແທງຮວ໋າ, ນັກສິລະປິນ ມິງຮ່ຽນ ພ້ອມກັບພໍ່ແມ່ ໄປສ້າງສາຊີວິດໃໝ່ຢູ່ເຂດທາງທິດຕາເວັນຕົກ ສ່ຽງເໜືອ ຕັ້ງແຕ່ນ້ອຍ. ນອກຈາກບັນດາບົດເພງກ່ອມລູກຂອງແມ່ທີ່ເພິ່ນຈື່ຕັ້ງແຕ່ນ້ອຍຢູ່ແລ້ວ, ນັກສິລະປິນ ມິງຮ່ຽນ ຍັງຮູ້ເພງກ່ອມລູກຂອງຊົນເຜົ່າ ມົ້ງ, ໄຕ່ ແລະ ໄທດຳ ຫຼາຍບົດອີກດ້ວຍ. ບັນດາບົດເພງກ່ອມລູກດັ່ງກ່າວ ໄດ້ເຮັດໃຫ້ເພິ່ນ ມີຄວາມຮັກ ມັກ ແລະ ຄວາມສະໜິດຕິດພັນກັບເພງກ່ອມລູກຂອງບັນດາຊົນເຜົ່າ. 
 

ນັກສິລະປິນ ກາວມິງຮ່ຽນ, ຜູ້ທີ່ສາມາດຮ້ອງເພງກ່ອມລູກດ້ວຍ
ພາສາຂອງ 5 ຊົນເຜົ່າແມ່ນ: ໄທດຳ, ກາວລານ, ມົ້ງ, ໄຕ່ ແລະ ກິງ.



ນັກສິລະປິນ ກາວມິງຮ່ຽນ ຮ້ອງເພງກ່ອມລູກດ້ວຍພາສາຂອງ
ຊົນເຜົ່າ ກາວລານ ຢູ່ແຂວງ ບັກຢາງ. 



ນັກສິລະປິນ ກາວມິງຮ່ຽນ ຮ້ອງເພງກ່ອມລູກດ້ວຍພາສາຂອງ ຊົນເຜົ່າ ກາວລານ ໃນຊຸດອາພອນປະຈຳເຜົ່າ ຂອງເຜົ່າຄົນ ດັ່ງກ່າວ ຢູ່ແຂວງ ບັກຢາງ.


ນັກສິລະປິນ ກາວມິງຮ່ຽນ ອາດສາມາດ ທັງຕັດຫຍິບທັງຮ້ອງ ເພງກ່ອມລູກໄດ້.
   
ແຕ່ປີ 1997, ນັກສິລະປິນ ມິງຮ່ຽນ ເລີ່ມຊອກຮູ້ຮູບແບບດົນຕີພື້ນເມືອງ ຈຳນວນໜຶ່ງ, ໃນນັ້ນ ມີເພງກ່ອມລູກ. ເພິ່ນໄດ້ໄປ ຢ້ຽມຢາມບັນດາແຂວງຢູ່ເຂດພາກເໜືອ ເພື່ອພົບປະ, ສະແດງການຮ້ອງເພງກ່ອມລູກກັບບັນດາຊົນເຜົ່າຢູ່ທ້ອງຖ່ິນ, ເກັບກຳ ແລະ ບັນທຶກໄວ້ບັນດາຈັງຫວະເພງກ່ອມລູກຂອງແຕ່ລະ ຊົນເຜົ່າ.

ປັດຈຸບັນ, ນັກສິລະປິນ ມິງຮ່ຽນ ສາມາດຮ້ອງເພງກ່ອມລູກດ້ວຍ ພາສາຂອງ 5 ຊົນເຜົ່າຄື: ໄທດຳ, ກາວລານ, ມົ້ງ, ໄຕ່ ແລະ ກິງ. ເພິ່ນເປັນນັກສິລະປິນທັງມີຜົນງານໃນການເກັບກຳບັນດາບົດເພງກ່ອມລູກຂອງຫຼາຍທ້ອງຖິ່ນ, ທັງມີຄວາມສາມາດຮ້ອງເພງກ່ອມລູກຂອງຊົນເຜົ່າຈຳນວນໜຶ່ງທີ່ພວມດຳລົງຊີວິດຢູ່ ຫວຽດນາມ ຢ່າງມີແບບມີແຜນ. ເພິ່ນກໍ່ໄດ້ເຂົ້າຮ່ວມການ ສະແດງ, ແນະນຳເພງກ່ອມລູກກັບທ່ານຜູ້ຊົມ ແລະ ນັກທ່ອງທ່ຽວ ຜ່ານຫຼາຍເຫດການທີ່ໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ຄື: ຄຳກ່ອນລູກຂອງແມ່, ວັນບຸນວັດທະນະທຳ-ສັນຕິພາບ ນະຄອນ ໂຮ່ຈີມິນ ແລະ ອື່ນໆ.

ເວລາສະແດງບົດເພງກ່ອນລູກຂອງຊົນເຜົ່າໃດ, ນັກສິລະປິນ ມິງຮ່ຽນ ກໍ່ຖືຊຸດອາພອນປະຈຳເຜົ່າຂອງຊົນເຜົ່ານັ້ນ, ເພິ່ນເວົ້າວ່າ ນີ້ກໍ່ແມ່ນວິທີການໜຶ່ງ ເພື່ອເຮັດໃຫ້ທ່ານຜູ້ຊົມ ຮູ້ເຖິງວັດທະນະທຳຂອງບັນດາເຜົ່າຢູ່ ຫວຽດນາມ.

ບັນດາຄຳກ່ອນລູກທີ່ອົບອຸ່ນຂອງນັກສິລະປິນ ມິງຮ່ຽນ ໄດ້ປະສານສົມທົບກັບສາກສະແດງລະຄອນ ແມ່ນັ່ງຂ້າງອູ່, ທັງຮ້ອງເພງກ່ອມລູກທັງວີໃຫ້ລູກນອນ ຫຼື ທັງອຸ້ມລູກທັງຮ້ອງເພງກ່ອນລູກ ໄດ້ເຮັດໃຫ້ທ່ານຜູ້ຊົມ ເກີດຄວາມຮູ້ສຶກທີ່ ຊິນເຄີຍ, ບັນດາສິ່ງທີ່ລະນຶກຄາວເຍົາໄວກັບມາຫາ. 


ວົງດົນຕີ ຕີງ, ຂັບ ແທນ ເມືອງ ເຕິນຝູ໋, ໃນນັ້ນ ມີນັກສິລະປິນ ມິງຮ່ຽນ 
ສະແດງຢູ່ເຂດທ່ອງທ່ຽວ ຊວຍຕຽນ, ນະຄອນ ໂຮ່ຈີມິນ.


ນັກສິລະປິນ ມິງຮ່ຽນ ສະແດງການຮ້ອງເພງກ່ອມລູກ ພາກໃຕ້ ຢູ່ຫໍພິພິດທະພັນ ອ໋າວຢ່າຍ (ເມືອງ 1) ໃນລາຍການ “ຄຳກ່ອນລູກຂອງແມ່”.


ການຮ້ອງເພງກ່ອມລູກ ປະສານສົມທົບກັບການນຸ່ງຊຸດອາພອນ
ປະຈຳເຜົ່າຂອງແຕ່ລະຊົນເຜົ່າ ຄືກັບນັກສິລະປິນ ມິງຮ່ຽນ ສະແດງ ທັງຈັບໃຈ, ທັງສ້າງຄວາມປະທັບໃຈໃຫ້ແກ່ທ່ານຜູ້ຊົມ.



ສະໂມສອນ ດົນຕີ ຕີງ, ຂັບ ແທນ ຂອງນັກສິລະປິນ ມິງຮ່ຽນ ສະແດງຢູ່ເຂດທ່ອງທ່ຽວ ຊວຍຕຽນ, 
ເມືອງ 9, ນະຄອນ ໂຮ່ຈີມິນ.


ນັກສິລະປິນ ມິງຮ່ຽນ ສະແດງໃນລາຍການ ວັນບຸນ ວັດທະນະທຳ-ສັນຕິພາບ ທີ່ວັງ ໂດກເລີບ, ເດືອນ ມັງກອນ 2018. 
ພາບ: ເອກະສານ


ສຽງຮ້ອງເພງກ່ອມລູກ ໄດ້ໄປຕາມນັກສິລະປິນ ມິງຮ່ຽນ ໃນວຽກງານປະຈຳວັນ.


ນອກຈາກນັ້ນ, ນັກສິລະປິນ ມິງຮ່ຽນ ຍັງເຂົ້າຮ່ວມສະໂມສອນ ດົນຕີ ຕີງ, ຂັບ ແທນ, ສະໂມສອນສຳລັບຜູ້ເປັນແມ່, ຈັດຕັ້ງຫ້ອງຮຽນສອນຮ້ອງເພງກ່ອມລູກ, ການສະແດງສິລະປະ ແລະ ແນະນຳຮູບແບບການຮ້ອງເພງກ່ອມລູກເຖິງທ່ານຜູ້ຊົມ, ພິເສດແມ່ນຜູ້ຍິງ ກະກຽມທີ່ໄດ້ເປັນແມ່.

ເປັນຜູ້ທີ່ໄດ້ເຂົ້າຮ່ວມການສະແດງຮ້ອງເພງກ່ອມລູກຂອງ ນັກສິລະປິນ ມິງຮ່ຽນ ໃນຫຼາຍລາຍການ, ປ້າ ເລຕຸເກີມ, ຫົວໜ້າສະມາຄົມ ມໍລະດົກວັດທະນະທຳ ຫວຽດນາມ ໃຫ້ຮູ້ວ່າ: “ຕໍ່ສະພາບການຮ້ອງເພງກ່ອມລູກ ຖືກເສື່ອມເສຍໄປ, ນັກສິລະປິນຄົນໜຶ່ງທີ່ມີຄວາມສາມາດຮ້ອງເພງກ່ອມລູກ ຄືນັກສິລະປິນ ມິງຮ່ຽນ ໄດ້ມີຫຼາຍການເຄື່ອນໄຫວເພື່ອ ປົກປັກຮັກສາຮູບແບບການຮ້ອງເພງກ່ອມລູກ- ເປັນ “ມໍລະດົກພິເສດ” ຂອງ ຫວຽດນາມ”. 
 
ບົດ: ເຊີນເຫງ້ຍ - ພາບ: ເຊີນເຫງ້ຍ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top