• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

“ກາລະໂອກາດທີ່ດີ” ເສີມຂະຫຍາຍທີ່ຕັ້ງ ບົດບາດ ຂອງປະເທດຊາດ ດ້ວຍແນວທາງການຕ່າງປະເທດ ເອກະລາດ ແລະ ເປັນເຈົ້າຕົນເອງ

      ເນື່ອງໃນໂອກາດຫວຽດນາມ ດຳລົງຕຳແໜ່ງປະທານສະພາ ຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ມັງກອນ 2020, ທ່ານຟ້າມບິງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນ ດ້ວຍຫົວຂໍ້ວ່າ “ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນ ມັງກອນ 2020: “ກາລະໂອກາດ ທີ່ດີ” ເສີມຂະຫຍາຍທີ່ຕັ້ງບົດບາດ ຂອງປະເທດຊາດ ດ້ວຍ ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ”.
ໃນບົດຂຽນ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ເລື່ອງ ເຂົ້າຮ່ວມສະພາຄວາມໝັ້ນຄົງ ຂອງ ສະຫະປະຊາຊາດ ໃນ ສະພາບທີ່ມີສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຈະຢຶດໝັ້ນ ຕໍ່ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຫຼາຍ ຮູບຫຼາຍແບບ, ມານະພະຍາຍາມ ຊຸກຍູ້ ການເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ການສູ້ຢັນກັນ, ຊອກຫາມາດຕະການ ທີ່ມີຄວາມຍຸຕິທຳ, ເໝາະສົມກວ່າ ໃຫ້ແກ່ບັນດາ ບັນຫາທີ່ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ຢູ່ ພາກພື້ນ ແລະ ສາກົນ; ຊຸກຍູ້ການເຄົາລົບກົດໝາຍສາກົນ, ກົດບັດ ຂອງສະຫະປະຊາຊາດ, ໂດຍສະເພາະ ແມ່ນ ບັນດາ ຫຼັກການພື້ນຖານກ່ຽວກັບ ຄວາມສະເໝີພາບ ທາງດ້ານ ອະທິປະໄຕ ລະຫວ່າງ ບັນດາປະເທດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ - ສັງຄົມ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ແກ້ໄຂການຂັດແຍ້ງ ກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ. ຫວຽດນາມ ຈະຖືສຳຄັນ “ຄູ່ຮ່ວມມື ເພື່ອສັນຕິພາບທີ່ໝັ້ນຄົງ” ກັບຫຼາຍເນື້ອໃນ ອັນສຳຄັນ ກ່ຽວກັບ ກະກັດກັ້ນ ການພິພາດ, ສ້າງສັນຕິພາບ, ເພີ່ມທະວີ ລັດທິ ຫຼາຍຝ່າຍ ແລະ ລະບອບ ບັນຍັດຫຼາຍຝ່າຍ, ໂດຍສະເພາະຢ່າງຍິ່ງແມ່ນ ສະຫະປະຊາຊາດ ແລະ ບັນດາ ອົງການຈັດຕັ້ງພາກພື້ນ.

ສຳລັັບປະເທດ ຫວຽດນາມ, ດ້້ວຍຖານະບົດບາດທີ່ເປັນປະທານ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນ ທຳອິດ ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ເປັນສອງເຫດການ ທີ່ເກີດຂຶ້ນ ພ້ອມໆ ກັນໃນເວລາດຽວກັນ ຊຶ່ງມີຄວາມໝາຍສຳຄັນເປັນພິເສດ, ເປັນພື້ນຖານ ອັນສຳຄັນ ເບື້ອງຕົ້ນ ແລະ ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ ຫວຽດນາມໃນອາຍຸການ 2020-2021.

ຄາດວ່າ, ຫວຽດນາມ ຈະເປັນປະທານຈັດຕັ້ງກອງປະຊຸມ, ການປຶກສາຫາລື 30 ຄັ້ງ ແລະ ຕົກລົງ ກ່ຽວກັບການເຄື່ອນໄຫວ ຂອງ ຄະນະ ປະຕິບັດງານ ຮັກສາສັນຕິພາບ ແລະ ຄະນະ ປະຕິບັດງານ ການເມືອງ ຢູ່ ຫຼາຍປະເທດ. ພິເສດ, ດ້ວຍບົດບາດ ເປັນປະທານ, ຫວຽດນາມ ຈະຈັດຕັ້ງ 2 ເຫດການສຳຄັນຄື: ວາລະປຶກສາຫາລື ເປີດຂັ້ນ ລັດຖະມົນຕີ ໃນວັນທີ 09 ມັງກອນ ດ້ວຍຫົວຂໍ້ວ່າ “ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສະຫະປະຊາຊາດ: ເພີ່ມທະວີຄວາມເຄົາລົບກົດບັດສະຫະປະຊາຊາດ ເພື່ອຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”; ກອງປະຊຸມ ພາຍໃຕ້ຫົວຂໍ້ທີ່ວ່າ : “ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາ ອົງການຈັດຕັ້ງພາກພື້ນ ແລະ ອະນຸພາກພື້ນ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ບົດບາດຂອງ ອາຊຽນ”.



ຕອນບ່າຍວັນທີ 27 ກັນຍາ 2018, ທີ່ສຳນັກງານ ສະຫະປະຊາຊາດ ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວປາໄສ
ທີ່ ກອງປະຊຸມເວທີ ສົນທະນາ ສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 73. ພາບ: ຖົ໋ງເຍິດ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ກ່າວປາໄສທີ່ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 72
ທີ່ ນິວຢອກ (ສ ອາເມລິກາ), ວັນທີ 22 ກັນຍາ 2017. ກອງປະຊຸມສົນທະນາ ພາຍໃຕ້ຫົວຂໍ້ທີ່ວ່າ: “ສຸມໃສ່ຄົນມະນຸດ: ສູ້ຊົນ ເພື່ອສັນຕິພາບ
ແລະ ຊີວິດອັນຈົບງາມ ໃຫ້ທຸກຄົນໃນທົ່ວໂລກ” ຊ່ຶ່ງດຶງດູດການເຂົ້າຮ່ວມ ຂອງ ຜູ້ນຳພັກ ແລະ ລັດຖະບານ ເກືອບໝົດທຸກທ່ານ ຈາກ 193 ປະເທດ ຊະມາຊິກ
ສະຫະປະຊາຊາດ. ພາບ: ຫືວຮວ່າງ/VNA



ວັນທີ 7 ມິຖຸນາ 2019 (ຕາມເວລາ ຫວຽດນາມ), ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73 ໄດ້ປ່ອນບັດເລືອກຕັ້ງ 5 ປະເທດ
ດຳລົງຕຳແໜ່ງເປັນກຳມະການ ບໍ່ປະຈຳສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021. ພາບ: VNA



ວັນທີ 2 ມັງກອນ 2020, ທີ່ສຳນັກງານສະຫະປະຊາຊາດ ຢູ່ ນິວຢອກ (ສ ອາເມລິກາ), ຫວຽດນາມ ໄດ້ດຳເນີນ ບັນດາ ການເຄື່ອນໄຫວ ເປັນທາງການ ດ້ວຍຖານະຕຳແໜ່ງເປັນ
ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ເລີ່ມອາຍຸການ ເປັນກຳມະການ ບໍ່ປະຈຳສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.
ໃນພາບ: ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມປະຈຳສະຫະປະຊາຊາດ ດັ້ງດິ່ງກີ໋ວ ສາບານຕໍ່ກົດບັດສະຫະປະຊາຊາດ
ທີ່ ພິທີຊັກຄັນທຸງ ຂຶ້ນສູ່ຍອດເສົາ. ພາບ: ຄັກຮ໋ຽວ/VNA



ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກີ໋ວ
ກ່າວປາໄສທີ່ກອງປະຊຸມເວທີ ສົນທະນາ. ພາບ: ຮວ່າຍແທງ/VNA



ວັນທີ 19 ພະຈິກ 2019, ທີ່ ນິວຢອກ (ສ ອາເມລິກາ) ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຈັດຕັ້ງ ກອງປະຊຸມເວທີ ສົນທະນາເປີດພາຍໃຕ້ຫົວຂໍ້ທີ່ວ່າ:
“ບົດບາດຂອງການໄກ່ເກ່ຍປອງດອງ ຕໍ່ສັນຕິພາບ ແລະ ຄວາມສະຫງົບສາກົນ”. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ
ປະຈຳສະຫະປະຊາຊາດ ດັ້ງດິ່ງກີ໋ວ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມເວທີສົນທະນາດັ່ງກ່າວ. ພາບ: ຮວ່າຍແທງ/VNA



ພະນັກງານ, ນັກຮົບ ໂຮງໝໍພາກສະໜາມຂັ້ນ 2 ເລກ 2 ສັ່ງລາ ຄົນສະໜິດມິດສະຫາຍ ເພື່ອ ອອກເດີນທາງ ປະຕິບັດໜ້າທີ່ ຢູ່ ຊູດັງໃຕ້. ພາບ: VNA

ດ້ວຍແນວທາງການຕ່າງປະເທດ ເອກະລາດ ແລະ ເປັນເຈົ້າຕົນເອງ, ຖານະບົດບາດ ຂອງປະເທດ, ການ ສະໜັບສະໜູນຂອງປະຊາຄົມສາກົນ, ພ້ອມກັບບົດຮຽນ ໃນການ ເປັນປະທານ, ບັນຊາ ບັນດາກົນໄກຫຼາຍຝ່າຍ ຂອງພາກພື້ນ ແລະ ສາກົນ, ມານະພະຍາຍາມ ກະກຽມ ຢ່າງລະອຽດ, ການ ປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງ ບັນດາກະຊວງ, ຂະແໜງການ, ລະຫວ່າງພາຍໃນ ແລະ ຕ່າງປະເທດ ແລະ ມີຄວາມເຊື່ອໝັ້ນວ່າ, ຫວຽດນາມ ຈະ ປະສົບຜົນສຳເລັດ ເປັນຢ່າງດີ ບົດບາດ ເປັນປະທານ ສະພາຄວາມໝັ້ນຄົງ ໃນເດືອນ ມັງກອນ 2020, ບັນລຸ ຜົນສຳເລັດເບື້ອງຕົ້ນ, ສ້າງທ່ວງໃຫ້ ອາຍຸການ ທີ່ເປັນກຳມະການ ບໍ່ປະຈຳສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ປະສົບຜົນສຳເລັດ.
ໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top