• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມປາດຖະໜາ ຢາກ ໃຫ້ລັດຖະບານ ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ພິເສດແມ່ນຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງ ລັດຖະບານ, ປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງ ສອງປະເທດ ພັດທະນາ ນັບມື້ນັບແທດຈິງ, ຍົກສູງລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ສົມກັບການພົວພັນດ້ານການເມືອງ ອັນດີງາມລະຫວ່າງສອງປະເທດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  ແລະ ທ່ານນາຍົກລັດຖະມົນຕີ  ກູບາ Manuel Marrero Cruz

ວັນທີ 20 ກັນຍາ ຕາມເວລາ ຫວຽດນາມ, ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຢ່າງເປັນທາງການ ຂອງສ.ກູບາ ໄດ້ຈັດຕັ້ງຢ່າງສົມກຽດຢູ່ນະຄອນຫຼວງ La Habana ພາຍໃຕ້ການເປັນປະທານຂອງ ທ່ານເລຂາທິການຜູ້ທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel.ພິທີໄດ້ດຳເນີນຢູ່ ຫໍປະຕິວັດ - ສຳນັກງານສະພາແຫ່ງລັດ ກູບາ, ໄດ້ຈັດຕັ້ງຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ສິ້ນສຸດພິທີຕ້ອນຮັບ, ປະທານປະເທດ ສອງຝ່າຍ ແລະ ຄະນະຜູ້ແທນສອງປະເທດ ໄດ້ເຂົ້າຮ່ວມການເຈລະຈາ. ພາຍຫຼັງສິ້ນສຸດການເຈລະຈາ, ທ່ານປະທານ Miguel Díaz-Canel ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັນເປັນສັກຂີພະຍານໃນພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ສອງປະເທດ.

ກ່ອນໜ້ານັ້ນ, ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Manuel Marrero Cruz ແລະ ການນຳບັນດາກະຊວງ, ຂະແໜງການຂອງກູບາ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມປາດຖະໜາ ຢາກ ໃຫ້ລັດຖະບານ ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ພິເສດແມ່ນຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງ ລັດຖະບານ, ປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງ ສອງປະເທດ ພັດທະນາ ນັບມື້ນັບແທດຈິງ, ຍົກສູງລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ສົມກັບການພົວພັນດ້ານການເມືອງ ອັນດີງາມລະຫວ່າງສອງປະເທດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ ກູບາ ຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນກັນໂຄວິດ - 19 ແລະ ເຊື້ອເຊີນທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ມາຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ຕີລາຄາສູງ ຄວາມໝາຍພິເສດຂອງ ການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ກູບາ ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ກູບາ ໃນຈຸດເວລານີ້ ເຊິ່ງສະແດງໃຫ້ເຫັນຄວາມເຄົາລົບ, ນ້ຳໃຈ ແລະ ຄວາມເອົາໃຈໃສ່ເປັນພິເສດຂອງ ພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ຕໍ່ການຮັກສາ ແລະ ເພີ່ມພຸນຄຸນສ້າງການພົວພັນຮ່ວມມືທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ.

ແລະກໍ່ໃນວັນທີ 19 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernández, ມາຢ້ຽມຢາມ, ວາງພວງມາລາຢູ່ອະນຸສາວາລີ ປະທານໂຮ່ຈີມິນ, ໃນບໍລິເວນ ສວນສາທາລະນະ ຮ່ວາບິ່ງ, ວາງພວງມາວາຢູ່ ອະນຸສາວາລີ ແລະ ຢ້ຽມຢາມເຂດອະນຸສາວະລີ ແລະ ເຂດອາໄລຫາ ວິລະຊົນແຫ່ງຊາດ Marti (1853 - 1895). ເຂົ້າຮ່ວມພິທີຖະຫວາຍທູບທຽນບູຊາອາໄລຫາຍັງມີທ່ານຮອງປະທານປະເທດ ກູບາ Salvador Valdés Mesa.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top