• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ ຈີນ​ຂອງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ກຳ​ປູ​ເຈຍ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ອາ​ຊຽນ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ທ່ານ ໂຄສົກກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ແມ່ນບັນດາສະມາຊິກສຳຄັນຂອງ ອາຊຽນ, ແມ່ນຄູ່ຮ່ວມມືສຳຄັນຂອງຈີນ, ພ້ອມທັງຍາມໃດກໍ່ຖືບັນດາປະເທດ ອາຊຽນ ເປັນສຳຄັນໃນນະໂຍບາຍການພົວພັນຕ່າງປະເທດ ຂອງຕົນ. 
ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາ ລະຫວ່າງ ຈີນ ແລະ ອາຊຽນ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ຫວາງອີ ກຳມະການລັດຖະບານ ທັງເປັນລັດຖະມົນຕີການຕ່າງປະເທດ ຈີນ, ທ່ານບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທ່ານ Saifuddin Abdullah ລັດຖະມົນຕີການຕ່າງປະເທດ ມາເລເຊຍ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ທ່ານ Luhut Binsar Panjaitan ລັດຖະມົນຕີກະຊວງປະສານງານການເດີນເຮືອຢູ່ທະເລ ແລະ ການລົງທຶນ ຂອງ ອິນໂດເນເຊຍ ຈະໄປຢ້ຽມຢາມຈີນ ໃນລະຫວ່າງວັນທີ 2 – 5 ທັນວາ.

ທ່ານ ໂຄສົກກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ແມ່ນບັນດາສະມາຊິກສຳຄັນຂອງ ອາຊຽນ, ແມ່ນຄູ່ຮ່ວມມືສຳຄັນຂອງຈີນ, ພ້ອມທັງຍາມໃດກໍ່ຖືບັນດາປະເທດ ອາຊຽນ ເປັນສຳຄັນໃນນະໂຍບາຍການພົວພັນຕ່າງປະເທດ ຂອງຕົນ. ການຢ້ຽມຢາມຄັ້ງນີ້ ແມ່ນການເຊື່ອມຕໍ່ຄັ້ງທຳອິດ ລະຫວ່າງ ຈີນ ກັບ ບັນດາປະເທດ ອາຊຽນ ພາຍຫລັງທີ່ທ່ານປະທານປະເທດ ຈີນ ສີຈິ້ນຜີງ ເປັນປະທານກອງປະຊຸມຂັ້ນສູງສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນເຈລະຈາ ລະຫວ່າງ ຈີນ ແລະ ອາຊຽນ ຄົບຮອບ 30 ປີສຳເລັດ ແລະ ໄດ້ຖະແຫຼງຍົກລະດັບການພົວພັນສອງຝ່າຍເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຈີນ ຫວັງວ່າ ການຢ້ຽມຢາມຄັ້ງນີ້ ຈະສຸມໃສ່ການປຶກສາຫາລືຜັນຂະຫຍາຍບັນດາໝາກຜົນເຊິ່ງກອງປະຊຸມຂັ້ນສູງບັນລຸໄດ້, ແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການຕ້ານໂລກລະບາດ, ການຮ່ວມມືພັດທະນາກໍ່ຄືປຶກສາຫາລືສະພາບການໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງພ້ອມກັນຮ່ວມມື ເພື່ອສ້າງຊາຍຄາລວມແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ສວຍສົດງົດງາມ ແລະ ມີໄມຕິຈິດມິດຕະພາບ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top