• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນໍາ​ບັນດາ​ປະ​ເທດ ​ແລະ ​ເພື່ອ​ນມິດສາ​ກົນ​ເຂົ້າ​ໄວ້ອາ​ໄລ​ ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ

ທີ່ນະຄອນຫຼວງວຽງຈັນ, ຕອນເຊົ້າວັນທີ 14 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່່ຕູ້, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການ, ຜູ້ຕາງໜ້າອໍານາດການປົກຄອງນະຄອນຫຼວງ ວຽງຈັນ ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຢູ່ສະຖານທູດຫວຽດນາມ ປະຈໍາ ລາວ. 

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເຂົ້າໄວ້ອາໄລ

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນໍາໜ້າ; ຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້ ນໍາໜ້າ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ນໍາໜ້າຄະນະຜູ້ແທນລັດຖະບານລາວ ເຂົ້າໄວ້ອາໄລ ຕາມລໍາດັບ.  ພາຍຫຼັງພິທີໄວ້ອາໄລ, ການນໍາພັກ, ສະພາແຫ່ງຊາດ ແລະ ລັດຖະບານ ລາວ ຕ່າງກໍຊາບຊື້ງຂຽນໃສ່ປຶ້ມໄວ້ອາໄລ, ໃນນັ້ນ ໄດ້ເນັ້ນໜັກວ່າ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ແມ່ນນັກປະຕິວັດຜູ້ອາວຸໂສດີເດັ່ນຂອງຫວຽດນາມ, ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ບໍ່ພຽງແຕ່ແມ່ນການສູນເສຍນັກປະຕິວັດຜູ້ອາວຸໂສ, ຜູ້ນໍາຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນການສູນເສຍເພື່ອນທີ່ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ລາວ ອີກດ້ວຍ.

ທ່ານ ຫວູກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ທີ່ພິທີໄວ້ອາໄລ 

 ຢູ່ ກໍາປູເຈຍ, ຕາງໜ້າລັດຖະບານ, ພັກປະຊາຊົນ ກໍາປູເຈຍ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ກໍາປູເຈຍ ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ. ຕາງໜ້າປະຊາຊົນ ກໍາປູເຈຍ, ສະພາສູງ ກໍາປູເຈຍ, ທ່ານຮອງປະທານສະພາສູງ ກໍາປູເຈຍ Sim Ka ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງມາຍັງສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ. ຕາງໜ້າບັນດາອົງການທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ກໍາປູເຈຍ ກໍໄດ້ເຂົ້າໄວ້ອາໄລ, ຂຽນໃສ່ປຶ້ມໄວ້ອາໄລ ແລະ ສະແດງຄວາມເຄົາລົບນັບຖື ພ້ອມກັບຄວາມໂສກເສົ້າເສຍດາຍ, ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ.

ສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ອິນໂດເນເຊຍ, ຮອງເລຂາທິການໃຫຍ່ອາຊຽນ ເຂົ້າໄວ້ອາໄລ

ກໍໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ບັນດາປະເທດ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ລັດເຊຍ  ກໍໄດ້ເອົາທຸງລົງເຄິ່ງເສົາ ແລະ ເປີດປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ.

ທ່ານເອກອັກຄະລັດຖະທູດ ໂງດຶກແມ້ງ ກ່າວບົດສະດຸດີທີ່ພິທີໄວ້ອາໄລ

ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດ ໄດ້ຂຽນຄໍາໄວ້ອາໄລຜ່ານທາງອອນລາຍ, ໃນນັ້ນ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ; ພ້ອມທັງຍ້ອງຍໍຊົມເຊີຍບັນດາການປະກອບສ່ວນທີ່ມີຄ່າຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ; ການປັບປຸງ ແລະເພີ່ມທະວີການພົວພັນການຕ່າງປະເທດ ແລະ ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈ, ຢັ້ງຢືນນໍ້າໃຈສາມັກຄີກັບປະຊາຊົນ ຫວຽດນາມ./.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top