• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ ມາ​ເລ​ເຊຍ

ຕອນບ່າຍວັນທີ 12 ກັນຍາ, ທ່ານເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານນາງ Teresa Kos Su Sim ລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ, ນຳໜ້າຄະນະວິສາຫະກິດ ມາເລເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ. 

ທ່ານເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໃຫ້ການຕ້ອນຮັບທ່ານນາງ Teresa Kos Su Sim ລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ (ພາບ: TTXVN)

ນະທີ່ນີ້, ທ່ານເລແທັງລຽມ ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງດີງາມໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ມາເລເຊຍ, ພິເສດໃນຂົງເຂດການຮ່ວມມືດ້ານເສດຖະກິດ. ບົນພື້ນຖານການພົວພັນຮ່ວມມືຢ່າງດີງາມໃນຂົງເຂດເສດຖະກິດລະຫວ່າງສອງປະເທດ, ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບມາເລເຊຍ, ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ມາເລເຊຍ ໃນຂົງເຂດການຄ້າ, ການລົງທຶນ ແລະ ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ທັງສອງຝ່າຍ ແລະ ປະກອບສ່ວນໃຫ້ແກ່ວັດທະນາຖາວອນລວມຂອງພາກພື້ນ.

        ເມື່ອແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນໃນຂະແໜງອຸດສາຫະກຳຈຸດສຸມຂອງ ມາເລເຊຍຄືການປຸງແຕ່ງນ້ຳມັນປາມ, ນ້ຳມັນໝາກພ້າວ, ພິກໄທ, ຢາງພາລາ, ທ່ານນາງ Teresa Kos Su Sim ໃຫ້ຮູ້ວ່າ: ມີກ່ວາ 50% ປະລິມານນ້ຳມັນປາມ ຂອງມາເລເຊຍໄດ້ສົ່ງອອກມາຍັງຕະຫຼາດຫວຽດນາມ, ເພາະສະນັ້ນ, ມາເລເຊຍ ມີຄວາມປາດຖະໜາຢາກ ຍູ້ແຮງບັນດາໂຄງການຮ່ວມມືກັບຫວຽດນາມ ໃຫ້ຫຼາຍກ່ວາອີກ, ໃນນັ້ນມີນະຄອນ ໂຮ່ຈີມິນ ໃນຂົງເຂດປຸງແຕ່ງ, ສົ່ງອອກ - ນຳເຂົ້າຜະລິດຕະພັນນ້ຳມັນປາມ ທີ່ບັນລຸໄດ້ມາດຕະຖານສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top