• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແລ່ນເພື່ອເດັກນ້ອຍ ຮ່າໂນ້ຍປີ 2019

      ຕອນເຊົ້າວັນທີ 8 ທັນວາ, “ການແລ່ນເພື່ອເດັກນ້ອຍຮ່າໂນ້ຍປີ 2019” ໄດ້ດຳເນີນຢູ່ ຫນອງ ທວຽນກວາງ ນະຄອນ ຮ່າໂນ້ຍ. 

 ການແລ່ນເພື່ອເດັກນ້ອຍ ຮ່າໂນ້ຍປີ 2019
(ພາບ: laodongthudo.com.vn)
      ນີ້ແມ່ນການແລ່ນຈັດຂຶ້ນປະຈຳປີ ໂດຍສະມາຄົມມິດຕະພາບ ຫວຽດນາມ - ການາດາ, ສະຖານທູດ ການາດາ ປະຈຳຫວຽດນາມ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ, VinaCapital ແລະ Manulife ຫວຽດນາມ ຮ່ວມຈັດຕັ້ງ. ເຂົ້າຮ່ວມການແລ່ນ ມີບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າບັນດາສະຖານທູດ ຢູ່ ຮ່າໂນ້ຍ ແລະ ຜູ້ມີຊື່ສຽງໃນຂົງເຂດບັນເທິງຂອງຫວຽດນາມ, ບັນດານັກກິລາຊະນະເລີດໃນ Sea Games. ກ່າວຄຳເຫັນໄຂການແລ່ນນີ້, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ປະທານ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນັ້ນຫນັກວ່າ ນີ້ແມ່ນເຫດການເຄື່ອນໄຫວມີຄວາມໝາຍດ້ານສັງຄົມ ແລະ ວັດທະນະທຳມະນຸດອັນເລິກເຊິ່ງ, ກາຍເປັນບ່ອນພົບປະ ແລະ ເຊື່ອມຕໍ່ຜູ້ໃຈບຸນໃຈກຸສົນ ເພື່ອໃຫ້ກຳລັງໃຈຕໍ່ພວກນ້ອງນ້ອຍດອ້ຍໂອກາດ.
ການແລ່ນບໍ່ພຽງແຕ່ແມ່ນການກະທຳມີຄວາມໝາຍອັນສູງສົ່ງຂອງວົງຄະນາຍາດ ເພື່ອແນໃສສ້າງສັງຄົມດີງາມເທົ່ານັ້ນ ຫາກຍັງແມ່ນສະແດງໃຫ້ເຫັນຮູບພາບສວຍງາມດ້ານຈິດໃຈຂອງຊາວນະຄອນຫລວງ ຮ່າໂນ້ຍ ສົ່ງເຖິງເພື່ອນມິດສາກົນ ເປັນການພິສູດໃຫ້ເຫັນໄມຕິຈິດມິດຕະພາບລະຫວ່າງ ຊາວນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ ກັບປະຊາຊົນ ການາດາ ແລະ ເພື່ອນມິດສາກົນ”. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top