• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ການແກ່ງແຍ້ງກັນຂອງບັນດາເຄື່ອງໝາຍການຄ້າແຟຊັ່ນ ຫວຽດນາມ

ພາຍຫຼັງຜົນສຳເລັດຂອງການຈັດຕັ້ງການສະແດງແຟຊັ່ນໂຊ ໃນຊຸມປີຜ່ານມາ, ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2018 ໄດ້ກັບມາ ແລະ ສ້າງ ຄວາມປະທັບໃຈໃຫ້ແກ່ທ່ານຜູ້ຊົມຜ່ານບັນດາຊຸດສະສົມສຳລັບໃຫ້ແກ່ລະດູໃບໄມ້ຫຼົ່ນລະດູໜາວປີ 2018 ຂອງບັນດາ ນັກອອກແບບຢູ່ພາຍໃນ ແລະ ຕ່າງປະເທດ. 
ເປີດສາກໃຫ້ແກ່ສັບປະດາ ແຟຊັ່ນ ທີ່ມີຊື່ສຽງ ແລະ ມີອິດທິພົນທີສຸດຂອງ ຫວຽດນາມ ໃນປັດຈຸບັນ ແມ່ນບັນດາ ຊຸດສະສົມຂອງນັກອອກແບບ ເລີມຢາຄາງ. ເປັນເທື່ອທຳອິດ ທີ່ໄດ້ເຂົ້າຮ່ວມໃນສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2018, ນັກອອກແບບ ເລີມຢາຄາງ ດ້ວຍເຄື່ອງໝາຍການຄ້າ GIA STUDIOS ໄດ້ ນຳມາສະແດງຊຸດອອກແບບທີ່ມີແຮງບັນດານໃຈຈາກບັນດານັກຟ້ອນ ballet.

ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ- ລະດູໜາວ 2018 ແມ່ນການແກ່ງແຍ້ງກັນຂອງບັນດາ ເຄື່ອງໝາຍການຄ້າ ແຟຊັ່ນ ຫວຽດນາມ. ອາດສາມາດເວົ້າໄດ້ວ່າ ນີ້ແມ່ນທ່າອ່ຽງ ແຟຊັ່ນ ລະດູໃບໄມ້ຫຼົ່ນ-ລະດູໜາວ 2018 ຢູ່ນະຄອນຫຼວງ ຮ່າໂນ້ຍ ດ້ວຍການພັດທະນາ ຂອງ ບັນດາບໍລິສັດການຄ້າ ແຟຊັ່ນ. 

ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ- ລະດູໜາວ 2018
ໄດ້ຈັດຕັ້ງຢ່າງສົມກຽດທີ່ຫໍປະຊຸມ ແຫ່ງຊາດ, ຮ່າໂນ້ຍ. 



ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ໄດ້ບັນດາເຄື່ອງໝາຍ
ການຄ້າ ແຟຊັ່ນ ເລືອກເຟັ້ນ ເພື່ອນຳຊື່ສຽງຂອງຕົ້ນອອກສູ່ທ່ານຜູ້ຊົມ. 



ບັນດາຊຸດສະສົມທີ່ຫຼ້າສຸດ, ມີຄວາມປະທັບໃຈທີສຸດ ສຳລັບ
ໃຫ້ແກ່ລະດູໃບໄມ້ຫຼົ່ນ- ລະດູໜາວ 2018 ມາຈາກບັນດາ
ນັກອອກແບບດີເດັ່ນຢູ່ພາຍໃນ ແລະ ສາກົນ.



ຊຸດສະສົມຂອງເຄື່ອງໝາຍການຄ້າ Gia Studios - ນັກອອກແບບ ເລີມຢາຄາງ.

ຖ້າຫາກວ່າ ຊຸມປີກ່ອນ, ບັນດາຊຸດສະສົມທີ່ໄດ້ເອົາມາ ແນະນຳຢູ່ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ສ່ວນຫຼາຍແມ່ນຮັບໃຊ້ໃຫ້ແກ່ຜູ້ຍິງ, ແຕ່ລະດູໃບໄມ້ຫຼົ່ນ-ລະດູໜາວ 2018 ແມ່ນການສະເໜີຕົວຂອງຊຸດສະສົມຂອງ ບັນດາ ເຄື່ອງໝາຍການຄ້າ ແຟຊັ່ນ ສຳລັບໃຫ້ແກ່ຜູ້ຊາຍ ຢູ່ພາຍໃນ ຄື: ຫວຽດຕຽນ, Veston ຫງອກລານ, ເສື້ອໜັງ Butuni ແລະ Owen. ພ້ອມກັນນັ້ນ, ການມີໜ້າເຂົ້າຮ່ວມຂອງນັກອອກແບບ 5 ຄົນທີ່ມາຈາກສະຖາປັນການອອກແບບ ແລະ ແຟຊັ່ນ ລອນດອນ (ອັງກິດ) ກໍ່ໄດ້ສ້າງສີສັນທີ່ໜ້າຈັບໃຈໃຫ້ແກ່ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2018. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ໄດ້ບັນດາເຄື່ອງໝາຍການຄ້າແຟຊັ່ນ ຫວຽດນາມ ແລະ ນັກອອກແບບໃນອະນາຄົດ ເລືອກເຟັ້ນ ເປັນບ່ອນນຳຊື່ສຽງຂອງຕົ້ນອອກສູ່ທ່ານຜູ້ຊົມ.

ບໍ່ພຽງແຕ່ເປັນການສະແດງ ແຟຊັ່ນ ເທ່ົານັ້ນ, ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ຍັງກາຍເປັນບ່ອນພົບປະແລກປ່ຽນ ວັດທະນະທຳ ແຟຊັ່ນ ລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນອີກດ້ວຍ. ເພາະສະນັ້ນ, ພ້ອມກັບບັນດາຊຸດສະສົມຂອງນັກອອກແບບ ຫວຽດນາມ, ທ່ານຜູ້ຊົມຍັງໄດ້ຮັບຊົມບັນດາຊຸດອອກແບບທີ່ແປກຕາຂອງເຄື່ອງໝາຍການຄ້າ ແຟຊັ່ນ Duquevelez ຂອງນັກອອກແບບ Jorge Duque Veslez ມາຈາກ ໂກໂລມບີ, ເຄື່ອງໝາຍການຄ້າ ແຟຊັ່ນ Jovana Louis ຂອງນັກອອກແບບ Jovana Benoit ມາຈາກ ສ ໄຮຕິ. ພິເສດ, ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 14 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ ແລະ ຕວກກີ, ນັກອອກແບບ Mehmet Koymen ໄດ້ ນຳສະເໜີໃນລາຍການ 32 ຊຸດອອກແບບໃນຊຸດສະສົມ “Love Land” ຂອງຕົນ.

ທ່ານນາງ ເລທິກວິ່ງຈາງ-ປະທານຄະນະຈັດຕັ້ງ ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ໃຫ້ຮູ້ວ່າ: “ຖ້າເວົ້າວ່າ ຢູ່ໃສທີ່ມີສັບປະດາ ແຟຊັ່ນ, ຢູ່ຫັ້ນຈະມີຄວາມສີວິໄລ ແລະ ການ ເຊື່ອມໂຫຍງ, ແມ່ນສັບປະດາ ແຟຊັ່ນ ສາກົນ ຫວຽດນາມ-  Vietnam International Fashion Week ໄດ້ ແລະ ພວມພິສູດໄດ້ສິ່ງດັ່ງກ່າວ. ລາຍການໄດ້ໄຂປະຕູແຫ່ງການເຊື່ອມໂຫຍງ ແຟຊັ່ນ ຫວຽດນາມ ອອກສູ່ກັບໂລກພາຍນອກ, ຫັນຄວາມມຸ່ງຫວັງຈະເຮັດໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີພື້ນຖານອຸດສາຫະກຳ ແຟຊັ່ນ ພັດທະນາໃນອະນາຄົດ ຄ່ອຍໆ ກາຍເປັນຄວາມຈິງ”. 

ຊຸດສະສົມຂອງເຄື່ອງໝາຍການຄ້າ Gia Studios - ນັກອອກແບບ ເລີມຢາຄາງ.

ຊຸດສະສົມຂອງເຄື່ອງໝາຍການຄ້າ Veston ຫງອກລານ.

ຊຸດສະສົມຂອງເຄື່ອງໝາຍການຄ້າ Mehmet Koymen Couture (ຕວກຕີ).

ຊຸດສະສົມຂອງເຄື່ອງໝາຍການຄ້າ Emspo (ຫວຽດນາມ).

ຊຸດສະສົມຂອງເຄື່ອງໝາຍການຄ້າ Happy Clothing (ຫວຽດນາມ).

ຊຸດສະສົມຂອງເຄື່ອງໝາຍການຄ້າ Owen-ນັກອອກແບບ ຮວ່າງມິງຮ່າ. 

ຊຸດສະສົມຂອງເຄື່ອງໝາຍການຄ້າ ຫວຽດຕຽນ.

ຊຸດສະສົມຂອງເຄື່ອງໝາຍການຄ້າ Jorge Duque (ໂກໂລມບີ).

ຊຸດສະສົມຂອງເຄື່ອງໝາຍການຄ້າ ຫງວຽນຕຽນຈວຽນ.

ຊຸດສະສົມຂອງເຄື່ອງໝາຍການຄ້າ Jovana Louis (ໄຮຕິ).
 
ປະຕິບັດ: ແຄ໋ງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top