• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ອາເມລິກາ 2020: ໂລກລະບາດໂຄວິດ-19 ເຮັດໃຫ້ການຊ່ວງເສັງຊ້ອນແຝງໄປດ້ວຍຄວາມຂ້ຽວຂາດຫຼາຍຢ່າງ

      ບັນຫາໜຶ່ງດຽວໃນປະຈຸບັນແມ່ນເຮັດແນວໃດເພື່ອແກ້ໄຂວິກິດການໄວຣັດຢ່າງຖືກຕ້ອງທີ່ສຸດ. ຜູ້ໃດແມ່ນໜ້າໄວ້ເນື້ອເຊື່ອໃຈສຳລັບຜູ້ມີສິດເລືອກຕັ້ງອາເມລິກາ?

 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຄູ່ແຂ່ງເຊິ່ງແມ່ນທ່ານ Joe Biden
(ພາບ: USA/Today)
      ໂລກລະບາດໂຄວິດ-19 ພວມກາຍເປັນໄພພິບັດໃໝ່ຂອງປະເທດອາເມລິກາ. ໄລ່ສະເພາະແຕ່ເດືອນ ກໍລະກົດ, ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຢູ່ອາເມລິກາ ແມ່ນ 1,8 ລ້ານຄົນ, ໃນນັ້ນມີ 25.000 ເສຍຊີວິດ. ໃນສະພາບບໍ່ຮອດ 100 ວັນອີກຈະແມ່ນວັນເລືອກຕັ້ງປະທານາທິບໍດີອາເມລິກາ, ໄວຣັດ SARS-CoV-2 ພວມກາຍເປັນໜຶ່ງໃນບັນດາສາຍເຫດເຊິ່ງເຮັດໃຫ້ການເລືອກຕັ້ງ 2020 ກາຍເປັນການເລືອກຕັ້ງຄາດຄະເນລ່ວງໜ້າຍາກທີ່ສຸດໃນປະຫວັດສາດຂອງອາເມລິກາ.
        ກ່ອນເກີດໂລກລະບາດຢູ່ອາເມລິກາ ພຽງ 2 - 3 ເດືອນ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຄູ່ແຂ່ງເຊິ່ງແມ່ນທ່ານ Joe Biden ລ້ວນແຕ່ບໍ່ຄິດວ່າ ໄວຣັດ SARS-CoV-2 ຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສະພາບການລວມໃນການຊ່ວງເສັງເຂົ້າທຳນຽບຂາວຄືໃນປະຈຸບັນ.
ວິທີແກ້ໄຂວິກິດການ
        ປະຫວັດສາດຂອງບັນດາການເລືອກຕັ້ງອາເມລິກາ ໄດ້ສະແດງໃຫ້ເຫັນວ່າ, ເມື່ອປະເທດຕົກເຂົ້າສູ່ສະພາບວິກິດການອັນໃຫຍ່ຫຼວງນັ້ນ, ບັນດາຜູ້ມີສິດເລືອກຕັ້ງຈະຊອກຫາຜູ້ສະໝັກຮັບເລືອກຕັ້ງທີ່ມີສະຖຽນລະພາບ, ມີປະສົບການ, ເຊິ່ງໄດ້ຮັບຖືວ່າແມ່ນມີຄວາມໄວ້ເນື້ອເຊື່ອໃຈກວ່າເພື່ອນຳພາປະເທດອາເມລິກາ.
        80 ປີ ກ່ອນທີ່ເກີດສົງຄາມໂລກຄັ້ງທີ 2, ຜູ້ມີສິດເລືອກຕັ້ງ ໄດ້ມີຄວາມເຊື່ອໝັ້ນຕໍ່ຜູ້ດຳລົງຕຳແໜ່ງປະທານາທິບໍດີ F.Roosevelt ເພື່ອໃຫ້ກາຍເປັນປະທານາທິບໍດີອາເມລິກາ ໜຶ່ງດຽວທີ່ດຳລົງຕຳແໜ່ງ 3 ອາຍຸການ, ແບບບໍ່ຖືກບັງຄັບຍ້ອນຂໍ້ກຳນົດຂອງລັດຖະທຳມະນູນອາເມລິກາ ທີ່ບໍ່ອະນຸດຍາດໃຫ້ປະທານາທິບໍດີບໍ່ວ່າທ່ານໃດຂຶ້ນກຳອຳນາດເກີນ 2 ອາຍຸການ. 40 ປີຕໍ່ມາ, ການປະລາໄຊໃນເລື່ອງແກ້ໄຂວິກິດການຕົວປະກັນຢູ່ອີຣານ ແລະ ສົງຄາມເຢັນກັບ ໂຊຫວຽດ ຖືກປິນຂັ້ນໄດ, ບັນດາຜູ້ມີສິດເລືອກຕັ້ງອາເມລິກາ ພັດເຮັດກົງກັນຂ້າມ, ຕົກລົງຕັ້ງຄວາມເຊື່ອໝັ້ນຕໍ່ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ R.Reagan ແທນທີ່ຜູ້ອຳລົງຕຳແໜ່ງປະທານາທິບໍດີ Jimmy Carter ຂອງພັກປະຊາທິປະໄຕໃນຄາວນັ້ນ.
        ກັບຄືນສູ່ສະພາບໂລກລະບາດໃນປະຈຸບັນຢູ່ປະເທດອາເມລິກາ, ບັນຫາໜຶ່ງດຽວໃນປະຈຸບັນແມ່ນເຮັດແນວໃດເພື່ອແກ້ໄຂວິກິດການໄວຣັດ ຢ່າງຖືກຕ້ອງທີ່ສຸດ. ຜູ້ໃດແມ່ນໜ້າໄວ້ເນື້ອເຊື່ອໃຈສຳລັບຜູ້ມີສິດເລືອກຕັ້ງອາເມລິກາ ? ມີນັກສັງເກດການຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ, ຈະບໍ່ມີບັ້ນຫາສຽງເລືອກຕັ້ງໃດສາມາດກູ້ຊ່ວຍທ່ານ D.Trump ໄດ້ ຖ້າຫາກໄດ້ຮັບການສັງເກດວ່າແມ່ນປະທານາທິບໍດີຖືກປະລາໄຊໃນການຕໍ່ສູ້ຕ້ານໄວຣັດ SARS-CoV-2.
        ທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ D.Trump ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນພາລະກິດການເມືອງເປັນເວລາ 4 ປີທີ່ຂຶ້ນກຳອຳນາດ. ເມື່ອພວມຢູ່ໃນທ່າປະຕິບັດຄຳຂວັນ “ປະເທດອາເມລິກາ ເໜືອກວ່າສິ່ງໃດໝົດ” ອັນໄດ້ດຶງດູດຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງສ່ວນໃດສ່ວນໜຶ່ງ, ໂລກລະບາດໂຄວິດ-19 ໄດ້ລົບລ້າງຜົນງານທາງດ້ານເສດຖະກິດເກືອບທັງໝົດ ເຊິ່ງທ່ານປະທານາທິບໍດີ D.Trump ເຄີຍຖືວ່າ ແມ່ນການຕັດສິນໃຫ້ແກ່ການເລືອກຕັ້ງ. ໂລກລະບາດໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ພື້ນຖານເສດຖະກິດຂອງອາເມລິກາ ຖືກຊຸດໂຊມ, ຍາກທີ່ຈະຟື້ນຟູໄດ້, ພິເສດແມ່ນສະພາບຫວ່າງງານໃນວົງກວ້າງເທົ່ານັ້ນ, ຫາກຍັງເຮັດໃຫ້ບັນຫາເຊື້ອຊາດຜິວພັນຢູ່ພາຍໃນປະເທດຮ້າຍແຮງຂຶ້ນຕື່ມອີກດ້ວຍ. ທ່າອ່ຽງຕົ້ນຕໍໃນການເລືອກຕັ້ງອາເມລິກາ 2020 ໄດ້ມີການປ່ຽນແປງ. ບັນດາຄົນຜິວຂາວເປັນກາງ, ເຄີຍສະຫງວນໃບເລືອກຕັ້ງໃຫ້ແກ່ທ່ານປະທານາທິບໍດີ D.Trump ເມື່ອກ່ອນນີ້ 4 ປີ ໄດ້ສະແດງຄວາມຜິດຫວັງຕໍ່ກຳລັງຄວາມສາມາດໃນການແກ້ໄຂວິກິດການຂອງອຳນາດການປົກຄອງໃນປະຈຸບັນ, ອາດຈະບໍ່ໄປປ່ອນບັດເລືອກຕັ້ງ ຫຼື ຊ້ຳບໍ່ໜຳແມ່ນເລືອກເອົາຜູ້ຮັບສະໝັກເລືອກຕັ້ງ Joe Biden.
ການຊ່ວງເສັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້
        ສິ່ງສຳຄັນກວ່າແມ່ນຄູ່ແຂ່ງຂອງທ່ານ D.Trump ໃນປະຈຸບັນ, ທ່ານ Joe Biden ບໍ່ແມ່ນຜູ້ກໍ່ຄວາມແບ່ງແຍກ ຫຼື ຖືກສື່ມວນຊົນຕຳໜິຫຼາຍຄືທ່ານນາງ Clinton ເມື່ອປີ 2016. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ສະພາບໂລກລະບາດໃນປະຈຸບັນ ໄດ້ຊ່ວຍໃຫ້ທ່ານ Joe Biden ຍາດໄດ້ການສະໜັບສະໜູນຈາກຫຼາຍກຸ່ມຜູ້ມີສິດເລືອກຕັ້ງກວ່າ, ຕົວຢ່າງຄື ບັນດາຜູ້ມີສິດເລືອກຕັ້ງອາຍຸແຕ່ 65 ປີຂຶ້ນໄປ, ຊ້ຳບໍ່ໜຳຍັງມີຄະແນນນຳໜ້າຢູ່ລັດທີ່ມີລັກສະນະສຳຄັນໃນການຕັດສິນໄຊຊະນະນັ້ນແມ່ນລັດ Florida. ເປັນທີ່ຈະແຈ້ງແລ້ວວ່າ, ທ່ານ Joe Biden ກໍ່ຕ້ອງແກ້ໄຂບັນດາຈຸດອ່ອນຂອງທ່ານໃຫ້ໄດ້, ນັ້ນແມ່ນບັນດາຜົນສະທ້ອນທີ່ຫຍໍ້ທໍ້ເຖິງບັນດາການໂຕ້ຖຽງກັນກ່ຽວກັບຕົນເອງ, ການເລືອກເອົາຂັ້ນຮອງ ຫຼື ບໍ່ເຮັດໃຫ້ບັນດາຊາວຜິວຂາວເສຍໃຈເມື່ອສະໜັບສະໜູນບັນດາຊາວອາເມລິກາ ເຊື້ອຊາດອາຟະລິກາ.
        ບັນດາການຢັ່ງຫາງສຽງຄັ້ງຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີອາຍຸ 74 ປີ D.Trump ພວມຖືກຖອຍຫຼັງຢູ່ບັນດາລັດສຳຄັນ ເຊິ່ງທ່ານຕ້ອງຍາດໄດ້ຈຶ່ງສາມາດເຂົ້າໄປທຳນຽບຂາວ. ຖ້າຫາກຄິດສະເລ່ຍບາງການຢັ່ງຫາງສຽງທົ່ວປະເທດຫວ່າງມໍ່ໆມານີ້, ທ່ານ Joe Biden ພວມມີບັດສະໜັບສະໜູນຫຼາຍກວ່າທ່ານ D.Trump ປະມານ 8,7%. ຄວາມຫ່າງກັນດັ່ງກ່າວແມ່ນລື່ນກາຍຫຼາຍເມື່ອທຽບໃສ່ບັນດາການຫາສຽງເລືອກຕັ້ງຫວ່າງມໍ່ໆມານີ້ນັບແຕ່ປີ 2000, ເຊິ່ງຄິດໄລ່ໃນຈຸດເວລາດຽວກັນ 100 ວັນກ່ອນການເລືອກຕັ້ງ.
        ເຖິງຢ່າງໃດກໍ່ຕາມ, ບັນດາການຢັ່ງຫາງສຽງບໍ່ແມ່ນເຂັມຊີ້ທິດໃຫ້ແກ່ບັນດາການເລືອກຕັ້ງປະທານາທິບໍດີຢູ່ອາເມລິກາ. ຫຼາຍຄົນໄດ້ຖືວ່າ, ທ່ານປະທານາທິບໍດີ D.Trump ອາດສາມາດ “ຕ່າວປິ້ນ” ຄືດັ່ງທ່ານໄດ້ເຮັດກ່ອນໜ້ານີ້ 4 ປີ. ແຕ່ທຸກສິ່ງທຸກຢ່າງລ້ວນແຕ່ແມ່ນການຄາດຄະເນ, ການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ອາເມລິກາ ຍັງບໍ່ມີວັນສິ້ນສຸດເທື່ອ ແລະ ນັ້ນແມ່ນສິ່ງປິດລັບທີ່ສຸດໃຫ້ແກ່ການເລືອກຕັ້ງປະທານາທິບໍດີອາເມລິກາ 2020.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top