• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການເດີນທາງ ປະຕິບັດງານ ຂອງ ປະທານປະເທດ: ຜົນສໍາເລັດ ຂອງ ການທູດວັກຊີນ

ການຢ້ຽມຢາມ ກູບາ ແລະ ການເດີນທາງໄປ ສ ອາເມລິກາ ເພື່ອ ເຂົ້າຮ່ວມກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສະ ຫະປະ ຊາຊາດ (ສປຊ) ຄັ້ງທີ 76 ຂອງ ທ່ານປະທານປະເທດ ຫງວຽນຊວນ ຟຸກ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍອັນ ສຳຄັນ ຕໍ່ສາຍພົວພັນການຕ່າງປະເທດ ຂອງ ຫວຽດນາມ ໃນປີ 2021, ທັງສອງຝ່າຍ ແລະ ຫຼາຍຝ່າຍ,  ພິເສດ ແມ່ນໃນດ້ານການ ທູດ ວັກຊີນ.  
ສາຍພົວພັນ ຫວຽດນາມ - ກູບາ ແມ່ນສິ່ງຫາຍາກ ໃນປະຫວັດສາດ ໂລກ ດັ່ງທີ່ເຫັນໄດ້ຈາກຄຳຖະແຫຼງ ຂອງ ຜູ້ນຳ ກູບາ Fidel Castro: “ກູບາ ພ້ອມແລ້ວທີ່ຈະ ຫຼັ່ງເລືອດເພື່ອ ຫວຽດນາມ”.

ການຢ້ຽມຢາມ ຂອງ ທ່ານປະທານປະເທດ ແນໃສ່ສືບທອດ ແລະ ເຮັດໃຫ້ມິດຕະພາບ ທີ່ເປັນມູນເຊື້ອພິເສດນີ້ເລິດເຊິ່ງຍິ່ງຂຶ້ນ.  ຕາມ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ນີ້ແມ່ນການ ຢ້ຽມຢາມ ຄັ້ງທຳອິດ ຂອງ ປະມຸກລັດຕ່າງປະເທດ ເຖິງ ກູບາ ພາຍ ຫຼັງກອງປະຊຸມໃຫຍ່ຄະນະຜູ້ແທນ ຄັ້ງທີ VIII ຂອງ ພັກກອມມູນິດ ກູບາ. ການຢ້ຽມຢາມດັ່ງກ່າວ ຍັງໄດ້ຢັ້ງຢືນຄືນໃໝ່  ຄວາມມຸ່ງໝັ້ນ ພ້ອມກັນ ກ້າວຂຶ້ນ ຫຼັງຈາກກອງປະຊຸມໃຫຍ່ ຂອງ ພັກ ໃນແຕ່ລະ ປະເທດ, ສ້າງແຮງກະຕຸ້ນໃໝ່ ໃຫ້ສາຍພົວພັນ ຄູ່ຮ່ວມມື ແບບກວມ ລວມສອງຝ່າຍ.

ຜົນສຳເລັດອັນໃຫຍ່ຫຼວງທີ່ສຸດ ຂອງການຢ້ຽມຢາມ ແມ່ນການຮ່ວມ ມື ໃນດ້ານວັກຊີນ ໂຄວິດ-19. ທ່ານຮອງລັດຖະມົນຕີ ກະຊວງ ສາ ທາລະນະສຸກ ເຈິ່ນວັນທ໋ວນ ໃຫ້ຮູ້ວ່າ ໃນການຢ້ຽມຢາມ ຄັ້ງນີ້, ຂະ ແໜງການສາທາລະນະສຸກ ຂອງສອງຝ່າຍ ໄດ້ເຊັນສັນຍາ ເພື່ອ ໃຫ້ ກູບາ ສະໜອງ ວັກຊີນ Abdala ໂຄວິດ-19 ລວມ 5 ລ້ານ ໂດສ ໃຫ້ ແກ່ ຫວຽດນາມ ແລະ ຫວຽດນາມ ຊື້ຕື່ມອີກ 5 ລ້ານໂດສ ໃຫ້ເດັກ ນ້ອຍ ຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປະກາດວ່າ ຫວຽດນາມ ໄດ້ສະໜອງ ເຂົ້າສານໃຫ້ແກ່ ກູບາ 5.000 ໂຕນ. ບາງກະຊວງ, ຂະ ແໜງການກໍ່ໄດ້ມອບຂອງຂວັນທີ່ເປັນປະໂຫຍດ ໃຫ້ແກ່ ບັນດາຄູ່ ຮ່ວມມື ຂອງ ກູບາ.

ຕາງໜ້າ ພັກ ແລະ ລັດ ກູບາ, ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງ ພັກກອມມູນິດກູບາ, ປະທານປະເທດ ກູບາ ທ່ານ Miguel Diaz-Canel Bermudez ໄດ້ປະດັບຫຼຽນໄຊ José Martií ໃຫ້ທ່ານ ປະທານປະເທດ ຫງວຽນຊວນຟຸກ ເພື່ອຮັບຮູ້ ການປະກອບສ່ວນ ຂອງຜູ້ນຳ ຫວຽດນາມ ໃນການຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ປະຫວັດສາດ ລະຫວ່າງ  ກູບາ ແລະ ຫວຽດນາມ.


ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ເລຂາທີໜຶ່ງ ຄະນະ ບໍລິຫານງານສູນກາງພັກ ກອມມູນິດ ກູບາ, ປະທານປະເທດ ກູບາ
Miguel Díaz-Canel ໃນພິທີຕ້ອນຮັບ. ພາບ: ຖົ໋ງເຍິດ/VNA



ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງພັກກອມມູນິດ ກູບາ, ປະ ທານປະເທດ  Miguel Diaz Canel Bermudez ໄດ້ປະດັບຫຼຽນ ໄຊ Jose Marti
ໃຫ້ ທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບ ຜູ້ນຳການ ປະຕິວັດ ກູບາ, ພົນເອກ Raul Castro Ruz. ພາບ: ຖົ໋ງເຍິດ/VNA

ນອກຈາກ ການພົບປະຂັ້ນສູງ, ທ່ານປະທານປະເທດ ຫງວຽນຊວນ ຟຸກ ຍັງໄດ້ທຳການພົບປະກັບ ບັນດາອົງການ ມິດຕະພາບ ກູບາ, ໃນນັ້ນ ທ່ານ ໄດ້ຢັ້ງຢືນຄືນໃໝ່ວ່າ ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ກັບ ພັກ ແລະ ປະຊາຊົນ ກູບາ. ທ່ານກ່າວ ວ່າ: "ພວກເຮົາເຂົ້າໃຈ ແລະ ພະຍາຍາມຢູ່ສະເໝີ ເພື່ອ ໃຫ້ສົມກັບ ຄວາມໄວ້ວາງໃຈ ຂອງ ປະຊາຊົນ ກູບາ”.

ສິ້ນສຸດການຢ້ຽມຢາມ ກູບາ, ວັນທີ 20 ກັນຍາ, ຜູ້ນໍາ ຫວຽດນາມ ໄດ້ໄປເຖິງ ສໍານັກງານໃຫຍ່ ສປຊ ທີ່ນະຄອນ ນິວຢອກ, ໃນມື້ດຽວ ກັບ ກ່ອນໜ້ານີ້ 44 ປີ, ຫວຽດນາມ ໄດ້ເຂົ້າເປັນ ສະມາຊິກ ຂອງ ສປຊ ຢ່າງເປັນທາງການ.

ກ່າວຄຳປາໄສ ຕໍ່ບັນດາຜູ້ນຳ ຂອງຫຼາຍປະເທດ ທີ່ເວທີປາໄສ ໃຫຍ່ ທີສຸດໂລກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນ ທັດສະນະ ຂອງ ຫວຽດນາມ ວ່າ ໂລກບໍ່ສາມາດ ມີຄວາມປອດໄພ ໄດ້ ຕາບໃດທີ່ມີບຸກຄົນ ຫຼື ປະເທດໃດໜຶ່ງ ຍັງປະເຊີນກັບການ ແຜ່ ລະບາດ ຂອງ ພະຍາດນີ້.

ທ່ານປະທານປະເທດ ກ່າວວ່າ: “ເພື່ອຕ້ານກັບການແຜ່ລະບາດ, ສິ່ງສຳຄັນແມ່ນ ພວກເຮົາຕ້ອງ ໃຫ້ຄວາມສາມັກຄີ, ຮັກສານໍ້າໃຈ ຮັບຜິດຊອບສູງ ແລະ ເພີ່ມທະວີການຮ່ວມມື. ພິເສດແມ່ນ ບຸລິມະ ສິດ ແຈກຢາຍວັກຊີນ ໃຫ້ບັນດາປະເທດ ທີ່ມີອັດຕາສ່ວນ ສັກຢາ ກັນ ພະຍາດຕໍ່າ ແລະ ບັນດາປະເທດ ກຳລັງ ພັດທະນາ ຈະຕ້ອງມີ ຄວາມສາມາດ ເຂົ້າຮ່ວມ ໃນຕ່ອງໂສ້ ການສະໜອງ ແລະ ຜະລິດ ວັກຊີນ”.
ເມື່ອກ່າວເຖິງ ບົດບາດໃຈກາງ ຂອງ ສປຊ, ທ່ານ ປະທານ ປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງ ຄວາມຈຳເປັນ ຂອງ ບັນດາ ປະ ເທດ ແມ່ນ ຮ່ວມກັນເພື່ອສ້າງ ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນ ດາປະເທດ ບົນພື້ນຖານ ຄວາມສະເໝີພາບ ແລະ ການຮ່ວມມື. ທ່ານປະທານປະເທດ ໄດ້ກ່າວວ່າ: “ພວກເຮົາຕ້ອງ ເຄົາລົບ ເອກະ ລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນ, ບໍ່ແຊກແຊງ ເຂົ້າໃນວຽກງານພາຍໃນຂອງ ບັນດາປະເທດ ແລະ ແກ້ໄຂການ ຂັດແຍ້ງ ໂດຍສັນຕິວິທີ.


ທ່ານປະທານປະເທດ ຢືນຢັນຄືນໃໝ່ ຄວາມສາມັກຄີ ຂອງ ຫວຽດ ນາມ ທ່ີມີຕໍ່ປະຊາຊົນ ກູບາ ແລະ ໄດ້ຢໍ້າຄືນ ການຮຽກຮ້ອງ ທີ່ເຂັ້ມ ແຂງ ກ່ຽວກັບ ຢຸດຕິການປິດລ້ອມ ແລະ ຂວ້ຳບາດ ຝ່າຍດຽວ ຕໍ່ ກູບາ.

ຄັ້ງນີ້, ໃນການເດີນທາງໄປ ສ ອາເມລິກາ, ຫວຽດນາມ ໄດ້ຍາດ ແຍ່ງເອົາ ຄວາມເຫັນໃຈ ສະໜັບສະໜູນຈາກ ທົ່ວໂລກ ໃນການ ປ້ອງກັນ ແລະ ຕ້ານໂຄວິດ -19 ກໍຄືການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ.


ຜູ້ນຳ ແລະ ເຈົ້າໜ້າທີ່ຂັ້ນສູງ 100 ກວ່າຄົນ ໃນທົ່ວໂລກ ໄດ້ເຂົ້າ ຮ່ວມການໄຂ ກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76  ທີ່ສຳນັກງານໃຫຍ່ ສປຊ
ຢູ່ ນະຄອນ ນິວຢອກ (ສ ອາເມ ລິກາ), ວັນທີ 21 ກັນຍາ 2021. ພາບ: ຊິນຮົວ/VNA



ຕອນບ່າຍວັນທີ 22 ກັນຍາ 2021, ທີ່ສໍານັກງານໃຫຍ່  ສປຊ ທີ່ ນະ ຄອນ ນິວຢອກ, ທ່ານ ປະທານ ປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວປາໄສ
ທີ່ກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສ ທີ່ກອງປະຊຸມ ສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76.  ພາບ: ຖົ໋ງເຍິດ/VNA


ໃນກອບກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76, ຕອນເຊົ້າວັນທີ 23 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ສຳ ນັກງານໃຫຍ່ ສປຊ ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ທ່ານປະ ທານປະເທດ ຫງວຽນຊວນຟຸກ ໄດ້ກ່າວປາໄສ ໃນວາລະປະຊຸມສົນ ທະນາຂັ້ນສູງ ຂອງ ສະພາຄວາມໝັ້ນຄົງ ກ່ຽວກັບ ການປ່ຽນແປງ ຂອງ ດິນຟ້າອາກາດ. ພາບ: ຖົ໋ງເຍິດ/VNA


ນອກຈາກວັກຊີນ Abdala ຂອງ ກູບາ ຈໍານວນ 1.05 ລ້ານໂດສ ເຊິ່ງໄດ້ຖືກຂົນສົ່ງກັບຫວຽດນາມ ໂດຍຍົນຂອງ ປະທານປະເທດ, ບັນດາ ປະເທດ ແລະ ຄູ່ຮ່ວມມືອື່ນໆ ກໍໄດ້ໃຫ້ຄໍາໝັ້ນສັນຍາ ຊ່ວຍ ເຫຼືອ ແລະ ສະໜອງ ວັກຊີນ 1.5 ລ້ານໂດສ ໃຫ້ແກ່ ຫວຽດນາມ; ສ ອາເມລິກາ ໃຫ້ຄຳໝັ້ນສັນຍາ ຈະຊ່ວຍເຫຼືອ ວັກຊີນ ຈຳນວນ ຫຼວງ ຫຼາຍ ໃຫ້ ຫວຽດນາມ ໂດຍຜ່ານ ກົນໄກ COVAX ໃນການ ຈັດສັນ ທີ່ຈະມາເຖິງ. ພິເສດ, ໃນການພົບປະ ຂອງ ທ່ານປະ ທານປະເທດ ກັບຜູ້ອຳນວຍການດ້ານບໍລິຫານ ຂອງ Pfizer, ຜູ້ຜະລິດວັກຊີນ ຂອງ ສ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມອບສົ່ງວັກຊີນ 31 ລ້ານໂດສ ໃຫ້ ຫວຽດນາມ ຫຼັງຈາກສັນຍາ ໄດ້ເຊັນກັບ ຫວຽດນາມ ໃນປີ 2021 ແລະ ວັກຊີນ ສຳລັບເດັກນ້ອຍ 20 ລ້ານໂດສ, ເມື່ອມີ ຂໍ້ມູນ ກ່ຽວກັບປະສິດທິຜົນ ແລະ ຄວາມປອດໄພ ຢ່າງພຽງພໍ. ພ້ອມ ກັບ ວັກຊີນ, ຄູ່ຮ່ວມມື ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດ ຫຼາຍ ຄົນ ຈາກ ສ ອາເມລິກາ ກໍໄດ້ໃຫ້ການຊ່ວຍເຫຼືອ ຫວຽດນາມ ດ້ານ ອຸປະກອນ ການແພດ ລວມມູນຄ່າ 8,8 ລ້ານ ໂດລາສະຫະລັດ.


ຕອນບ່າຍວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະ ຄອນ ນິວຢອກ, ສ ອາເມລິກາ, ທ່ານປະທານປະເທດ ຫງວຽນ ຊວນຟຸກ
ໄດ້ທຳການພົບປະ ກັບ ເລຂາທິການໃຫຍ່ ສປຊ Antonio Guterres. ພາບ: ຖົ໋ງເຍິດ/VNA



ໃນຕອນບ່າຍ ວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະ ຄອນ ນິວຢອກ, ສ ອາເມລິກາ, ທ່ານປະທານປະເທດ ຫງວຽນຊວນ ຟຸກ
ໄດ້ທຳການພົບປະກັບ ປະທານ ສະມັດຊາໃຫຍ່ ສປຊ Abdullah Shalid. ພາບ: ຖົ໋ງເຍິດ/VNA



ຕອນບ່າຍວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະ ຄອນ ນິວຢອກ, ສ ອາເມລິກາ, ທ່ານປະທານປະເທດ ຫງວຽນຊວນ ຟຸກ ໄດ້ທຳການພົບປະກັບ
ທ່ານນາງ ນາຍົກລັດຖະມົນຕີ ແດນມາກ Mette Frederiksen. ພາບ: VNA



ຕອນບ່າຍວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະ ຄອນ ນິວຢອກ, ສ ອາເມລິກາ, ທ່ານປະທານປະເທດ ຫງວຽນ ຊວນຟຸກ ໄດ້ທຳການພົບປະກັບ
ປະທານາທິບໍດີ ສະໂລເວເນຍ Borut Pahor. ພາບ: ຖົ໋ງເຍິດ/VNA



ຕອນບ່າຍວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນິວ ຢອກ, ສ ອາເມລິກາ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ ທຳການພົບປະກັບທ່ານ David Malpas ປະທານທະນາຄານ ໂລກ. ພາບ: VNA



ຕອນບ່າຍ ວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະ ຄອນ ນິວຢອກ, ປະທານປະເທດ ຫງວຽນຊວນຟຸກ
ໄດ້ທຳການ ພົບປະກັບ ທູດພິເສດ ຂອງປະທານາທິບໍດີ ສ ອາເມລິກາ ທ່ານ John Kerry. ພາບ: ຖົ໋ງເຍິດ/VNA



ນອກກອບກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງ ທີ 76, ຕອນເຊົ້າວັນທີ 22 ກັນຍາ 2021, ທີ່ນະຄອນ ນິວຢອກ (ສ ອາເມລິກາ),
ານປະທານປະເທດ ຫງວຽນຊວນຟຸກ ໄດ້ທຳການ ຕ້ອນຮັບ ປະທານາທິບໍດີ ມົງໂກນ Ukhnaa Khurelsukh. ພາບ: ຖົ໋ງເຍິດ/VNA



ຕອນບ່າຍວັນທີ 22 ກັນຍາ 2021, ທີ່ນະຄອນ ນິວຢອກ, ສ ອາເມ ລິກາ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ທຳການ ພົບປະ ກັບ ປະທານາທິບໍດີ ສະວິດ Guy Parmelin. ພາບ: ຖົ໋ງເຍິດ/VNA



ໃນຕອນບ່າຍ ວັນທີ 23 ກັນຍາ 2021, ທີ່ນະຄອນ ນິວຢອກ, ສ ອາ ເມລິກາ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ທຳການ ພົບ ປະກັບ ປະທານາທິບໍດີ ເຊຍຣາເລອອນ Julius Maada Bio. ພາບ: ຖົ໋ງເຍິດ/VNA


ໃນຕອນບ່າຍ ວັນທີ 23 ກັນຍາ 2021, ທີ່ນະຄອນ ນິວຢອກ, ສ ອາ ເມລິກາ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ທຳການ ພົບ ປະກັບ ພະລາຊີນີ Maxima ແຫ່ງປະເທດ ໂຮນລັງ. ພາບ: ຖົ໋ງເຍິດ/VNA



ນອກກອບກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງ ທີ 76, ຕອນເຊົ້າວັນທີ 24 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະຄອນ ນິວຢອກ (ສ ອາເມລິກາ),
ທ່ານປະທານປະເທດ ຫງວຽນ ຊວນຟຸກ ໄດ້ທຳການພົບປະກັບ ປະທານາທິບໍດີ  ເຢຍລະມັນ Frank-Walter Steinmeier. ພາບ: ຖົ໋ງເຍິດ/VNA



ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາ ໃຫຍ່ ສປຊ ຄັ້ງທີ 76, ໃນຕອນເຊົ້າ ວັນທີ 24 ກັນຍາ 2021 (ຕາມ ເວ ລາທ້ອງຖິ່ນ), ທີ່ນະຄອນ ນິວຢອກ (ສ ອາເມລິກາ), ທ່ານປະ ທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ວາງພວງມາລາ ທີ່ເຂດອະນຸ ສອນສະຖານ ແຫ່ງຊາດ 9/11 ເຊິ່ງເປັນກິດຈະກຳ ລະລຶກເຖິງ ຜູ້ ປະສົບເຄາະຮ້າຍ ຈາກເຫດການ ກໍ່ການຮ້າຍ ຕຶກແຝດ ຂອງ ສູນ ການ ຄ້າໂລກ ທີ່ນະຄອນ ນິວຢອກ ໃນວັນທີ 23/9/2001. ພາບ: ຖົ໋ງເຍິດ/VNA

ສາມາດເວົ້າໄດ້ວ່າ ການຢ້ຽມຢາມມິດຕະພາບ ກູບາ ຢ່າງເປັນທາງ ການ ຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ  ການເຂົ້າ ຮ່ວມ ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຜົນສຳເລັດ ດັ່ງກ່າວໄດ້ຮັບຮອງ ອັນເນື່ອງຈາກ ການປະສານສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງ ການທູດ ພັກ, ລັດ ແລະ ປະຊາຊົນ ໃນການປະຕິບັດ ການກຳນົດ ທິດ ນະໂຍບາຍ ການຕ່າງປະເທດ ຊຶ່ງໄດ້ກຳນົດໄວ້ ໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຂອງ ພັກ ຄັ້ງທີ XIII, ສະແດງໃຫ້ເຫັນ ຫວຽດນາມ ເປັນເພື່ອນ,  ເປັນຄູ່ຮ່ວມມື ທີ່ໄວ້ວາງໃຈ ຂອງ ປະຊາ ຄົມ ສາກົນ.


ຕອນເຊົ້າວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະຄອນ ນິວຢອກ, ປະເທດ ສ ອາເມລິກາ, ທ່ານປະທານປະເທດ ຫງວຽນ ຊວນຟຸກ ໄດ້ເປັນສັກຂີພິຍານ
ໃນພິທີລົງນາມ ເອກະສານ ວ່າດ້ວຍ ການຮ່ວມມື ລະຫວ່າງ Bamboo Airways ແລະ ຄູ່ຮ່ວມມື GE, CFM International, AviaWorld LCC. ພາບ: VNA




ຕອນບ່າຍວັນທີ 21 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະ ຄອນ ນິວຢອກ, ປະທານປະເທດ  ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ
ໃນພິທີມອບຮັບຂໍ້ຕົກລົງການຄ້າ ລະຫວ່າງ ບັນດາວິສາຫະ ກິດ ຫວຽດນາມ ແລະ ສ ອາເມລິກາ. ພາບ: ຖົ໋ງເຍິດ/VNA



ນອກກອບກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງ ທີ 76, ຕອນເຊົ້າວັນທີ 22 ກັນຍາ 2021, ທີ່ນະຄອນນິ ວຢອກ (ສ ອາເມລິກາ), ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ເປັນ ສັກຂີ ພິຍານໃນພິທີຮັບເຄື່ອງອຸປະກອນການແພດ Northwestern Medicine ເປັນຜູ້ອຸປະຖໍາ. ພາບ: ຖົ໋ງເຍິດ/VNA



ໃນຕອນເຊົ້າ ວັນທີ 22 ກັນຍາ 2021, ທີ່ນະຄອນ ນິວຢອກ (ສ ອາ ເມລິກາ), ທ່ານ ປະທານປະເທດ ຫງວຽນຊວນຟຸກ
ໄດ້ທຳການ ຕ້ອນຮັບ ຜູ້ຕາງໜ້າ ກຸ່ມບໍລິສັດ Boeing. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນສັກຂີພິຍານໃນພິທີ ມອບຮັບ ເອກະສານ ວ່າດ້ວຍການຮ່ວມມື ລະຫວ່າງ
ກຸ່ມບໍລິສັດ Vin Group ແລະ ບໍລິສັດ Arcturus. ພາບ: ຖົ໋ງເຍິດ/VNA



ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສົນທະນາ ຂັ້ນສູງ ສະມັດ ຊາໃຫຍ່ ສປຊ ຄັ້ງທີ 76,ໃນຕອນເຊົ້າວັນທີ 23 ກັນຍາ 2021 (ຕາມເວລາທ້ອງຖິ່ນ)
ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ທີ່ ບໍລິສັດ Pfizer. ພາບ: ຖົ໋ງເຍິດ/VNA



ໃນຕອນຄໍ່າ ວັນທີ 25 ກັນຍາ 2021, ທີ່ສະໜາມບິນສາກົນ ໂນ້ຍ ບ່າຍ (ຮ່າໂນ້ຍ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າ ຮ່ວມພິທີມອບຮັບວັກຊີນ ແລະ ອຸປະກອນການແພດ ສໍາລັບ ການ ປ້ອງກັນ ແລະ ຕ້ານໂຄວິດ -19 ທີ່ສົ່ງເມືອ ຫວຽດນາມ ໂດຍຜ່ານ ຄະນະປະຕິບັດງານ ຂອງທ່ານປະທານປະເທດ ເນື່ອງໃນໂອກາດ ໄປຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມ ສົນທະນາຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76 ແລະ ກິດຈະກຳ ສອງຝ່າຍຈຳນວນໜຶ່ງ ຢູ່ ສ ອາເມລິກາ. ພາບ: ຫງວຽນດຽບ/VNA
 
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top