• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ2018

      ວັນທີ 16 ເມສາ, ຢູ່ທ່າກ່ຳປັ່ນ ກາດລາຍ (ນະຄອນ ໂຮ່ຈີມິນ), ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບກອງບັນຊາການທະຫານເຮືອຈັດຕັ້ງພິທີເຄື່ອນພົນເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ” ປີ 2018 ດ້ວຍຫົວຂໍ້ວ່າ “ໄວໜຸ່ມຮ່ວມເດີນທາງເພື່ອເຈື່ອງຊາຂຽວ”.

ພິທີເຄື່ອນພົນເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ” ປີ 2018
      ທີ່ພິທີເຄື່ອນພົນ, ທ່ານ ບູຍກວາງຮີວ ເລຂາທິການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ຫົວໜ້າຄະນະປະຕິບັດງານແບ່ງປັນວ່າ:
        “ນີ້ແມ່ນປີທີ 10 ການເດີນທາງ ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນໄດ້ຈັດຕັ້ງຢ່າງລຽນຕິດ. ການເດີນທາງຂອງພວກເຮົາ ໄດ້ຈັດຕັ້ງໃນຊ່ວງເວລາພິເສດທີ່ສຸດກ່ອນນີ້ 30 ປີ, ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ພິລາອາດຫານສູ້ຮົບ ເພື່ອປົກປັກຮັກສາຫາດ ດອນຫີນ ໂກລິນ, ແລນດາວ ແລະ ກາກມາ ຕໍ່ການຮຸກຮານຂອງພວກຊາວຕ່າງດ້າວ. ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈະມີບັນດາວຽກເຮັດງານທຳທີ່ແທດຈິງ, ສະແດງໃຫ້ເຫັນເຖິງການຕອບບຸນແທນຄຸນຢ່າງເລິກເຊິ່ງຂອງລຸ້ນໜຸ່ມໃນວັນນີ້ຕໍ່ການເສຍສະຫຼະຊີວິດ, ເລືອດເນື້ອຂອງນັກຮົບກອງທັບເຮືອ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢ່າງພິລາອາດຫານ… 
        ຜ່ານການເດີນທາງຄັ້ງນີ້, ບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນໄດ້ສະໜັບສະໜູນນັກຮົບ, ຊາວເຈື່ອງຊາຈຳນວນເງິນທີ່ມີມູນຄ່າ 2 ຕື້ດົ່ງ ແລະ ວັດຖຸເຄື່ອງຂອງຕ່າງໆ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top