• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ຈະຖືກດໍາເນີນໃນວັນທີ 19 ກັນຍາ

      ວັນທີ 16 ກັນຍາ, ຫ້ອງການຕາງໜ້າດ້ານການຄ້າ ອາເມລິກາ ໄດ້ຖະແຫຼງວ່າ ບັນດາຜູ້ຮອງຫົວໜ້າຄະນະເຈລະຈາດ້ານການຄ້າລະຫວ່່າງ ອາເມລິກາ - ຈີນ ຈະພົບປະກັນຢູ່ນະຄອນຫຼວງ ວໍຊີງຕັນ ໃນວັນທີ 19 ກັນຍາ. 

ຜູ້ຕາງໜ້າຂອງສອງປະເທດເຂົ້າຮ່ວມການເຈລະຈາດ້ານການຄ້າ (ພາບ:  Reuters) 
      ໂຄສົກຂອງຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໃຫ້ຮູ້ວ່າ: ພາຍຫຼັງການພົບປະດັ່ງກ່າວ, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ຈະມີການພົບປະກັບທ່ານຫົວໜ້າຄະນະເຈລະຈາ ຝ່າຍຈີນ, ຮອງນາຍົກລັດຖະມົນຕີ ຫຼຽວເຄືອ ໃນຕົ້ນເດືອນຕຸລາ.
        ຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ ອາເມລິກາ ໄດ້ເຫັນດີຍອມຮັບການໂຈະການເພີ່ມອັດຕາພາສີ ສໍາລັບປະລິມານສິນຄ້າທີ່ມີມູນຄ່່າ 250 ຕື້ USD ພາຍໃນ 2 ອາທິດ ຕາມຄວາມຮຽກຮ້ອງຂອງ ປັກກິ່ງ. ທ່ານ Donald Trump ໃຫ້ຮູ້ວ່າ ການຕັດສິນດັ່ງກ່າວ ຖືກຍົກອອກມາ ພາຍຫຼັງ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ສະເໜີ ແລະ ອີງໃສ່ສະພາບການຕົວຈິງວ່າ ຈີນຈະຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຄົບຮອບ 70 ປີ. ຈີນ ກໍໄດ້ຖະແຫຼງຈະຍົກເວັ້ນການຈັດວາງອັດຕາພາສີໃໝ່ ສໍາລັບ 16 ປະເພດສິນຄ້າທີ່ນໍາເຂົ້າຈາກ ອາເມລິກາແຕ່ວັນທີ 17 ກັນຍາ, ເຊິ່ງເປັນການກະທໍາໄກ່ເກ່ຍ ກ່ອນດໍາເນີນການພົບປະເຈລະຈາຂັ້ນສູງສອງຝ່າຍຢູ່ ວໍຊີງຕັນ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top