• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງວັນຄູຫວຽດນາມ 20/11

      ການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຝາກຝັງຄວາມເຊື່ອໝັ້ນ ຕໍ່ຖັນແຖວຄູສອນ, ພະນັກງານຄຸ້ມຄອງ ແລະ ພາລະກອນຂະແໜງສຶກສາ - ບຳລຸງສ້າງນະຄອນ. ດ້ວຍມູນເຊື້ອຕັ້ງໜ້າປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ

ພິທີມອບລາງວັນ ຫວໍເຈື່ອງຕ໋ວານ ຄັ້ງທີ 20 
      ຕອນເຊົ້າວັນທີ 19 ພະຈິກ, ພະແນກສຶກສາ - ບຳລຸງສ້າງນະຄອນ ໂຮ່ຈີມິນ ສົມທົບກັບໜັງສືພິມ ໄຊງ່ອນຢ໋າຍຟ໋ອງ ຈັດຕັ້ງພິທີມອບລາງວັນ ຫວໍເຈື່ອງຕ໋ວານ ຄັ້ງທີ 20 ໃຫ້ແກ່ຄູສອນ ແລະ ພະນັກງານຄຸ້ມຄອງການສຶກສາດີເດັ່ນຂອງນະຄອນລວມ 40 ຄົນ.      
        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ:
        “ການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຝາກຝັງຄວາມເຊື່ອໝັ້ນ ຕໍ່ຖັນແຖວຄູສອນ, ພະນັກງານຄຸ້ມຄອງ ແລະ ພາລະກອນຂະແໜງສຶກສາ - ບຳລຸງສ້າງນະຄອນ. ດ້ວຍມູນເຊື້ອຕັ້ງໜ້າປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ, ບັນດາເອື້ອຍຄູອ້າຍຄູຈະສືບຕໍ່ອຸທິດສ່ວນ, ບຳລຸງສ້າງພົນລະເມືອງໜຸ່ມ, ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຮັບໃຊ້ພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ, ສ້າງນະຄອນມີຄຸນນະພາບການດຳລົງຊີວິດທີ່ດີ.”
        ເພື່ອຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11, ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັດຕັ້ງລາຍການ “ສະແດງຄວາມຮຸ້ບຸນຄຸນ” ເພື່ອແນໃສ່ເຊີດຊູບັນດາເອື້ອຍຄູ ອ້າຍຄູທີ່ມີການປະກອບສ່ວນ, ເສຍສະຫຼະເຫື່ອແຮງໃຫ້ແກ່ພາລະກິດສຶກສາ. ກ່າວຄຳເຫັນທີພິທີ, ທ່ານລັດຖະມົນຕີກະຊວງສຶກສາ - ບຳລຸງສ້າງ ຟູ່ງຊວນຫຍ້າ ຢັ້ງຢືນວ່າ:
        “ຂ້າພະເຈົ້ານັບຖືນ້ຳໃຈຂອງບັນດາອ້າຍເອື້ອຍຄູເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພາລະກິດສິດສອນ. ຂ້າພະເຈົ້າຮັບຮູ້ບັນດາແບບຢ່າງຄູສອນ, ນັກຄຸ້ມຄອງໄດ້ຖອດຖອນບົດຮຽນຢ່າງບໍ່ຢຸດຢັ້ງ, ປ່ຽນໃໝ່ມີຫົວຄິດປະດິດສ້າງ, ນຳໃຊ້ບັນດາວິທີການໃໝ່ໃນການສິດສອນ, ຄຸ້ມຄອງ. ຂ້າພະເຈົ້າຫວັງວ່າ, ເອື້ອຍຄູ, ອ້າຍຄູແຕ່ລະຄົນ ຈະຊາບຊຶມໜ້າທີ່ປ່ຽນໃໝ່, ຍ້ອນວ່າ, ບັນດາອ້າຍເອື້ອຍຄູຈະແມ່ນປັດໄຈຕັດສິນຜົນສຳເລັດຂອງພາລະກິດແຫ່ງການປ່ຽນໃໝ່ການສຶກສາ.”
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top