• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ຫຼາຍປະເທດ

      ວັນທີ 08 ສິງຫາ, ຄະນະເລຂາອາຊຽນ ປະຈຳອິນໂດເນເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍ (08 ສິງຫາ 1967 – 08 ສິງຫາ 2020).

(ພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ທາງອອນລາຍ)
      ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕີລາຄາວ່າ: ເມື່ອອາຊຽນ ໄດ້ຮັບການສ້າງຕັ້ງກ່ອນນີ້ 53 ປີ, ບໍ່ມີຜູ້ໃດວາດພາບໄດ້ວ່າ ອາຊຽນ ຈະບັນລຸຜົນສຳເລັດຄືແນວນີ້. ປະຈຸບັນ, ປະຊາຄົມອາຊຽນ ໄດ້ກາຍເປັນຄອບຄົວໃຫຍ່ ດ້ວຍພົນລະເມືອງ 650 ລ້ານຄົນ ແລະ ຍອດ GDP ບັນລຸ 3.000 ຕື້ USD. ອາຊຽນ ລວມມີ 10 ປະເທດສະມາຊິກ ໄດ້ຊ່ວຍໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກການແບ່ງແຍກໄປເຖິງການປອງດອງກັນ, ຈາກການສູ້ຢັນກັນຫັນໄປການເຈລະຈາ ແລະ ຮ່ວມມື, ຈາກຄວາມທຸກຍາກ ໄປສູ່ການພັດທະນາຢ່າງຂະຫຍັນຂັນເຄື່ອນ, ຈາກວິໄສທັດ ໄປສູ່ການກະທຳ.
        ກ່ອນໜ້ານັ້ນ, ວັນທີ 07 ສິງຫາ, ຢູ່ນິວຢອກ, ປະເທດອາເມລິກາ, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ 2020 ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍຢ່າງສົມກຽດ.
        ໂດຍຕາງໜ້າໃຫ້ບັນດາປະເທດອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ, ອາຊຽນ ໄດ້ຜ່ານການສ້າງຕັ້ງ ແລະ ພັດທະນາຢ່າງແຮງໃນໄລຍະ 53 ປີຜ່ານມາ, ຈາກພາກພື້ນທີ່ຖືກສົງຄາມຕັດແຍກ ໄດ້ບືນຕົວຂຶ້ນກາຍເປັນພາກພື້ນມີສັນຕິພາບ, ສະຖຽນລະພາບ, ມີວັດທະນາຖາວອນ ແລະ ຂະຫຍັນຂັນເຄື່ອນ. ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວບໍ່ພຽງແຕ່ອີງໃສ່ຄວາມມານະພະຍາຍາມຂອງປະຊາຊົນອາຊຽນ ເທົ່ານັ້ນ, ຫາກຍັງຕ້ອງໄດ້ເວົ້າເຖິງການພົວພັນຢ່າງແໜ້ນແຟ້ນກັບບັນດາປະເທດຄູ່ຮ່ວມມື, ປະເທດເພື່ອນມິດໃນທົ່ວໂລກ ແລະ ສະຫະປະຊາຊາດອີກດ້ວຍ.
        ແລະກໍ່ໃນວັນທີ 07 ສິງຫາ (ຕາມເວລາທ້ອງຖິ່ນ), ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ຈັດພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ຮ່ວາງວັນເລີ້ຍ ເນັ້ນໜັກວ່າ, ດ້ວຍຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ພວມມານະພະຍາຍາມນຳພາທັງກຸ່ມ, ທັງໝູນໃຊ້ກາລະໂອກາດ, ທັງຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ ບົນເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.
        ແລະກໍ່ໃນວັນດຽວກັນ, ສະຖານທູດບັນດາປະເທດອາຊຽນ ປະຈຳ Caracas, ເວເນຊູເອລາ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງເຊັ່ນດຽວກັນ. ທີ່ພິທີ, ໂດຍຕາງໜ້າຄະນະກຳມະການອາຊຽນ ປະຈຳ Caracas, ທ່ານເອກອັກຄະລັດຖະທູດຫວຽດນາມ ເລວ໊ຽດຢວຽນ ໄດ້ຢືນຢັນວ່າ, ອາຊຽນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການແລກປ່ຽນສິນຄ້າ ແລະ ທຶນຮອນ ລະຫວ່າງບັນດາປະເທດສະມາຊິກ ແລະ ຍູ້ໄວບັນດາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP) ລະຫວ່າງອາຊຽນ ແລະ 6 ຄູ່ຮ່ວມມືລວມມີ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top