• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງ ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢູ່ ລັດເຊຍ

      ຕອນບ່າຍວັນທີ 11 ທັນວາ ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ, ຢູ່ສຳນັກງານ DUMA (ສະພາຕ່ຳ) ລັດເຊຍ, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ດຳເນີນການພົບປະເຈລະຈາ.

ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ
      ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢັ້ງຢືນວ່າຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ຕັດສິນໃຈເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດແທດເໝາະກັບສະພາບຕົວຈິງຂອງສອງຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນເປີດກວ້າງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ
            ປະທານ DUMA ລັດເຊຍ Vyacheslav Volodin ເນັ້ນໜັກວ່າວົງເງິນການຄ້າລະຫວ່າງສອງປະເທດຍັງບໍ່ທັນບັນລຸໄດ້ 10 ຕື້ ໂດລາສະຫະລັດເທື່ອ ເຊິ່ງແມ່ນຄາດໝາຍຂອງການນ້ຳຂັ້ນສູງສອງປະເທດວາງອອກ.
            ຕອນບ່າຍວັນດຽວກັນ ຢູ່ ນະຄອນຫຼວງ ມົດສະກູ, ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ, ຫຼັງຈາກນັ້ນທ່ານນາງປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ຕ້ອນຮັບ ທ່ານ ຮອງປະທານທີໜຶ່ງສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ Piot Yurievich Tsvetov ແລະ ທ່ານ Nikolai Nikoleavicj Kolesnik ປະທານສະມາຄົມນັກຮົບເກົ່າລັດເຊຍ ຢູ່ ຫວຽດນາມ
            ກ່ອນໜ້ານັ້ນ ຕອນທ່ຽງວັນທີ 11 ທັນວາ,  ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev. ພົບປະກັບ ທ່ານ Zuganov ປະທານພັກກອມມູນິດ ລັດເຊຍ
 (ແຫຼ່ງຄັດຈາກ VOV)
 

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top