• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ລະຫວ່່າງ ຫວຽດນາມ - ສ.ເກົາຫຼີ

      ການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ໄດ້ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ລະຫວ່່າງ ຫວຽດນາມ - ສ.ເກົາຫຼີ ກໍຄືລະຫວ່າງສອງອົງການນິຕິບັນຍັດ ຂອງສອງປະເທດ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ (ພາບ: quochoi.vn)
      ນີ້ແມ່ນຄໍາຢືນຢັນຂອງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ທີ່ການຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໃນວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ.    ປັດຈຸບັນ, ມີຊາວຫວຽດນາມ ປະມານ 200.000 ຄົນ ພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ ສ.ເກົາຫຼີ. ສ່ວນຊາວ ສ.ເກົາຫຼີ ປະມານ 170.000 ຄົນພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ຫວຽດນາມ; ມີປະມານ 65.000 ຄອບຄົວດ້ວຍວັດທະນະທໍາຫຼາຍຮູບຫຼາຍສີ. ພິເສດ, ຄູຝຶກ Park Hang Seo ໄດ້ນໍາພາບັນດາທິມບານເຕະຫວຽດນາມ ບັນລຸຜົນສໍາເລັດຫຼາຍຢ່າງໃນໄລຍະ 2 ປີ ຜ່ານມາ. ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ  ຫວັງວ່າ, ການພົວພັນລັດຖະສະພາກັບຕ່າງປະເທດ ຈະໄດ້ຮັບການຊຸກຍູ້ ແລະ ເປັນພື້ນຖານໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງດີງາມກວ່າອີກ.
        ຕາມທ່ານ Kim Hack Yong ແລ້ວ, ລັດຖະບານແຕ່ລະປະເທດ ມີໜ້າທີ່ສໍາຄັນທີ່ສຸດ ແມ່ນປົກປ້ອງຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ ແລະ ປົກປ້ອງຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເຫັນໄດ້ວ່າ ສ.ເກົາຫຼີ ເໝືອນດັ່ງປະເທດຊາດຂອງຕົນ ແລະ ກົງກັນຂ້າມ. ທ່ານ Kim Hack Yong ໃຫ້ຮູ້ວ່່າ ມີນັກທຸລະກິດ, ການນໍາບັນດາວິສາຫະກິດ ສ.ເກົາຫຼີ ຫຼາຍຄົນ ປາດຖະໜາຢາກມາຊອກຮູ້ກ່ຽວກັບສະພາບແວດລ້ອມລົງທຶນຢູ່ຫວຽດນາມ. ສ່ວນໃນນາມສ່ວນຕົວ ຍາມໃດທ່ານກໍສົ່ງເສີມ ເຂົາເຈົ້າມາລົງທຶນທໍາການຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ.
        ແລະກໍໃນວັນດຽວກັນ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ກໍໄດ້ໃຫ້ການຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ເຊັ່ນດຽວກັນ. 
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top