• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວອວຍພອນວັນບຸນວິສາຂະບູຊາ-ພສ 2562 ປີ 2018 ຢູ່ບາງທ້ອງຖິ່ນ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນວິສາຂະບູຊາ-ພສ 2562 ປີ 2018, ຕອນເຊົ້າວັນທີ 27 ພຶດສະພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ບາງຮາກຖານພຸດທະສາສະໜາດີເດັ່ນ ຢູ່ນະຄອນໂຮ່ຈີມິນ.

ທ່ານນາງ ຫງວຽນທິກິມເງິນຢ້ຽມຢາມ ແລະ ອວຍພອນຢູ່ບາງຮາກຖານພຸດທະສາສະໜາດີເດັ່ນ
ຢູ່ນະຄອນໂຮ່ຈີມິນ (ພາບ: TTXVN)
      ໄປຢ້ຽມຢາມຫ້ອງການສະມາຄົມພຸດທະສາສະໜາຫວຽດນາມທີ 2 ແລະ ພະມະຫາອາຈານ ທິກທ້ຽນເຍີນ, ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ແລະ ບັນດາພະສົງສຳມະເນນ, ສາສະນິກະຊົນສະມາຄົມພຸດທະສາສະໜາຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດທາງດ້ານສາສະໜາ ຖືກຕ້ອງຕາມກົດໝາຍ. ພັກ, ລັດເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນຜູ້ຖືສາສະໜາ ແລະ ຜູ້ມີຍົດຖາບັນດາສັກໃນບັນດາສາສະໜາ, ໃນນັ້ນແມ່ນສາສະໜາພຸດ, ປະຕິບັດວຽກງານຢູ່ໃນສິນກິນໃນທຳ ເປັນຢ່າງດີ ແລະ ເຮັດຫຼ້ອນໜ້າທີ່ຂອງພົນລະເມືອງຕໍ່ກັບປະເທດຊາດ.
        ແລະກໍ່ໃນວັນທີ 25 ພຶດສະພາ, ຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປອວຍພອນ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ຢູ່ແຂວງຊັອກຈັງ.
        ກ່ອນໜ້ານັ້ນ, ວັນທີ 26 ພຶດສະພາ ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທງຕື່, ຮອງສາດສະດາ, ຮອງປະທານສະພາສົງສະມາຄົມພຸດທະສາສະໜາຫວຽດນາມ  ຢູ່ສາລາໃຫຍ່ ທ່ຽນວ້ຽນເທື່ອງຈ້ຽວ, ຕາແສງເຟືອກທ໋າຍ, ເມືອງລອງແທ່ງ, ແຂວງດົ່ງນາຍ.
        ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນເຫວ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  ແລະ  ການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ແຂວງເທື່ອທຽນເຫວ້ ໄດ້ໄປອວຍພອນວັນບຸນວິສາຂະບູຊາ-ພສ 2562 ປີ 2018 ຢູ່ບາງຮາກຖານພຸດທະສາສະໜາເຊັນດຽວກັນ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top