• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອີຢູ ເພື່ອພື້ນຖານສັນຕິພາບລວມໃນໂລກ

ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Claudio Graziano, ປະທານຄະນະກໍາມະການການທະຫານສະຫະພາບເອີຣົບ (ອີຢູ), ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນຊາດ ອີຢູ ຢູ່ ບຣຸກແຊນ ປະເທດ ແບນຊິກ ໃນລະຫວ່າງວັນທີ 19 – 22 ພຶດສະພາ.

 ທ່ານຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN) 

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: ທິດທາງການຮ່ວມມືໃນໄລຍະຈະມາເຖິງ ສອງຝ່າຍຄວນປະຕິບັດສໍາເລັດການເຈລະຈາ ແລະ ລົງນາມໃນສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ສະຫະພາບເອີຣົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA) ໂດຍໄວ; ຕັ້ງໜ້າແລກປ່ຽນ, ແບ່ງປັນປະສົບການໃນບັນດາຂົງເຂດທີ່ມີຄວາມສາມາດ ແລະ ຄວາມຕ້ອງການຮ່ວມມື, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ສປຊ.

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນຈີ໊ວິ້ງ ໄດ້ມີການເຮັດວຽກກັບ ທ່ານພົນເອກ Claudio Grazian, ປະທານຄະນະກໍາມະການການທະຫານ ອີຢູ. ທ່ານ Claudio Graziano ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ແລະ ໜູນຊ່ວຍ ຫວຽດນາມ ໃນວຽກງານຝຶກຊ້ອມໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ, ສອນພາສາຕ່າງປະເທດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບັນດາປະສົບການຂອງຕົນໃນຂົງເຂດຮັກສາສັນຕິພາບກັບບັນດາປະເທດ ອີຢູ.

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ມີການເຮັດວຽກກັບອົງການຮັບຜິດຊອບຂອງ ອີຢູ ຈໍານວນໜຶ່ງ ແລະ ຜູ້ບັນຊາການດ້ານປ້ອງກັນຊາດຂອງບາງປະເທດ ເພື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ຂົນຂວາຍບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top