• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການຮ່ວມມື ຫວຽດນາມ-ຍີ່ປຸ່ນ ໃນວຽກງານ ກໍ່ສ້າງ ແຫລ່ງ ຊັບພະຍາກອນມະນຸດ

ການສອບເສັງ ຕີລາຄາ ຄວາມສາມາດ ດ້ານວິຊາຊີບ ແຫ່ງຊາດ ຕາມມາດຖະຖານ ຍີ່ປຸ່ນ ຫາກໍໄດ້ ຮັບການຈັດຂຶ້ນ ເປັນຄັ້ງທຳອິດ ທີ່ຜ່ານມານີ້ ຢູ່ໂຮງຮຽນ ວິຊາຊີບ ອຸດສາຫະກຳ ຊັ້ນກາງ ຮ່າໂນ້ຍ (HIVC). ການສອບເສັງດັ່ງກ່າວ ບໍ່ພຽງແຕ່ ເປີດກາລະໂອກາດ ເຊື່ອມໂຍງເຂົ້າກັບ ຕະຫຼາດແຮງງານສາກົນ ສຳລັບແຮງງານ ຫວຽດນາມ ຜູ້ມີສີີມືສູງດ້ານວິອາຊີບເທົ່ານັ້ນ ຫາກຍັງຢືນຢັນ ຜົນສຳເລັດ ຂອງໂຄງການ ຮ່ວມມືກໍ່ສ້າງ ແຫລ່ງ ຊັບພະຍາກອນ ມະນຸດ ໃຫ້ແກ່ ຂະແໜງການອຸດສາຫະກຳ ຫວຽດນາມ ໂດຍ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ເປັນຜູ້ ອຸປະຖຳອີກດ້ວຍ. 

ການສອບເສັງ ທີ່ ຊົງອິດທິພົນ ແລະ ສະເໝີພາບ

ທ້າວ ລືວດັງຄວາ, ນັກສຶກສາປີສຸດທ້າຍ ຂອງໂຮງຮຽນອາຊີບ ຊັ້ນກາງ ຮ່າໂນ້ຍ, ເປັນໜຶ່ງໃນຈຳນວນນັກສອບເສັງ 25 ຄົນ ທີ່ເຂົ້າຮ່ວມ ການສອບເສັງ ຄວາມສາມາດ ດ້ານວິຊາຊີບ ແຫ່ງຊາດ ຕາມ ມາດຕະຖານ ຍີ່ປຸ່ນ ຄັ້ງນີ້. ຄວາເປັນໜຶ່ງ ໃນຈຳນວນ ນັກສອບເສັງ ບໍ່ພໍເທົ່າໃດຄົນ ທີ່ກຳລັງຕິດຕາມ ການຮຽນ, ຍັງບໍ່ທັນ ມີປະສົບການເຮັດວຽກ ຢູ່ບັນດາວິສາຫະກິດ ແຕ່ຍັງຄົງ ຕັດສິນໃຈ ເຂົ້າຮ່ວມການສອບເສັງ ຄັ້ງນີ້. ລາວ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ມີຄວາມຫວັງ ໄດ້ລອງທົດສອບໃນ ການສອບເສັງ ຕາມ ມາດຕະຖານທີ່ເຄັ່ງຄັດ ຂອງ ຍີ່ປຸ່ນ ເພື່ອຮູ້ໄດ້ ຄວາມສາມາດ ຂອງຕົນເອງ ແລະ ມີການຕັດສິນໃຈ ເລືອກເຟັ້ນ ສະພາບແວດລ້ອມ ການເຮັດວຽກທີ່ສອດຄ່ອງ ໃນພາຍໜ້າ. 


ນັກສອບເສັງ ປະກອບເອກະສານ ເຂົ້າຮ່ວມການສອບເສັງ ຕີລາຄາ ຄວາມສາມາດດ້ານວີຊາຊີບ ແຫ່ງຊາດ
ຫວຽດນາມ ຕາມມາດຕະຖານ ຍີ່ປຸ່ນ. 



ບັນດານັກສອບເສັງ ກະກຽມເຂົ້າສອບເສັງ ພາກປະຕິບັດຕົວຈິງ. 


ການສອບເສັງ ຕີລາຄາຄວາມສາມາດດ້ານວິຊາຊີບ ແຫ່ງຊາດ ຫວຽດນາມ ຕາມມາດຕະຖານ ຍີ່ປຸ່ນ ໄດ້ຮັບການຈັດຂຶ້ນ ເປັນຄັ້ງທຳອິດ
ຢູ່ໂຮງຮຽນວິຊາຊີບອຸດສາຫະກຳຊັ້ນກາງ ຮ່າໂນ້ຍ (HIVC) ໃນຕົ້ນເດືອນມິຖຸນາ 2018. 



ມີນັກສອບເສັງ ຫຼາຍຄົນ ເສັງໄດ້ ຈາກບັນດາຄັ້ງການສອບເສັງ ນີ້ ແລະ ກາຍເປັນກຳລັງຫລັກແຫລ່ງ
ໃນບັນດາບໍລິສັດ ຂອງຍີ່ປຸ່ນ ທີ່ກຳລັງເຄື່ອນໄຫວ ຢູ່ ຫວຽດນາມ.

ຕາມທີ່ໃຫ້ຮູ້ຂອງ ທ່ານ Uchino Tomohiro ນັກຊ່ຽວຊານ ທີ່ປຶກສາ ລະບົບພັດທະນາ ກຳລັງ ຄວາມສາມາດ ດ້ານ ວິຊາຊີບ ຂອງອົງການ JICA ວ່າ, ການສອບເສັງຕີລາຄາ ຄວາມສາມາດ ດ້ານວິຊາຊີບ ມີ ຄຸນຄ່າຕົວຈິງຢ່າງໃຫຍ່ຫຼວງ. ສຳລັບ ຊາວຜູ້ອອກແຮງງານ, ເຂົາເຈົ້າກຳນົດໄດ້ ເປົ້າໝາຍ ເພື່ອການ ເລືອກເຟັ້ນ ອາຊີບ ແລະ ຊອກຫາວຽກງານ ໃນອະນາຄົດ. ສ່ວນສຳລັບວິສາຫະກິດ, ການສອງເສັງ ຊ່ວຍຕີລາຄາ ໃຫ້ຊັດເຈນ ຄວາມສາມາດຂອງ ຊາວຜູ້ອອກແຮງງານ, ຫັນເປັນມາດຕະຖານ ແລະ ຫຼຸດຜ່ອນເຄາະບັງເອີນ ໃນການ ເລືອກແຮງງານ ເຂົ້າເຮັດວຽກ.

ນັກຊ່ຽວຊານ Uchino Tomohiro ຕີລາຄາ ຊາວຜູ້ອອກແຮງງານ ຫວຽດນາມ ມີທ່າໄດ້ປຽບກວ່າ ບັນດາປະເທດຕ່າງໆ ໃນພາກພື້ນ ທີ່ JICA ກຳລັງ ຊ່ວຍໜູນ ຜັນຂະຫຍາຍ. ນັ້ນແມ່ນ ນອກຈາກ ມີສີມືສູງ ດ້ານວິຊາຊີບ ແລ້ວ, ຊາວຜູ້ອອກແຮງງານ ຫວຽດນາມ ຍັງກຳແໜ້ນ ດ້ານທິດສະດີ ອີກດ້ວຍ. ນີ້ແມ່ນຈຸດເດັ່ນ ຊ່ວຍໃຫ້ ຊາວຜູ້ອອກແຮງງານ ຫວຽດນາມ ສາມາດເສີມຂະຫຍາຍ ເພື່ອບັນລຸໄດ້ ໝາກຜົນສູງ ໃນບັນດາຄັ້ງການສອບເສັງ ຄວາມສາມາດດ້ານວິຊາຊີບ ຕາມມາດຕະຖານ ຂອງ ຍີ່ປຸ່ນ. ນັກຊ່ຽວຊານ Uchino Tomohiro ໃຫ້ຮູ້ວ່າ, ມາດຕາການ ຊາວຜູ້ແຮງງານ ຫວຽດນາມ ເຂົ້າຮ່ວມການສອບເສັງ ໄດ້ຮັບ ໃບຢັ້ງຢືນ ດ້ານວິຊາຊີບ ຕາມມາດຕະຖານ ຍີ່ປຸ່ນ ແມ່ນ 47%. ໃນຂະນະນັ້ນຢູ່ ຍີ່ປຸ່ນ, ມີນັກສອບເສັງພຽງ 50% ໃນຈຳນວນຄົນ ທັງໝົດ ທີ່ເຂົ້າຮ່ວມການສອບເສັງ ໄດ້ຮັບໃບຢັ້ງຢືນເທົ່ານັ້ນ.

ນັກຊ່ຽວຊານ Uchino Tomohiro ໃຫ້ຮູ້ຕື່ມອີກວ່າ, ຢູ່ ຍີ່ປຸ່ນ, ການສອບເສັງ ຕີລາຄາຄວາມອາດສາມາດດ້ານວິຊາຊີບ ມີຄວາມໝາຍສຳຄັນທີສຸດ ຕໍ່ຊາວຜູ້ອອກແຮງງານ. ໃບຢັ້ງຢືນ ດ້ານວິຊາຊີບ ໄດ້ຮັບຮອງໃນທົ່ວປະເທດ ຍີ່ປຸ່ນ, ເປັນພື້ນຖານ ຕີລາຄາຄວາມອາດສາມາດ ແລະ ສີມືອາຊີບ ຂອງ ຜູ້ເປັນ ນາຍຊ່າງ. ເພື່ອຜ່ານຜ່າການສອບເສັງນີ້, ຜູ້ເປັນ ນາຍຊ່ອງ ຕ້ອງກຳແໜ້ນທິດສະດີ ແລະ ມີຄວາມຊຳນານ ໃນພາກ ປະຕິບັດ ຕົວຈິງ, ພ້ອມກັນນັ້ນ ຕ້ອງປະຕິບັດ ຕາມ ບັນດາ ກົດລະບຽບ ຢ່າງເຄັ່ງຄັດ ກ່ຽວກັບ ຄວາມປອດໄພ ໃນການ ອອກແຮງງານ, ຕ້ອງມີ ກິລິຍາທ່າທາງ ອອກແຮງງານອຸດສາຫະກຳ ແລະ ລະບຽບວິໄນສູງ. ຕາມບັນດານັກຊ່ຽວຊານຄົນ ຍີ່ປຸ່ນ, ຊາວຜູ້ອອກແຮງງານ ທີ່ບັນລຸໄດ້ໃບຢັ້ງຢືນດັ່ງກ່າວ ແມ່ນຖືວ່າ ມີກຽດຫຼາຍ, ຜູ້ນຳວິສາຫະກິດ ຂອງເຂົາເຈົ້າ ຈະຈັດພິທີ ມອບ ໃບຢັ້ງຢືນ ທີ່ຫ້ອງໂຖງໃຫຍ່ ຂອງ ໂຮງງານ ຢ່າງສົມກຽດ ເພື່ອ ການເຊີດຊູ ແລະ ເປັນແວ່ນແຍງຕໍ່ຊາວຜູ້ອອກແຮງງານ ອື່ນໆ...

ໝາກຜົນ ຂອງການຮ່ວມມື ຫວຽດນາມ-ຍີ່ປຸ່ນ ທີ່ ແທດເໝາະ ກັບຕົວຈິງ

ດ້ວຍຈຸດປະສົງ ຍົກສູງ ລະດັບຄວາມສາມາດ ຂອງຖັນແຖວ ກຳມະກອນເຕັກນິກ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ບັນດາວິສາຫະກິດ ໃນໄລຍະໃໝ່, ລັດຖະບານ ຍີ່ປຸ່ນ ໄດ້ຊ່ວຍໜູນ ລັດຖະບານ ຫວຽດນາມ ຜັນຂະຫຍາຍ ການສອບເສັງ ຕີລາຄາ ຄວາມອາດສາມາດ ດ້ານວິຊາຊີບ ຕາມມາດຕະຖານ ຂອງ ຍີ່ປຸ່ນ. ໂຄງການທຳອິດ ໂດຍອົງການ JICA ເປັນຜູ້ອຸປະຖຳ ໄດ້ຮັບການຜັນຂະຫຍາຍ ຢ່າງສຳເລັດຜົນ ຢູ່ ໂຮງຮຽນມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ (HaUI) ແຕ່ປີ 2010-2013. ຫຼັງຈາກນັ້ນ, ແປດ ຮາກຖານ ສຶກສາວິຊາອາຊີບ ອື່ນໆ ໃນທົ່ວປະເທດ ກໍໄດ້ ຮັບການຊ່ວຍໜູນຈາກ JICA ເພື່ອຕີລາຄາຄວາມສາມາດ ໃນຊາຊີບ ກົນຈັກ, ໄຟຟ້າ, ເອເລກໂຕຼນິກ ຕາມມາດຕະຖານ ຂອງ ຍີ່ປຸ່ນ ແລະ ກໍ່ສ້າງຖັນແຖວຕີລາຄາ ຄຸນນະພາບ ຄູສອນ, ຮຽບຮຽງ ຫົວບົດ ແລະ ຈັດຕັ້ງການສອບເສັງ.

ດ້ວຍການຊ່ວຍໜູນ ຂອງບັນດານັກຊ່ຽວຊານ JICA, ການສອບເສງ ຕີລາຄາຄວາມສາມາດດ້ານວິຊາຊີບ ໄດ້ຈັດຕັ້ງ ເປັນເທື່ອທຳອິດ ໃນເດືອນ ມິຖຸນາ 2011 ກັບອາຊີບ ຕັກນິກ ຂຸດຄົ້ນບໍ່ແຮ່. ມາຮອດປັດຈຸບັນ, ໂຄງການໄດ້ຜັນຂະຫຍາຍ ປະຕິບັດ ຕີລາຄາຄວາມສາມາດດ້ານວິຊາຊີບ ຕາມມາດຕະຖານ ຍີ່ປຸ່ນ ທີ່ ຫວຽດນາມ ຊຶ່ງປະກອບມີ 4 ສາຂາວິຊາເຊັ່ນ: ໃຊ້ແຮງງານຜະລິດເຄື່ອງກົນຈັກ (ຊ່ຽນ ມີຄວາມສາມາດຮອບດ້ານ, ເຈາະ); ຕິດຕັ້ງສາຍກາບເຄືອຄ່າຍສື່ສານ; ວັດແທກ ແລະ ກວດກາເຄື່ອງກົນຈັກ; ບັນຊາການເຄື່ອນໄຫວຂອງເຄື່ອງກົນຈັກ ຕາມອັນດັບດຳເນີນງານທີ່ວາງໄວ້ມາກ່ອນ.


ບັນດາເຄື່ອງມືອາຊີບ “ຊ້ຽນ” ແລະ “ເຈາະ” ໄດ້ຈັດກຽມ ຢ່າງເປັນ ລະບຽບ ແນໃສ່ຊ່ວຍໃຫ້ບັນດານັກສອບເສັງ ບັນລຸໄດ້ ຜົນສຳເລັດດີທີສຸດ. 


ບັນດານັກສອບເສັງ ໃນພາກປະຕິບັດຕົວຈິງ ອາຊີບ “ຊ້ຽນ” ແລະ “ເຈາະ”. 


ນັກຊ່ຽວຊານ ຍີ່ປຸ່ນ ພ້ອມກັບ ຄູສອນໂຮງຮຽນວິຊາຊີບ ອຸດສາຫະກຳ ຊັ້ນກາງ ຮ່າໂນ້ຍ ເປັນຜູ້ຕິດຕາມກວດກາ
ໃນເວລາ ການສອບເສັງໄດ້ຮັບການດຳເນີນໄປ.



ບັນດາຜູ້ຄວບຄຸມ ຂອງໂຮງຮຽນ HIVC ເຮັດໜ້າທີ່ ເປັນຜູ້ຄວບຄຸມ ໃນການສອບເສັງ ຄັ້ງນີ້ ໄດ້ ຮັບການບຳລຸງອົບຮົມຈາກ ອົງການ JICA
ແນໃສ່ຮັບປະກັນ ຄຸນນະພາບ ຂອງການສອບເສັງ ຕາມມາດຕະຖານ ຍີ່ປຸ່ນ. 



ປະຈຸບັນ JICA ກຳລັງ ຊ່ວຍໜູນ 8 ຮາກຖານ ກໍ່ສ້າງ ອາຊີບ ຢູ່ ຫວຽດນາມ ປະຕິບັດ ການຕີລາຄາ ຄວາມສາມາດ ໃນບັນດາ ສາຂາວິຊາ ກົນຈັກ, ໄຟຟ້າ, ເອເລັກໂຕຼນິກ ຕາມມາດຖະຖານ ຍີ່ປຸ່ນ. ໃນພາບ: ນັກສຶກສາໂຮງຮຽນ HIVC ເຂົ້າຮ່ວມການ ສອບເສັງຕີລາຄາທັກສະສີມືອາຊີບ. 


ມູມໜຶ່ງ ຂອງໂຮງຮຽນ ໃນຄັ້ງສອບເສັງ ຕີລາຄາ ຄວາມສາມາດ ດ້ານວິຊາຊີບແຫ່ງຊາດ ຫວຽດນາມ
ຕາມ ມາດຕະຖານ ຍີ່ປຸ່ນ ທີ່ໂຮງຮຽນ HIVC. 



ບັນດາມາດຕະຖານ ສອບເສັງທັກສະສີມືອາຊີບ ຢ່າງເຄັ່ງຄັດ ຕາມມາດຕະຖານຍີ່ປຸ່ນ ໄດ້ໝູນໃຊ້ ໃນຄັ້ງການສອບເສັງນີ້. 


ມາຮອດປັດຈຸບັນ, ທົ່ວປະເທດ ຫວຽດນາມ ໄດ້ມີນັກສອບເສັງ 171 ຄົນ ໄດ້ຜ່ານຜ່າ ການສອບເສັງດ້ານວິຊາຊີບ ຕາມ ມາດຕະຖານ ຍີ່ປຸ່ນ. ເຂົາເຈົ້າກຳລັງປະກອບສ່ວນ ຢ່າງຕັ້ງໜ້າ ໃນການພັດທະນາ ຂອງບັນດາວິສາຫະກິດຢ່າງແຂງແຮງ.

JICA ໄດ້ແຕ່ງຕັ້ງ ນັກຊ່ຽວຊານ ມາຊ່ວຍໜູນ ກົມໃຫຍ່ ສຶກສາ ວິຊາຊີບ (ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ)ໂດຍກົງ ແຕ່ເດືອນກັນຍາ ປີ 2010-ຮອດ ເດືອນກໍລະກົດ ປີ 2018. ບັນດານັກຊ່ຽວຊານ ຍີ່ປຸ່ນ ໄດ້ມີການ ປະກອບສ່ວນ ຢ່າງຕັ້ງໜ້າ ໃນການພັດທະນາ ຂອງຂະແໜງການ ອຸດສາຫະກຳ ດ້ວຍການກໍ່ສ້າງ ແລະ ສະໜອງ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄວາມຊຳນານງານ ກໍຄື ກໍ່ສ້າງ ລະບົບຕີລາຄາ ຄວາມສາມາດດ້ານວິຊາຊີບ.

ນອກຈາກນັ້ນ, ໃນຂອບເຂດ ບັນດາໂຄງການຮ່ວມມື ດ້ານ ເຕັກນິກ ຂອງ JICA ໃນຂົງເຂດ ການສຶກສາວິຊາຊີບ, ມີນັກສອບເສັງ ລວມທັງໝົດ 171 ຄົນ ໄດ້ຜ່ານຜ່າ ການສອບເສັງ ຕີລາຄາຄວາມສາມາດດ້ານວິຊາຊີບ ຕາມມາດຕະຖານ ຂອງ ຍີ່ປຸ່ນ.

ເດືອນພຶດສະພາ 2018, ໂຮງຮຽນອາຊີບຊັ້ນກາງ ຮ່າໂນ້ຍ (HIVC), ໜຶ່ງໃນບັນດາພື້ນຖານກໍ່ສ້າງອາຊີບ ໄດ້ຮັບການ ຊ່ວຍເຫຼືອ ຈາກອົງການ JICA, ໄດ້ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ມອບໃບຢັ້ງຢືນ ເຄື່ອນໄຫວ ຕີລາຄາຄວາມສາມາດ ດ້ານວິຊາຊີບແຫ່ງຊາດ ຕາມ ມາດຕະຖານ ຍີ່ປຸ່ນ ໃຫ້ສອງອາຊີບ “ຊ່ຽນ” ແລະ “ເຈາະ”, ພ້ອມກັນນັ້ນ ກໍໄດ້ຮັບຮອງແມ່ນ ສູນຕີລາຄາຄວາມສາມາດ ດ້ານວິຊາຊີບແຫ່ງຊາດ ໃຫ້ອາຊີບ “ຊ່ຽນ” ແຫ່ງທຳອິດ ຢູ່ ຫວຽດນາມ.

ບໍ່ຢຸດຄືນ ຢູ່ບັນດາຜົນສຳເລັດເບື້ອງຕົ້ນນີ້, ອົງການJICA ກໍຄືບັນດາຄູ່ຮ່ວມມື ຍີ່ປຸ່່ນ ມີຄວາມປາດຖະໜາ ຈະສືບຕໍ່ ປະກອບສ່ວນ ໃຫ້ແກ່ ການຂະຫຍາຍຕົວອຸດສາຫະກຳ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ ຂະແໜງການ ອຸດສາຫະກຳ ຢູ່ ຫວຽດນາມ.

ບົດ: ຖາວວີ - ພາບ: ຫວຽດເກື່ອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top