ໃນບາງມື້ທີ່ມີອາກາດດີ, ພວກເຮົາມັກຈະເຫັນຢູ່ທີ່ຫນອງໄຕ (ຮ່າໂນ່ຽ) ມີຄົນພາຍເຮືອທີ່ມີຫລາຍຮູບຊົງແປກໆ, ເມື່ອຖາມແລ້ວຈຶ່ງຮູ້ວ່າ ນັ້ນແມ່ນພາຍເຮືອ (Boat Sup), ເປັນກິລາ ປະເພດໜຶ່ງທີ່ມີຕົ້ນກຳເນີດມາຈາກ Hawaii (ອາເມລິກາ) ທີ່ຫາກໍ່ໄດ້ນຳເຂົ້າສູ່ປະເທດ ຫວຽດນາມ.
ອ້າຍ ຟ້າມມິງຈຸງ, ສະມາຊິກຂອງສະໂມສອນ Umove Sup ຢູ່ໜອງ ໄຕ ໃຫ້ຮູ້ວ່າ, ການພາຍເຮືອ Sup ແມ່ນຊື່ທີ່ຂຽນ ຫຍໍ້ ຈາກ Stand up paddle boarding. ນັກຫລິ້ນຂອງຫວຽດນາມມັກເອີ້ນວ່າກິລາເລື່ອນເທິງໜ້ານຳ້ ຫາກໍ່ໄດ້ນຳເຂົ້າ ຫວຽດນາມ ມາເປັນ ເວລາ 3 ປີ. Umove Sup ເປັນໜຶ່ງ ໃນບັນດາສະໂມສອນ ຫຼິ້ນ Sup ແຫ່ງທຳອິດຢູ່ ຮ່າໂນ້ຍ.
ເຮືອ Sup ຄືແປ້ນແຜ່ນໜຶ່ງທີ່ເຮັດດ້ວຍຢາງ ຫຼື ຢາງພາລາ, ມີຄວາມຍາວ 3,5 – 4 ແມັດ, ມີນຳ້ໜັກເບົາ, ສະນັ້ນ, ເມື່ອໃດບໍ່ຫລິ້ນກໍ່ສາມາດພັບເຂົ້າກັນຄືກັນກັບບາໂລ, ງ່າຍໃນການຖືຕິດຕົວ. ອຸປະກອນຕິດໄປນຳເຮືອ Sup ຈະມີໄມ້ພາຍ ມີ ຄວາມຍາວຂຶ້ນກັບຄວາມຍາວຂອງຮ່າງກາຍຄົນຫລິ້ນ ເພື່ອພາຍເທິງຫນ້ານ້ຳ. ລາຄາເຮືອ Sup ປະມານ 8 – 20 ລ້ານ ດົ່ງ ຂຶ້ນກັບປະເພດເຄື່ອງ ຂອງ ຈີນ, ອາເມລິກາ, ອັງກິດ ຫຼື ຝລັ່ງ...
ສູບລົມເຂົ້າເຮືອ Sup ໃຫ້ເຂັ່ງກ່ອນຈະເອົາໄປຂີ່.
ເດັກນ້ອຍກຳລັງອອກແຮງຕົນເພື່ອສູບລົມເຂົ້າເຮືອ Sup ຂອງຕົນຢູ່ແຄມຝັ່ງໜອງໄຕ.
ໂມງແທກຄວາມເຂັ່ງຂອງເຮືອ Sup.
ເຮືອ Sup ແຕ່ລະລຳໄດ້ປະກອບທ້າຍໜ່ວຍໜຶ່ງໄປນຳ.
ອຸປະກອນຫຼິ້ນ Sup ລວມມີເຮືອ Sup ແລະ ໄມ້ພາຍ 1 ອັນ ຍາວປະມານ 2 ແມັດ.
ເພື່ອຄວາມປອດໄພ, ຜູ້ຫຼິ້ນ Sup ມັກນຸ່ງເສື້ອກູ້ຊີບ ກ່ອນທີ່ ຈະລົງຫລິ້ນ.
ຜູ້ຫຼິ້ນຕ້ອງມັດເຊືອກໃສ່ຂາ (Sup leash) ເພື່ອມີກໍລະນີຖືກ
ຕົກນຳ້ເຮືອ Sup ກໍ່ຈະບໍ່ໄກອອກຫ່າງ ຈາກເອື້ອມມືຜູ້ຫລິ້ນ.
ປະຈຸບັນ, ສະໂມສອນ Umove Sup ຢູ່ໜອງໄຕ ມີເຮືອ ທັງໝົດ 30 ລຳ,
ສ່ວນຫຼາຍຈະຫລິ້ນໃນຕອນແລງ ວັນເສົາ ແລະ ວັນອາທິດຂອງທຸກໆ ອາທິດ.
ການຮັກສາຄວາມດຸນດຽງຢູ່ເທິງເຮືອ Sup ເປັນບັນຫາທີ່ຍາກ ເມື່ອປະຕິບັດຈັງຫວະການຢືນພາຍ.
Sup ບໍ່ພຽງແຕ່ຊ່ວຍຝຶກແອບສຸຂະພາບເທົ່ານັ້ນ, ຫາກຍັງ ເປັນບ່ອນພົບປະສ້າງສັນຂອງໄວໜຸ່ມອີກດ້ວຍ.
ມື້ທີ່ມີອາກາດດີ, ໜ້ານຳ້ໜອງໄຕລຽບພຽງ, ເໝາະສົມກັບການຫຼິ້ນກິລາປະເພດນີ້.
ນອກຈາກເຮືອ Kayak, ຄົນຮ່າໂນ້ຍປະຈຸບັນ ຍັງມີຄວາມ ນິຍົມຫຼິ້ນເຮືອ Sup ອີກດ້ວຍ.
ເຮືອ Sup ກຳລັງຂີ່ຫລິ້ນເທິງໜ້ານ້ຳໜອງໄຕຍາມແລງ. |
ເຕັກນິກການພາຍເຮືອ Sup ແບບງ່າຍດາຍ, ຖ້າເປັນຜູ້ມັກຫຼິ້ນກິລາເລື້ອຍໆ, ໄຊ້ເວລາພຽງ 15-30 ນາທີ ກໍ່ສາມາດ ຮູ້ຈັກກັບວິທີການພາຍເຮືອນິ້ໄດ້ຢ່າງງ່າຍດາຍ.
ແຕ່ເຖິງຢ່າງໃດກໍ່ດີ, ເພື່ອເປັນເຈົ້າຄູມເຮືອ Supໃຫ້ຢູ່, ຜູ້ຫຼິ້ນ ຕ້ອງຮູ້ຈັກຫຼາຍເຕັກນິກ. ຈາກທ່າຕ່າງໆຄື: ຢືນ, ຄຸເຂົ່າ, ນັ່ງ... ລ້ວນແຕ່ມີການກ່ຽວພັນເຖິງຈັງຫວະ ແລະ ເຕັກນິກ ການ ພາຍເຮືອຄື: ພາຍໄປຕາມກະແສ, ພາຍປ່ຽນທິດ ແລະ ພາຍປິ່ນຫົວເຮືອກັບຄືນດັ່ງນີ້ເປັນຕົ້ນ.
ສິ່ງສຳຄັນສຸດໃນເວລາຫຼິ້ນເຮືອ Sup, ນັ້ນແມ່ນຕ້ອງຮູ້ວິທີການຮັກສາຄວາມດຸນດຽ່ງ, ຍ້ອນວ່າເຮືອມັນຫງ່ຽງຊ້າຍຫງ່ຽງ ຂວາ, ໂດຍສະເພາະແມ່ນຊ່ວງໄລຍະອາກາດບໍ່ດີ, ຖ້າບໍ່ມີ ເຕັກນິກຮັກສາຄວາມດຸນດຽງດີຈະພາໃຫ້ຜູ້ຫຼິ້ນລົ້ມ ແລະ ອາດຈະຖືກ ຕົກນຳ້ໄດ້ງ່າຍ.
ອ້າຍ ຟ້າມມິງຈຸງ ໃຫ້ຮູ້ຕື່ມອີກວ່າ ປະຈຸບັນຢູ່ ຫວຽດນາມ, ການຫຼິ້ນເຮືອ Sup ຍັງບໍ່ທັນແຜ່ຂະຫຍາຍເທື່ອ. ຢູ່ ຮ່າໂນ້ຍ ຫາກໍ່ມີຜູ້ຫຼິ້ນປະມານ 20 ກວ່າຄົນທີ່ເປັນສະມາຊິກຂອງສະ ໂມສອນ Umove Sup ທີ່ຮູ້ຈັກຫລິ້ນ, ສ່ວນຫລາຍກໍ່ແມ່ນຫລີິ້ນຢູ່ເຂດຫນອງໄຕ, ນອກຈາກນັ້ນ, ຍັງມີເຂດ resort ຈຳນວນໜຶ່ງກໍ່ບໍລິການການຫຼິ້ນກິລາປະເພດນີ້ ເພື່ອຮັບໃຊ້ໃຫ້ ແກ່ນັກທ່ອງທ່ຽວຕ່າງປະເທດ.
ບົດ: ເງິນຮ່າ - ພາບ: ແຄງລອງ
bichlien